ອົງການຮ່ວມມືຊຽງໄຮ່ ມຸ້ງໄປເຖິງການຮ່ວມມືຮອບດ້ານ

  

ອົງການຮ່ວມມືຊຽງໄຮ່  ມຸ້ງໄປເຖິງການຮ່ວມມືຮອບດ້ານ - ảnh 1
ການນຳບັນດາປະ​ເທດ​ສະມາຊິກ SCO ທີ່ເຂົ້າຮ່ວມກອງປະຊຸມ
( ພາບ: Internet)

    ໃນ​ລະຫວ່າງ​ວັນ​ທີ 6-7/6, ຢູ່​ປະ​ເທດຈີນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ່ (SCO) ຄັ້ງທີ 12 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ປະມຸກ​ລັດ 6 ປະ​ເທດ​ສະມາຊິກ​ພ້ອມ​ກັບ​ບັນດາ​ການ​ນຳ​ປະ​ເທດ​ສັງ​ເກດ​ການ, ບັນດາ​ຄູ່​ເຈລະຈາ. ບັນດາ​ເນື້ອ​ໃນ​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ SCO ກໍ່​ຄືບັນດາ​ມາດ​ຕະການ​ເປີດ​ກ້ວາງ​ຜົນ​ສະທ້ອນ​ຂອງ SCO ​ໄດ້​ຖືກ​ນຳ​ມາ​ປຶກສາ​ຫາລືທີ່​ກອງ​ປະຊຸມ ຊື່​ງອາດ​ຈະ​ເປີດ​ແງ່​ຫວັງ​ໃໝ່ ຂະນະ​ທີ່​ອົງການ​ນີ້​ກ້າວ​ເຂົ້າສູ່​ທົດ​ສະ​ວັດ​ທີ 2 ຂອງ​ວິວັດທະນາ​ການ​ແຫ່ງ​ການ​ພັດທະນາ.

   ປະຈຸ​ບັນ, SCO ມີ​ສະມາຊິກ​ສົມບູນ 6 ປະ​ເທດ, ລວມມີ: ລັດ​ເຊຍ, ຈີນ ​ແລະ 4 ປະ​ເທດ​ອາຊີ​ກາງຄື: ກາ​ຊັກ​ສະຖານ, ກຽດກິສະຖານ, ຕາ​ຢີກີ​ສະຖານ ​ແລະ ອູ​ເຊີ​ເບ​ກີ​ສະຖານ. ນອກຈາກ​ນັ້ນ​ແລ້ວ, ທີ່ກອງ​ປະ​ຊຸມຄັ້ງນີ້, ບັນດາ​ປະ​ເທດ​ອິນ​ເດຍ, ອີຣານ, ​ໂມງ​ກົນ ​ແລະ ປາ​ກີ​ສະຖານ​ກໍ​ໄດ້​ເຂົ້າຮ່ວມ​ດ້ວຍ​ຖານະ​ເປັນ​ປະ​ເທດ​ສັງ​ເກດ​ການ. ​ເບ​ລາຣຸດ ​ແລະ ສີລັງກາ ​ແມ່ນ​ບັນດາ​ປະ​ເທດ​ຄູ່​ເຈລະຈາ. ທີ່​ກອງ​ປະຊຸມ, ການ​ນຳບັນດາປະ​ເທດ​ສະມາຊິກ SCO ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ​ໂດຍ​ຖື​ວ່າ, SCO ​ໄດ້​ສວມ​ບົດບາດ​ຫຼັກ​ແຫຼ່ງ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື, ຮ່ວມ​ສຳພັນ​ຕໍ່ສູ້​ກັບ​ບັນດາ​ໄພ​ອັນຕະລາຍ ​ແລະ ການ​ທ້າ​ທາຍ ກໍ່​ຄື​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ​ເພື່ອ​ພິສູດ​ໃຫ້​ສິ່ງ​ດັ່ງກ່າວ, ທ່ານ Muratbek Imanalyev ​ເລຂາທິການ​ໃຫ່ຍ SCO ​ໃຫ້​ຮູ້​ວ່າ: ​ໃນ​ລາຍການ​ເຮັດ​ວຽກ​ທີ່​ໜາ​ແໜ້ນ, ກອງ​ປະຊຸມ​ສະຫງວນ​ບຸລິມະສິດ​ໃຫ້​ແກ່​ເນື້ອ​ໃນ​ຕໍ່ສູ້​ຕ້ານ​ກໍ່​ການ​ຮ້າຍ, ການ​ແຍກ​ຕົວ ​ແລະ ຕ້ານ​ພວກຫົວ​ຮຸນ​ແຮງ ດ້ວຍ​ການ​ພິຈາລະ​ນາ ຮັບຮອງ​ເອົາ​ໂຄງການຕ້ານ​ກໍ່​ການ​ຮ້າຍ, ການ​ແຍກ​ຕົວ ​ແລະ ຕ້ານ​ພວກຫົວ​ຮຸນ​ແຮງ ​ໄລຍະ 2013-2015. ສິ່ງ​ດັ່ງກ່າວ​ກໍ່​ກົງ​ກັບ​ເນື້ອ​ໃນ​ຈິດ​ໃຈ ຊື່​ງປະທານ​ປະ​ເທດ​ຈີນ ຫູ​ຈີນ​ເທົ່າ ​ໄດ້​ກ່າວ​​ໃນ​ບົດ​ປາ​​ໄສ ກ່ອນ​ໄຂ​ກອງ​ປະຊຸມ​ທີ່​ວ່າ: ​ເພື່ອ​ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍດ້ານ ​ປ້ອງ​ກັນ​ຄວາມ​ສະຫງົບ, ບັນດາ​ສະມາຊິກອົງການ​ຮ່ວມ​ມື​ຊຽງ​ໄຮ່ ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມາດ​ຕ້ານ​ຄືນ​ບັນດາ​ໄພ​ນາບ​ຂູ່ ​ແລະ ​ໄພ​ອັນຕະລາຍ, ຄວບ​ຄຸມ​ບັນດາ​ບັນຫາ​ໃນ​ພາກ​ພື້ນ​ດ້ວຍ​ຕົນ​ເອງ ​ແລະ ສວມ​ບົດບາດ​ໃຫ່ຍກ່ວາ​ໃນ​ການ​ສ້າງສັນ​ຕິ​ພາບ​ຢູ່​ອາບ​ກາ​ນີສະຖານ ຄືນ​ໃໝ່. ທ່ານປະທານ​ປະ​ເທດ​ຈີນ ຫູ​ຈີນ​ເທົ່າ ​ໃຫ້​ຮູ້​ວ່າ: ອົງການ​ຮ່ວມ​ມື​ຊຽງ​ໄຮ່ ຈະ​ສ້າງ​ຕັ້ງ​ລະບົບ 1 ທີ່​ໄດ້​ຮັບ​ການ​ປັບປຸງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງກັນ​ຄວາມ​ສະຫງົບ​ລວມ ​ເພື່ອຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ລວມ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ. ບັນດາ​ປະ​ເທດ​ຂຶ້ນ​ກັບອົງການ​ຮ່ວມ​ມື​ຊຽງ​ໄຮ່  ກໍ​ຈະ​ພິຈາລະ​ນາ ຍົກ​ອອກ​ບັນດາ​ນະ​ໂຍບາຍ​ອັນ​ຍາວ​ນານ ​ເພື່ອ​ຮັກສາ​ສັນຕິພາບ, ການ​ພັດທະນາ ​ແລະ ການ​ຮ່ວມ​ມື​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໃໝ່.

