ອີຢູ - ບັນດາຜົນສະທ້ອນພາຍຫຼັງຕ້ອນຮັບຊາວອົບພະຍົບ 1 ປີ

(vovworld) - ພາຍ​ຫຼັງ​ໄລ​ຍະ 1 ປີ​ທີ່​ເຢຍ​ລະ​ມັນ ແລະ ບາງ​ປະ​ເທ​ດ​ເອີ​ລົບ ຕົກ​ລົງ​ເປີດ​ດ່ານ​ຊາຍ​ແດນ ຕ້ອນ​ຮັບ​ຊາວ​ຍົບ​ພະ​ຍົບ (09/2015), ນະ​ໂຍ​ບາຍ​ດັ່ງ​ກ່າວ​ພວມ​ເປັນ​ການ​ກະ​ທົບບໍ່​ແມ່ນ​​ໜ້ອຍເຖິງ​​ສະ​ພາບການ​ເມືອງ​ຂອງ​ຫ​ຼາຍ​ປະ​ເທດ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ເອີ​ລົບ ກໍ​ພວມປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກໃນ​​ເລື່ອງ​ສ້າງ​​ເຂດ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ໃຫ້​ບັນ​ດາ​ຊາວ​ອົບ​ພະ​ຍົບ​ໄດ້​ເຂົ້າ​ອີ​ຕາ​ລີ, ເກຼັກ ​ແລະ ບັນ​ດາ​ປະ​ເທດ​ອື່ນ. ບົດ​ລວບ​ລວມ​ຂອງ​ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.


ອີຢູ - ບັນດາຜົນສະທ້ອນພາຍຫຼັງຕ້ອນຮັບຊາວອົບພະຍົບ 1 ປີ - ảnh 1
​ຊາວ​ຍົບ​ພະ​ຍົບຢຸ່​ເກັກ
(ພາບ: AFP/TTXVN)

ໃນ​ສະ​ພາບ​ທີ່ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ພ​ວມ​ຊອກ​ຫາ​​ທັດ​ສະ​ນະ​ລວມ​​ໃຫ້​ແກ່ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ, ມາດ​ຕະ​ການ​ແກ້​ໄຂ​ດີ​ທີ່​ສຸດ​ໃນ​ປະ​ຈຸ​ບັນ ແມ່ນ​ຕ້ອງ​ເປັນ​ເອ​ກະ​ພາບ​ນຳ​ກັນ​ໃນ​ການ​ກະ​ທຳ, ແຕ່​ທະ​ວີບນີ້​ຍັງ​ບໍ່​ທັນ​ຊອກ​ຫາ​​ທັດ​ສະ​ນະ​ລວ​ມໄດ້. ໃນ​ຂະ​ນະ​ນັ້ນ, ບັນ​ຫາ​ຊາວ​ອົບ​ພະ​ຍົບ​ຍັງ​ຄົງສືບ​ຕໍ່​ແມ່ນ​ຫົວ​ຂໍ້​ດ້ານ​ການ​ເມືອງ​ທີ່​ຮ້ອນ​ເຮັ່ງ​ສຳ​ລັບ​ບາງ​ປະ​ເທດ​ເອີ​ລົບ, ພິ​ເສດ​ແມ່ນ​ຢູ່​ເຢຍ​ລະ​ມັນ. ວັນ​ທີ 04/09, ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ Donald Tusk ໃຫ້​ຮູ້​ວ່າ, ເອີິ​ລົບ ນັບ​ມື້​ນັບຫຍັບ​ເຂົ້າ​​ໃກ້​ກັບ​ບັນ​ດາກຳ​ນົດ​ກ່ຽວ​ກັບ​ຄວາມ​ສາ​ມາດຮັບ​​ເອ​ົາ​ຊາວ​ອົບ​ພະ​ຍົບ​ກວ່າ.

ສິ່ງກີດ​ຂວາງ​ທາງ​ດ້ານ​ການ​ເມືອງ

        ເຫດ​ການເລີ່​ມ​ຕົ້ນ​ດ້ວຍ​ເລື່ອງ​ຊາວ​ອົບ​ພະ​ຍົບ​​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ຈາກ ຊີ​ຣີ ໄປ​ເຖິງ​ສະ​ຖານ​ນີ​ລົດ​ໄຟ​ຢູ່​ໃຈ​ກາງ​ນະ​ຄອນ​ຫຼວງ Budapest ຂອງ​ຮຸງ​ກາ​ຣີ ເມື່ອ​ທ້າຍ​ເດືອນ 08/2015 ແລະ ຮ​ຽກ​ຮ້ອງ​​ໃຫ້​ເຂົ້າ​ເຢຍ​ລະ​ມັນ ແລະ ໂອ​ຕາ​ລິດ. ໃນ​ເບື້ອງ​ຕົ້ນ, ອຳ​ນາດ​ການ​ປົກ​ຄອງ​ຍັງ​ກີດ​ຂວາງ ແຕ່​​ສຸດ​ທ້າຍ​ເຂົາ​ເຈົ້າ​ກໍ່​ “ຕ້ອງຍອມ​” ຕໍ່​ໜ້າ​ກຳ​ລັງ​ດັ່ນ​ຂອງ​ກະ​ແສ​ຊາວ​ອົບ​ພະ​ຍົບ​​ຂະ​ໜາດ​ໃຫຍ່​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ. ໃນ​ສະ​ພາບ​ການນັ້ນ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ຖະ​ແຫຼງວ່າ, ພ້ອມ​ແລ້ວ​ທີ່​ຈະ​ຕ້ອນ​ຮັບ​ບັນ​ດາ​ຊາວ​ອົບ​ພະ​ຍົບ​ນີ້, ສິ່ງ​ດັ່ງ​ກ່າວ​ໄດ້​ກະ​ຕຸກ​ຊຸກ​ຍູ້​ໃຫ້​ຊາວ​ອົບ​ພະ​ຍົບ​​ຈາກອາ​ຟະ​ລິ​ກາ​ເໜືອ ແລະ ​ເຂດຕາ​ເວັນ​ອ​ອກ​ກາງ, ພິ​ເສດ​ແມ່ນ​ຈາກ​ຊີ​ຣີ ເຂົ້າ​ເຢຍ​ລະ​ມັນ ແລະ ເອີ​ລົບຢ່າງ​ເປັນ​ທາງ​ການ. ໄລ່​ຮອດ​ທ້າຍ​ປີ 2015, ມີ​ຊາວ​ອົບ​ພະ​ຍົບ 1,1 ລ້ານ​ຄົນ​ໄດ້​ເຂົ້າເຢຍ​ລະ​ມັນ, ນັ້ນ​ແມ່ນຍັງ​ບໍ່​ທັນ​ຄິດ​ໄລ່​ເຖິງຈຳ​ນວນ​ຊາວ​ອົບ​ພະ​ຍົບ​ບໍ່​ຈົດ​ທະ​ບຽນ, ລື່ນ​ກາຍ​ຕົວ​ເລກ 800.000 ຄົນ​ເຊິ່ງ​ອຳ​ນາດ​ການ​ປົກ​ຄອງ​ໄດ້​ຄາດ​ຄະ​ເນ​ກ່ອນນັ້ນ. ໃນ 6 ເດືອນ​ຕົ້ນ​ປີ 2016, ມີ​ຊາວ​ອົບ​ພະ​ຍົບ​ກວ່າ 200.000 ຄົນ​ໄດ້ລີ້​ໄພ​ຢູ່​ເຢຍ​ລະ​ມັນ. ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງພາຍ​ໃນ​ເຢຍ​ລະ​ມັນ Thomas de Maiziere ແລ້ວ, ​ຈ​ຳ​ນວນຊາວ​ອົບ​ພະ​ຍົບ​ໄດ້​ຫຼຸດ​ລົງ​ໃນ 6 ເດືອນ​ຕົ້ນ​ປີ 2016, ເປັນ​ຕົ້ນ​ແມ່ນຍ້ອນ​​ເສັ້ນ​ທາງ​ໄປ​ຜ່ານ​ເຂດ Balkan ຖືກ​ກີດ​ຂວາງ​ໄວ້ ແລະ ຂໍ້​ຕົກ​ລົງກ່ຽວ​ກັບ​ຊາວ​ອົບ​ພະ​ຍົບລະ​ຫວ່າງ​ສະ​ຫະ​ພາບ​ເອີ​ລົບ ແລະ ຕວກ​ກີ ໄດ້​ມີ​ຜົນ​ສັກ​ສິດ. ແຕ່​ວ່າ​ທ່ານ​ລັດ​ຖະ​ມົນ​ຕີຊວງພາຍ​ໃນ​ເຢຍ​ລະ​ມັນ ​ໃຫ້​ຮູ້​ວ່າ, ທ່ານບໍ່​​ສາ​ມາດ​ຮັບ​ປະ​ກັນ​ໄດ້​ວ່າ ຂໍ້​ຕົກ​ລົງ​ລະ​ຫວ່າງ​ຕວກ​ກີ - ອີ​ຢູ ຈະຮັກ​ສາ​ໄວ້​ເປັນ​ຢ່າງ​ດີ ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ.

