ອີ​ຢູ-ຈີນ ເຈ​ລະ​ຈາ​ເພື່ອ​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ

(VOVWORLD) -   ວັນທີ 1 ເມສາ, ກອງປະຊຸມສຸດຍອດສະຫະພາບ ເອີລົບ (ອີຢູ)  ແລະ ຈີນ ໄດ້ດຳເນີນແບບທາງໄກ. ໃນສະພາບການທີ່ການພົວພັນລະຫວ່າງຈີນ-ອີຢູ ຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງທາງດ້ານການເມືອງ, ການຕ່າງປະເທດ, ໂດຍສະເພາະແມ່ນເມື່ອເກີດການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ, ອີກເທື່ອໜຶ່ງ, ກອງປະຊຸມຄັ້ງນີ້ ເປັນສິ່ງພິສູດໃຫ້ແກ່ການພົວພັນສອງຝ່າຍ.
 
ອີ​ຢູ-ຈີນ ເຈ​ລະ​ຈາ​ເພື່ອ​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ - ảnh 1(ພາບປະກອບ: politico.eu)

    ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ພິຈາລະນາໂຄງການດຳເນີນງານຮອບດ້ານ, ລວມທັງການພົວພັນດ້ານການຄ້າ ແລະ ການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ດີຈີຕອນ, ສິດທິມະນຸດ, ການຟື້ນຟູເສດຖະກິດຫຼັງໂລກລະບາດກໍ່ຄືບັນດາບັນຫາພາກພື້ນ. ນອກຈາກການພົວພັນລະຫວ່າງ ຈີນ-ລັດເຊຍ ແລະ ການປະທະກັນຢູ່ ຢູແກຼນ, ໂຄງການດຳເນີນງານ ທີ່ກອງປະຊຸມສຸດຍອດ ອີຢູ-ຈີນ ກໍ່ລວມທັງການແກ່ງແຍ້ງດ້ານການຄ້າກັບ ລິດວາ, ຄຳກ່າວຫາຂອງຝ່າຍຕາເວັນຕົກກ່ຽວກັບບັນຫາ ຊິນແຈງ  ແລະ ໄທເປ (ຈີນ).

ອີ​ຢູ-ຈີນ ເຈ​ລະ​ຈາ​ເພື່ອ​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ - ảnh 2

 ທ່ານ Josep Borrell, ເຈົ້າໜ້າທີ່ຂັ້ນສູງຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອີຢູ (ພາບ: THX/TTXVN)

ບັນດາສິ່ງທ້າທາຍບໍ່ໜ້ອຍ

  ໃນສະພາບການປະຈຸບັນ, ຈີນ ໄດ້ພະຍາຍາມຊອກຫາຈຸດລວມກັບເອີລົບ ໃນການແກ້ໄຂການພົວພັນກັບລັດເຊຍ, ເພື່ອບໍ່ໃຫ້ບັນດາຄວາມແຕກໂຕນລະຫວ່າງສອງຝ່າຍ ສົ່ງຜົນສະທ້ອນຕໍ່ການພົວພັນລວມ ຈີນ-ອີຢູ.

   ໃນການພົວພັນດ້ານເສດຖະກິດ, ສັນຍາການລົງທຶນສອງຝ່າຍລະຫວ່າງຈີນ-ອີຢູ ລົງນາມເມື່ອທ້າຍປີ 2020 ພວມຖືກຢຸດຕິ. ຂໍ້ຕິດຂັດລະຫວ່າງສອງຝ່າຍໃນບັນຫາ ໄທເປ (ຈີນ)….ແມ່ນ ສິ່ງກີດຂວາງທີ່ແທ້ຈິ່ງ ຊື່ງສອງຝ່າຍຕ້ອງຜ່ານຜ່າ. ການພົວພັນລະຫວ່າງຈີນ-ອີຢູ ຖືກຊົ່ວຮ້າຍລົງໃນປີ 2021 ຍ້ອນບັນດາຄຳຕັດສິນລົງໂທດຊື່ງກັນ ແລະ ກັນ ກ່ຽວຂ້ອງເຖິງຄຳກ່າວຫາກ່ຽວກັບບັນຫາ ຊິນແຈງ. ອີຢູ ເຄີຍຮຽກຮ້ອໃຫ້ງ ຈີນ ລົບລ້າງຄຳສັ່ງລົງໂທດບັນດາສະມາຊິກລັດຖະສະພາ, ນັກຮຽນຮູ້ເອີລົບ ໂດຍທັນທີ, ຜ່ານນັ້ນຄ່ອຍໆທຳລາຍທ່າຈົນຕາແຈ ໃນວິວັດການໃຫ້ສັດຕະຍາບັນ ສັນຍາການລົງທຶນ ອີຢູ-ຈີນ. ຄຽງຄູ່ກັນນັ້ນ, ຂໍ້ຕິດຂັດໃນການພົວພັນລະຫວ່າງ ຈີນ ກັບ ລິດວາ ປະເທດສະມາຊິກ ອີຢູ ໄດ້ເຮັດໃຫ້ ອີຢູ ຕ້ອງສົ່ງໃບຟ້ອງຮ້ອງ ຈີນ ໃຫ້ອົງການການຄ້າໂລກ. ອີຢູ ກໍ່ຢາກໃຫ້ ຈີນ ປ່ຽນແປງບັນດາມາດຕາທີ່ກ່ຽວຂ້ອງເຖິງການເປີດປະຕູຕະຫຼາດ, ກົນໄກແກ່ງແຍ້ງ, ການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ, ການປົກປ້ອງຊີວະນາໆພັນ.

