ອັດປະຕູຄຸກGuantanamo:ການຄາດຄະເນທ້າຍອາຍຸການເປັນປະທານາທິບໍດີຂອງທ່ານ Barack Obama ອາດຈະປະກົດຜົນເປັນຈິງ


(vovworld)-ພາຍ​ຫລັງ​ໄລ​ຍະ​ຍາວ​ທີ່​ລໍ​ຖ້າ​ ສຸດ​ທ້າຍທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ກໍ​ໄດ້​​ລາຍ​ງານແຜນ​ການ​ອັດ​ປະ​ຕູ​ຄຸກ​ທະ​ຫານ Guantanamo, ​ໃນວັນ​ທີ 23/2, ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ແຜນ​ການ​ສຸດ​ທ້າຍ ຊື່ງ ທ່ານ Barack Omaba ຢາກ​ສຳ​ເລັດ​ກ່ອນ​ທີ່​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ເດືອນ 1/2017. ເຖິງວ່າ ​ເຈົ້າ​ຂອງ​ທຳ​ນຽບ​ຂາວ​ໄດ້ ຕີ​ລາ​ຄາ​ແຜນ​ການນີ້​​ແມ່ນ​ສິ່ງ​ທີ່​ຖືກ​ຕ້ອງສຳ​ລັບ​ປະ​ເທດ ອາ​ເມ​ລິ​ກາ ແຕ່​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ດັ່ງ​ກ່າວ​ຈະ​ບໍ່​ງ່າຍ​ດາຍແຕ່​ຢ່າງ​ໃດ ​ເມື່ອ​ຖືກ​ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດທີ່ຂຶ້ນ​ກັບ​ພັກ​ສາ​ທາ​ລະ​ນະ ຄັດ​ຄ້ານ​ຢ່າງ​ແຮງ.

ອັດປະຕູຄຸກGuantanamo:ການຄາດຄະເນທ້າຍອາຍຸການເປັນປະທານາທິບໍດີຂອງທ່ານ Barack Obama ອາດຈະປະກົດຜົນເປັນຈິງ - ảnh 1
ຄຸກ Guantanamo

        ຄຸກ Guantanamo ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 2002 ຢູ່​ຖານ​ທີ່​ໝັ້ນ​ທະ​ຫານ​ເຮືອ ອາ​ເມ​ລິ​ກາ ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກູ​ບາ ດ້ວຍ​ບົດ​ບາດ​ຫນ້າ​ທີ່​ຕົ້ນ​ຕໍ​ແມ່ນ ກັກ​ຂັງ​ບັນ​ດາຜູ້​ຖືກ​ສົງ​ໃສ​ໄດ້ດຳ​ເນີນກໍ່​ການ​ຮ້າຍ. ເວ​ລາ​ຈຸດ​ສຸມ, ຄຸກ​ແຫ່ງນີ້​ກັກ​ຂັງ​ນັກ​ໂທດກວ່າ 800 ຄົນ. ປະ​ຈຸ​ບັນ ຍັງ​ມີ ນັກ​ໂທດ 91 ຄົນ ຊື່ງ​ແມ່ນ​ບັນ​ດາ​ຜູ້​ຖ​ືກ​ສົງ​ໃສ​ເຂົ້າ​ຮ່ວມ​ສົງ​ຄາມ​ສັກ​ສິດ​ໃຫ້​ແກ່​ບັນ​ດາ​ອົງ​ການກໍ່​ການ​ຮ້າຍ. ຄຸກ​ແຫ່ງນີ້​ມີ​ຊື່​ສຽງ​ມາ​ແຕ່​ດົນ​ນານ​ແລ້ວ ຍ້ອນ​ເງື່ອນ​ໄຂ​ກັກ​ຂັງ​ເຄັ່ງ​ຄັດ ແລະ ຂັ້ນ​ຕອນ​ດ້ານ​ກົດ​ໝາຍ​ແມ່ນ​ຂາດ​ຄວາມ​ໂປ່ງ​ໃສ. ບັນ​ດາ​ກໍ​ລະ​ນີ​ທາ​ລຸນ ແລະ ທໍ​ລະ​ມານ​ນັກ​ໂທດ​ຢູ່​ທີ່​ນີ້​ໄດ້​ເຮັດ​ໃຫ້​ພາບ​ພົດ​ປະ​ເທດ​ອາ​ເມ​ລິ​ກາ ​ທີ່​ຍາມ​ໃດ​ກໍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ "ບັນ​ດາ​ມາດ​ຖານ​ເສ​ລີ​ພາບ, ສິດ​ທິ​ມະ​ນຸດ” ຖືກຊົ່ວ​ຮ້າຍ​ລົງ. ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barak Obama ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ອັດ​ປະ​ຕູ​ຄຸກ Guantanamo ເມື່ອ​ທ່ານ​ຮັບ​ດຳ​ລົງ​ຕຳ​ແຫນ່ງ​ເມື່ອ​ປີ 2009 ແຕ່​ມາ​ຮອດ​ປະ​ຈຸ​ບັນ ຍັງ​ບໍ່​ທັນ​ປະ​ຕິ​ບັດ​ໄດ້.

