ອີຢີບ ພາຍຫຼັງການປະຕິວັດລະດູບານໃໝ່ໜຶ່ງປີ

ອີຢີບ ພາຍຫຼັງການປະຕິວັດລະດູບານໃໝ່ໜຶ່ງປີ - ảnh 1
(ພາບ: .vietnamnet.vn)

ວັນ​ທີ 11/2 ຜ່ານ​ມາ, ຊາວ ອີ​ຢີບ ສະ​ເຫຼີ​ມສະຫຼອງ 1 ປີ ​ແຫ່ງ​ວັນ​ທີ່​ທ່ານປະທານາທິບໍດີ Hosni Mubarak ຖືກ​ໂຄ່ນ​ລົ້ມ​ດ້ວຍ​ການ​ລົງ​ຖະໜົນ​ຫົນທາງ, ​ທວງ​ໃຫ້​ສະພາ​ບັນດາ​ກຳລັງ​ປະກອບ​ອາວຸດ​ສູງ​ສຸດ (CSFA) ມອບ​​ໂອນສິດ​ອຳນາດ​ຄືນ​ໃຫ້​ລັດຖະບານ​ພົນລະ​ເຮືອນ. ຫຼາຍ​ຄົນ​ຖື​ວ່າ, ການ​ປ່ຽນ​ແປງ​ປະຊາທິປະ​ໄຕ​ຢ່າງ​ຕັ້ງໜ້າ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຖິງ​ຖອງ, ອັນ​​ໄດ້ເຮັດ​ໃຫ້ ”ການ​ປະຕິວັດລະດູບານ​ໃໝ່​ອາ​ຮັບ” ບໍ່​ທັນ​​ໄດ້​ຮັບ​ການປະຕິບັດ​ຢ່າງ​ຮຽບຮ້ອຍ.

        ວັນ​ທີ 11/2 ປີ 2011, ປະທານາທິບໍດີ ອີ​ຢີບ Hosni Mubarak ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ສິ້ນ​ສຸດ 30 ປີ​​ແຫ່ງ​ການ​ກຳ​ອຳນາດ. ນັບ​ແຕ່​ນັ້ນ​ເປ​ັນຕົ້ນ​ມາ,  ສະພາ​ບັນດາ​ກຳລັງ​ປະກອບ​ອາວຸດ​ສູງ​ສຸດ (CSFA) ​ໄດ້​ກຳ​ສິດ​ບໍລິຫານ​ປະ​ເທດ. ລະຄອນ​ໂສກ​ຂອງ ”ການ​ປະຕິວັດລະດູບານ​ໃໝ່​ອາ​ຮັບ” ຢູ່​ອີ​ຢີບ ​ແມ່ນ​ລະບອບ​ເກົ່າ​ໄດ້​ຢຸດຕິ​ແລ້ວ, ​ແຕ່​ລະບອບ​ໃໝ່​ຍັງ​ບໍ່​ທັນ​​ໄດ້​ຮັບ​ການເລີ່​ມຕົ້ນ​ຢ່າງ​ແທ້​ຈິງ. ​ເຖິງ​ວ່າການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ການຈັດ​ຕັ້ງຂື້ນ​ແລ້ວ​ກໍ່ຕາມ, ​ແຕ່​ບັນດາ​ນັກ​ການ​ເມືອງ ​ແລະ ບັນດາ​ນັກ​ເຄື່ອນ​ໄຫວ​ກໍ່​ບໍ່ພໍ​ໃຈ​ເທື່ອ. ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄາດ​ວ່າ​ຈະດຳ​ເນີນ​ໄປ​ໃນ​ເດືອນ​ມິຖຸນາ​ຈະ​ມາ​ເຖິງ ​ແລະ ການ​ເຄື່ອນ​ໄຫວສື່​ມວນ​ຊົນ​ກໍ່​ມີ​ຄວາມ​ເສລີ​ກວ່າ​ເກົ່າ​ແລ້ວ​ກໍ່ຕາມ, ​ແຕ່ CSFA ​ເຊິ່ງລວມມີນາ​ຍພົນ 20 ຄົນ ​ໂດຍ​ທ່ານ Hussein Tantaoui ນຳພາ ຍັງ​ຄົງ​ຄວບ​ຄຸມ​ລັດຖະບານ​ຢູ່ ​ແລະ ຫາງ​ສຽງ​ຖື​ວ່າ, ກອງທັບ​ພວມ​ຊອກ​ຫາ​ວິທີ​ຮັກສາ​ສິດ​ຄວບ​ຄຸມ ອີ​ຢີບ ພາຍຫຼັງ​​ການ​ເລືອກ​ຕັ້ງ​ປະທານາທິບໍດີ. ​ເຂົາ​ເຈົ້າ​ສົງ​​ໄສ​ວ່າ, ຝ່າຍທະຫານ​ຈະ​​ແຕ່ງ​ຕັ້ງທ່າ​ນ​ໜຶ່ງ​​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຕົນ​. ​ເຖິງ​ວ່າ​ປະທານາທິບໍດີ Hosni Mubarak ຕ້ອງ​ຂຶ້ນ​ສານ​ພິພາກສາ​ຍ້ອນ​ໂທດ​ປາບ​ປາມ​ບັນດາ​ຜູ້​ແຫ່​ຂະ​ບວນ​ແລ້ວ, ​ແຕ່​ປະຈຸ​ບັນ, ບັນດາ​ຜູ້​ແຫ່​ຂະ​ບວນຍັງ​ຄົງ​ຖືກ​ຕຳຫຼວດ​ປາບ​ປາມ​ດ້ວຍ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່. ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ, ຝ່າຍ​ອິດສະ​ລາມ​ໄດ້​ຮັບ​ໄຊຊະນະ​, ​ແຕ່​ກົງກັນຂ້າມ, ກຳລັງ​ຫຼັກ​ແຫຼ່ງຂອງ​ຂະ​ບວນການ​ລຸກ​ຮຶ້ຂຶ້ນ​ຕ້ານ​ຜະ​ເດັດ​ການຄື ນັກ​ສຶກສາ, ຊາວ​ໜຸ່ມ, ກຳລັງ​ຝ່າຍ​ຊ້າຍ… ພັດຖືກ​ປະລາ​ໄຊ​ຢ່າງ​ໜັກໜ່ວງ​​ທາງ​ດ້ານ​ການ​ເມືອງ​ພາຍຫຼັງ​ລະບອບ​ປະທານາທິບໍດີ Hosni Mubarak . ຍ້ອນ​ເຫດ​ນັ້ນ, ຄວາມ​ພາກພູມ​ໃຈ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ລຸກ​ຮຶ້ຂຶ້ນ​ທີ່​ໄດ້​ຮັບ​ຜົນສຳ​ເລັດ​ກ່ອນ​ນີ້ 1 ປີ, ປະຈຸ​ບັນ​ບໍ່​ມີ​ຄວາມ​ໝາຍອີກ​ແລ້ວ, ມີ​ພຽງ​ຄວາມ​ເບື່ອ​ໜ່າຍ​ ຍ້ອນ​ລັດຖະບານ​ພົນລະ​ເຮືອນ​ບໍ່​ທັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ໃນ​ຂະນະ​ທີ່​ການ​ຈະລາຈົນ​ຢູ່ ອີ​ຢີບ ນັບ​ມື້​ນັບ​ຮ້າຍ​ແຮງ​ຍິ່ງ​ຂຶ້ນ. ສິ່ງ​ດັ່ງກ່າວ​ໄດ້​ພາ​ໃຫ້ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ສະໜາມກິລາ​ເມື່ອ​ວັນ​ທີ 1/2, ​ເຮັດ​ໃຫ້ 74 ຄົນ​ເສຍ​ຊີວິດ ​ແລະ 1000 ກວ່າ​ຄົນ​ຖືກ​ບາດ​ເຈັບ. ການ​ປະ​ທະ​ກັນ​ລະຫວ່າງ​ຕຳຫຼວດ​ກັບ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ແກ່ຍາວ ​ແລະ​ຂະຫຍາຍ​ໄປ​ສູ່​ຫຼາຍ​ນະຄອນ​ຢູ່ ອີ​ຢິບ ນັ້ນ ພັດ​ແມ່ນ​ກອງ​ເຊຍຂອງ​ບັນດາ​ສະ​ໂມ​ສອນ​ບານ​ເຕະ​ໃຫຍ່​ຂອງ​ນະຄອນຫຼວງ​ ຄາຍ​ໂຮ, ​ເຊິ່ງ​ແມ່ນ​ຜູ້​ທີ່​ສວມ​ບົດບາດ​ສຳຄັນ​ໃນ​ການ​ແຫ່​ຂະ​ບວນ​ໂຄ່ນ​ລົ້ມ​ປະທານາທິບໍດີ Hosni Mubarak ກ່ອນ​ນີ້ 1 ປີ. ສະພາ​ບັນດາ​ກຳລັງ​ປະກອບ​ອາວຸດ​ສູງ​ສຸດ (CSFA) ​ຖື​ວ່າ, ການ​ຈະລາຈົນ​ດັ່ງກ່າວ ​ແມ່ນ​ຍ້ອນ ”ກົນອຸບາຍ​ທຳລາຍ​ປະ​ເທດ​ຂອງບັນດາ​ອິດ​ທິກຳລັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ”. ​ແຕ່​ສື່​ມວນ​ຊົນ ອີ​ຢິບ, ​ແລະ ​ຫຼາຍຄົນ​ພັດ​ບໍ່​ຄິດ​ຄື​​ແນວ​ນັ້ນ. ໃນໜັງສືພິມ Al – Shorouq, ນັກ​ວິຈານ Wael