ອີຢີບ ພາຍຫລັງ 1 ປີແຫ່ງການກຳອຳນາດຂອງປະທານາທິບໍດີ Mohamed Morsi

(vovworld)- ວັນ​ທີ 30/6 ຈະ​ມາ​ເຖິງ ຈະ​ເປັນ​ຂີດ​ໝາຍ 1 ປີ​ຂຶ້ນ​ກຳ​ອຳນາດ​ຂອງ​ທ່ານ​ປະທານາທິບໍດີ ອີ​ຢີບ Mohamed Morsi. ກົງ​ກັບ​ຂ້າມ​ກັບ​ຖະ​ແຫລ​ງການ​ທີ່​ຫນ້າປະ​ເອີ​ບ​ໃຈ​ໃນ​ມື້​ຮັບ​ດຳລົງ​ຕຳ​ແຫນ່​ງກ່ຽວ​ກັບ​ການ​ກໍ່ສ້າງ​​ອີ​ຢີບ​ເປັນ​ພື້ນຖານ

ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ,  ​ແຕ່​ບັດ​ນີ້,ປະທານາທິບໍດີ Mohamed Morsi ພວມ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ສ່ຽງ​ອາດ​ຖະຖືກ​ອອກ​ຈາກ​ຕຳ​ແຫນ່​ງຍ້ອນ​ກຳລັງ​ດັນ​ຈາກກ​ຸ່ມຄົນ​ບໍ່​ຫນ້ອຍທີ່​ກ່ອນ​ນີ້ 1 ປີ​ໄດ້​ຖື​ວ່າ​ ໝາກຜົນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຕ້ອງ​ໄດ້​ຮັບຄວາມ​ເຄົາລົບ. ​

        ກ່ອນ​ນີ້ 1 ປີ, ​ເມື່ອ​ຫາກໍ່​ຂຶ້ນ​ກຳ​ອຳນາດ, ປະທານາທິບໍດີ Mohamed Morsi ບໍ່​ຄິດ​ວ່າ ຕຳ​ແຫນ່​ງຂອງ​ທ່ານຖືກ​ກະທົບ ​ເມື່ອ​ທ່ານ​ຫາ​ກໍ​ຂຶ້ນ​ກຳ​ອຳນາດ​ໃນ​ 1/4 ໄລຍະທາງ​ຂອງ​ອາຍຸ​ການ 4 ປີ​ທີ່ດຳ​ລົງ​ຕຳ​ແຫນ່​ງເປັນ​ປະທານາທິບໍດີ. ຖ້າ​ສັງ​ເກດ​ໃນ​ທຸກ​ດ້ານ, ຈາກ​ການ​ເມືອງ​ຕະຫລອດ​ຮອດ​ເສດຖະກິດ, ສັງຄົມ, ຊາວ ອີ​ຢີບ ລ້ວນ​ແຕ່​ບໍ່​ພຶງພໍ​ໃຈ​ຕໍ່​ການ​ບໍລິຫານ​ຂອງ​ປະທານາທິບໍດີ Mohamed Morsi. ​ເຂົາ​ເຈົ້າ​ຖື​ວ່າ ​ໃນ​ຕະຫລອດ 1 ປີ ຜ່ານ​ມາ, ຢູ່​ ອີ​ຢີບ ບໍ່​ທັນ​ມີ​ການ​ປ່ຽນ​ແປງ​ອັນ​ຕັ້ງຫນ້າ​​. ພື້ນຖານ​ເສດຖະກິດ​ ອີ​ຢີບ ຍັງ​ຖືກ​ວິ​ກິດ​ການ​ອັນ​ຫນັກຫນ່ວງ, ລາຄາ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ປີ​ກາຍ. ຕົວ​ເລກ​ຂອງ​ກະຊວງ​ການ​ເງິນ ອີ​ຢີບ ປະກາດ​ເມື່ອ​ວັນ​ທີ 20/6 ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຂາດ​ດຸນ​ງົບປະມານ​​ໃນ​ 11 ເດືອນ  ຜ່ານ​ມາ (​ແຕ່​ເດືອນ 7/2012 ຮອດ​ເດືອນ 5/2013) ​ເພີ່ມ​ຂຶ້ນ​ເກືອບ 30 ຕື້ USD, ​ເທົ່າກັບ 11,8% ຍອດ​ຜະລິດ​ຕະພັນ​ພາຍ​ໃນ GDP ​ແລະ ​ເພີ່ມ​ຂຶ້ນ​ຫລາຍ​ພໍ​ສົມຄວນ​ເມື່ອ​ທຽບ​ໃສ່​ລະດັບ​ຂາດ​ດຸນ​ເກືອບ 20 ຕື້ USD ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບ້ວງ​ຫນີ້​ຕ່າງປະ​ເທດ​ຂອງ​ອີ​ຢີບກໍ​ເພີ່ມ​ຂຶ້ນ​ 15,5% ຂຶ້ນ​ເຖິງ ກວ່າ 38 ຕື້ USD. ອັດຕາ​ສ່ວນຜູ້   ວ່າ​ງງານ​ເພີ່ມ​ຂຶ້ນ 13%.