ອັດ​ປະ​ຕູ​ຄຸກ Guantanamo ແມ່ນ​ການ​ໃຫ້​ບຸ​ລິ​ມະ​ສິດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ

       ​ເມື່ອ​ລາຍ​ງານແຜນ​ການ​ອັດ​ປະ​ຕູ​ຄຸກ Guantanamo, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຊີ້​ແຈ້ງວ່າ: ນີ້​ແມ່ນ​ຈຸດ​ເວ​ລາ​ເພື່ອ​ອັດ​ປະ​ຕູ​ຄຸກ​ແຫ່ງ​ຫນຶ່ງ​ທີ່​ໄປ​ຝືນ​ກັບ​ຜົນ​ປະ​ໂຫຍດ ແລະ ຄຸນ​ຄ່າ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ. ເລື່ອງ​ເປີດ​ປະ​ຕູ​ຄຸກ​ໃນ​ຫລາຍ​ປີ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ ຄຸກ Guantanamo ບໍ່​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຂອງ​ອາ​ເມ​ລິກ​າ, ກົງ​ກັນ​ຂ້າມ​ຍັງ​ເຮັດ​ໃຫ້​ຊຸດ​ໂຊມ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ​ຍັງສ້າງ​ຄວາມ​ອຸ່ນ​ອຽນ​ໃຈ​ໃຫ້ຊ​າວ ອາ​ເມ​ລິ​ກາ ວ່າ: ບັນ​ດາ​ພົນ​ທະ​ຫານ​ຕໍ່ສູ້​ເພື່ອ​ສາ​ສະ​ຫນາ​ອາດ​ຈະ​ສືບ​ຕໍ່​ຖືກກັກ​ຂັງ​ຢ່າງປອດ​ໄພ​ຢູ່ ອາ​ເມ​ລິ​ກາ ແລະ ເນັ້ນ​ຫນັກ​ວ່າ ທ່ານບໍ່​ຢາກ​ປະ​ໃຫ້​ບັນ​ຫາ​​ກ່ຽວ​ກັບຄຸກ Guantanamo ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ທ່ານ​ໃດ ຮັບ​ເອົາ ແລະ ແກ້​ໄຂ. ແຜນ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ກໍ​ສະ​ເຫນີສະ​ຖານ​ທີ່​ 13 ແຫ່ງ​ທີ່ກັກ​ຂັງ​ນັກ​ໂທດແຕ່ 30-60 ຄົນໃນ​ບັນ​ດາ​ຄຸກ​​ທີ່​ຮັບ​ປະ​ກັນຄວາມ​​ປອດ​ໄພ​ທີ່​ເຄັ່ງ​ຄັດ​ກວ່າ​ໝູ່ ຢູ່ ອາ​ເມ​ລິ​ກາ ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ທຳ​ນຽບ​ຂາວ ​ພັດບໍ່​ປະ​ກາດ​ຂໍ້​ມູນ​ຂ່າວ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນ​ດາ​ຄຸກ​ແທນ​ທີ່​ຄຸກ Guantanamo ໃນ​ດິ​ນ​ແດນ ອາ​ເມ​ລິ​ກາ ດ້ວຍ​ເຫດຜົນ​ຫລີກ​ລ້ຽງ​ບໍ່​ວ່າ​ການ​ຄັດ​ຄ້ານ​ຢ່າງ​ແຮງ​ໃດ​ໃນ​ປີ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ.

