ອີຢິບຕົກເຂົ້າສູ່ສະພາບຂາດສະຖຽນລະພາບຄັ້ງໃໝ່

ອີຢິບຕົກເຂົ້າສູ່ສະພາບຂາດສະຖຽນລະພາບຄັ້ງໃໝ່ - ảnh 1
ທ່ານ Adly Mansour ປະທານາທິບໍດີຊົ່ວຄາວຂອງອີຢິບ 
(ພາບ:  Al-Arabiya)

   ພາຍຫຼັງພິທີສະເຫຼີມສະຫຼອງ 1 ປີແຫ່ງວັນຂຶ້ນກຳອຳນາດພຽງ 3 ວັນ, ປະທານາທິບໍດີອີຢິບ Mohamed Morsi, ປະທານາທິບໍດີ​ຄົນ​ທຳ​ອິດ​ຂອງ​ປະ​ເທດ​ນີ້ ​ໄດ້​ຖືກ​ກອງທັບ​ໂຄນ​ລົ້ມ. ສະພາບ​ການ​ນີ້​ເປັນ​ໜ້າ​ຕົກສະ​ເງີ້ ​ເພາະວ່າ​ການ​ຜັນ​ແປ​ຢ່າງ​ວ່ອງ​ໄວ​ຂອງ​ມັນ ອາດ​ຈະ​ຍູ້​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ​ນີ້ ຕົກ​ເຂົ້າ​ສູ່​ສົງຄາມ​ກາງ​ເມືອງ ​ແລະ ການ​ປະ​ທະ​ກັນ​ລະຫວ່າງ​ຝ່າຍຕ່າງໆ.

     ​ໃນ​ຂະນະ​ທີ່​ບັນດາ​ນັກ​ໄຈ້​ແຍກ​ຍັງ​ພວມສັນນິຖານ​ກ່ຽວ​ກັບ​ສະພາບ​ວິ​ກິດ​ການ​ການ​ເມືອງຢູ່​ອີ​ຢິບນັ້ນ, ວັນ​ທີ 3/7, ຜູ້ນຳ​ໜ້າ​ກຳລັງ​ປະກອບ​ອາວຸດ​ອີ​ຢິບ ທ່ານ Abdel Fattah al-Sisi ​ໄດ້​ອອກ​ຖະ​ແຫຼ​ງການ​ໂຈະ​ການ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ​ແຕ່ງ​ຕັ້ງ​ປະທານ​ສານ​ລັດຖະທຳ​ມະນູນ​ສູງ​ສຸດ ທ່ານ Adli Mansour ​ເປັນ​ຜູ້ນຳ​ຊົ່ວຄາວ​ຂອງ​ປະ​ເທດນີ້. ປະທານ​ສານ​ຜູ້​ນີ້​ຈະ​ສາບານ​ຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງ

ປະທານາທິບໍດີ​ຊົ່ວ​ຄາວ​ໃນ​ວັນ​ທີ 4/7. ນາຍ​ພົນ al-Sisi ຍັງ​ຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ​ກ່ອນ​ກຳນົດ, ສ້າງ​ຕັ້ງ​ຄະນະ​ຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນ ​ແລະ ຄະນະ​ກຳມະການ​ໄກ່​ເກ່ຍປອງ​ດອງ​ຊາດ. ຕາມ​ທ່ານ al-Sisi ​ແລ້ວ, ລັດຖະບານ​ທີ່​ເຂັ້ມ​ແຂງ ​ແລະ ມີ​ກຳລັງ​ຄວາມ​ສາມາດ ​ແມ່ນ​ອາດ​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ດ້ວຍ​ຖານະ​ຢ່າງຄົບ​ຖ້ວນ. ພ້ອມ​ກັບ​ການປົດ​ຕຳ​ແໜ່​ງປະທານາທິບໍດີ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອີ​ຢິບ ​ໄດ້​ອອກຄຳ​ສັ່ງ​ຈັບ​ຕົວ 300 ຄົນ​ສັງກັດ​ຂະ​ບວນການ​ອ້າຍ​ນ້ອງ​ອິດສະ​ລາມ. ສະຖານີ​ໂທລະພາບ​ຂອງ​ອົງການ​ນີ້​ໄດ້​ຖືກ​ຢຸດ​ການ​ເຄື່ອນ​​ໄຫວ ​ແລະ ບັນດາ​ຜູ້​ຄຸ້ມ​ຄອງ​ຖຶກຈັບ​ກຸມ. ​ໃນ​ຂະນະ​ນັ້ນ, ຕາມ​ສື່​ມວນ​ຊົນ​ທ້ອງ​ຖິ່ນ, ປະທານາທິບໍດີ​ຜູ້​ຖືກ​ໂຄນ​ລົ້ມ ທ່ານ Mohamed Morsi ກໍ​ໄດ້​ຖືກ​ພາ​ຕົວ​ໄປ​ຍັງ​ສຳນັກງານ​ອົງການ​ສືບ​ລາ​ຊະການລັບ​ກອງທັບ.

