ອີຢີບ ຕໍ່ຫນ້າໄພຂາດສະຖຽນລະພາບຄັ້ງໃຫມ່

(vovworld) - ຕໍ່ຫນ້າສະພາບປະ​ເທດ ອີ​ຢີບ ມີ​ໄພ​ຈະ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ຄັ້ງ​ໃຫມ່​ທີ່​ຮ້າຍ​ແຮງ, ວັນ​ທີ 29/11, ປະທານາທິບໍດີ ອີ​ຢີບ Mohamed Morsi ​ຕ້ອງ​ຢັ້ງຢືນວ່າຖະ​ແຫລ​ງລັດຖະທຳ​ມະນູນ ຊຶ່ງ​ທ່ານ​ເອງ​ປະກາດ​​ໃຊ້​​ໃນ​ອາທິດ​ກ່ອນ, ​ໃນ​ນັ້ນ ສະຫງວນ​ບຸລິມະສິດ​ສ່ວນ​ຫລາຍ​ໃຫ້​ແກ່​ປະທານາທິບໍດີ ຈະ​ໝົດ​ຜົນ​ສັກສິດ ພາຍຫລັງ ທີ່ອີ​ຢີບ ມີ​ລັດຖະທຳ​ມະນູນ​ສະບັບ​ໃຫມ່. ຄຳຢັ້ງ​ຢືນດັ່ງກ່າວ​ແມ່ນ​ການ​ກະທຳ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຫລ້າ​ສຸດ​ຂອງ​ທ່ານ Morsi ຕໍ່ຫນ້າ​ຄວາມ​ຄັດຄ້ານ​ຢ່າງ​ແຮງ​ຈາກ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ຄຳ​ຖະ​ແຫລ​ງລັດຖະທຳ​ມະນູນ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ກະທຳ​ຂອງ​ທ່ານ ປະທານາທິບໍດີ ອີ​ຢີບ Mohamed Morsi ບໍ່​ພຽງພໍ​ເພ່ືອ​ເຮັດ​ໃຫ້​ຄວາມ​ຂັດ​ແຍ່ງ​ດ້ານ​ການ​ເມືອງ​ຢູ່ ອີ​ຢີບ ຫລຸດຜ່ອນ​ລົງ.

        ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ເລີ່​ມຕົ້ນ​​​​​​ແຕ່​ວັນ​ທີ 22/11 ​ເມື່ອ​ ປະທານາທິບໍດີ ອີ​ຢີບ Mohamed Morsi ປະກາດ​ຄຳຖະ​ແຫລ​ງລັດຖະທຳ​ມະນູນ, ​ໃນ​ນັ້ນ​ໄດ້​ກຳນົດ ບັນດາ​ອົງການ​ຕຸລາການ​ບໍ່​ມີ​ສິດ​ຢັບຢັ້ງ, ຍົກ​ເລິກ ຫລື​ປັບປຸງ​​ບໍ່​ວ່າ​ຂໍ້​ມາດຕາ​ໃດ​ຂອງ​ກົດໝາຍ, ​ ກໍ​ຄື​ຄຳ​ຖະ​ແຫລ​ງ ຫລື​ ດຳລັດ​ສະບັບ​ໃດ​ໂດຍ​ປະທານາທິບໍດີ ອີ​ຢີບ Mohamed Morsi ປະກາດ​ໃຊ້​ນັບ​​ແຕ່​ເມື່ອ​ທ່ານ​ສາບານ​ຕົວ​ຮັບ​ຕຳ​ແຫນ່​ງ​ໃນ​ວັນ​ທີ 30/6 ຜ່ານ​ມາ​ຈົນ​ເຖິງ​​ເວລາລັດຖະທຳ​ມະນູນ​ສະບັບ​ໃຫມ່​ໄດ້​ຮັບ​ການ​ຮັບຮອງ​ເອົາ ​ແລະ ສະພາ​ແຫ່ງ​ຊາດ​ອາຍຸ​ການໃຫມ່​ໄດ້​ຮັບ​ການ​ເລືອກ​ຕັ້ງ. ຕາມ​ວົງ​ການນັກ​​ໄຈ້​ແຍກ​ແລ້ວ​, ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຈຳກັດ​ສິດສ່ວນ​ຫລາຍຂອງ​ອົງການ​ຕຸລາການ​, ​ແມ່ນ​ການ​ແຊກ​ແຊງ​ຂອງ​ອົງການ​ອຳນາດ​ບໍລິຫານ​ເຂົ້າ​ໃນ​ອົງການ​ຕຸລາການ. ຄຳ​ຖະ​ແຫລ​ງຂອງ ປະທານາທິບໍດີ ອີ​ຢີບ Mohamed Morsi ​ກໍລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອົງການ​ຕຸລາການ, ຕາມ​ນັ້ນ​ແລ້ວ, ປະທານາທິບໍດີ ບໍ່​​ໄດ້ແຊກ​ແຊງ​ເຂົ້າ​ວຽກ​ງານຂອງ​ອົງການ​ຕຸລາການ. ນັ້ນ​ແມ່ນບໍ່​ທັນ​ເວົ້າ​ເຖິງ​ເລື່ອງ​ຖະ​ແຫລ​ງລັດຖະທຳ​ມະນູນ​ໄດ້​ປະກາດ​ແກ່ຍາວ​​ໄລຍະເວລາ​ຮຽບຮຽງສຳ​ເລັດ​ລັດຖະທຳ​ມະນູນ ຈາກ 6 ​ເດືອນ​ຂຶ້ນ​ເຖິງ 8 ​ເດືອນ, ​ນັບ​ແຕ່​ມື້​ສ້າງ​ຕັ້ງ​ສະພາ​ສ້າງລັດຖະທຳ​ມະນູນ. ພາຍຫລັງ​ປະກາດ​ໃຊ້​ຖະ​ແຫລ​ງລັດຖະທຳ​ມະນູນ, ປະທານາທິບໍດີ ອີ​ຢີບ Mohamed Morsi ​ໄດ້​ຄັດ​ເຂ່ຍ​ຫົວຫນ້າ​ໄອ​ຍະ​ການ Abdel Meguid Madmud ​ແລະ ​ແຕ່ງ​ຕັ້ງ​ຄົນ​ໃຫມ່. ປະທານາທິບໍດີ ອີ​ຢີບ Mohamed Morsi ກໍ​ປະກາດ​ໃຊ້ “ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ການປະຕິວັດ​ເມື່ອ​ວັນ​ທີ 25/1/2011”, ຕາມ​ນັ້ນ​ແລ້ວ​ແມ່ນ​ສືບ​ຕໍ່​ການ​ສືບສວນ​ບັນດາ​ເຫດ​ການເຂັ່ນຂ້າ ​ແລະ ກົນອຸບາຍ​ເຂັ່ນຂ້າ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໃນ​ການ​ລຸກ​ຮື​ຂຶ້ນ​​ໂຄ່ນ​ລົ້ມລະບອບ​ຂອງ​ປະທານາທິບໍດີ Mubarack ​ເມື່ອ​ປີ​ກາຍ​ນີ້.

ອີຢີບ ຕໍ່ຫນ້າໄພຂາດສະຖຽນລະພາບຄັ້ງໃຫມ່ - ảnh 1
ປະທານາທິບໍດີ ອີ​ຢີບ Mohamed Morsi
ພາບ:thanhnien.com.vn

