ອົງການນັກຂ່າວບໍ່ມີພົມແດນແລະຄັນຕະລະບັດເສກສັນປັ້ນແຕ່ງຄວາມເສລີໃນການນຳໃຊ້ອິນເຕີແນັດຢູ່ ຫວຽດນາມ

(vovworld)- ຫວ່າງແລ້ວນີ້, ໃນ​ວັນ​ຄວາມ​ເສລີ​ດ້ານສື່​ມວນ​ຊົນ (3/5/2013) ອົງການນັກຂ່າວບໍ່ມີພົມແດນໄດ້ປະ​ກາດຕາຕະລາງ​ຈັດ​ອັນ​ດັບ​ຄວາມ​ເສລີ​ດ້ານສື່​ມວນ​ຊົນ​ຢູ່​ໃນໂລກ, ​ໃນ​ນັ້ນ ​ໄດ້​ເຕື້ອງ​ເຖິງ​ບັນດາ​ຂໍ້​ມູນ​ຂ່າວສານ​ແບບ​ຈັດ​ວາງ, ຕູ່​ຫາ ​ຫວຽດນາມ ຂາດ​ຄວາມ​ເສລີ​ດ້ານ​ສື່​ມວນ​ຊົນ. ບັນດາ​ການ​ຕີ​ລາຄາ​ໃນ​ຕາຕະລາງ​ຈັດ​ອັນ​ດັບ​ດັ່ງກ່າວ​ແມ່ນ​ໄປ​ຝືນ​ກັບ​ຄວາມ​ຈິງ​ຢູ່​ຫວຽດນາມ, ອີກ​ຄັ້ງ​ຫນຶ່ງ​ສະ​ແດງ​​ໃຫ້​ເຫັນ​ວ່າ ທ່າ​ທີຂາດ​ເຈດ​ຕະນາ​ດີ, ສວຍ​ໃຊ້​ບັນຫາ​ຄວາມ​ເສລີ​ທາງ​ອິນ​ເຕີ​ແນັດ​ເພື່ອ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ຫວຽດນາມ.

ຕາມ​ປື້​ມ “ປົກ​ຂາວ​ອິນ​ເຕີ​ແນັດ​ ຫວຽດນາມ”, ປະຈຸ​ບັນ ຫວຽດນາມ ມີ​ຜູ້ນຳ​ໃຊ້​ອິນ​ເຕີ​ແນ​ັດກວ່າ 31 ລ້ານ​ຄົນ (ກວມ 35,49% ຈຳນວນ​ພົນລະ​ເມືອງ) ​ແລະ ຫວຽດນາມ ພວມ​ຢືນ​ອັນ​ດັບ​ທີ 18/20 ​ໃນຈຳນວນປະ​ເທດມີ​ຜູ້ນຳ​ໃຊ້​ອິນ​ເຕີ​ແນັດ​ຫລາຍ​ກວ່າ​ໝູ່​ຢູ່​ໃນ​ໂລກ, ຢືນ​ອັນ​ດັບ​ທີ 8 ຂອງ​ພາກ​ພື້ນ​ອາຊີ ​ແລະ ຢືນ​ອັນ​ດັບ​ທີ 3 ຂອງ​ພາກ​ພື້ນ​ອາ​ຊຽນ. ​ເມື່ອ​ທຽບ​ໃສ່​ປີ 2000, ຈຳນວນ​ຜູ້ນຳ​ໃຊ້​ອິນ​ເຕີ​ແນັດ​ຢູ່​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ກວ່າ 15 ​ເທົ່າ. ປະຈຸ​ບັນ ຫວຽດນາມ ​ແມ່ນ​ປະ​ເທດ​ນຳ​ຫນ້າ​ໃນ​ພາກ​ພື້ນ ອາ​ຊຽນ ກ່ຽວ​ກັບ​ຈຳນວນ​ຜູ້​ຈົດ​ທະບຽນ​ນຳ​ໃຊ້ລະ​ຫັດຫນ້າ​ເວັບ​ແຫ່ງ​ຊາດ. ຕາມ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ສື່ສານ​ຫວຽດນາມ​ແລ້ວ, ຮອດ​ໝົດປີ 2012 ຍອດ​ຈຳນວນ​ຜູ້ນຳ​ໃຊ້ 3 G  ຢູ່ ຫວຽດນາມ ​​ແມ່ນ​ເກືອບ 20 ລ້ານ​ຄົນ. ຈຳ​ນວນ​ຜູ້ນຳ​ໃຊ້ Facebook ຢູ່​ຫວຽດນາມ​ເພີ່ມ​ຂຶ້ນ 8,5 ລ້ານ​ຄົນ​ໃນ​ເດືອນ 10/2012 ຂຶ້ນ​ເຖິງ 12 ລ້ານ​ຄົນ​ໃນ​ເດືອນ 3/2013. ສະ​ເພາະ​ບໍລິການ blog ຢູ່​ຫວຽດນາມ, Yahoo 360 Plus ມີ​ສະມາຊິກປະມານ 2,3 