        ບັນ​ຫາເຂົ້າ​ເມືອງ​ຈ​ະ​ບໍ່​ເປັນ​ສິ່ງ​ທີ່​ຮ້າຍ​ແຮງສຳ​ລັບ​ທ່ານນ​າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel ຖ້າ​ຫາກບໍ່​ເກີ​ດ​ບັນ​ດາ​ເຫດກໍ່​ຄວາມວ​ຸ້ນ​ວາຍ ແລະ ​​ເຫດການກໍ່​ການ​ຮ້າຍ​ຢູ່​ເຢຍ​ລະ​ມັນ ເຊິ່ງ​ຕົວ​ການ​ພັດແມ່ນ​​ຊາວ​ອົບ​ພະ​ຍົບ​. ອິດ​ທິ​ພົນ​ຊື່​ສຽງຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ ຖືກຫຼຸດ​ລົງ​ຢ່າງ​ແຮງ. ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ໄໝ່​ສຸດ​ແມ່ນ ພັກພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ສາ​ສະ​ໜາຄຼິ​ດ (CDU) ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ພຽງ​ຖືກ​ຈັດ​ອັນ​ດັບ​ທີ 3 ໃນ​ໝາກ​ຜົນແຫ່ງ​ການ​ເລືອກ​ຕັ້ງ​ຂອງລັດ​ຖະ​ສະ​ພາ​ລັດ Mecklenburg-Vorpommern (ໃນ​ວັນ​ທີ 04/09), ເຊິ່ງ​ເຄ​ີຍ​ຖືກ​ຖື​ວ່າ​ແມ່ນລັ​ດ​ຂອງ​ທ່ານ​ນາງ Merkel. ສິ່ງ​ທີ່​ໜ້າ​ເອົາ​ໃຈ​ໃສ່​ແມ່ນ, ພັກການ​ເລືອກ​ເຟັ້ນ​​ເພື່ອປະ​ເທດເຢຍລະ​ມັນ (AfD) ​ຕາມ​ທິດລັດ​ທິ​ຊົນ​ຊາດ ແລະ ຕ້ານ​ຊາວ​ອົບ​ພະ​ຍົບ, ເປັນ​ຄັ້ງ​ທຳ​ອິດ​ໄດ້​ລື່ນ​ກາຍ CDU ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ເຂດ, ດ້ວຍ​ບັດ​ເລືອກ​ຕັ້ງ 21,9%. ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ພ​ວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຢ່າງ​ແທ້​ຈິງ ຍ້ອນນະ​ໂຍ​ບາຍ​ສຳ​ລັບ​ຊາວ​ອົບ​ພະ​ຍົບ​ຂອງ​ຕົນ, ອັດ​ຕາ​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​ຂອງ​ທ່ານ​ນາງ ບັນ​ລຸພຽງເຫຼືອ 34% ເທົ່າ​ນັ້ນ. ນະ​ໂຍ​ບາຍຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບບໍ່​ພ​ຽງ​ແຕ່ກໍ່​ຄວາມ​ແຕກ​ແຫງ​ພາຍ​ໃນ​ສັງ​ຄົມ​ເຢຍ​ລະ​ມັນ ເທົ່າ​ນັ້ນ, ຫາກ​ຍັງມ​ີ​​ໄພ​​ສົ່ງ​ຜົນກະ​ທົບ​​ບໍ່​ດີເຖິງ CDU ແລະ ທີ່​ຕັ້ງ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ປີ 2017 ອີກ​ດ້ວຍ.

