ອີ​ຢູ​ ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຢູ່​ ມະ​ຫາ​ສະຫ​ມຸດ​ອິນ​ເດຍ-ປາ​ຊີ​ຟິກ

(VOVWORLD) -ໃນທ້າຍອາທິດຜ່ານມາ, ລັດຖະມົນຕີການຕ່າງປະເທດ 27 ປະເທດສະມາຊິກ ສະຫະພາບເອີລົບ (ອີຢູ) ໄດ້ຮັບຮອງເອົາ ”ຍຸດທະສາດຮ່ວມມືຂອງອີຢູ ຢູ່ພາກພື້ນ ມະຫາສະຫມຸດອິນເດຍ-ປາຊີຟິກ” ຊື່ງຖືກຖືວ່າ ຈະຊ່ວຍຊຸກຍູ້ການສຳຜັດຂອງອີຢູ ຢູ່ ມະຫາສະມຸດອິນເດຍ-ປາຊີຟິກ ກ່ວາອີກ, ໂດຍສະເພາະແມ່ນສຳລັບບັນດາຄູ່ຮ່ວມມືສຳຄັນຢູ່ພາກພື້ນນີ້.
 
ອີ​ຢູ​ ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຢູ່​ ມະ​ຫາ​ສະຫ​ມຸດ​ອິນ​ເດຍ-ປາ​ຊີ​ຟິກ - ảnh 1

ອີຢູ ພວມສະແດງຄວາມປາດຖະໜາເພີ່ມຜົນສະທ້ອນຢູ່ ມະຫາສະຫມຸດອິນເດຍ-ປາຊີຟິກ (ພາບ: UM)

    ບັນດາຂົງເຂດການຮ່ວມມືໄດ້ຮັບການເຕື້ອງເຖິງໃນຍຸດທະສາດນີ້ລວມມີ ການຄ້າ ແລະ ການລົງທຶນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສິດເສລີພາບໃນການເດີນເຮືອ, ການປະຕິບັດກົດໝາຍສາກົນ. ນອກຈາກນັ້ນແລ້ວ, ຍຸດທະສາດຍັງເນັ້ນໜັກເຖິງການສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືໃນພາກພື້ນກ່ຽວກັບດ້ານຄວາມປ້ອງກັນຊາດ ປ້ອງກັນຄວາທສະຫງົບ, ໃນນັ້ນມີການແກ້ໄຂບັນດາບັນດາຫາຄວາມໝັ້ນຄົງໃນການເດີນເຮືອ, ໃຫ້ຂ່າວຜິດເຂວ, ການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ.

ຫັນທິດກັບມາສູນກາງພູມສາດການເມືອງໃໝ່ຂອງອາຊີ

 ຍຸດທະສາດໃໝ່ຂອງອີຢູສະແດງໃຫ້ເຫັນ ຄວາມຮັບຮູ້ຂອງກຸ່ມກ່ຽວກັບຄວາມສຳຄັນທີ່ນັບມື້ນັບເພີ່ມຂຶ້ນຂອງ ມະຫາສະຫມຸດອິນເດຍ-ປາຊີຟິກ ແລະ ຄຳໝັ້ນສັນຍາປັບປຸງບົດບາດຂອງກຸ່ມ ໃນການຮ່ວມມືກັບບັນດາຄູ່ຮ່ວມມືຢູ່ທີ່ນີ້. ຍຸດທະສາດຍັງ ໄດ້ສ້າງເງື່ອນໄຂສະດວກ ສ້າງສາຍພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງອີຢູ ແລະ ມະຫາສະຫມຸດອິນເດຍ-ປາຊີຟິກ.

  ດ້ານໜຶ່ງອີກ, ເລື່ອງອີຢູ ຍົກອອກຍຸດທະສາດການຮ່ວມມືກັບ ມະຫາສະຫມຸດອິນເດຍ-ປາຊີຟິກ ແມ່ນເພື່ອແນໃສ່ເພີ່ມທະວີຜົນສະທ້ອນຂອງຕົນຢູ່ພາກພື້ນ, ຕອບສະໜອງຄຳຮຽກຮ້ອງຂອງອາເມລິກາ ທີ່ເລັ່ງໃສ່ບັນດາສຳພັນທະມິດເພີ່ມທະວີການແຊກແຊງເຂົ້າໃນ ມະຫາສະຫມຸດອິນເດຍ-ປາຊີຟິກ ພາຍຫຼັງທ່ານອະດີດປະທານາທິບໍດີ Donald Trump ຍົກອອກຂໍ້ລິເລີ່ມ “ມະຫາສະຫມຸດອິນເດຍ-ປາຊີຟິກ ເປີດກ້ວາງ ແລະ ເສລີ”.

   ເດືອນມີນາປີ 2021, ອັງກິດ ໄດ້ປະກາດບັນດາການປ່ຽນແປງຍຸດທະສາດສຳຄັນ, ໃນນັ້ນ ຄຳຖະແຫຼງ “ຫັນທິດ” ກັບມາ “ສູນກາງພູມສາດການເມືອງ” ໃໝ່ຂອງໂລກ ແມ່ນມະຫາສະຫມຸດອິນເດຍ-ປາຊີຟິກ, ກຳນົດບົດບາດຂອງອັງກິດ ໃນການພົວພັນນີ້ ຫຼັງຈາກຖອນຕົວອອກຈາກອີຢູ. ກ່ອນນັ້ນ, ຝະລັ່ງ ແມ່ນປະເທດທຳອິດຢູ່ເອີລົບ ທີ່ໄດ້ປະກາດຍຸດທະສາດສະເພາະກ່ຽວກັບພາກພື້ນນີ້. ຫຼາຍປະເທດເອີລົບ ອື່ນໆກໍ່ພວມສົນໃຈຕໍ່ພາກພື້ນ ມະຫາສະຫມຸດອິນເດຍ-ປາຊີຟິກ ເຊັ່ນດຽວກັນ.

