ອົງການນັກຂ່າວບໍ່ມີພົມແດນບິດເບືອນຄວາມຈິງກ່ຽວກັບເສລີພາບ ສື່ມວນຊົນຂອງຫວຽດນາມ

ອົງການນັກຂ່າວບໍ່ມີພົມແດນບິດເບືອນຄວາມຈິງກ່ຽວກັບເສລີພາບ ສື່ມວນຊົນຂອງຫວຽດນາມ - ảnh 1
ຫວຽດນາມ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ມີ​ການ​ພັດທະນາ​
ດ້ານສື່ມວນຊົນຢ່າງ​ແຂງ​ແຮງ​ທີ່​ສຸດ

  ຫວ່າງແລ້ວນີ້, ອົງການນັກຂ່າວບໍ່ມີພົມແດນໄດ້ມອບອັນທີ່ເອີ້ນວ່າ “ ລາງວັນພົນລະເມືອງເຄືອຂ່າຍ ອິນເຕີແນັດປີ 2013 ” ໃຫ້ແກ່ Blogger  ຮີ​ງງອກ​ເຈີ​ນ. ພ້ອມ​ກັບ​ລາງວັນ​ນີ້, ​ໃນ​ບົດ​ລາຍ​ງານ​ເນືອ່ງ​ໃນ​ໂອກາດ​ວັນ​ຕ້ານ​ການ​ຄວບ​ຄຸມ​ທາງ​ອິນເຕີແນັດ, ອົງການ​ນີ້​ໄດ້​ຂາດ​ພາວະ​ວິ​ໄສ​ເມື່ອ​ເອີ້ນ​ຫວຽດນາມ​ວ່າ​ແມ່ນ “ສັດຕູ​ຂອງອິນເຕີແນັດ”

      ອົງການນັກຂ່າວບໍ່ມີພົມແດນ​ເວົ້າ​ວ່າ ການ​ມອບ​ລາງວັນ​ໃຫ້ແກ່ Blogger ຮີ​ງງອກ​ເຈີ​ນ ​ແມ່ນ​ວິທີ​ຊຶ່່ງ​ອົງການ​ນີ້​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ບັນດາ​ນັກ​ຂ່າວ​ເສລີ​ຢູ່​ຫວຽດນາມ​ໃນ​ການ​ສົ່ງ​ເສີມ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​ເສລີ​ໃນ​ການ​ສື່​ຂ່າວ ​ແລະ ສິດ​ເສລີທາງ ອິນເຕີແນັດ. ກໍ​ຈະ​ບໍ່​ມີ​ຫຍັງທີ່​​ເປັນ​ໜ້າ​ກ່າວ​ເຖິງ, ຖ້າ​ຫາກ​ວ່າ ນີ້​ແມ່​ນວຽກ​ງານ​ພາຍ​ໃນຂອງ​ສະ​ເພາະ ອົງການນັກຂ່າວບໍ່ມີພົມແດນນີ້​ເອງ ​ເພາະ​ການ​ມອບ​ລາງວັນ​ໃຫ້​ແກ່​ສ່ວນ​ບຸກຄົນ​ໃດ, ​ເຖິງ​ແມ່ນ​ວ່າ​ຈະ​ເໝາະ​ສົມ​ຫຼື​ບໍ່​ກໍ​ຕາມ, ​ແຕ່​ມັນ​ກໍ​ແມ່ນ​ສິດ​ຂອງ​ບໍ່​ວ່າ​ອົງການ​ໃດໆ. ​ແຕ່ຄວາມ​ອັບອາຍ​ນັ້ນ​ແມ່ນ​ຢູ່​ບ່ອນ​ວ່າ ອົງການນັກຂ່າວບໍ່ມີພົມແດນ​ໄດ້ ເສກ​ສັນ​ປັ້ນ​ແຕ່ງ​ບິດ​ເບືອນຄວາມ​ຈິງ​ກ່ຽວ​ກັບ​ສິດເສລີພາບ​ທາງ​ສື່​ມວນ​ຊົນ​ຂອງ​ຫວຽດນາມ​ຢ່າງ​ເປີດ​ແປນ​​ເມື່ອ​ເອີ້ນຫວຽດນາມ​ວ່າ ​ແມ່ນ “ສັດຕູ​ຂອງອິນເຕີແນັດ” ​ແລະ ​ໄດ້​ຈັດ​ຫວຽດນາມຢືນ​ອັນ​ດັບ 172/179 ​ໃນ​ຕາຕະລາງ​ດັດຊະນີ​ກ່ຽວ​ກັບ​ສິດ​ເສລີພາບ​ທາງ​ສື່​ມວນ​ຊົນ​ໂລກ​ຂອງອົງການນັກຂ່າວບໍ່ມີພົມແດນ. ນອກຈາກ​ນັ້ນ​ອົງການ​ນີ້​ຍັງ​ຖື​ວ່າ ມີ​ຫົວໜ່ວຍ​ສະໜອງ​ການ​ບໍລິການອິນເຕີແນັດຫຼາຍ​ຫົວໜ່ວຍ​ຢູ່​ຫວຽດນາມ​ໄດ້​ຊ່ວຍ​ລັດຖະບານ​ຄວບ​ຄຸມອິນເຕີແນັດ.