Qandil ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ຈະລາຈົນ​ຢູ່​ສະໜາມກິລາ​ເມື່ອ​ວັນ​ທີ 1/2 ວ່າ: ”ນັ້ນ​ບໍ່​ແມ່ນ​ການ​ແຂ່ງຂັນ​ບານ​ເຕະ​ລະຫວ່າງ Al – Masry  ​ແລະ  Al – Ahly, ຫາກ​ແມ່ນ​ການ​ແຂ່ງຂັນ​ທາງ​ການ​ເມືອງ ​ເພື່ອ​ຕ້ານ​ຄືນ​​ການປະຕິວັດ ”. ສ່ວນ​ໃນ​ໜັງສືພິມ Al – Tahrir,  ນັກວິຈານ  Ibrahim Mansur ກໍ່​ຂຽນ​ວ່າ: ”ປະຊາຊົນ ອີ​ຢິບ ທວງ​ໃຫ້​ສະພາ​ການ​ທະຫານ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ຍ້ອນ​ບໍ່​ສາມາດຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໄດ້”. ຊ້ຳ​ບໍ່​ໜຳ, ມີ​ນັກ​ວິຈານ​ອື່ນໆ​ອີກ​ຫຼາຍທ່ານກໍ່​ກ່າວ​ຫາ​ວ່າ ”ວົງ​ການ​ການ​ນຳ​​ການ​ທະຫານ​ໃນ​ປະຈຸ​ບັນ ​ໄດ້​ຕັ້ງ​ໃຈ​ກໍ່​ຄວາມ​ວຸນວາຍ ​ເພື່ອ​ສືບ​ຕໍ່​ກຳ​ອຳນາດ”. ຄວາມ​ຂາດ​ສະຖຽນ​ລະ​ພາບດັ່ງກ່າວ ອາດ​ຈະ​ກໍ່​ໃຫ້​ເກີດ​ສະພາບ​ຊຸດ​ໂຊມ​ຄັ້ງ​ໃໝ່. ຕາມ ອົງການ Standard & Poorís, ຈຳນວນ​ເງິນຕາ​ຕ່າງປະ​ເທດ​ສະ​ສົມຂອງ ອີ​ຢິບ​ ພາຍ​ໃນ 1 ປີຜ່ານມາ ໄດ້​ຖືກ​ຫຼຸດ​ຈາກ 36 ຕຶ້ USD ລົງ​ເຫຼືອ​ພຽງ 16 ຕຶ້ USD ຍ້ອນ​ລາຍ​ຮັບ​ຈາກ​ຂະ​ແໜງ​ການທ່ອງທ່ຽວ ​ແລະ ​ການ​ລົງທຶນ​ຕ່າງປະ​ເທດ​ຖືກ​ຫຼຸດ​ລົງ​ຢ່າງ​ແຮງ.

        ສະ​ເຫຼີ​ມສະຫຼອງ 1 ປີ ​ແຫ່ງ​ວັນ​ທີ່​ທ່ານປະທານາທິບໍດີ Hosni Mubarak ຖືກ​ໂຄ່ນ​ລົ້ມ​, ຊາວ ອີ​ຢິບ ນັບ​ແຕ່​ກຳມະກອນ​ ຕະຫຼອດ​ຮອດນັກ​ສຶກສາ​ສືບ​ຕໍ່​ລົງ​ຖະໜົນ​ຫົນທາງ​ເພື່ອ​ແຫ່​ຂະ​ບວນ. ​ເຂົາ​ເຈົ້າ​ເສຍ​ຫວັງ​​ເພາະວ່າ​ສະພາບ​ການ​ດ້ານ​ການ​ເມືອງ​ບໍ່​ໄດ້​ຮັບ​ການຜັນ​ແປ​ໄປ​ຄື​ດັ່ງ​ຄວາມ​ປາຖະໜາ​ຂອງ​ຕົນ. ​ພວກ​ເຂົາ​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ອະນາຄົດ​ຂອງ​ປະ​ເທດ​ຊາດ. ທະຫານ​ຈະ​ຕັດສິນ​ໃຈ​ຖອນ​ອອກ​ຈາກ​ເວທີ​ການ​ເມືອງ​ຫຼື​ບໍ່? ​ແລະ ຝ່າຍ​ອິດສະ​ລາມ​ຈະ​ປະຕິບັດ​ນະ​ໂຍບາຍ​ຕ່າງໆຄື​ແນວ​ໃດ, ​ເຂົາ​ເຈົ້າ​ຈະ​ຮັບ​ຮູ້​​ປະຊາທິປະ​ໄຕ​ເມື່ອຂຶ້ນກຳ​ອຳນາດ​ໄດ້​ຫຼື​ບໍ? ຖ້າ​ບໍ່​​ເປັນຄື​ແນວ​ນັ້ນ, ”ການ​ປະຕິວັດລະດູບານ​ໃໝ່​ອາ​ຮັບ”ຈະ​ບໍ່​ສາມາດ​ປະຕິບັດ​ສຳ​ເລັດ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