        ​ໃນ​ວົງ​ການ​ການ​ເມືອງ, ປະທານາທິບໍດີ Mohamed Morsi ສືບ​ຕໍ່​ມານະ​ພະຍາຍາມຄວບ​ຄຸມສິດ​ອຳນາດ​ດ້ວຍ​ການ​ກະທຳ​​ໃຫມ່​ສຸດ ​ແມ່ນ​ລົງ​ນາມ​ໃນ​ລັດຖະດຳລັດ​ແຕ່ງ​ຕັ້ງ​ບັນດາ​ສະມາຊິກ​​ໃກ້ຊິດ​ຂອງ​ຕົນເປັນ​ເຈົ້າ​ແຂວງ​ຄົນ​ໃຫມ່. ດ້ວຍ​ການ​ແຕ່ງ​ຕັ້ງ​ດັ່ງກ່າວ, ປະຈຸ​ບັນ ກຳລັງອ້າຍ​ນ້ອງ​ອິດສະ​ລາມພວມ​ຄວບ​ຄຸມ 10 ​ໃນ​ຈຳນວນ 27 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ​ໃນ​ນັ້ນ ມີ​ບັນດາ​ທ້ອງ​ຖິ່ນ​ໄດ້​ຮັບ​ຖື​ວ່າ​ແມ່ນ“​ກຳ​ແພງ​ໝັ້ນຄົງ”ຂອງ​ຝ່າຍ​ຄ້ານ.

        ວິ​ກິດ​ການ​ກ່ຽວ​ກັບ​ເສດຖະກິດ ພ້ອມ​ກັບ​ການປັບປຸງ​ສິດ​ອຳນາດ​ໄດ້​ເຮັດ​ໃຫ້​ຈຳນວນ ຊາວ​ອີ​ຢີບບໍ່ພໍ​​ໃຈ​ຕໍ່​ລະບອບ​ໄດ້​ເພີ່ມ​ຂຶ້ນ​ສູງ ​ແລະ ອັດຕາ​ສ່ວນ​ຜູ້​ສະຫນັບສະຫນູນ​ປະທານາທິບໍດີ Mohamed Morsi ຫລຸດ​ລົງ​ຢ່າງ​ແຮງ. ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາ Zogby(ZRS) ປະກາດ​ເມື່ອ​ວັນ​ທີ 17/6 ​ໃຫ້​ເຫັນ​ວ່າ: ອັດຕາ​ສ່ວນ​ຜູ້​ສະຫນັບສະຫນູນ​ປະທານາທິບໍດີ Mohamed Morsi ຍັງ​ເຫລືອ​ພຽງ 28%. ຕົວ​ເລກ​ດັ່ງກ່າວຕຳ່​ກວ່າ​ຫລາຍ​ເມື່ອ​ທຽບ​ໃສ່ 57% ຂອງ  ປີ​ກ່ອນ​ນີ້.

ອີຢີບ ພາຍຫລັງ 1 ປີແຫ່ງການກຳອຳນາດຂອງປະທານາທິບໍດີ  Mohamed Morsi - ảnh 1
ຊາວອີຢີບແຫ່ຂະບວນປະທ້ວງ
ພາບ:Reuters.