   ​ເມື່ອ​ໄດ້​ຍົກ​ອອກ​ຂໍ້​ສະຫຼຸບ​ນີ້, ​ແນ່ນອນ​ວ່າອົງການນັກຂ່າວບໍ່ມີພົມແດນ​ໄດ້​ຕັ້ງ​ໃຈ​ຫຼົງ​ລືມ​ສະພາບ​ຄວາມ​ເປັນ​ຈິງ​ທີ່​ວ່າ ນັບ​ແຕ່​ປີ 1997, ຂະນະ​ທີ່​ຫວຽດນາມ​​ເລີ່​ມສຳຜັດ​ກັບ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ​ນີ້, ມາ​ຮອດ​ປະຈຸ​ບັນ, ການ​ພັດທະນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ​ຂອງອິນເຕີແນັດ ບໍ່​ພຽ​​ງແຕ່ສະ​ແດງ​ໃຫ້​ເຫັນ​ຜ່ານ​ຕົວ​ເລກ​ກ່ຽວ​ກັບ​ລະດັບ​ການ​ເຕີບ​ໂຕ, ປະ​ເພດ​ການ​ບໍລ​ິການ, ຈຳນວນ​ຄົນ​ນຳ​ໃຊ້ອິນເຕີແນັດ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ອອກ​ຜ່ານ​ເລື່ອງ​ປະຊາຊົນ​ສາມາດ​ເປີດ​ນຳ​ໃຊ້ທາງ ອິນເຕີແນັດຢູ່​ທຸກ​ບ່ອນ ​ແລະ ​ໃນທຸກ​ເວລາ. ຄວາມ​ຈິງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ກົນ​ໄກ​​ເປີດ​ກ້ວາງ​ຂອງພັກ ​ແລະ ລັດ​ຫວຽດນາມ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ອິນເຕີແນັດ​ພັດທະນາ. ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ເຄີຍ​ຄັດ​ສະ​ເໜີ​ຄຳ​ເຫັນ​ຂອງ​ທ່ານ ຝ້າ​ມກວັກ​ເຫຍີ​ດ ຜູ້ອຳນວຍ​ການ​ບໍ​ລິ​ສັດຊອບ​ແວ ​ເຫ​ຍີ​ດ​ເກືອ​ງ ຊຶ່ງ​ຖື​ວ່າ ນັບ​ແຕ່​ເມື່ອ​ຫວຽດນາມ​ໄດ້​ເຊື່ອມ​ຕໍ່​ເຄືອ​ຂ່າຍ ອິນເຕີແນັດທົ່ວ​ໂລກ​ມາ​ຮອດ​ປະຈຸ​ບັນ, ປະຊາຊົນ​ຫວຽດນາມ​ບໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ກີດຂວາງ​ແຕ່​ຢ່າງ​ໃດ​​ເມື່ອນຳ​ໃຊ້ເຄືອ​ຂ່າຍ ອິນເຕີແນັດ. ທ່ານ ຝ້າ​ມກວັກ​ເຫຍີ​ດ ​ເນັ້ນ​ໜັກວ່າ :

    “ ຫວຽດນາມ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ມີ​ການ​ພັດທະນາ​ເຕັກ​ໂນ​ໂລ​ຢີຂໍ້​ມຸນ​ຂ່າວສານ​ຢ່າງ​ແຂງ​ແຮງ​ທີ່​ສຸດ, ​ໃນ​ນັ້ນ, ເຄືອ​ຂ່າຍອິນເຕີແນັດ ​ໄດ້ລົງ​ຮອດ​ບັນດາ​ໝູ່​ບ້ານ​ເຂດ​ບ້ານ​ນາ​ແລ້ວ. ສິ່ງ​ນີ້​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ບັນດາ​ປະ​ເທດ​ໃນ​ໂລກ. ພວກ​ເຮົາ​ສາມາດ​ສຳຜັດ​ກັບ​ທຸກໆ​ຂ່າວ​ຄາວທາງເຄືອ​ຂ່າຍ ອິນເຕີແນັດ ​ທີ່ພວກ​ເຮົາ​ຕ້ອງການ. ​ເພາະສະ​ນັ້ນ ​ເມື່ອ​ເວົ້າ​ວ່າ ອິນເຕີແນັດ ຖືກ​ຈຳກັດ​ແມ່ນ​ບໍ່​ຖືກຕ້ອງ ”