ລ້ານ​ຄົນ, ມີ​ຜູ້ນຳ​ໃຊ້​ບໍລິການ Yume ປະມານ 2,4 ລ້ານ​ຄົນ, wordpress.com ​ແມ່ນ 2,9 ລ້ານ​ຄົນ, blogspot.com ​ແມ່ນ 5,1 ລ້ານ​ຄົນ. ບັນດາ​ຕົວ​ເລກ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ອິນ​ເຕີ​ແນັດ​ນັບ​ແຕ່​ປີ 1997 ມາ​ຮອດ​ປະຈຸ​ບັນ ຍ້ອນ​ຫວຽດນາມ ມີ​ນະ​ໂຍບາຍສະດວກ​ ​ແລະ ​ເຄົາລົບ​ຄວາມ​ເສລີການ​ນຳ​ໃຊ້​ອິນ​ເຕີ​ແນັດ. ສະ​ນັ້ນ ຄວາມ​ເສລີ​ໃນ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ​ຂອງ​ຫວຽດນາມ ​ແມ່ນ​ຄວາມ​ຈິງ​ບໍ່​ອາດ​ປະຕິ​ເສດ​ໄດ້. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ ວ່າບັນດາ​ຖ້ອຍທຳນອງ​ຄື: “ຫວຽດນາມ ບໍ່​ມີ​ຄວາມ​ກ້າວຫນ້າ​ກ່ຽວ​ກັບ​ຄວາມ​ເສລີ​ສື່​ມວນ​ຊົນ ​ແລະ ຖືກ​ຈັດ​ເຂົ້າ​ໃນ​ຈຳນວນ 10 ປະ​ເທດ​ອ່ອນ​ດອຍກ່ຽວ​ກັບ​ຄວາມ​ເສລີ​ດ້ານສ່ື​ມວນ​ຊົນ ຂອງອົງການນັກຂ່າວບໍ່ມີພົມແດນ​, ​ແມ່ນ​ຄວາມ​ເສກ​ສັນ​ປັ້ນ​ແຕ່ງ, ​ໄປ​ຝືນ​ກັບ​ຄວາມ​ຈິງ​ທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ຄວາມ​ເສລີ​​ໃນການ​ນຳ​ໃຊ້​ອິນ​ເຕີ​ແນັດ​ຂອງ​ຫວຽດນາມ.

ອົງການນັກຂ່າວບໍ່ມີພົມແດນແລະຄັນຕະລະບັດເສກສັນປັ້ນແຕ່ງຄວາມເສລີໃນການນຳໃຊ້ອິນເຕີແນັດຢູ່ ຫວຽດນາມ - ảnh 1

ດ້ວຍ​ການຈັດ​ອັນ​ດັບ​ຫວຽດນາມ​ນອນ​ໃນ​ຈຳພວກ​ສຸດ​ທ້າຍ​ຂອງ​ຕາຕະລາງ​ຈັດ​ອັນ​ດັບ​ຄວາມ​ເສລີດ້ານ​ສື່​ມວນ​ຊົນ​ປີ 2013,       ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ອົງການນັກຂ່າວບໍ່ມີພົມແດນ​ ສືບ​ຕໍ່​ຮັກສາ​ທັດສະນະ​ທີ່​ຜິດ​ເຂ​ວ, ມີ​​ແນວ​ຄິດ​ຕາຍ​ຕົວ, ດ້ວຍ​ຖ້ອຍ​ທຳນອງ​ເສກ​ສັນ​ປັ້ນ​ແຕ່ງ, ຈາກ​ນັ້ນ​ຈັດ​ວາງ​ຂໍ້​ສັງ​ເກດ​ທີ່​ຜິດພາດ​ກ່ຽວ​ກັບ​ຄວາມ​ເສລີ​ໃນ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ​ຢູ່​ຫວຽດນາມ. ຕ້ອງ​ຮູ້​ແລ້ວ​ວ່າ, ນັບ​ແຕ່​ຄັ້ງ​ທຳ​ອິດທີ່ສະ​ເຫລີ​ມສະຫລອງ ວັນ​ໂລກ​ຕ້ານ​ການຄວບ​ຄຸມ​ເຄືອ​ຄ່າ​ຍອິນ​ເຕີ​ແນັດ​ເມື່ອ​ປີ 2008,       ອົງການນັກຂ່າວບໍ່ມີພົມແດນ​ ​ໄດ້ຈັດ​ຫວຽດນາມ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ຖືກ​ຖື​ວ່າ​ແມ່ນ:“ ສັດຕູ​ຂອງອິນເຕີແນັດ”. ​ແລະ ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ​ໃນ​ຂະນະ​ທີ່​ອິນ​ເຕີ​ແນັດ​ພັດທະນາ​ຢ່າງ​ແຂງ​ແຮງ​ຢູ່​ຫວຽດນາມ​ຄື​ໄດ້​ກ່າວ​ມາ​ຂ້າງ​ເທິງນັ້ນ​ແມ່ນ​ທັດສະນະ​ຂອງອົງການນັກຂ່າວບໍ່ມີພົມແດນ ບໍ່​ມີ​ການ​ປ່ຽນ​ແປງ​ໃດ​ເລີຍ. ​​​ເປັນ​ຫນ້າ​ຕ້ອງ​ເວົ້າ​ເຖິງ​ນັ້ນ​ແມ່ນ ​​ ​​5 ປີ​ກ່ອນ​ນີ້ ອົງການນັກຂ່າວບໍ່ມີພົມແດນຈັດ​ຫວຽດນາມ​ເຂົ້າ​ບັນຊີ​ລາຍ​ຊື່ ສັດຕູ​ຂອງ​ອິນ​ເຕີ​ແນັດ​ຢ່າງ​ລຽນຕິດ ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ ວິທີ​ຕີ​ລາຄາ​ບໍ່​​ໂປ່​ງ​ໃສ​ຂອງ ອົງການນັກຂ່າວບໍ່ມີພົມແດນ​ ສຳລັບ​ຄວາມ​ເສລີ​ໃນ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ​ຢູ່​ຫວຽດນາມ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ທັດສະນະ​ດັ່ງກ່າວ​ບໍ່​ພາວະ​ວິ​ໄສ, ບໍ່​ມີ​ເຈດ​ຕະນາ​ດີ. ພະຍານ​ຫລັກ​ຖານ​ນັ້ນ​ແມ່ນ ​ໃນ​ບົດ​ລາຍ​ງານ​​ໃນ​ໂອກາດ​ໂລກ​ຕ້ານ​ການ​ຄວບ​ຄຸມ​ເຄືອ​ຄ່າ​ຍອິນ​ເຕີ​ແນັດ​ເມື່ອ​ 12/3/2013 ​ ອົງການນັກຂ່າວບໍ່ມີພົມແດນໄດ້ຖື​ວ່າ: ຫວຽດນາມ ມີ​ກອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ທາງ​​ເຄືອ​ຄ່າ​ຍອິນ​ເຕີ​​ແນັດ, ​ໃນ​ຂະນະ​ທີ່ການ​ປົກ​ປັກ​ຮັກສາ​ປ້ອງ​ກັນ​ຄວາມ​ສະຫງົບ​ທາງ​ເຄືອ​ຄ່າ​ຍອິນ​ເຕີ​ແນັດ​ແມ່ນ​ວຽກ​ງານ​ທຳ​ມະ​ດາ​ຂອງ​ທຸກ​ປະ​ເທດ​ທີ່​ນຳ​ໃຊ້​ອິນ​ເຕີ​ແນັດ. ​ໃນ​ຂະນະ​ພວມ​ພະຍາ​ຍາມ​ຮັກສາ​ທັດສະນະ​ທີ່​ຜິດ​ເຂ​ວ​ແນວ​ຄິດ​ຕາຍ​ຕົວຂອງ​ຕົນ​ຕໍ່​ສະພາບ​ຄວາມ​ເສລີ​ໃນການ​ນຳ​ໃຊ້​ອິນ​ເຕີ​ແນັດ​ຢູ່​ຫວຽດນາມ, ອົງການນັກຂ່າວບໍ່ມີພົມແດນ ຍັງ​ສືບ​ຕໍ່​ເສກ​ສັນ​ປັ້ນ​ແຕ່ງ, ຕູ່​ຫາ ຫວຽດນາມ​ບັງຄັບ​ຄວາມ​ເສລີ​ໃນການ​ນຳ​ໃຊ້​ອິນ​ເຕີ​ແນັດ, ພົ້ນ​ເດັ່ນ​ແມ່ນ​ໃນ​ຕາຕະລາງ​ຈັດ​ອັນ​ດັບ​ຄວາມ​ເສ​ລີດ້ານສື່​ມວນ​ຊົນ​ປີ 2013, ອົງການ​ນີ້​ໄດ້​ຕູ່​ຫາ ຫວຽດນາມ ​ແມ່ນ​ຄຸກ​​ແຫ່ງ​ໃຫຍ່​ທີ​ສອງ​ຢູ່​ໃນ​ໂລກ​ສຳລັບ​ພົນລະ​ເມືອງ​ນຳ​ໃຊ້​ອິນ​ເຕີ​ແນັດ. ​ແຕ່​ຄວາມ​ຈິງ, ບັນດາ Blogger ຊື່​ງ    ອົງການນັກຂ່າວບໍ່ມີພົມແດນຄັດ​ຍົກ​ເປັນ​ຕົວຢ່າງ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ. ນັ້ນ​ແມ່ນ​ພວກ​ສວຍ​ໃຊ້​ກາລະ​ໂອກາດ, ສວຍ​ໃຊ້​ອິ​ນ​ເຕີ​ແນັດ ກໍ່​ຄວາມ​ຂາດສະຖຽນ​ລະ​ພາບໃນ​ສັງຄົມ​ຫວຽດນາມ ຖືກ​ສານ​ຕັດສິນ​ລົງ​ໂທດ​ລະ​ເມີດ​ກົດໝາຍ​ຫວຽດນາມ ​ແລະ ຖືກ​ພິພາກສາ​ດ້ວຍ​ຄຳ​ຕັດສິນ​ຢ່າງ​ເປີດ​ເຜີຍ. ລັດ​ຫວຽດນາມ ດ້ານຫນຶ່ງ​ນະ​ໂຍບາຍ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ອິນ​ເຕີ​ແນັດ​ພັດທະນາ, ດ້ານ​ອື່ນ​ກໍ​ມີ​ກາ​ນກຳນົດ, ກົດໝາຍຢ່າງ​ເຂັ້ມ​ງວດ​ເພື່ອ​ປົກ​ປ້ອງ​ຜູ້ນຳ​ໃຊ້​ອິນ​ເຕີ​ແນັດ​ຫລີກ​ລ້ຽງ​ຂໍ້​ມູນ​ຂ່າວສານ​ຊົ່ວ​ຮ້າຍ, ຈຳກັດ​ບັນດາ​ການ​ກະທົບ​ຢ່າງ​ຫຍໍ້​ທໍ້, ຜົນ​ສະທ້ອນ​ເຖິງ​ຮີດຄອງ​ປະ​ເພນີ, ມູນ​ເຊື້ອ​ວັດທະນະທຳ​ຂອງ​ຊາດ, ສະກັດ​ກັ້ນ​ບັນດາ​ເປົ້າ​ໝາຍ​ບໍ່​ດີ​ສວຍ​ໃຊ້​ອິນ​ເຕີ​ແນັດ ຮັບ​ໃຊ້​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລະ​ເມີດ​ກົດໝາຍ, ນາບ​ຂູ່​ຄວາມ​ສະຫງົບ​ແຫ່ງ​ຊາດ. ທຸກ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່ມີ​ການ​ກະທຳ​​ເຊັ່ນ​ດຽວ​ກັນ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບເຄືອ​ຄ່າ​ຍອິນ​ເຕີ​ແນັດ​ໃນ​ສັງກະລາດ​ຂໍ້​ມູນ​ຂ່າວສານ​ທົ່ວ​ໂລກ.

ອົງການນັກຂ່າວບໍ່ມີພົມແດນແລະຄັນຕະລະບັດເສກສັນປັ້ນແຕ່ງຄວາມເສລີໃນການນຳໃຊ້ອິນເຕີແນັດຢູ່ ຫວຽດນາມ - ảnh 2
ພາບປະກອບ:internet

    ຫາງ​ສຽງ​ສາກົນ ​ແລະ ພາຍ​ໃນ​ປະ​ເທດ​ໄດ້​ຕັ້ງ​ຄຳ​ຖາມ​ວ່າ, ຖ້າ​ຫາກ​ຄວາມ​ຈິງ​ຄືດັ່ງອົງການນັກຂ່າວບໍ່ມີພົມແດນ​ໄດ້​ເຜີ​ຍ​ແຜ່​ໃນ​ໄລຍະ​ຜ່ານ​ມາ​ວ່າ: ຫວຽດນາມ​ແມ່ນ​ສັດຕູ​ຂອງ​ອິນ​ເຕີ​ແນັດ, ​ແນ່ນອນ​ວ່າ ພາ​ຍຫລັງ 15 ປີ ນັບ​ແຕ່​ປີ 1997 ມາ​ຮອດ​ປີ 2012, ຈຳນວນ​ຜູ້ນຳ​ໃຊ້​ອິນ​ເຕີ​ແນັດ​ຢູ່ ຫວຽດນາມ ບໍ່​ອາດ​ເພີ່ມ​ຂຶ້ນ​ຫລາຍ​ທົບ 15 ​ເທົ່າ ຄື​ຄວາມ​ຈິງ​ປະຈຸ​ບັນໄດ້.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