        ທຳ​ນຽບ 5 ແຈ ຄາດ​ຄະ​ເນ​ວ່າ ລາຍ​ຈ່າຍ​ຂົນ​ສົ່ງ​ນັກ​ໂທດ ແລະ ອັດ​ປະ​ຕູ​ຄຸກ Guantanamo ແມ່ນ​ປະ​ມານ 290 -475 ລ້ານ USD. ບ້ວງ​ເງິນນີ້​ຈະ​ໄດ້​ຮັບ​ການທົດ​ແທນ​ໃນ​ສອ​ງ​ສາມ​ປີ ເພາະ​ວ່າ ເລື່ອງ​ອັດ​ປະ​ຕູ​ຄຸກ Guantanamo ຈະ​ຊ່ວຍ ອາ​ເມ​ລິ​ກາ ປະ​ຢັດ​ເງິນ​ໄດ້ 85 ລ້ານ USD/ປີ.

ການ​ຄັດ​ຄ້ານ​ຢ່າງ​ແຮງ​ຈາ​ກ​ ​ພັກ​ສາ​ທາ​ລະ​ນະ

        ພັກ​ສາ​ທາ​ລະ​ນະ ໄດ້​ຄັດ​ຄ້ານ​ເລື່ອງ​ອັດ​ປະ​ຕູ​ຄຸກ Guantanamo ແລະ ​ສິ່ງ​ດັ່ງ​ກ່າວອາດ​ຈະ​ສ້າງ​ບັນ​ດາ​ການ​ທ້າ​ທາຍ​ດ້ານ​ກົດ​ໝາຍ​ເພື່ອ​ສະ​ກັດ​ກັ້ນ​ການ​ກະ​ທຳ​ນີ້. ສະ​ມາ​ຊິກ​ສະ​ພາ​ສູງ Mitch McConnell, ການ​ນຳ​ ພັກ​ສາ​ທາ​ລະ​ນະ ຢູ່ ສະ​ພາ​ສູງ ໃຫ້​ຮູ້​ວ່າ: ແຜນ​ການນີ້ ລວມ​ມີ ເລື່ອງ​ຂົນ​ສົ່ງ​ບັນ​ດາ​ພວກກໍ່​ກາ​ນ​ຮ້າຍ​ທີ່​ອັນ​ຕະ​ລາຍ​ເຖິງ​ຄ້າຍ​ກັກ​ຂັງ​ຢູ່​ປະ​ເທດ ອາ​ເມ​ລິ​ກາ ສະ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີ ຄວນ​ຮູ້​ຈັກ​ເຖິງ​ບັ​ນ​ດາ​ຄວາມ​ຄັດ​ຄ້ານ​ກ່ຽວ​ກັບ​ຂໍ້​ສະ​ເຫນີນີ້​ພາຍ​ໃນ​ສະ​ພາ​ແຫ່ງ​ຊາດ. ປະ​ທານ​ສະ​ພາ​ຕ່ຳ Paul Ryan ຢືນ​ຢັນວ່າ: ສະ​ພາ​ແຫ່ງ​ຊາດ ໄດ້​ເຄີຍ​ຖະ​ແຫລງ​ຢ່າງ​ຈະ​ແຈ້ງວ່າ ຍົກ​ຍ້າຍ​ນັກ​ໂທດກໍ່​ການ​ຮ້າຍ​ເຖິງ​ດິນ​ແດນ​ອາ​ເມ​ລິ​ກາ ແມ່ນ​ຜິດ​ກົດ​ໝາຍ. ທ່ານ B. Obama ຍັງ​ບໍ່​ທັນ​ເກ້ຍ​ກ່ອມ​ຊາວ ອາ​ເມ​ລິ​ກາ ໄດ້ວ່າ ເລື່ອງ​ກັກ​ຂັງ​ບັນ​ດາ​ນັກ​ໂທດ​ໃນ​ຄຸກ​ດັ່ງ​ກ່າວ​ຢູ່ ອາ​ເມ​ລິ​ກາ ແມ່ນ​ແຜນ​ການ​ດີ ຫລື ປອດ​ໄພ. ທ່ານ Michael Mc Caul, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປ້​ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ​ປະ​ເທດ, ສະ​ພາ​ຕ່ຳ ຖ​ື​ວ່າ ສິ່ງ​ທີ່​ຍາກ​ເຊື່ອ​ໃຈ​ ນັ້ນ​ແມ່ນ ປະ​ທາ​ນາ​ທິ​ບໍ​ດີ ພັດ​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ຍ້າຍ ແລະ ປ່ອຍ​ຕົວ​ນັກ​ໂທດກໍ່​ການ​ຮ້າຍ ແທ​ນ​ທີ່​ກັກ​ຂັງ​ບັນ​ດາ​ນັກ​ໂທດໃຫມ່. ໃນຂະ​ນະ​ນັ້ນ, ມີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ 2 ຄົນ ນັ້ນ​ແມ່ນທ່ານ Marco Rubio ແລະ Ted Cruz ຖື​ວ່າ ບໍ່ພຽງ​ແຕ່ບໍ່​ໄດ້​ອັດ​ປະ​ຕູ​​ຄຸກ​ດັ່ງ​ກ່າວເທົ່າ​ນັ້ນ ຫາກຍັງ​ຕ້ອງ​ເປີດ​ກວ້າງ​ຮາກ​ຖານ​ກັກ​ຂັງ​ອີກ​ດ້ວຍ.