        ຄວາມ​ບໍ່ພໍ​ໃຈ​ຕໍ່​ລະບອບ​ຂອງ​ປະຊາຊົນ ອີ​ຢີບ ​ໄດ້​ຫັນ​ມາ​ເປັນ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ ຊື່​ງຕາມ​ການ​ສະຖິຕິ​ຂອງ​ສູນ​ພັດທະນາ​ສາກົນ ​ແລ້ວ, ຈຳນວນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ ອີ​ຢີບ ພາຍຫລັງ 1 ປີ​ກຳ​ອຳນາດ​ຂອງ​ປະທານາທິບໍດີ Mohamed Morsi ​ໄດ້​ທຳລາຍ​ສະຖິຕິ, ດ້ວຍ​ຍອດ​ຈຳນວນ 9.427 ຄັ້ງ. ຕົວ​ເລກ​ນີ້​ສູງ​ກວ່າ 7 ​ເທົ່າ​ເມື່ອ​ທຽບ​ໃສ່​ສະ​ໄຫມ​ອະດ​ີດປະທານາທິບໍດີ Hosni Mubarak, ຜູ້​ຖືກ​​ໂຄ່ນ​ລົ້ມ​​ເມື່ອ​ຕົ້ນ​ປີ 2011.  ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ຄວາມ​ເຄ່ັງ​ຕຶງ​ອາດ​ຈະ​ຮ້າ​ຍ​ແຮງ​ກວ່າ​ເມື່ອ​ວັນ​ທີ 30/6 ​ຝ່າຍ​ຄ້ານ​​ໄດ​້ປຸກລະດົມ​ການ​ແຫ່​ຂະ​ບວນປະ​ທ້ວງ​ດ້ວຍ​ຂອບ​ຂະຫນາດ​ໃຫຍ່​ຫລາຍ​ຄັ້ງ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ຮຽກຮ້ອງ​ທ່ານ Morsi ລາ​ອອກ​ຈາກ​ຕຳ​ແຫນ່​ງ ​ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ກ່ອນ​ກຳນົດ​ເວລາ. ຄວາມ​ສ່ຽງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອງ ກຸ່ມ​ຝ່າຍ​ຄ້ານ Tamarod ​​ເກັບ​ກຳ​ໄດ້ 15 ລ້ານ​ລາຍ​ເຊັນ​​ໂດຍຮຽກຮ້ອງ​ການ​ພົ້ນ​ຕຳ​ແຫນ່​ງປະທານາທິບໍດີ Morsi, ​ຊື່​ງແມ່ນຕົວ​ເລກ​ຫລາຍ​ກວ່າ​ຈຳນວນ​ 2 ລ້ານ​ຄົນ​ທີ່​ໄດ້ປ່ອນ​ບັດ​​ໃຫ້​ທ່ານ​ໃນ​ການ ເລືອກ​ຕັ້ງຮອບ​​ທີ 2 ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ກ່ອນ​ນີ້.

