ອີຕາລີຕໍ່ໜ້າການລົງປະຊາມະຕິ

(vovworld) - ​​​ ​​ ວັນ​ທີ 04/12 ຈະ​ມາ​ເຖິງ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີ​ຕາ​ລີ ຈະ​ໄປ​ປ່ອນ​ບັດ​ເພື່ອ​ຕັດ​ສິນສະ​ໜັບ​ສະ​ໜູນ ຫຼື ຄັດ​ຄ້ານການ​ສ້າງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ປະ​ເທດນີ້​ຄືນ​ໃໝ່ ໃນ​ສະ​ພາບ​ຄວາມ​ວິ​ຕົກ​ກັງ​ວົນ​ພວມ​ເກີດ​ຂຶ້ນ​ຢູ່​ທົ່ວ​ທຸກ​ແຫ່ງ. ໝາກ​​ຜົນ​ຂອງ​ການ​ລົງ​​ປະ​ຊາ​ມະ​ຕິ​ຄັ້ງ​ນີ້​ໄດ້​ສົ່ງ​ຜົນ​ສະ​ທ້ອ​ນ​ໂດຍ​ກົງ​ເຖິງ​​ຊີ​ວິດ​ທາງ​ການ​ເມືອງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ເວົ້າ​ສະ​ເພາະ, ຄວາມ​ໝັ້ນ​ຄົງ​ຂອງ​​ສະ​ພາບການ​ເມືອງ​ອີ​ຕາ​ລີ ເວົ້າ​ລວ​ມ, ຊ້ຳ​ບໍ່​ໜຳ​ອາດ​ຈະ​ສ້າງ​ຄວາມ​ປັ່ນ​ປ່ວນ​ໃຫ້ສະ​ຫະ​ພາບ​ເອີ​ລົບ (EU) ອີກ. ບົດ​ຂຽ​ນ “ອີ​ຕາ​ລີ ຕໍ່​ໜ້າ​ການ​ລົງ​ປະ​ຊາ​ມະ​ຕິ” ຂອງ​ຮົ່ງ​ເວີນ, ບັນ​ນາ​ທິ​ການ VOV.


ອີຕາລີຕໍ່ໜ້າການລົງປະຊາມະຕິ - ảnh 1
ມີ​ປະ​ຊ​າ​ຊົນ​ນັບ​ໝື່ນ​ຄົນ​ທີ່​ຂຶ້ນ​ກັບ
​ບັນ​ດາ​ຝ່າຍ​​ຄັດ​ຄ້​ານ​ການປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ​
(ພາບ: AP/TTXVN)

ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ການ​​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ​ຈະ​ມາ​ເຖິງ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີ​ຕາ​ລີ ຈະ​ປ່ອນ​ບັດ​ສະ​ໜັບ​ສະ​ໜູນ ຫຼື ຄັດ​ຄ້ານ​ເລື່ອງ​ຫຼຸດ​​ສິດ​ອຳ​ນາດ​ຂອງ​ສະ​ພາ​ສູງ​ລົງ, ເພີ່ມ​ສິດ​ອຳ​ນາດ​ໃຫ້ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ​ຕື່ມ​ອີກ. ຕາມ​ຂໍ້​ສະ​ເໜີ​ປະ​ຕິ​ຮູບລັດ​ຖະ​ທຳ​ມະ​ນູນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ແລ້ວ, ຈຳ​ນວນ​ສະ​ມາ​ຊິກ​ສະ​ພາ​ສູງ​ຈະ​ຖືກ​ຫຼຸດ​​ຈາກ 315 ລົງ​ເຫຼືອ​ພຽງ 100 ທ່ານ. ສະ​ພາ​ສູງ​ພຽງ​ແຕ່​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ການ​ປັບ​ປຸງ​ລັດ​ຖະ​ທ​ຳ​ມະ​ນູນ ແລະ ບັນ​ດາ​ກົດ​ໝາຍ​ທີ່​ເຄີຍ​ສົ່ງ​ຜົນ​ກະ​ທົບ​ເຖິງ 20 ເຂດ​ຂອງ​ອີ​ຕາ​ລີ ເທົ່າ​ນັ້ນ. ສະ​ພາ​ຕ່ຳ​ອີ​ຕາ​ລ​ີ ມີ​ໜ້າ​ທີ່​ດຳ​ເນີນ​ບັນ​ດາ​ການ​ປ່ອນ​ບັດ​ໄວ້​ວາງ​​ໃຈ ແລະ ຮັບ​ຮອງ​ເອົາ​ບັນ​ດາ​ຮ່າງ​ກົດ​ໝາຍ. ທີ 2 ແມ່ນ, ປະ​ຊາ​ຊົນ​ອີ​ຕາ​ລີ ຕ້ອງ​ຕັດ​ສິນ​ກ່ຽວ​ກັບ​ເລື່ອງ​ຄວນ​ຫຼຸ​ດ​ຜ່ອນ​ສິດ​ອຳ​ນາດ​ຂອງ​ບັນ​ດາ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​​ຖິ່ນ ເພື່ອ​ເພີ່ມ​ສິດ​​ອຳ​ນາດ​​ໃຫ້​ອຳ​ນາດການ​ປົກ​ຄອງ​ສູນ​ກາງ​ຫຼືບໍ່ ເພື່ອແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ​ຢູ່​ອີ​ຕາ​ລີ, ເຊິ່ງ​ແມ່ນ​ປະ​ເທດ​ທີ່​ມີ​ກົ​ງຈັກ​ອຳ​ນາດ​ການ​ປົກ​ຄ​ອງ​ເຂດ​ເຖິງ 63 ແຫ່ງນັບ​ແຕ່​ປີ 1945 ເປັນ​ຕົ້ນ​ມາ.