    ຖ້າວ່າ​ມັນຖືກກັບອົງການນັກຂ່າວບໍ່ມີພົມແດນ​ທີ່ເວົ້າ​ວ່າ “ ຫວຽດ ນາມ​ ແມ່ນສັດຕູ​ຂອງອິນເຕີແນັດ” , ​ແນ່ນອນ​ວ່າ ​ໃນ​ກ່ວາ 16 ປີ​ທີ່​ຜ່ານ​ມາ, ຈະ​ບໍ່​ອາດ​ມີ​ ​ຜູ້ນຳ​ໃຊ້ອິນເຕີແນັດ​ເປັນຈຳນວນ 27 ລ້ານ​ຄົນ, ຊຶ່ງ​ກວມ​ເອົາ​ເກືອບ​ 31% ຈຳນວນ​ປະຊາກອນ​ຂອງ​ຫວຽດນາມ​ໃນ​ປະຈຸ​ບັນ​. ​ແລະ ຖ້າວ່າ​ມັນ​ຖືກກັບອົງການນັກຂ່າວບໍ່ມີພົມແດນ​ເວົ້າ​ວ່າ “ ມີ​ຫົວໜ່ວຍ​ສະໜອງ​ການ​ບໍລິການອິນເຕີແນັດຫຼາຍ​ຫົວໜ່ວຍ​ຢູ່​ຫວຽດນາມ​ໄດ້​ຊ່ວຍ​ລັດຖະບານ​ຄວບ​ຄຸມ ອິນເຕີແນັດ” ນັ້ນ, ​ແນ່ນອນ​ວ່າ ບັນດາ​ຜູ້​ຄົນ​ຊາວ​ຕ່າງປະ​ເທດ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກຫຼື​ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່​ຫວຽດນາມ ຕ້ອງ​ໄດ້​ພົບ​ພໍ້​ກັບ​ກໍລະ​ນີດັ່ງກ່າວ​ແລ້ວ. ​ແຕ່ຄວາມ​ຈິງ​ ​ແມ່ນ​ແຕກ​ຕ່າງ​ກັນ​ຫຼາຍກັບ​ບັນດາ​ຄຳ​ຕູ່​ຫາ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງຂອງ ອົງການນັກຂ່າວບໍ່ມີພົມແດນ. ນາງ​ Turino ຊາວ​ກູ​ບາ ຊຶ່ງ​​ແມ່ນ​ຜູ້​ໄດ້​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​ເປັນ​ເວລາ​ຫຼາຍ​ປີ ​ໃຫ້​ຮູ້​ວ່າ :

     “ ນັບ​ແຕ່​ເວລາ​ຫາ​ກໍມາ​ຫວຽດນາມມາຮອດປະຈຸ​ບັນ, ຂ້າພະ​ເຈົ້າບໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ແຕ່​ຢ່າງ​ໃດ​ເມື່ອ​ນຳ​ໃຊ້​ການ​ບໍລິການ ອິນເຕີແນັດ ຢູ່​ຫວຽດນາມ, ຂ້າພະ​ເຈົ້າຍັງຕິດ​ຕໍ່​ພົວພັນ​ທາງ ອິນເຕີແນັດ​ກັບ​ຍາດຕິ​ພີ່ນ້ອງ​ຢູ່​ບ້ານ. ຂ້າພະ​ເຈົ້າຄິດວ່າ ທຸກໆ​ປະ​ເທດ ກໍ​ລ້ວນ​ແຕ່​ມີ​ບັນດາ​ຂໍ້​ກຳນົດ​ຕ່າງຫາກ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ ອິນເຕີແນັດ ຕາມ​ຄວາມ​ມຸ່ງ​ຫວັງ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ນັ້ນ ”