​​ຄວາມ​ຫຍຸ້ງ​ຍາກ​ໃນການ​ສ້າງ​ຖິ່​ນ​ຖານ​ຄົງ​ທີ່​ຄືນ​ໃໝ່

        1 ປີກ່ອ​ນນີ້​, ໃນ​ເດືອນ 09/2015, ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ໄດ້​ຮັບ​ຮອງ​ເອົາ​ແຜນ​ການທີ່​ເຕັມໄປ​ດ້ວຍ​ຄວາມ​ຫວັງ​​ໃນ​ການ​ສ້າງ​​ຖິ່​ນ​ຖານ​ຄົງ​ທີ່​ຄື​ນ​ໃໝ່​ໃຫ້​ຊາວ​ອົບ​ພະ​ຍົບ 160.000 ຄົນ ຢູ່​ອີ​ຕາ​ລີ ແລະ ເກຼັກ ໃນ​ໄລ​ຍ​ະ 2 ປີ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໄລ່​ມາ​ຮອດ​ປະ​ຈຸ​ບັນ, ຍັງ​ບໍ່​ທັນ​ຮອດ 3% ຈຳ​ນ​ວ​ນ​ຊາວ​ອົບ​ພະ​ຍົບ​ຕາມ​ແຜນ​ການ​ຂອງ​ອີ​ຢູ ຊອ​ກ​ຫາ​ໄດ້ບັນ​ດາ​ປະ​ເທດ​ອື່​ນໃນ​ສະ​ພາບ​ເອີ​ລົບ ​ຕ້ອນ​ຮັບ. ວັນ​ທີ 05/09, ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ໄດ້​ກະ​ຕຸກ​ຊຸກ​ຍູ້​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ ໃນ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ສ້າງ​​ຖິ່​ນ​ຖານ​ຄົງ​ທີ່​ຄື​ນ​ໃໝ່ໃຫ້​ຊາວ​ອົບ​ພະ​ຍົບ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໂອ​ຕາ​ລິດ, ຮຸງ​ກາ​ຣີ ແລະ ໂປ​ໂລຍ ​ບໍ່​ທັນ​ຮັບ​ຊາວ​ອົບ​ພະ​ຍົບ​ຄົນ​ໃດໆ. ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອີ​ຢູ ໃນ​ການ​ໜູນ​ຊ່ວຍ​ເກຼັກ ຄວບ​ຄຸ້​ມ​ເຂດ​ຊາຍ​ແດນ ແລະ ແກ້​ໄຂ​ຄວາມ​ຮຽກ​ຮ້ອງ​ຂໍ້​ລິ້​ໄພ ກໍ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ​ເທື່ອ​. ໃນ​ບົດ​ໄຈ້​ແຍກທີ່​ລົງ​ໃນ​ແວັບ​ໄຊ​ euobserver.com, ນັກ​ຊ່ຽວ​ຊານ Nikolij Nielsen ໃຫ້​ຂໍ້​ສັງ​ເກດ​ວ່າ, ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​​​ເອີ​ລົບ ໃນ​ການ​ສ້າງ​ເຂດ​ຕັ້ງ​ຖິ່​ນ​ຖານ​ຄົງ​ທີ່​ຄື​ນ​ໃໝ່ໃຫ້​ບັນ​ດາ​ຊາວ​ອົບ​ພະ​ຍົບ ຍັງ​ບໍ່​ທັນ​ນຳ​ມາ​ເຊິ່ງໝາກ​ຜົນ​ຄື​ດັ່ງ​ຄວາມ​ມຸ້ງ​ຫວັງ. ເລື່ອງ​ຕ້ອນ​ຮັບ​ ແລະ ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຍັງ​ຄົງແມ່ນ​ຫົວ​ຂໍ້​ສະ​ດຸ້ງ​ໄວ. ຮຸງ​ກາ​ຣີ ໄດ້​ເລີ່ມ​ຜັນ​ຂະ​ຫຍາຍ​ການ​ຄັດ​ຄ້ານ​ຊາວ​ອົບ​ພະ​ຍົບ ​ກ່ອນ​ລົງ​ປະ​ຊາ​ມະ​ຕິ​ໃນ​ວັນ​ທີ 02/10 ຈະ​ມາ​ເຖິງ, ກ່ຽວ​ກັບ​ເລື່ອງ​ຄັດ​ຄ້ານ​ແຜນ​ການ​ສ້າງ​ເຂດ​ຖິ່​ນ​ຖານ​ຄົງ​ທີ່​ຄື​ນ​ໃໝ່ໃຫ້​ຊາວ​ອົບ​ພະ​ຍົບ​ຂອງ​ອີ​ຢູ ຫຼືບໍ່. ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ​​ວັນ​ທີ 04/09, ພັກຕາມ​ທ່າ​ອ່ຽງ​ຕ້ານ​ຊາວ​ອົບ​ພະ​ຍົບ “ການ​ເລືອກ​ເຟັ້ນ​ອື່ນ​ໃຫ້​ປະ​ເທດ​ເຢຍ​ລະ​ມັນ” ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ຕ້ານ​ສາ​ສະ​ໜາ​ຄຼິດ ໄດ​້​ຊະ​ນະ​ພັກ CDU ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel. ທີ່​ໂອ​ຕາ​ລິດ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ພັກຂວາ​ຈັດ ອາດ​ສາ​ມາດ​ກາຍ​ເປັນ​ຜູ້​ນຳ​ປະ​ເທດ ເມື່ອ​ທ່ານ Norbert Hofer ຂອງ ພັກ FPO, ສືບ​ຕໍ່​ນຳ​ໜ້າ​ໃນ​ບັນ​ດາ​ການຢັ່ງ​ຫາງສຽງ​ ກ່ອນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຮອບ​ທີ 2 ໃນ​ວັນ​ທີ 02/10 ຈະ​ມາ​ເຖິງ.