        ​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ, ກ່າວ​ຄຳ​ເຫັນ​ທາງ​ໂທລະພາບ​ເມື່ອ​ວັນ​ທີ 26/6, ປະທານາທິບໍດີ Mohamed Morsi ໝັ້ນ​ໝາຍ​ຈະ​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ ຮຽກຮ້ອງ​ການ​ໂອ້​ລົມ​ສົນທະນາ​​ແຫ່ງ​ຊາດ. ທ່ານ​ກ່າວ​​ເຕືອນ ວ່າ: ການ​ແບ່ງ​ແຍກ​ດ້ານ​ການ​ເມືອງ​ພວມ​ຢູ່ໃນ​ລະດັບ​ອາດ​ຈະ​ນາບ​ຂູ່​ເຖິງ​ພື້ນຖານ​ປະຊາທິປະ​ໄຕ, ກໍ່​ຄວາ​ມຂາດສະຖຽນ​ລະ​ພາບ ​ແລະ ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​​ສູນ​ທອນພົດ​ຂອງ​ທ່ານບໍ່​ເຮັດ​ໃຫ້ການ​ແບ່ງ​ແຍກ​ຢູ່​ປະ​ເທດ​ອາ​ຟລີ​ກາ​ເຫນືອ​ນີ້​ຫລຸ​ດລົງ. ສິ່ງ​ທີ່ພິສູດ​ໃຫ​້​ເຫັນ​ນັ້ນ​ແມ່ນ ຫລັງ​ຈາກ​ນັ້ນ​ມື້ຫນຶ່ງ, ຝ່າຍ​ຄ້ານ ​ແລະ ບັນດາ​ກຳລັງ​ປະຕິວັດ​ອີ​ຢີບ ​ໄດ້​ປະກາດ​​ແຜນການ​ໄລຍະ​ຂ້າມ​ຜ່ານ​ໃນ​ກໍລະນີ​ປະທານາທິບໍດີ Mohamed Morsi ຂໍ​ລາ​ອອກ​ຈາກ​ຕຳ​ແຫນ່​ງ. ​ແຜນການ​ດັ່ງກ່າວ​ລວມມີ ການ​ຍຸບ​ເລີກ​ ສະພາ Shoura (ສະພາ​ສູງ ອີ​ຢີບ) , ຊື່​ງ​ແມ່ນ​ອົງການ​ໂດຍ​ຝ່າຍ​ຄ້ານ​ອິດສະ​ລາມ​ຄວບ​ຄຸມ ​ແລະ ກຳ​ສິດ​ນິຕິບັນຍັດ ນັບ​ແຕ່​ເມື່ອ​ສະພາ​ແຫ່ງ​ຊາດ​ຖືກ​ຍຸບ​ເລີກ​​ໃນ​ເດືອນ 6/2012, ຢຸດຕິ​ລັດຖະທຳ​ມະນູນ​ປະຈຸ​ບັນ ​ແລະ ດຳ​ເນີນ​ການ​ຮຽບຮຽງ​ລັດຖະທຳ​ມະນູນ​ສະບັບ​ໃຫມ່. ​ແລະ​ກໍ​ຕາມ​ແຜນການ​ນີ້, ນາຍົກລັດຖະມົນຕີ ​ເອກະລາດ ຈະ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເພື່ອ​ໃຫ້ນຳພາ​ລັດຖະບານ​ໃຫມ່ ດ້ວຍ​ຫນ້າ​ທີ່​ຜັນ​ຂະຫຍາຍ​ແຜນການ​ເສດຖະກິດຢ່າງ​ຮີ​ບດ່ວນ ​ເພື່ອ​ກູ້​ເອົາ​ພື້ນຖານ​ເສດຖະກິດ​ຂອງ ອີ​ຢີບ ທີ່​ພວມ​ຕົກ​ເຂົ້າ​ສຸ່ສະພາບ​ວິ​ກິດ​ການ ​ແລະ ປະຕິບັດ​ບັນດາ​ນະ​ໂຍບ​າຍຍຸຕິ​ທຳ​ສັງຄົມ.

        ​ເປັນ​ທີ່​ຈະ​ແຈ້ງ​​ແລ້ວ​ວ່າ, ຂີດ​ໝາຍ 1 ປີ ພາຍຫລັງ​ເຂົ້າ​ດຳ​ລົງ​ຕຳ​ແຫນ່​ງຂອງ​ປະທານາທິບໍດີ Mohamed Morsi ດ້ວຍ​ຫລາຍເຫດການ​ທີ່​ເປັນ​ຫນ້າ​ໂສກ​ເສົ້າ ​ແລະ ​ເຮັດ​ໃຫ້​ລັດຖະບານ​ອີ​ຢີບ ​ຕົກ​ເຂົ້າ​ສຸ່ສະພາບ​ຫຍຸ້ງຍາກ. ກົງ​ກັນ​ຂ້າມ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຂອງ​ປະຊາຊົນ​ອີ​ຢີບກ່ອນ​ນີ້ 1 ປີ, ປະຈຸ​ບັນ ອີ​ຢີບ ພວມສືບ​ຕໍ່​ຊອກ​ຫາມ​າດຕະການ​ເພື່ອ​ແກ້​ໄຂ​ສະພາບ​ຂາດ​ສະຖຽນ​ລະ​ພາບດັ່ງກ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