   ສະພາບ​ການ​ໄດ້​ເກີດ​ຂຶ້ນ​ຢ່າງ​ວ່ອງ​ໄວ​ຂະນະ​ທີ່​ກ່ອນ​ໜ້າ​ນັ້ນ, ວັນ​ທີ 1/7, ກອງທັບ​ອີ​ຢິບ​ໄດ້​ອອກ​ຄຳ​ຂາດ​ໂດຍ​ກ່າວ​ເຕືອນ​ວ່າ ຈະ​ແຊກ​ແຊງ ​ແລະ ນຳ​ສະ​ເໜີ​ເສັ້ນທາງ​ການ​ເມືອງ​ສະ​ເພາະ​ໃຫ້​ແກ່​ປະ​ເທດຊາດ​ຖ້າ​ຫາກ​ບັນດາ​ກຳລັງ​ການ​ເມືອງ​ຢູ່​ພາຍ​ໃນ​ປະ​ເທດ​ບໍ່​ສາມາດ​ຕອງ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ໃນ​ຮອບ​ເວລາ 48 ຊົ່ວ​ໂມງ. ​ແຕ່ປະທານາທິບໍດີ Mohamed Morsi ປະຕິ​ເສດ​ກາລະ​ໂອກາດ​ຊຶ່ງ​ກອງທັບ​ໄດ້​ມອບ​ໃຫ້​ຕົນ​ເອງ, ພ້ອມ​ກັນ​ນັ້ນ ກຳລັງ​ອິດສະ​ລາມ​ໄດ້​ປຸກລະດົມ​ຂະ​ບວນການ​ຄັດຄ້ານ​ໃນ​ທົ່ວ​ປະ​ເທດ ​ແນ​ໃສ່​ສະໜັບສະໜູນ​ລັກສະນະ​ຖືກຕ້ອງ​ລັດຖະທຳ​ມະນູນ​ຂອງ​ຕຳ​ແໜ່​ງປະທານາທິບໍດີ.