        ພາຍ​ຫຼັງ​ 1 ປີ​ທີ່​ເປີດ​ປະ​ຕູ​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ, ຫຼາຍ​ປະ​ເທ​ດ​ເອີ​ລົບ ພວມ​ຊອກ​ຫາ​ວິ​ທີ​ແກ​້​ໄຂ​ສິ່ງ​​ສົບ​ສົນ​​ທີ່​ເກີດ​ຂຶ້ນ. ​​ໄດ້ມີ​ຫຼາຍ​ມາດ​ຕະ​ການ​ແກ້​ໄຂ ແລະ ນະ​ໂຍບ​າຍ ເຊິ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ເພື່ອ​ແກ້​ໄຂບັນ​ຫານີ້, ແຕ່​ວ່າ ເບິ່ງ​ຄື​ວ່າ​ຍັງ​ບໍ່​ທັນ​ບັນ​ລຸ​ປະ​ສິດ​ທິ​ຜົນ ແລະ ບັນ​ດາ​ປະ​ເທ​ດ​ເອີ​ລົບຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ, ນັບ​ແຕ່​ທາງ​ດ້ານ​ການ​ເມືອງ ຕະ​ຫຼ​ອດ​ຮອດ​ເສດ​ຖະ​ກິດ - ສັງ​ຄົມ​ໃນ​ໄລ​ຍະ​ຍາວ.

ຂ່າວ/ບົດ​ອື່ນ