ອົງການນັກຂ່າວໄຮ້ພົມແດນເສກສັນປັ້ນແຕ່ງສິດເສລີດ້ານການສື່ສານຢູ່ຫວຽດນາມ

ອົງການ​ນັກ​ຂ່າວ​ໄຮ້​ພົມ​ແດນ​ຫາ​ກໍ່​ປະກາດ “ດັດຊະນີ​ສິດ​ເສລີ​ດ້ານ​ການສື່ສານ​ປີ 2013“ ຊື່​ງ​ໃນ​ນັ້ນມີ​ບັນດາ​ຖ້ອຍ​ທຳນອງ​ຜິດ​​ເຂ​ວກ່ຽວ​ກັບ​ສະພາບເສລີ​ດ້ານການ​ສື່ສານ​ຢູ່​ຫວຽດນາມ. ອີກ​ເທື່ອ​ໜຶ່ງ, ອົງການ​ນີ້​ພັດ​ມີ​ບັນດາ​ການ​ກະທຳ​ຕູ່​ຫາ ​ແລະ ເສກ​ສັນ​ປັ້ນ​ແຕ່ງ​ກ່ຽວ​ກັບ​ສິດ​ເສລີ​ດ້ານ​ສື່ສານຢູ່​ຫວຽດນາມ.

ອົງການນັກຂ່າວໄຮ້ພົມແດນເສກສັນປັ້ນແຕ່ງສິດເສລີດ້ານການສື່ສານຢູ່ຫວຽດນາມ - ảnh 1

(ພາບປະກອບ:rfa.org)

  ບົດ​ລາຍ​ງານ “ດັດຊະນີ​ສິດ​ເສລີ​ດ້ານ​ສື່ສານ​ປີ 2013““ ທີ່​ຖືກປະກາດ​ເມື່ອ​ວັນ​ທີ 30/1/2013 ຂອງ​ອົງການ​ນັກ​ຂ່າວ​ໄຮ້​ພົມ​ແດນ (Reporters sans frontiers-RSF) ​ໄດ້ຖື​ວ່າ: ສິດ​ເສລີ​ດ້ານ​ສື່ສານ​ຢູ່​ຫວຽດນາມ ​ແມ່ນ “ບໍ່​ມີ​ສັນຍານ​ໄດ້​ຮັບ​ການ​ປັບປຸງ“, ປະຊາຊົນ “ບໍ່​ມີ​ສິດ​ເສລີ​ໃນ​ການ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວສານ“. ພ້ອມ​ກັບ​ການ​ປະກາດບົດ​ລາຍ​ງານ, RSF ​ໄດ້​ສວຍ​ໃຊ້​ບາງ​ອົງການ​ສື່​ມວນຊົນ​​ທີ່​ບໍ່​ມີ​ເຈດ​ຕະນາ​ດີ​ກັບ​ຫວຽ​ດນາມ ​ຈັດການ​​ສຳພາດ​ເພື່ອ​ເຮັດ​ໃຫ້​ບົດ​ລາຍ​ງານ​ດັ່ງກ່າວ​ເລິກ​ເຊິ່ງຂຶ້ນ​ຕື່ມ. ພົ້ນ​ເດັ່ນ​ແມ່ນທ່ານ Benjamin Ismail ຜູ້ອຳນວຍການ​ຮັບຜິດຊອບ​ພາກ​ພື້ນ​ອາຊີ-​ປາຊີ​ຟິກຂອງ RSF  ​​ໃນ​ການ​ຕອບ​ສຳພາດ​ຜ່ານ​ທາງສະຖານີວິທະຍຸ​ກະຈາຍສຽງ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ (VOA) ພາກ​ພາສາ​ຫວຽດນາມ ​ເມື່ອ​ວັນ​ທີ 30/1/2013 ​ໄດ້​ເວົ້າວ່າ: ສະພາບ​ເສລີ​ດ້ານ​ສື່ສານ​ຢູ່​ຫວຽດນາມ ພວມຊົ່ວ​ຮ້າຍ​ລົງ ແລະ ​ໄດ້​ຍົກ​ຕົວຢ່າງ​ກ່ຽວ​ກັບ blogger 12 ຄົນ, ນັກ​ເຄື່ອນ​ໄຫວ​ສາສະໜາ​ຄຼິດ ​ແລະ ຂ່າວ​ປະ​ເສີດ 14 ທ່ານ​ຖືກ​ນຳຂຶ້ນ​ສານ​ພິພາກສາ​ໃນ​ປີ 2012 ​ເພື່ອ​ຕູ່​ຫາ​ລັດ​ຫວຽດນາມ ​​ໄດ້ “​ເພີ່ມທະວີ​ການ​ປາບ​ປາມ​ສິດ​ເສລີ​ດ້ານ​ສື່ສານ, ສິດ​ເສລີ​ໃນ​ການ​ປາກ​ເວົ້າ“.