    ຄື​ດັ່ງ​ຄວາມ​ວິຕົກ​ກັງວົນ​ຂອງ​ບັນດາ​ນັກ​ໄຈ້​ແຍກ, ​ໃນ​ຂະນະ​ທີ່​ບັນດາ​ການ​ທາ​ບທາມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່​ຢູ່​ປະ​ເທດ​ນີ້​ໄດ້​ເລີ່​ມດຳ​ເນີນ​ນັ້ນ, ການ​ປະ​ທະ​ກັນ​ໄດ້​ປະກົດ​ຂຶ້ນ. ອົງການ​ອ້າ​ຍນ້ອງ​ອິດສະ​ລາມ​ໄດ້​ອອກ​ຖະ​ແຫຼ​ງການ​ຊຶ່ງ​ພັນ​ລະນາ​ເຖິງ​ເລື່ອງ​ກອງທັບປົດ​ຕຳ​ແໜ່​ງປະທານາທິບໍດີ Mohamed Morsi ​ແມ່ນ​ການ​ກະທຳ​ທໍລະ​ຍົດ​ການ​ປະຕິວັດ ​ແລະ ຊາວ​ອີ​ຢິບ​ນັບ​ລ້ານ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ປະຊາທິປະ​​ໄຕ. ​ໃນ​ຂະນະ​ນັ້ນ, ບັນດາ​ຜູ້​ສະໜັບສະໜູນ ​ແລະ ຄັດຄ້ານ ປະທານາທິບໍດີ Mohamed Morsi ​ໄດ້​ເກີດ​ການ​ປະ​ທະ​ກັນ​ຢູ່​ນະຄອນ Alexandria. ຕາມ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ທ່ານ​ໜຶ່ງ​ແລ້ວ, ​ໄດ້​ມີ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ເມື່ອ​ເກີດ​ການ​ປະ​ທະ​ກັນ​ກັບ​ກອງທັບ ​ແລະ ຕຳຫຼວດ. ຖ້າ​ຫາກ​ສະພາບ​ການ​ນີ້​ສືບ​ຕໍ່​ປີນ​ຂັ້ນ​ໄດ ກໍ​ຈະ​ພາ​ໃຫ້​ເສັ້ນທາງ​ສ້າງ​ຕັ້ງ​ອຳນາດ​ການ​ປົກຄອງ​ໃໝ່​ໂດຍ​ກອງທັບ​ວາງ​ອອກ ຍາກ​ທີ່​ຈະ​ສຳ​ເລັດ.

