ອີ​ຢູ ຍ​າກ​ທີ່​ຈະ​ຊອກ​ຫາ​ມາດ​ຕະ​ການ ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ແຫຼ່ງ​ພະ​ລັງ​ງານ​ໄດ້

(VOVWORLD) - ວັນທີ 4 ພຶດສະພາ, ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ໄດ້ປະກາດຂໍ້ສະເໜີບ້ວງລົງໂທດໃໝ່ ແນໃສ່ລັດເຊຍ, ໃນນັ້ນ, ໜ້າເອົາໃຈໃສ່ແມ່ນບັນດາມາດຕະການລົງໂທດ ໃນຂົງເຂດນ້ຳມັນບໍ່ຂອງລັດເຊຍ. ນີ້ແມ່ນບ້ວງລົງໂທດທີ 6 ຊື່ງ ອີຢູ ໄດ້ຈັດວາງໃສ່ລັດເຊຍ ນັບແຕ່ປະເທດນີ້ ໄດ້ດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ. ກ່ອນໜ້ານັ້ນ, ບັນດາປະເທດອີຢູ ໄດ້ຈັດການປະຊຸມ ແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກຂອງກຸ່ມ ກ່ຽວກັບດ້ານພະລັງງານ. ແຕ່ເຖິງແນວນັ້ນກໍ່ຕາມ, ອີຢູ ພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກໃນສະເພາະໜ້າ ກໍ່ຄືໃນໄລຍະຍາວ.
ອີ​ຢູ ຍ​າກ​ທີ່​ຈະ​ຊອກ​ຫາ​ມາດ​ຕະ​ການ ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ແຫຼ່ງ​ພະ​ລັງ​ງານ​ໄດ້ - ảnh 1

 ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ໄດ້ປະກາດຂໍ້ສະເໜີ ບ້ວງລົງໂທດໃໝ່ ແນໃສ່ລັດເຊຍ (ພາບ: European Parliament)

  ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ, ຕ່າງກັບຂໍ້ຕົກລົງຢຸດນຳໃຊ້ຖ່ານຫີນຂອງລັດເຊຍ ຊື່ງໄດ້ຮັບຮອງເອົາເມື່ອເດືອນເມສາປີ 2022, ຖ້າຫາກວ່າມາດຕະການລົງໂທດນ້ຳມັນບໍ່ໄດ້ຮັບຮອງເອົາ, ຈະແມ່ນບາດຄ້ອນທູບແຮງໃສ່ລັດເຊຍ. ແຕ່ອີຢູ ກໍ່ໄດ້ຮັບຄຳກ່າວເຕືອນຫຼາຍຢ່າງ ກ່ຽວກັບໄພອັນຕະລາຍລາຄານ້ຳມັນສາກົນຈະເພີ່ມຂຶ້ນ ແລະ ບັນດາການກະທຳທີ່ຫຍໍ້ທໍ້ ສຳລັບພື້ນຖານເສດຖະກິດຂອງກຸ່ມ.

ອີຢູ ແລະ ບັນຫາຫລຸດຜ່ອນການອີງໃສ່ພະລັງງານຈາກ ລັດເຊຍ

   ນ້ຳມັນບໍ່ ແລະ ອາຍແກດ ແມ່ນສອງອາວຸດກໍ່ຜົນສະທ້ອນມາແຕ່ດົນນານຂອງລັດເຊຍ. ແຕ່ເຖິງແນວນັ້ນກໍ່ຕາມ, ປະຈຸບັນ, ສຳລັບອີຢູ, ອາຍແກັດແມ່ນອາວຸດທີ່ໜ້າຢ້ານກົວກ່ວາ. ເພື່ອຫຼີ້ກລ້ຽງການອີງໃສ່ອາຍແກັດທຳມະຊາດຈາກລັດເຊຍ ນັ້ນ, ອີຢູ ພວມຈັດວາງຫຼາຍມາດຕະການເພື່ອຮັບມື.

ອີ​ຢູ ຍ​າກ​ທີ່​ຈະ​ຊອກ​ຫາ​ມາດ​ຕະ​ການ ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ແຫຼ່ງ​ພະ​ລັງ​ງານ​ໄດ້ - ảnh 2

 ບັນດາທໍ່ສົ່ງນ້ຳມັນຢູ່ໂປໂລຍ (ພາບ: Bloomberg)

   ນັບແຕ່ເມື່ອລັດເຊຍ ໄດ້ເປີດບັ້ນຮົບການທະຫານພິເສດຢູ່ ຢູແກຼນ ເມື່ອທ້າຍເດືອນກຸມພາປີ 2022, ວົງການນັກສັງເກດການໄດ້ຊີ້ໃຫ້ເຫັນວ່າ, ການອີງໃສ່ດັ່ງກ່າວໃນຫຼາຍທົດສະວັດ ໄດ້ເຮັດໃຫ້ອຳນາດການປົກຄອງຂອງປະທານາທິບໍດີ Putin ຍິ່ງມີຄວາມແຂງກະດ້າງ, ສ່ວນລັດຖະບານບັນດາປະເທດເອີລົບ ພັດລັ່ງເລໃຈ ເມື່ອຕ້ອງປະເຊີນໜ້າກັບບັນດາການກະທຳ ຂອງອຳນາດການປົກຄອງລັດເຊຍ.