ການ​ຄັດ​ຄ້ານ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໂດຍ​ອີງ​ໃສ່​ຄວາມ​ຈິງວ່າ ພາຍ​ໃຕ້​ອາ​ຍຸ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ George W. Bush, ປະ​ມານ 20% ໃນ​ຍອດ​ຈຳ​ນວນ​ນັກ​ໂທດ 532 ຄົນ ຢູ່​ຮາກ​ຖານນີ້ ໄດ້​​ມີການ​ກະ​ທຳ​ຜິດ​ຄືນ​ໃຫມ່​ພາຍ​ຫລັງ​ຖືກ​ປ່ອຍ​ຕົວ. ປະ​ຈຸ​ບັນ ອັດ​ຕາ​ນີ້​ແມ່ນ​ປະ​ມານ 5%.

        ປີ 2008, ທ່ານ B. Obama ເຄີຍ​ເອີ້ນ​ຄຸກ Guantanamo ແມ່ນ​ສິ່ງ​ທີ່​ໂສກ​ເສົ້າ​ໃນ​ປະ​ຫວັດ​ສາດ​ປະ​ເທດ ອາ​ເມ​ລິ​ກາ. ​ໄລ​ຍະ​ເວ​ລາ​ເປັ​ນ​ປະ​ທ​າ​ນາ​ທິ​ບໍ​ດີ B. Obama ຍັງ​ອີກບໍ່​ພ​ໍ​ເທົ່າ​ໃດ​ເດືອນ, ການນຳ ອາ​ເມ​ລິ​ກາ ປາດ​ຖະ​ຫນາ​​ວ່າ   Capitol ຈະ​ດຳ​ເນີນ​ວາ​ລະ​ອະ​ພິ​ປາຍ​ຢ່າງ​ຍຸ​ຕິ​ທຳ​ກ່ຽວ​ກັບ​ແຜນ​ການນີ້. ຖ້າ​ຫາກ​ສິ່ງນີ້ບໍ່​ປະ​ກົດ​ຜົນ​ເປັນ​ຈິງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຈະ​ຕ້ອງ​ນຳ​ໃຊ້​ອຳ​ນາດ​ບໍ​ລ​ິ​ຫານ​ໃນ​ຖາ​ນະ​ປະ​ທາ​ນາ​ທິ​ບໍ​ດີ ເພື່ອ​ອັດ​ປະ​ຕູ​ຄຸກ Guantanamo ບໍ່​ໃຫ້ໄປ​ຝື​ນ​ກັບ​ບັນ​ດາ​ຜົນ​ປະ​ໂຫຍດ, ຄຸນ​ຄ່າ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ.

 

ຕອບກັບ

ຂ່າວ/ບົດ​ອື່ນ