    ການ​ຜັນ​ແປ​ໃໝ່​ບົນ​ເວ​ທີ່​ການ​ເມືອງອີ​ຢິບ​ ​ໄດ້​​ເຮັດໃຫ້​ຝ່າຍ​ຕາ​ເວັນ​ຕົກມີ​ຄວາມ​ວິຕົກ​ກັງວົນ. ຢູ່​ເອີ​ລົບ, ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສະຫະພາບ​ເອີ​ລົບ, ຮັບຜິດຊອບ​ການ​ພົວພັນ​ຕ່າງ​ປະ​ເທ​ດ ທ່ານ​ນາງ  Catherine Ashton ​ໄດ້​ຮຽກຮ້ອງ​ບັນດາ​ຝ່າຍ​ຢູ່​ອີ​ຢິບ​ກັບ​ຄືນ​ສູ່​ວິວັດທະນາ​ການ​ປະຊາທິປະ​ໄຕ, ດຳ​ເນີນ​ການ​ເລືອກ​ຕັ້ງ ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ​ຢ່່າງ​ເສລີ, ຍຸດຕິ​ທຳ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ William Hague ​ໄດ້​ກະ​ຕຸກ​ຊຸກຍູ້​ບັນດາ​ຝ່າຍ​ຈົ່ງລະງັບ​ໃຈ, ຫຼີກ​ລ້ຽງ​ການ​ໃຊ້​ຄວາມ​ຮຸນ​ແຮງ. ທ່ານ​ຄັດຄ້ານ​ການ​ແຊກ​ແຊງ​ທາງ​ທະຫານ​ແນ​ໃສ່​ປ່ຽນ​ແປງ​ລະບອບ ​ແຕ່​ບໍ່​ເອີ້ນ​ເຫດການ​ຢູ່​ກາຍ​ໂຣ ​ແມ່ນ​ກໍ່​ລັດຖະປະຫານ. ​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ຖືກ​ອອກ​ອາກາດ​ຈາກ​ທຳນຽບຂາວ, ປະທານາທິບໍດີ ອາ​ເມ​ລິ​ກາ Barak Obama ​ໄດ້​ຮຽກຮ້ອງ​ກອງທັບ​ອີ​ຢິບ​ຈົ່ງ​ມອບ​ໂອນ​ສິດ​ອຳນາດ​ໃຫ້​ແກ່​ລັດຖະບານ​ພົນລະ​ເຮືອນ​ຢ່າ​ງວ່ອງ​ໄວ​. ​ແຕ່​ອາ​ເມ​ລິ​ກາ​ປະຕິ​ເສດ​ການ​ຕຳ​ໜິການ​ກະທຳ​ຂອງ​ກອງທັບ​ອີ​ຢິບ ​ແລະ ອອກ​ຄຳ​ສັ່ງ​ຍົກຍ້າຍ​ແບບ​ບັງຄັບ​ສຳລັບ​ພາລະ​ກອນ​ສະຖານທູດ​ຂອງ​ປະ​ເທດ​ນີ້​ປະຈຳ​ກາຍ​ໂຮ. ປະທານາທິບໍດີອາ​ເມ​ລິ​ກາ Barak Obama ຍັງ​ຮຽກຮ້ອງ​ໃຫ້​ກົງຈັກ​ບໍລິຫານ​ຂອງ​ຕົນ​ພິຈາລະນາ​ການ​ໜູນ​ຊ່ວຍ​ຂອງ​ອາ​ເມ​ລິ​ກາ​ໃຫ້​ແກ່​ລັດຖະບານອີ​ຢິບ. ກົງກັນຂ້າມ​ກັບ​ຄວາມ​ວິຕົກ​ກັງວົນ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ​ໃນ​ປະຕິກິ​ລີ​ຍາ​ທີ່​ຫຼ້າ​ສຸດ, ວັນ​ທີ 3/7, ບັນດາ​ປະ​ເທດ​ເຂດ​ອ່າວ​ເປີ​ເຊຍ ​ໄດ້​ຊົມ​ເຊີຍ​ເລື່ອງ​ກອງທັບ​ອີ​ຢິບ​ໂຄນ​ລົ້ມ ປະທານາທິບໍດີ Mohamed Morsi. ກະສັດ​ ອາຣາ​ເບຍ ຊາ​ອຸ​ດິ Abdullah ​ໄດ້​ສ່ົງ​ສານ​ອວຍ​ພອນ​ໄປ​ຍັງ​ທ່ານ Adli Mansour ຊຶ່ງ​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ການ​ນຳ​ຊົ່ວຄາວ​ຂອງ​ປະ​ເທ​ດນີ້. ສະຫະລັດ​ອາ​ຮັບ​ເອັມມີ​ເລັດ ກໍ​ໄດ້​ຊົມ​ເຊີຍ​ກຳລັງ​ປະກອບ​ອາວຸດ ອີ​ຢິບ ກໍ​ຄື​ບັນດາ​ການ​ປ່ຽນ​ແປງ​ຢູ່​ແຫ່ງ​ນີ້.

    ສະພາບ​ການ​ຢູ່​ອີ​ຢິບ​ໃນ​ຊຸມ​ວັນ​ທີ່​ຈະ​ມາ​ເຖິງ ​ແນ່ນອນ​ວ່າ ຈະ​ມີ​ການ​ຫັນປ່ຽນ​ຫຼາຍ​ຢ່າງ. ຊາວ​ອີ​ຢິບ​ກ່ວາ 80 ລ້ານ​ຄົນ ທີ່​ເຄີຍ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ພື້ນຖານ​ເສດຖະກິດ​ທີ່​ຊັກ​ຊ້າ​ໃນ​ປະຈຸ​ບັນ, ພັດ​ສື​ບຕໍ່​ດຳລົງ​ຊີວິດ​ໃນ​ສະພາບ​ການ​ເມືອງ​ທີ່ຂາດ​ສະຖຽນ​ລະ​ພາບ. ​ເບິ່ງ​ຄື​ວ່າ ການ​ຫຼຸດ​ພົ້ນ​ອອກ​ຈາກ​ສົງຄາມ​ກາງ​ເມືອງ ​ແລະ ການ​ປະ​ທະ​ກັນ​ລະຫວ່າງ​ຝ່າຍ​ຕ່າງໆ​ຢູ່​ອີ​ຢິບ​ຍັງ​ຄົງ​ແມ່ນ​ສິ່ງ​ທີ່​ເຫີ​ນຫ່າງ​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