ສາຍ​ເຫດ​​ຂອງ​ການ​ລົງ​ປະ​ຊາ​ມະ​ຕິ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ໄດ້​ເອີ້ນ​ການ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ​ແມ່ນ​ແມ່​ຂອງ​ທຸກໆ​ການ​ປະ​ຕິ​ຮູບ ແລະ ບັນ​ດາ​ການ​ປ່ຽນ​ແປງ​​​ທີ່ມີ​ລັກ​ສະ​ນະ​ບາດ​ລ້ຽວ, ຕາມນັ້ນ​ແລ້ວ, ຈະ​ວາງ​ທິດ​ທາງ​ໃໝ່​ໃຫ້​ອີ​ຕາ​ລີ ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຈະ​ມາ​ເຖິງ. ທ່ານ Renzi ຢືນ​ຢັນ​ວ່າ, ການປະ​ຕິ​ຮູບ​ລັດ​ຖະ​ທຳ​ມ​ະນູນ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ ເພື່ອ​ແນ​ໃສ່​​ເຮັດ​ໃຫ້ອີ​ຕາ​ລີ ​ກາຍ​ເປັນ​ປະ​ເທດ​ທັນ​ສະ​ໄໝ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ, ເໝາະ​ສົມ​ກັບ​ສະ​ຫະ​ພາບ​ເອີ​ລົບ ກວ່າ ແລະ ປະ​ເທດນີ້​ຈະ​​ໄດ້​ຮັບ​ການ​ປະ​ກອບດີກວ່າ ເພື່​ອ​ແນ​ໃສ່​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​​ໂລກ​ພວມ​ຫັນ​ເປັນໂລ​ກາ​ພິ​ວັດ​ຢ່າງວ່ອງ​ໄວ.

        ​ສາຍ​ເຫດ​ທີ່ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Renzi ຕັດ​ສິນ​ໃຈ​ຈັດ​ຕັ້ງ​ການ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ​ໃນ​ປະ​ຈຸ​ບັນ ຍ້ອນ​ ​ສະ​ພາ​ສ​ູງ ແລະ ສະ​ພາ​ຕ່ຳ​ຢູ່​ອີ​ຕາ​ລີ ພວມ​ມີ​ສິດ​ອຳ​ນາດ​ທຽບ​ເທົ່​າ​ກັນ ສະ​ນັ້ນ​ວຽກ​ງານ​ສ້າງ​ກົດ​ໝາຍ​ເກືອບ​ຄື​ວ່າ ບໍ່​​ສາ​ມາດຍົກ​ອອກ​ບັນ​ດາລັດ​ຖະ​ນະ​ໂຍ​ບາຍ​ຢ່າງ​ທັນ​ການ​ໄດ້​. ສິ່ງ​ດັ່ງ​ກ່າວ​ໄດ້ເປັນ​ການ​ກີດ​ຂວາງ​​ວິ​ວັດ​ການ​ດຳ​ເນີນ​ບັນ​ດາ​ການ​ປະ​ຕິ​ຮູບ​ໃຫຍ່ ແລະ ເຂັ້ມ​ແຂງ​ນັບ​ທັງ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ດ້ານການ​ເມືອງ​ຂອງ​ລັດ​ຖະ​ບານ​ອີ​ຕາ​ລີ ຫຼາຍ​ທີ່​ສຸດ. ຖ້າ​ຫາກ​ລັດ​ຖະ​ທຳ​ມະ​ນ​ູນ​ອີ​ຕາ​ລີ ໄດ້​ຮັບ​ການ​​ປ່ຽນ​ແປງ, ​ທັ​ດ​ສະ​ນະ​ຂອງ​ສະ​ພາ​ສູງ ຈະ​​ມີ​ຄຸນ​ຄ່າ​​ຕ່ຳກວ່າ​ສະ​ພາ​ຕ່ຳ. ສິ່ງ​ດັ່ງ​ກ່າວ​ພ້​ອ​ມ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ໃໝ່ (ກຳ​ນົດ​ພັກ​ກຳ​ອຳ​ນາດ​​ມີຈຳ​ນວນ​ທີ່​ນັ່ງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ແຫ່ງ​ຊາດ ຈະ​ບໍ່​ຕ້ອງ​ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ພັກ​ອື່ນໆ) ຈະ​ສ້າງ​​ໄມ້​ງັດເພື່ອ​ໃຫ້ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ສາ​ມາດ​ປະ​ຕິ​ບັດ​ໂຄງ​ການປະ​ຕິ​ຮູບ​ເສດ​ຖະ​ກິດ​ເຊິ່ງ​ທ່ານ​ສະ​ໜັບ​ສະ​ໜູນ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ນັກເສດ​ຖະ​ກິດ​ວິ​ທະ​ຍາ ກໍ​ຢືນ​ຢັນ​ວ່າ ອີ​ຕາ​ລີ ຕ້ອງ​ປ່ຽນ​ແປງ​ລັດ​ຖະ​ທຳ​ມະ​ນ​ູນ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ.