   ບັນຫາ​​ແມ່ນ​ຢູ່​ບ່ອນ​ວ່າ RSF ​ແລະ ທ່ານ Benjamin Ismail ຜູ້ອຳນວຍການ​ຮັບຜິດຊອບ​ພາກ​ພື້ນ​ອາຊີ-​ປາຊີ​ຟິກຂອງ RSF ​ໄດ້​ຕັ້ງ​ໃຈປະລະ​ເນື້ອ​ໃນ​ບັນດາ​ບົດ​ກ່າວ​​ໂທດ​ດ້ວຍ​ບັນດາ​ຂໍ້​ມູນ​ຫຼັກ​ຖານ​ຢ່າງ​ລະອຽດ, ຄົບ​ຖ້ວນ ​ແລະ ຊັດ​ເຈນ​ກ່ຽວ​ກັບ​ການ​ກະທຳ​ລະ​ເມີດ​ກົດໝາຍ​ຫວຽດນາມ ຂອງ​ບັນດາ​ເປົ້າໝາຍ​ຊື່​ງ​ເຂົາ​ເຈົ້າ​ໄດ້​ເຕື້ອງ​ເຖິງ. ວິທີ​​ເຊິ່ງ  RSF ​​ເຄີຍ​ປະຕິບັດ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ​ເພື່ອມີ​ “ບົດ​ລາຍ​ງານ“ “ບົດ​ຍື່ນ​ສະ​ເໜີ“ ​ນັ້ນ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ໄດ້​ເມີນ​ເສີຍ​ຕໍ່​ບັນດາ​ຂໍ້​ມູນ ​ແລະ ຕົວ​ເລກ​ທາງ​ການ​ກ່ຽວ​ກັບສິດ​ເສລີ​ດ້ານ​ສື່ສານຢູ່​ຫວຽດນາມ. RSF ບໍ່​ໄດ້​ຈັດຕັ້ງການຄົ້ນຄ້ວາ, ສຳຫຼວດຕົວ​ຈິງ​ຢູ່​ຫວຽດນາມ, ພຽງ​​ແຕ່​ຍົກ​ອອກ​ຕາ​ຕະລາງ​ສຳ​ຫຼວດລວມມີ 80 ຄຳ​ຖາມ, ທີ່​ເກັບ​ກຳ​ຂ່າວ​​ແຕ່ຝ່າຍ​ດຽວ, ຊ້ຳບໍ່​ໜ​ແມ່ນ​ຂ່າວ​ທີ່​ເສັກ​ສັນ​ປັ້ນ​ແຕ່ງ​ຈາກ​ເວັບ​ໄຊ, blog ຈຳນວນ​ໜຶ່ງຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ທີ່ຕ້ານ​ທຳລາຍ​ຫວຽດນາມ​, ​ແລ້ວ​ສຳພາດ​ບຸກຄົນ​ຈຳນວນ​ໜຶ່ງ​ທີ່​ບໍ່​ມີ​ເຈດ​ຕະນາ​ດີ​ກັບ​ຫວຽດນາມ, ຈາກ​ນັ້ນ​ໄດ້​ຍົກ​ອອກອັນ​ທີ່​ເອີ້ນ​ວ່າ “ບົດ​ລາຍການ​ປະຈຳ​ປີ“.