ອີ​ຢູ​ ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຢູ່​ ມະ​ຫາ​ສະຫ​ມຸດ​ອິນ​ເດຍ-ປາ​ຊີ​ຟິກ - ảnh 2

ບັນດານາຍທະຫານເຮືອຝະລັ່ງ ກຽມເຂົ້າທຽບທ່າ Cochin ຢູ່  Kochi, ປະເທດອິນເດຍ (ພາບ: AFP)

 ປັບປຸງບົດບາດຢູ່ ມະຫາສະຫມຸດອິນເດຍ-ປາຊີຟິກ

  ການຄົງຕົວຂອງບັນດາເອກະສານຍຸດທະສາດນີ້ ສະແດງໃຫ້ເຫັນການຮັບຮູ້ຄວາມຈິງທີ່ວ່າ ມະຫາສະຫມຸດອິນເດຍ-ປາຊີຟິກ ພວມກາຍເປັນສູນກາງເສດຖະກິດແລະ ພູມສາດການເມືອງທີ່ສຳຄັນ.

   ມະຫາສະຫມຸດອິນເດຍ-ປາຊີຟິກ ດ້ວຍປະຊາກອນກວມເອົາເກືອບເຄີ່ງໜຶ່ງປະຊາກອນໂລກ, ນອນໃນທີ່ຕັ້ງໃຈກາງຂອງບັນດາຜົນປະໂຫຍດຍຸດທະສາດການເມືອງ ແລະ ເສດຖະກິດໂລກ. ແຕ່ດົນນານມາແລ້ວ, ດ້ວຍຫຼາຍແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ ແລະ ຫຼາຍເສັ້ນທາງທະເລທີ່ສຳຄັນຫຼາຍສາຍພ້ອມກັບການເຄື່ອນໄຫວເສດຖະກິດ, ການຄ້າທີ່ຂະຫຍັນຂັນເຄື່ອນອັນດັບໜຶ່ງນັ້ນ, ພາກພື້ນນີ້ ນັບມື້ນັບສວມບົດບາດສຳຄັນໃນສັດຕະວັດທີ 21 ແລະ ໄກກ່ວາອີກ. ເຖິງແນວນັ້ນກໍ່ຕາມ, ມະຫາສະຫມຸດອິນເດຍ-ປາຊີຟິກ ກໍ່ໄດ້ ແລະ ພວມຮັບຮູ້ການແກ້ງແຍ່ງພູມສາດການເມືອງທີ່ຂ້ຽວຂາດ, ເຮັດໃຫ້ເພີ່ມຄວາມກົດດັນຕໍ່ດ້ານການຄ້າ ແລະ ບັນດາລະບົບສະໜອງ ກໍ່ຄືບັນດາຄວາມເຄັ່ງຕຶງໃນບັນດາຂົງເຂດເຕັກໂນໂລຊີ,ການເມືອງ ແລະ ຄວາມໝັ້ນຄົງ.

   ໃນຊຸມປີຜ່ານມາ, ອີຢູ ໄດ້ມີການປະກອບສ່ວນຫຼາຍຢ່າງຢູ່ ມະຫາສະຫມຸດອິນເດຍ-ປາຊີຟິກ ໃນການຮ່ວມມືພັດທະນາ ແລະ ໜູນຊ່ວຍມະນຸດສະທຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະພາບຂາດຊີວະນາໆພັນ ແລະມົນລະພິດ, ພ້ອມທັງປະກອບສ່ວນຮັກສາກົດໝາຍສາກົນກ່ຽວກັບສິດທິມະນຸດແລະສິດເສລີໃນການເດີນເຮືອ.

 “ຍຸດທະສາດຮ່ວມມືຂອງອີຢູຢູ່ພາກພື້ນ ມະຫາສະຫມຸດອິນເດຍ-ປາຊີຟິກ

” ຫາກໍ່ໄດ້ຮັບການຮັບຮອງເອົາ ໄດ້ເນັ້ນໜັກວ່າ: ອີຢູ ມີຜົນປະໂຫຍດທີ່ໃຫ່ຍຫຼວງຢູ່ພາກພື້ນ ມະຫາສະຫມຸດອິນເດຍ-ປາຊີຟິກ ແລະ ມີທຸກຜົນປະໂຫຍດໃນການຮັກສາໂຄງປະກອບພາກພື້ນເປີດກ້ວາງ ແລະ ອີງຕາມກົດລະບຽບ. ອີຢູ ຢືນຢັນວ່າ ຈະແຊກຊືມເຂົ້າ ມະຫາສະຫມຸດອິນເດຍ-ປາຊີຟິກ  ເລິກເຊິ່ງກ່ວາອີກ, ຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນ ເພື່ອປະຕິບັດໜ້າທີ່ລວມ ແກ້ໄຂບັນດາການປະທົບທີ່ໃຫ່ຍຫຼວງດ້ານເສດຖະກິດ ແລະ ມະນຸດຂອງວິກິດການໂຄວິດ19, ຮັບປະກັນການຟື້ນຟູເສດຖະກິດ-ສັງຄົມຂຽວ, ໝັ້ນຄົງແລະກວມລວມ.

ຕອບກັບ

ຂ່າວ/ບົດ​ອື່ນ