  ນອກຈາກ​ນັ້ນ, ການ​ເປີດ​ກ້ວາງ SCO ກໍ​ແມ່ນ​ແງ່​ຫວັງ​ທີ່​ຈຳ​ເປັນ​ຂອງ​ອົງການ​ນີ້. ຍ້ອນ​ເຫດ​ນີ້​ເອງ, ​ເລື່ອງບັນດາ​ປະເທດສະ​ມາ​ຊິກ SCO ຕົກລົງຮັບ​ເອົາ ອາບ​ກາ​ນິດ​ສະຖານ​ເປັນ​ປະ​ເທດ​ສັງ​ເກດ​ການ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ ລັດ​ເຊຍ ​ແລະ ຈີນ. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ສາຍ​ພົວພັນ​ກັບ ອາບ​ກາ​ນິດ​ສະຖານ ຈະ​ນຳ​ມາ​ເຊິ່ງກາລະ​ໂອກາດ​ເປີ​ດ ກ້ວາງຜົນ​ສະທ້ອນ​ອອກ​ສູ່​ພາຍ​ນອກ​ພາກ​ພື້ນ​ອາຊີ​ກາງ, ​ໂດຍ​ສະ​ເພາະ ​ແມ່ນ​ພາຍຫຼັງ​ທີ່ ອາ​ເມ​ລິ​ກາ ​ແລະ NATO ຈະ​ຖອນ​ທະຫານອອກ​ຈາກ​ປະ​ເທດ​ນີ້​ໃນ​ປີ 2014.

    ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ SCO, ​ໄປ​ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ບັນດາ​ປະເທດສະ​ມາ​ຊິກ ​ແມ່ນ 1 ​ໃນ​ບັນດາ​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ອົງການ​ນີ້. ຕາມ​ທ່ານ​ປະທານ​ປະ​ເທດ​ຈີນ ຫູຈິນ​ເທົາ​ແລ້ວ, ການ​ຂົນ​ສົ່ງ​ແມ່ນ​ຂົງ​ເຂດ​ໜຶ່ງ​ທີ່ອົງການ​ຮ່ວມ​ມື​ຊຽງ​ໄຮ່ຄວນ​ຮ່ວມ​ມື​ເພື່ອ​ພັດທະນາ, ​ໃນ​ນັ້ນ​ທາງອົງການ​ພວມ​ພິຈາລະນາ​ສັນຍາ​ສະບັບ​ໜຶ່ງ​ກ່ຽວ​ກັບ​ການ​ຊ່ວຍ​ການ​ສັນຈອນ​ໄປ​ມາ​ລະຫວ່າງ​ຊາດ​ມີ​ຄວາມ​ສະດວກ​ສະບາຍ​ກ່ວາ​ເກົ່າ. ສ່ວນ​ປະທານາທິບໍດີ​ລັດ​ເຊຍ PuTin ​ໄດ້​ຮຽກຮ້ອງບັນດາ​ປະເທດສະ​ມາ​ຊິກ SCO ຄວນ​ເອົາ​ໃຈ​ໃສ່​ຕໍ່​ການ​ຮ່ວມ​ມື, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ຂົງ​ເຂດ​ພະລັງງານ​, ຄົມມະນາຄົມ ​ແລະ​ພື້ນຖານ​ໂຄງ​ລ່າງ, ກະ​ສີ​ກຳ, ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ, ພິ​ເສດ​ແມ່ນ​ຂົງ​ເຂດ​ຖະ​ແຫຼ​ງຂ່າວສື່ສານ. ຄວາມ​ສາມາດ​ບົ່ມ​ຊ້ອນ​ອີກ​ຢ່າງ​ໜຶ່ງ​​ໃນການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດອົງການ​ຮ່ວມ​ມື​ຊຽງ​ໄຮ່ ນັ້ນ​ກໍແມ່ນ​ການພັດທະນາ​ການ​ພົວພັນ​ໂດຍ​ກົງ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ ​ແລະ​ ກຸ່ມ​ບໍລິສັດ​ຂອງ​ບັນດາ​ປະ​ເທດ​ສະ​ມາ​ຊິກ . ບັນດາ​ຄຳ​ຮຽກຮ້ອງ​ນີ້​ສອດ​ຄອງ​ກັບ​ທ່າ​ອຽງ​ພັດທະນາ​ປະຈຸ​ບັນຂອງ​ບັນດາ​ປະເທດສະ​ມາ​ຊິກ SCO ຂະນະ​ທີ່​ການ​ຮ່ວມ​ມື​​ເສດ​ຖະກິດ​ໃນ​ພາກ​ພື້ນ​ໄດ້​ພີ່​ມທະວີ​ຢ່າງ​ວ່ອງ​ໄວ​ນັບ​ແຕ່​ເວລາ 6 ປະ​ເທດ​ສະມາຊິກ SCO ​ເຊັນ​ສັນຍາ​ເພີ່ມ​ທະວີການ​ພົວພັນ​ດ້ານ​ການ​ຄ້າ. ຕາມ​ການ​ສະ​ຖີຕິ​ແລ້ວ, ຍອດ​ວົງ​ເງິນ​ການ​ຄ້າ​ຂອງ ບັນດາ​ປະເທດສະ​ມາ​ຊິກ SCO​ໄດ້​ບັນລຸ​ເກືອບ 4700 ຕື້ USD ຄິດ​ສະ​ເລຍ​ເພີ່ມ​ຂຶ້ນ 25% ຕໍ່​ປີ. ຍອດ​ມູນ​ຄ່າ GDP ຂອງ 6 ​ປະເທດສະ​ມາ​ຊິກ SCO ​ໃນ​ປີ 2011 ບັນລຸກ່ວາ 9300 ຕື້ USD ​ໂດຍ​ບໍ່​ຫົວຊາ​ຕໍ່​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດທົ່ວ​ໂລກ. ປະຈຸ​ບັນ​ເລື່ອງ​ສ້າງ​ຕັ້ງ​ທະນາຄານ​ພັດທະນາ SCO ພວມ​ໄດ້​ຮັບ​ການ​ຄົ້ນ​ຄ້ວາ​ຈາກ​ບັນດາ​ປະ​ເທດ.

   ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ນັບ​ແຕ່​ປີ 2001, ພາຍຫຼັງ​ການ​ພັດທະນາ​ເປັນ​ເວລາ 10 ປີ, ອົງການ​ຮ່ວມ​ມື​ຊຽງ​ໄຮ່ພວມ​ຄ່ອຍໆ​ຢັ້ງຢືນ​ບົດບາດ​ໃນ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ ​ແລ​ະພວມ​ນັບ​ມື້​ນັບ​ມຸ່ງ​ໄປ​ສູ່​ການ​ຮ່ວມ​ມື​ຢ່າງ

ຮອບດ້ານລະຫວ່າງບັນດາ​ປະເທດສະ​ມາ​ຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