        ການ​ກະທຳ​ຂອງ​ທ່ານ Morsi ​ໄດ້​ກໍ່​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ວົງ​ການ​ການ​ເມືອງ ອີ​ຢີບ ​ເມື່ອ​ເຂົາ​ເຈົ້າ​ຖື​ວ່າ: ປະທານາທິບໍດີ ມີ​​ເຈດ​ຈຳນົງ​ຄອບ​ງຳ​ສິດ​ອຳນາດ. ບັນດາ​ກຳລັງ​ຝ່າຍ​ຄ້ານ, ​ໃນ​ນັ້ນ ມີ​ສະຫະ​ສະມາຄົມ​ຜູ້​ພິພາກສາ, ກ່າວ​ຫາວ່າ​ຄຳ​ຖະ​ແຫລ​ງຂອງ ປະທານາທິບໍດີ ອີ​ຢີບ Mohamed Morsi ​ເພື່ອ​​ແນ​ໃສ່ປົກ​ປັກ​ຮັກສາ​ບັນດາ​ດຳລັດ​ຂອງ​ທ່ານ​ຕໍ່​ຫນ້າຄຳ​ຕັດສິນ​ຂອງ​ສານ ນັ້ນ​ແມ່ນ​ການ​ລັດຖະປະຫານ​ລັດຖະທຳ​ມະນູນ ຕ້ານ​ຄືນ​ບັນດາ​ຂໍ້​ກຳນົດ​ຂອງ​ອຳນາດນິຕິບັນຍັດ ​ແລະ ລັກສະນະ​ເອກະລາ​ຂອງ​ຕຸລາການ. ທ່ານ Mohamed ElBaradei ອະດີດ​ຜູ້ອຳນວຍການ​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ​ໄດ​້ກ່າວ​ເຕືອນ​ວ່າ: ​ເລື່ອງ ປະທານາທິບໍດີ ຄອບ​ງຳ​ສິດ​ອຳນາດ​ອາດ​ຈະ​ກໍ່​ຜົນ​ຮ້າຍ​ຢ່ອນ​ຫລັງ​ຢ່າງ​ຮ້າຍ​ແຮງ. ວົງ​ການ​ຜູ້​ພິພາກສາ ​ແລະ ສື່​ມວນ​ຊົນ ອີ​ຢີບ ​ໄດ້​ຮຽກຮ້ອງ​​ໃຫ້ການ​ຢຸດ​ງານ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ຄັດຄ້ານ​ທ່ານ Morsi, ການ​ຜັນ​ແປ່​​ດັ່ງກ່າວ​ແມ່ນຄ້າຍ​ຄື​ເຫດການ​ທີ່ເກີດ​ຂຶ້ນ​ໃນ​ການ​ລັດຖະປະຫານ​ໂຄ່ນ​ລົ້ມ​ອະດີດ​ປະທານາທິບໍດີ Hosni Mubarak . ຕາມ​ສະ​ໂມ​ສອນ​ຜູ້​ພິພາກ​ສາ ​ແລ້ວ,​ ມີ 99% ຈຳນວນ​ສານ ​ແລະ ອົງການ​ດຳ​ເນີນ​ຄະດີ ອີ​ຢີບ ​ໄດ້​ຢຸດ​ງານ​​ເພື່ອຕ້ານ​ດຳລັດ​ຂອງ​ປະທານາທິບໍດີ. ​ໃນ​ຂະນະ​ນັ້ນ, ກະ​ແສກ​ານ​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ເພີ່ມ​ຂຶ້ນ​ສູງ​ຢູ່ ອີ​ຢີບ ​ໂດຍຮຽກຮ້ອງ​​ໃຫ້​ຄະນະລັດຖະບານ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແຫນ່​ງ. ບັນດາ​ຜູ້​ແຫ່​ຂະ​ບວນຖະ​ແຫລ​ງວ່າ ຈະ​​ຢູ່ Tahris ຈົນ​ເຖິງ​ຕາບ​ໃດ​ປະທານາທິບໍດີ ຍົກ​ເລິກ​ຄຳ​ຖະ​ແຫລ​ງລັດຖະທຳ​ມະນູນ. ​ໃນ​ຂົງ​ເຂດ​ເສດຖະກິດ, ຕະຫລາດ​ຫລັກ​ຊັບ ອີ​ຢີບ ກໍ​ຖືກ​ເສຍ​ຫາຍ​ຢ່າງ​ຫນັກຫນ່ວງ​ເມື່ອ​ຖືກ​ເສຍຈຳນວນ​ເງິນ​ເກືອບ 4,8 ຕື້ USD​ໃນ​ວັນ​ທີ 25/11, ຊື່​ງ​ແມ່ນ​ລະດັບ​ເສຍ​ຫາຍ​ຫລາຍ​ສຸດ​ນັບ​​ແຕ່​ເມື່ອ​ຕະຫລາດ​ນີ້​ເປີດ​ປະຕູ​ຄືນ​ໃຫມ່​ພາຍຫລັງ​ລະບອບ​ປະທານາທິບໍດີ Hosni Mubarak ຖືກ​ໂຄ່ນ​ລົ້ມ​ໃນ​ເດືອນ 2/2011.