ອົງການນັກຂ່າວໄຮ້ພົມແດນເສກສັນປັ້ນແຕ່ງສິດເສລີດ້ານການສື່ສານຢູ່ຫວຽດນາມ - ảnh 2

ສື່​ສິ່ງ​ພິມ​ຂາຍ​ຢູ່​ຫວຽດນາມ

(ພາບ:radioaustralia.net.au)

   ນີ້​ບໍ່​ແມ່ນ​ຄັ້ງທຳ​ອິດ​ທີ່ RSF ​ໄດ້​ອອກສຽງ​ເສກ​ສັນ​ປັ້ນ​ແຕ່ງ​ສະພາບ​ເສລີ​ດ້ານ​ສື່ສານ​ຢູ່​ຫວຽດນາມ ​ແລະ ຄວາມ​ຈິງ​ແລ້ວ, RSF ​ເຄື່ອນ​ໄຫວ​ບໍ່​ແມ່ນ​ເພື່ອ​ສິດຜົນປະ​ໂຫຍ​ດຂອງ​ບັນດາ​ນັກ​ຂ່າວ. RSF ​ເຄີຍ​ຖືກ​ກ່າວ​ປະນາມ​ວ່າໄດ້​ຮັບ​ເງິນ​ນັບ​​ແສນ​ໂດ​ລາ​ສະຫະລັດຈາກ​ບັນດາ​ອົງການ

​ປໍ​ລະ​ປັກ​ພັດ​ຖິ່ນ​ຊາວ​ເຊື້ອ​ຊາດ​ກູ​ຍບາ ​ແລະ ບັນດາ​ອົງການປະຕິ​ການ​ຜົດຖິ່ນ​ເຊື້ອ​ຊາດ​ກູ​ຍບາ ​ແລະ ບາງ​ອົງການ​ຝ່າຍ​ຄ້ານ​ຢູ່​ເວ​ເນ​ຊູ​ເອລາ ເພື່ອດຳເນີນບັນດາບັ້ນໂຄສະນາຕ້ານລັດກູຍບາ ແລະ ລັດຖະບານຂອງປະທານາທິບໍດີ Hugo Chavez ​ໃນ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່​ເວ​ເນ​ຊູ​ເອລາ ​ເມື່ອ​ເດືອນ 4/2002. RSF ຍັງ​ຮັບ​ເງິນ​ຈາກ​ບັນດາ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ເພື່ອ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ໂຄ່ນ​ລົ້ມປະທານາທິບໍດີ​ຮາ​ຍຕີ J.B.Aristide ​ໃນ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ນີ້​ເມື່ອ​ປີ 2004. ວັດຈະນານຸກົມ Wikipedia ກໍ່​ໃຫ້​ຮູ້​ວ່າ: “ຕາມ​ການ​ສື​ບສວນຂອງ​ນັກ​ຂ່າວ​ສອງ​ຄົນ​ສັງກັດ​ວິທະ​ຍຸ ​ແລະ ​ໂທລະພາບ​ແຫ່ງ​ລັດ WDR-​ເຢຍລະ​ມັນ, ອົງການ​ນັກ​ຂ່າວ​ໄຮ້​ພົມ​ແດນ​ໄດ້​ຮັບ​ການ​ສະໜັບສະໜູນ​ຫຼາຍ​ຢ່າງ​ຈາກ​ເສດຖີ​​ເງິນ​ຕື້ຊາວ​ອາ​ເມ​ລິກາ Geogre Soros ຜູ້​ທີ່ເຄີຍ​ສະໜັບສະໜູນ​ກຳມະບານ Solidarnos’c’ ຈຳນວນ​ເງິນ​ນັບ​ລ້ານ​ໂດ​ລາ​ສະຫະລັດ, ຈາກ​ກອງ​ທຶນ​ແຫ່ງ​ຊາດ​ໜູນ​ຊ່ວຍ​ປະຊາທິປະ​ໄຕ (National Endowment for Democracy), ຊື່​ງ​ແມ່ນອົງການ​ທີ່​ມີ 90% ງົບປະມານ​​ແມ່ນ​ມາຈາກ​ງົບປະມານ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ ​ແລະ ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ“.