   ຄວາມເຄັ່ງຕຶງກ່ຽວກັບດ້ານແຫຼ່ງພະລັງງານໄດ້ເພີ່ມຂຶ້ນເມື່ອວັນທີ 3 ກຸມພາ ໃນຂະນະທີ່ ລັດເຊຍ ໄດ້ຕັດແຫຼ່ງສະໜອງອາຍແກັດໃຫ້ແກ່ໂປໂລຍ ແລະ ບຸນກາຣີ ພາຍຫຼັງທີ 2 ປະເທດນີ້ ປະຕິເສດຄຳຮຽກຮ້ອງຂອງ ມົດສະກູ ວ່າ, ປະເທດຕ່າງໆຕ້ອງຊື້ອາຍແກັດດ້ວຍສະກຸນເງິນ ຣູບ ຂອງລັດເຊຍ. ຕາມກົນໄກການຊຳລະໂດຍ ມົດສະກູ ຍົກອອກມາ, ລູກຄ້າຕ້ອງເປີດ 2 ບັນຊີຢູ່ທະນາຄານ ໂດຍກຸ່ມບໍລິສັດພະລັງງານ Gazprom ຂອງລັດເຊຍ ບໍລິຫານ. ແຜນການຊຳລະນີ້ຂອງລັດເຊຍ ເຮັດໃຫ້ ອີຢູ ຖືວ່າ ລະເມີດບັນດາຄຳສັ່ງລົງໂທດ ຊື່ງ ອີຢູ ພວມຈັດວາງໃນປະຈຸບັນແນໃສ່ ລັດເຊຍ.

ການກະທົບຂອງບ້ວງລົງໂທດ ແລະ ສະພາບຄວາມຫຍຸ້ງຍາກຂອງ ອີຢູ

  ຄວາມເຄັ່ງຕຶງປີນຂັ້ນໄດໃນການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ແມ່ນຄືກັນກັບການລົງໂທດຊື່ງກັນ ແລະ ກັນລະຫວ່າງ ອີຢູ ແລະ ລັດເຊຍ. ຄຳສັ່ງລົງໂທດ ຊື່ງ ອີຢູ ພວມມີແຜນນະໂຍບາຍປະຕິບັດ ເພື່ອແນໃສ່ເປົ້າໝາຍຢຸດຕິການນຳເຂົ້ານ້ຳມັນບໍ່ຂອງລັດເຊຍ ໃນໄລຍະສັ້ນຢ່າງຊິ້ນເຊິງ. ແຕ່ເຖິງແນວນັ້ນກໍ່ຕາມ, ບັນດານັກໄຈ້ແຍກຖືວ່າ, ໜ້າທີ່ນີ້ຈະບໍ່ງ່າຍດາຍ. ການຢຸດຕິການນຳເຂົ້າແຫຼ່ງອາຍແກັດຈາກ ລັດເຊຍ ຈະສ້າງຜົນຫຍໍ້ທໍ້ຕາມມາຫຼາຍຢ່າງ. ນ້ຳມັນບໍ່ຈາກ ລັດເຊຍ ອາດຈະຖືກປ່ຽນແທນດ້ວຍນ້ຳມັນບໍ່ຈາກບັນດາຕະຫຼາດອື່ນ ແຕ່ອາຍແກັດພັດແມ່ນບັນຫາຫຍຸ້ງຍາກກ່ວາ ຊື່ງແນ່ນອນວ່າ ອີຢູ ບໍ່ທັນມີມາດຕະການແກ້ໄຂໂດຍໄວໄດ້ໃນເວລາ 2,3 ເດືອນ, ຊ້ຳບໍ່ໜຳແມ່ນ 2,3 ປີຈະມາເຖິງ. ຍ້ອນມີທ່າໄດ້ປຽບດ້ານຊັບພະຍາກອນທຳມະຊາດ, ພູມມີປະເທດ, ໃນຫຼາຍປີຜ່ານມາ, ລັດເຊຍ ໄດ້ສ້າງຕັ້ງລະບົບຂົນສົ່ງ, ແຈກຢາຍອາຍແກັດທີ່ກ້ວາງຂວາງ, ເປັນປົກກະຕິ, ມີຄຸນນະພາບດີ ແລະ ລາຄາຖືກໃຫ້ແກ່ ເອີລົບ ຜ່ານລະບົບທໍ່ສົ່ງນ້ຳມັນທີ່ມີຂອບຂະໜາດໃຫ່ຍ. ເຈົ້າໜ້າທີ່ ອີຢູ ບາງທ່ານກໍ່ຍອມຮັບວ່າ, ການປະລະພະລັງງານ ລັດເຊຍ ໂດຍກະທັນຫັນ ຈະກໍ່ຄວາມຫຍຸ້ງຍາກ, ການຊຸດໂຊມ ແລະ ໄພເງິນເຟີ້ ໃນພື້ນຖານເສດຖະກິດ ເອີລົບ.

   ສະນັ້ນ, ໃນໄລຍະຍາວນານ, ເອີລົບ ບໍ່ພຽງແຕ່ຕ້ອງການເຈດຈຳນົງດ້ານການເມືອງຢ່າງແຮງເທົ່ານັ້ນ, ຫາກຍັງຕ້ອງຍອມຮັບຄວາມເສຍຫາຍດ້ານເສດຖະກິດໃນໄລຍະຍາວນານອີກດ້ວຍ. ແຕ່ຖ້າຫາກວ່າ ລັດເຊຍ ປະຕິບັດສຳເລັດບັນດາເປົ້າໝາຍໂດຍໄວ ແລະ ສິ້ນສຸດບັ້ນຮົບການທະຫານຢູ່ ຢູແກຼນ, ໃນເວລານັ້ນ, ເອີລົບ ຈະສືບຕໍ່ເດັດດ່ຽວຕັດຂາດບັນດາການພົວພັນແລກປ່ຽນພະລັງງານ ກັບ ລັດເຊຍ ຫຼືບໍ່? ນີ້ແມ່ນຄຳຖາມທີ່ບໍ່ສາມາດຕອບໄດ້ຢ່າງງ່າຍດາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