     ບໍ່​ແມ່ນເລື່ອງ​ບັງ​ເອີນ​ທີ່​ຫວຽດນາມ​ໄດ້ກາຍ​ເປັນ​ປະ​ເທດ​ທີ່​ມີ​ລະດັບການ​ເຕີບ​​ໂຕ ອິນເຕີແນັດ ​ໄວ​ກ່ວາ​ໝູ່​ໃນ​ພາກ​ພື້ນ ​ແລະ ນອນ​ໃນ​ຈຳນວນ​ບັນດາ​ປະ​ເທດ​ທີ່​ມີ​ລະດັບ​ການ​ເຕີບ​ໂຕ​ສູງ​ກ່ວາ​ໝູ່​ໃນ​ໂລກ, ຊຶ່ງ​ແຕກ​ຕ່າງ​ກັນ​ຫຼາຍກັບ​ບັນດາ​ຄຳ​ຕູ່​ຫາ​ຂອງ ອົງການນັກຂ່າວບໍ່ມີພົມແດນ. ສິ່ງ​ທີ່​ເປັນ​ຂໍ້​ກຸນ​ແຈ​ຂອງ​ການ​ພັດທະນາ​ຢ່າງ​ກະ​ໂດດ​ຂັ້ນ​ນັ້ນ, ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ພັກ ​ແລ​ະ ລັດຫວຽດນາມທີ່​ມີ​ຕໍ່​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມຸນ​ຂ່າວສານ​ເວົ້າລວມ ​ແລະ ອິນເຕີແນັດ ​ເວົ້າສະ​ເພາະ. ​ແຕ່​ກໍ​ເຊັ່ນ​ດຽວ​ກັນ​ກັບ​ຫຼາຍ​ປະ​ເທດ​ອື່ນໆ, ຫວຽດນາມ​ມີ​ບັນດາ​ຂໍ້​ກຳນົດ​ໃນ​ການ​ນຳ​ໃຊ້ ອິນເຕີແນັດ ​ເພື່ອ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຮີດຄອງ​ປະ​ເພນີ, ຄວາມສະຫງົບ​ແຫ່ງ​ຊາດ.... ​ເພາະສະ​ນັ້ນ, ອົງການນັກຂ່າວບໍ່ມີ ພົມແດນ​ໄດ້​ຫຼົງ​ຜິດ​ເມື່ອ​ຖື​ວ່າ ຫວຽດນາມ​ໄດ້​ຄວບ​ຄຸມ ອິນເຕີແນັດ ຄື​ດັ່ງ​ບົດ​ລາຍ​ງານ​ໂດຍ ອົງການນັກຂ່າວບໍ່ມີພົມແດນຍົກ​ອອກ​ມາ​ເມື່ອ​ວັນ​ທີ 12/3/2013.

     ອົງການນັກຂ່າວບໍ່ມີພົມແດນຍັງ​​ຂາດ​ພາວະ​ວິ​ໄສ​ເມື່ອມອບອັນທີ່ເອີ້ນວ່າ “ ລາງວັນພົນລະເມືອງ ເຄືອຂ່າຍອິນເຕີແນັດປີ 2013 ” ໃຫ້ແກ່ Blogger  ຮີ​ງງອກ​ເຈີ​ນ ຊຶ່ງ​ແມ່ນ​ຊາວ​ຫວຽດນາມ. ​ໃນ​ບົດ​ປາ​ໄສ​ເມື່ອ​ໄດ້​ຮັບ​ລາງ​ວັນ​ນີ້, ຮີ​ງງອກ​ເຈີ​ນ ​ໄດ້​ຫຼົງ​ລືມ​ວ່າ  ຍ້ອນ​ການ​ພັດທະນາ​ຢ່າງ​ວອ່ງ​ໄວ​ຂອງ ອິນເຕີແນັດ ຢູ່​ຫວຽດນາມ​ນັ້ນ, ປະ​ຊາຊົນ​ຈຶ່ງ​ສາມາດ​ພົວພັນ​ແລກປ່ຽນ, ສະ​ແດງ​ທັດສະນະ​ຕໍ່​ທຸກໆ​ບັນຫາ​ຂອງ​ປະ​ເທດ​ຊາດ ​ແລະ ສາກົນ​ຢ່າງ​ມີ​ປະຊາທິປະ​ໄຕ ​ແລະ ​ເສລີ​ຜ່ານເຄືອ​ຂ່າຍ ອິນເຕີແນັດ. ​ເປັນ​ທີ່​ຈະ​ແຈ້ງ​ແລ້​ວວ່າ , ອົງການນັກຂ່າວບໍ່ມີພົມແດນ​ໄດ້​ມອບ​ລາງວັນ​ໃຫ້​ແກ່​ສ່ວນ​ບຸກຄົນ​ຢ່າງ​ບໍ່​ເໝາະ​ສົມ, ຮັບ​ໃຊ້​ບັນດາ​ເຈດ​ຈຳນົງ​ທີ່​ບໍ່​ພາວະ​ວິ​ໄສ​ຂອງ​ອົງການ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