ທ່າອ່ຽງພ້ອມກັນຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈຊື່ງກັນ ແລະ ກັນ

    ໂດຍສັງລວມແລ້ວ, ເຖິງວ່າຍັງມີຫຼາຍຄວາມບໍ່ລົງລອຍກັນໃຫ່ຍກໍ່ຕາມ, ແຕ່ລະຫວ່າງ ອີຢູ-ຈີນ ຍັງມີແງ່ຫວັງເພື່ອເຈລະຈາ ແລະ ຮ່ວມມື. ທັງສອງຝ່າຍລ້ວນແຕ່ຖືການພົວພັນສອງຝ່າຍໃນປະຈຸບັນເປັນສຳຄັນ, ພິເສດແມ່ນດ້ານເສດຖະກິດ. ເອີລົບ ບໍ່ຢາກສ້າງຄວາມເຄັ່ງຕຶງດ້ານເສດຖະກິດ-ການຕ່າງປະເທດກັບ ຈີນ ຕື່ມອີກ ໃນຂະນະທີ່ ເອີລົບ ພວມຢູ່ໃນທ່າສູ້ຢັນກັບ ລັດເຊຍ.

   ສ່ວນ ຈີນ ກໍ່ບໍ່ຢາກເສຍຄູ່ຮ່ວມມືການຄ້າລາຍໃຫ່ຍອັນດັບໜຶ່ງຄື ອີຢູ, ກໍ່ຄືບໍ່ຢາກນຳໃຊ້ບັນດານະໂຍບາຍທີ່ອາດຈະເຮັດໃຫ້ ເອີລົບ ໄປຕາມຝ່າຍ ອາເມລິກາ ໃນການແກ່ງແຍ້ງຍຸດທະສາດຍາວນານກັບ ຈີນ. ປັກກິງ ຖືການພົບປະຂັ້ນສຸດຍອດຄັ້ງນີ້ ກັບ ອີຢູ ເປັນສຳຄັນທີ່ສຸດ.

   ຄວາມຈິງໃຫ້ເຫັນວ່າ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກໃນການພົວພັນດ້ານການເມືອງ, ການຕ່າງປະເທດ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ຈີນ ແລະ ເອີລົບ ຍັງສືບຕໍ່ເປີດກ້ວາງ. ວົງເງິນການຄ້າລະຫວ່າງ ອີຢູ ແລະ ຈີນ ປີ 2021 ບັນລຸລະດັບເກືອບ 700 ຕື້ເອີໂຣ. ການຄ້າສອງຝ່າຍເພີ່ມ 14,8% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ບັນລຸ 137,16 ຕື້ໂດລາສະຫະລັດ. ສະນັ້ນ, ສອງຝ່າຍສາມາດຮ່ວມມືນຳກັນ ເພື່ອຮັບມືກັບຄວາມຫຍຸ້ງຍາກຈຳນວນໜຶ່ງ ຂອງເສດຖະກິດທົ່ວໂລກ.

  ເດືອນມັງກອນປີ 2022,  ທ່ານ Josep Borrell, ເຈົ້າໜ້າທີ່ຂັ້ນສູງຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ອີຢູ ໄດ້ໃຫ້ຂໍ້ສັງເກດວ່າ, ກອງປະຊຸມສຸດຍອດຄັ້ງນີ້ ແມ່ນຈຸດເວລາສຳຄັນ ເພື່ອຕີລາຄາວ່າ ເອີລົບ ພວມຢູ່ໃສໃນການພົວພັນກັບ ຈີນ. ສ່ວນທ່ານ Valdis Dombrovskis,ຮອງປະທານຄະນະກຳມະການເອີລົບ ຖືວ່າ ກອງປະຊຸມສຸດຍອດກັບ ຈີນ ທີ່ຈັດຂຶ້ນໃນວັນທີ 1 ເມສາ ແມ່ນຄວາມມານະພະຍາຍາມ ຫລຸດຜ່ອນຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນລະຫວ່າງສອງຝ່າຍ.

   ເບິ່ງລວມແລ້ວ, ວົງການນັກຊ່ຽວຊານບໍ່ໄດ້ຕັ້ງຄວາມຫວັງຫຼາຍຕໍ່ໝາກຜົນຂອງກອງປະຊຸມສຸດຍອດຄັ້ງນີ້ ແຕ່ເຖິງແນວໃດກໍ່ຕາມ, ເລື່ອງສອງຝ່າຍ ດຳເນີນການເຈລະຈາຂັ້ນສູງ ກໍ່ສະແດງໃຫ້ເຫັນເຈດຕະນາດີ ໃນການຮ່ວມມືແກ້ໄຂຄວາມບໍ່ລົງລອຍກັນທີ່ພວມເກີດຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