ບາດ​ກ້າວ​ສ່ຽງ​ໄພໃນ​ຄວາມ​ເໝາະ​ສົມ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi

        ດ້ວຍ​ຄວາມ​ຕ​ັດ​ສິນ​ໃຈ​ປະ​ຕິ​ຮູບ​ເສດ​ຖະ​ກິດ, ການ​ເມືອງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ໄດ້​ຈ​ັດ​ວາງອະ​ນາ​ຄົດ​ດ້ານ​ການ​ເມືອງ​ຂອງ​ຕົນ​​ເຂົ້າ​ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ໃນ​ວັນ​ທີ 04/12, ນັບ​ແຕ່​ຫົວ​ທີ, ທ່ານ​ໄດ້​ໃຫ້​ຄຳໝັ້ນ​ສັນ​ຍາ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຖ້າ​ຫາກ​ປະ​ຊາ​ຊົນ​ປ່ອນ​ບັດ​ຄັດ​ຄ້ານ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​​​ຍ້ອນ​ເລື່ອງ​ດັ່ງ​ກ່າວນີ້ ຝ່າຍ​ຄ້ານ​ການ​ປະ​ຕິ​ຮູບ ຈຶ່ງ​ສວຍ​ໃຊ້ສິ່ງ​ດັ່ງ​ກ່າວ​ເພ​ື່ອ​ບັງ​ຄັບ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຖ້າ​​ຫາກທ່າ​ນ​ຖືກ​ປະ​​ລາ​ໄຊ. ພາຍໃນ​ພັກ​ປະ​ຊາທິ​ປະ​ໄຕ​ເອງ (PD) ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ​​ກໍພວມ​ຖືກ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ ເມື່ອ​ການ​ປ່ອນ​ບັດ​ໃກ້​ຈະ​ດຳ​ເນີນ. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ການ​ຢັ່ງ​ຫາງ​ສຽງ​ປະ​ມານ 40 ຄັ້ງ​ທີ່ປະ​ກາດ​ກ່ອນ​ວັນ​ທີ 18/11 ໄດ້​ຊີ້​ໃຫ້​ເຫັນ​ວ່າ, ຝ່າຍ​ຄັດ​ຄ້ານ​ການ​ປະ​ຕິ​ຮູບ ພວມ​ມີ​ຄະ​ແນນ​ຫຼາຍກວ່າຕໍ່​ຝ່າຍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi. ວັນ​ທີ 27/11, ມີ​ປະ​ຊ​າ​ຊົນ​ນັບ​ໝື່ນ​ຄົນ​ທີ່​ຂຶ້ນ​ກັບ​ບັນ​ດາ​ຝ່າຍ​​ຄັດ​ຄ້​ານ​ການປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ​ຢູ່​ອີ​ຕາ​ລີ ກໍ​ໄດ້​ລົງ​ຖະ​ໜົນ​ແຫ່​ຂະ​ບວນ​ປະ​ທ້ວງ, ຮ​ຽກ​ຮ້ອງ​​ໃຫ້ປ່ອນ​ບັດ “ຄັດ​ຄ້​ານ” ໃນ​ການ​ລົງ​ປະ​ຊາ​ມະ​ຕິ.