   ຕ້ອງ​ຢັງຢືນ​ຢ່າງ​ຈະ​ແຈ້ງວ່າ: ຍາມ​ໃດ​ລັດ​ຫວຽດນາມ ກໍ່​ເຄົາລົບ​ນັບຖື​, ຮັບປະກັນ​ສິດ​ເສລີ​ດ້ານ​ສື່ສານ, ສິດ​ເສລີ​ໃນ​ການ​ປາກ​ເວົ້າຂອງ​ພົນລະ​ເມືອງ​ທຸກ​ຄົນ. ກໍ່​ເຊັ່ນດຽວ​ກັນ​ກັບປະ​ເທດ​ອື່ນໆ, ​ເພື່ອ​ຮັກສາ​ກົດ​ລະບຽບ ​ແລະ ຮັບປະກັນ​ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ. ລັດ​ຫວຽດນາມ ບໍ່​ອະນຸຍາດ​​ໃຫ້ສວຍ​ໃຊ້​ບັນດາ​ສິດ​ດັ່ງກ່າວ​ເພື່ອ​ໂຄສະນາ, ກະຕຸກ​ຊຸກຍູ້​ໂຄ່ນ​ລົ້ມອຳນາດ​ການ​ປົກຄອງ, ທຳລາຍ​ກຸ່ມ​ກ້ອນ​ສາມັກຄີ​ແຫ່ງ​ຊາດ. ຄວາມ​ຈິງ​ແລ້ວ, ບັນດາ “ນັກ​ຂ່າວ​ຫວຽດນາມ“ ຊື່​ງ RSF ​ໄດ້​ອອກ​ສຽງ “ປົກ​ປ້ອງ“ ນັ້ນ​ແມ່ນ​ບັນດາ blogger ທີ່​ໄດ້​ລະ​ເມີດ​ນະ​ໂຍບາຍ, ກົດໝາຍ​ຫວຽດນາມ. ​ຄວາມ​ຈິງ​ແລ້ວ, ຍາມ​ໃດ, ພັກ, ລັດ​ຫວຽດນາມ ກໍ່​ຮັບ​ຟັງ ​ແລະ ​ເຄົາລົບ​ຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນ​ທຸກ​ຊັນວັນນະ​​ເຂົ້າ​ໃນ​ການ​ສ້າງ, ປະຕິບັດ​ນະ​ໂຍບາຍ, ກົດໝາຍ, ຜ່ານ​​ຮູບ​ການ​ໄຈ້​ແຍກ​ຕີ​ລາຄາ​ບັນຫາ​ສັງຄົມຜ່ານ​ລະບົບ​ສື່​ມວນ​ຊົນ. ສະນັ້ນ, ສື່​ມວນ​ຊົນ​ຫວຽດນາມ​ ແມ່ນ​ຊ່ອງຂໍ້​ມູນ​ຂ່າວສານ, ໄຈ້​ແຍກ​ຕີ​ລາຄາ​ບັນຫາ​ສັງຄົມຢ່າງ​ກ້ວາງ​ຂວາງ, ​ເປີດ​ເຜີຍ, ປະຊາທິປະ​ໄຕ, ​ວ່ອງໄວ, ມີ​ປະສິດທິ​ຜົນ ​ແລະ ຄວາມ​ຈິງ​ດັ່ງກ່າວ​​ແມ່ນ​ພະຍານ​ຫຼັກ​ຖານສະ​ແດງໃຫ້​ເຫັນ​ທາດ​ແທ້ຂອງ​​ເຫດການ​ທີ່ RSF ຖື​ວ່າ​ຕົນ​ເອງມີ​ສິດ​ພິຈາລະນາ​ກ່ຽວ​ກັບ​ສິດ​ເສລີ​ດ້ານ​ສື່ສານ​ຢູ່​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