ອີຢີບ ຕໍ່ຫນ້າໄພຂາດສະຖຽນລະພາບຄັ້ງໃຫມ່ - ảnh 2
ການແຫ່ຂະບວນປະທ້ວງຄັດຄ້ານປະທານາທິບໍດີ ອີ​ຢີບ Mohamed Morsi
ພາບ:internet

        ຕໍ່ຫນ້າ​ໄພ​ຂາດ​ສະຖຽນ​ລະ​ພາບ​ນັບ​ມື້​ນັບ​ປີນຂັ້ນ​ໄດ, ວັນ​ທີ 29/11 ປະທານາທິບໍດີ ອີ​ຢີບ Mohamed Morsi ​ໄດ້​ມີ​ບົດ​ປາ​ໄສ​ທາງ​ໂທລະພາບ​ເພື່ອ​ອະທິບາຍ​ສາຍ​ເຫດ​ທີ່ປະກາດ​ໃຊ້​ຄຳ​ຖະ​ແຫລ​ງ ພ້ອມ​ທັງ​ຮຽກຮ້ອງ​ຄວາມ​ເປັນ​ເອກະ​ພາບ​ແຫ່ງ​ຊາດ. ​ໃນ​ຂະນະ​ນັ້ນ, ວັນ​ທີ 28/11 ສະພາ​ສ້າງລັດຖະທຳ​ມະນູ​ນປະ​ເທດ​ນີ້ ​ໄດ້​ສຳ​ເລັດ​ບັນດາ​ການ​ປຶກສາ​ຫາລື​ກ່ຽວ​ກັບ​​ແຜນຮ່າງ​ລັດຖະທຳ​ມະນູນ. ທ່ານ​ເລຂາທິການ​ໃຫຍ່ ສະພາ​ສ້າງລັດຖະທຳ​ມະນູນ Amr Darrag ​ໃຫ້​ຮູ້​ວ່າ: ສະພາ​ຈະ​ປ່ອນ​ບັດ​ກ່ຽວກັບ​​ຮ່າງ​ລັດຖະທຳ​ມະນູນ​ສຸດ​ທ້າຍ​ໃນ​ວັນ​ທີ 29/11 ​ແລະ ຈະຍື່ນ​ສະ​ເຫ​ນີ​ຮ່າງ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຕໍ່​ ປະທານາທິບໍດີ Mahamed Morsi. ຕາມ​ທ່ານ Darrag ​ແລ້ວ,​ມາດ​ຕະການ​ຫນຶ່ງ​ດຽວ​ໃຫ້​ແກ່​ວິ​ກິດ​ການ​ປະຈຸ​ບັນ ຢູ່ ອີ​ຢີບ ​ແມ່ນ​ສ້າງສຳ​ເລັດ​ລັດຖະທຳ​ມະນູນ​ສະບັບ​ໃຫມ່​ໃນ​​ເວລາ​ໄວ​ທີ່​ສຸດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີ້​ແມ່ນ​ວຽກ​ງານ​ບໍ່​ງ່າຍດາຍ ​ແລະ ຊາວ​ອີ​ຢີບ ຍັງ​ຄົງ​ລໍຖ້າ​ເພື່ອ​​ໃຫ້​​ອຳນາດ​ການ​ປົກຄອງມີ​ຄວາມເຂັ້ມ​ແຂງຢ່າງ​ພຽງພໍ ​ແລະ ​ເຄື່ອນ​ໄຫວ​ຕາມ​ລັດຖະທຳ​ມະນູນ​ຂອງ ອີ​ຢີບ.

ຕອບກັບ

ຂ່າວ/ບົດ​ອື່ນ