        ບັນ​ດາ​ການ​ຜັນ​ແປ​​​ທີ່​ເກີດ​ຂຶ້ນກ່ອນ​ການ​ລົງ​ປະ​ຊາ​ມະ​ຕິ​ແມ່ນ​ສິ່ງ​ທີ່ບໍ່​ມີ​ຜົນ​ປະ​ໂຫຍດ​ຕໍ່ອະ​ນາ​ຄົ​ດ​ດ້ານ​ການ​ເມືອງ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ຢ່າງ​ຈະ​ແຈ້ງ. ຖ້າ​ຫາກ​ຖືກ​ປະ​ລາ​ໄຊ, ທ່ານ Renzi ຍັງ​ຈະ​ສືບ​ຕໍ່​ນຳ​ພາ​ພັກ PD, ເຖິ​ງວ່າ​ທ່ານ​​ຈະລາ​ອອກ​ຈາກ​ຕຳ​ແໜ​່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ ກ​ໍ​ຕາມ, ແຕ່​ເສດ​ຖະ​ກິດ​ຂອງ​ອີ​ຕາລີ ຈະ​ເຄື່ອນ​ເໜັງ​ຕາມ​ທິດ​ຊົ່​ວ​ຮ້າຍ​ລົງ. ທະ​ນາ​ຄານ 8 ແຫ່ງ​ຂອງ​ອີຕາ​ລີ ອາດ​ຈະ​ຖືກລົ້ມ​ລະ​ລາຍໄປ​ຕາມ. ປະ​ຈຸ​ບັນ, ຍອດ​ໜີ​້ເສຍ​ຂອງ​ລະ​ບົບ​ທະ​ນາ​ຄານ​ອີ​ຕາ​ລີ ພວມ​ຢູ່​ໃນ​ລະ​ດັບ​ສູງ, ປະ​ມານ 400 ຕື້ USD (ຕາມກອງ​ທຶນ​ເງິນ​ຕາ​ສາ​ກົນ) ແລະ ບໍ່​ວ່າໝາກ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ໃດ​ທີ່​ກໍ​ຄວາມຂາດສະ​ຖຽນ​ລະ​ພາບ​​ໃຫ້​ພື້ນ​ຖານ​ດ້ານການ​ເມືອງ​ຂອງ​ອີ​ຕາ​ລີ ​​ກໍ​ລ້ວນ​ແຕ່​ພາ​ໄປ​ເຖິງ​ສະ​ພາບ​ປັ່ນ​ປ່ວນໃນຕະ​ຫຼາດ​ການ​ເງິນ​ປະ​ເທດນີ້.

        ໃນ​ຂະ​ນະ​ນັ້ນ, ສະ​ຫະ​ພາບ​ເອີ​ລົບ ກໍ​ຕິດ​ຕາມ​ການ​ປ່ອນ​ບັດ​ຢູ່​ປະ​ເທດ​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ 3 ​ຂອງພາກ​ພື້ນ​ນຳ​ໃຊ້​ສະ​ກຸນ​ເງິນ​ເອີ​ໂລ​ລວມ (Eurozone) ຢ່າງ​ໃກ້​ຊິດ, ຍ້ອນ​ວ່າ, ຖ້າ​​ຫາກທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Matteo Renzi ຖືກ​ປະ​​ລາ​ໄຊ, ພັກ​ຝ່າຍ​ຂ​ວາ “ຂະ​ບວນ​ການ 5 ດາວ” ໂດຍ​ອະ​ດີດ​ນັກ​ຕະ​ຫຼົກ Bepe Grillo ​ນຳ​ໜ້າ (ພັກ​ຝ່າຍ​ຄ້ານ​ຕົ້ນ​ຕໍ​ໃນ​ສະ​ພາ​ແຫ່ງ​ຊາດ ແລະ ​ແມ່ນກຳ​ລັງ​ເດັດ​ດ່ຽວຄັດ​ຄ້ານ​ການປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນ​ູນ) ຈະ​ເພີ່ມ​ອິດ​ທິ​ພົນ​ຊື່​ສຽງ​ຢ່າງ​ແຮງ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ຂະ​ບວນ​ການ 5 ດາວ ນີ້​ມີ​ແຜນ​ນະ​ໂຍ​ບາຍ​ສະ​ໜັບ​ສະ​ໜູນ​ອີ​ຕາ​ລີ ອອກ​ຈາກ EU.

        ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລັດ​ຖ​ະ​ທຳ​ມະ​ນູນ​ໃນ​ວັນ​ທີ 04/12 ຈະ​ມາ​ເຖິງ, ປະ​ເທດ​ອີ​ຕາ​ລີ​ ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຄວາມຫຍຸ້ງ​ຍາກ. ຫາ​ງ​ສ​ຽງ​ພວມ​ຕິດ​ຕາມ​ບັນ​ດາ​ການ​ຜັນ​ແປ​ໂດຍ​ບັງ​ເອີນ​ໃນ​ຈຸດ​ເວ​ລາ​ສຸດ​ທ້າຍ​ບົນ​ເວ​ທີ​ການ​ເມືອງ​ຂອງ​ປະ​ເທດນີ້.

ຂ່າວ/ບົດ​ອື່ນ