ອີ​ຢູ-ອາ​ເມ​ລິ​ກາ ສືບ​ຕໍ່​ຟື້ນ​ຟູ​ການ​ພົວ​ພັນ​ຂ້າມ​ມະ​ຫາ​ສະ​ໝຸດອັດ​ລັງ​ຕິກ

(VOVWORLD) -

ແຕ່ວັນທີ 26 ກັນຍາຫາວັນທີ 1 ຕຸລາ, ທ່ານ Valdis Dombrovskis ກຳມະການການຄ້າສະຫະພາບເອີລົບ (EU) ໄດ້ໄປຢ້ຽມຢາມປະເທດອາເມລິກາ. ການຢ້ຽມຢາມເພື່ອຫັນບັນດາຂໍ້ຕົກລົງຂັ້ນສູງ ຊື່ງການນຳສອງຝ່າຍບັນລຸໄດ້ ພາຍຫຼັງກອງປະຊຸມຍຸດຍອດອາເມລິກາ-ອີຢູ ເມື່ອເດືອນມິຖຸນາປີ 2021 ນີ້ເປັນລະອຽດ. ນີ້ກໍ່ແມ່ນບາດກ້າວທະລຸລ່ວງທີ່ສຳຄັນ ເພື່ອໃຫ້ສອງຝ່າຍສາມາດກ້າວໄປເຖິງການເຊັນຂໍ້ຕົກລົງການຄ້າສະບັບໜຶ່ງໃນເດືອນພະຈິກຈະມາເຖິງ, ພ້ອມທັງສະແດງໃຫ້ເຫັນເຈດຕະນາດີ ໃນການສືບຕໍ່ຟື້ນຟູການພົວພັນຂ້າມມະຫາສະໝຸດອັດລັງຕິກ ລະຫວ່າງ 2 ປະເທດສຳພັນທະມິດຍຸດທະສາດ.

ອີ​ຢູ-ອາ​ເມ​ລິ​ກາ ສືບ​ຕໍ່​ຟື້ນ​ຟູ​ການ​ພົວ​ພັນ​ຂ້າມ​ມະ​ຫາ​ສະ​ໝຸດອັດ​ລັງ​ຕິກ - ảnh 1

 (ພາບປະກອບ: AFP/TTXVN)

   ການພົວພັນ ອາເມລິກາ-ອີຢູ ໄດ້ນຳມາເຊິ່ງບັນດາຜົນໂຫຍດຍຸດທະສາດດ້ານເສດຖະກິດ, ຄວາມໝັ້ນຄົງ, ການເມືອງທີ່ສຳຄັນໃຫ້ທັງສອງຝ່າຍ. ການພົວພັນດ້ານເສດຖະກິດອາເມລິກາ-ອີຢູ ແມ່ນການພົວພັນດ້ານເສດກິດໃຫ່ຍກ່ວາໝູ່ໃນໂລກ, ມີມູນຄ່າເທົ່າກັບ 1/3 GDP ທົ່ວໂລກ, ກວມເອົາ ½ ການໃຊ້ຈ່າຍສ່ວນຕົວ ແລະ ສ້າງວຽກເຮັດງານທຳໃຫ້ 16 ລ້ານຄົນຢູ່ສອງຝັ່ງມະຫາສະໝຸດດັ່ງກ່າວ. ກ່ຽວກັບດ້ານຄວາມໝັ້ນຄົງ ແລະ ການເມືອງ, ບົດບາດນຳພາຂອງອາເມລິກາ ຕໍ່ອົງການ ນາໂຕ ໄດ້ຊ່ວຍຮັບປະກັນຄວາມໝັ້ນຄົງໃຫ້ແກ່ອີຢູ ແລະ ຊຸກຍູ້ດ້ານປະຊາທິປະໄຕ ແລະ ວັດທະນາຖາວອນໃຫ້ແກ່ບັນດາປະເທດສຳພັນທະມິດເອີລົບ. ສ່ວນອີຢູ ກໍ່ມີບົດບາດສຳຄັນ ຊ່ວຍປັບປຸງ ແລະ ໜູນຊ່ວຍຜົນປະໂຫຍດດ້ານຄວາມໝັ້ນຄົງ ແລະ ການເມືອງຂອງອາເມລິກາ.

ເປີດກ້ວາງ ແລະ ປັບປຸງການພົວພັນດ້ານການຄ້າ-ການລົງທຶນ

  ຈຸດພົນເດັ່ນໃນການຢ້ຽມຢາມອາເມລິກາ ຂອງທ່ານກຳມະການການຄ້າ EU Valdis Dombrovskis  ແມ່ນການປະຊຸມສະພາການຄ້າ ແລະ ເຕັກໂນໂລຊີອີຢູ-ອາເມລິກາ (TTC)  ຊື່ງໄດ້ຈັດຂຶ້ນເປັນຄັ້ງທຳອິດໃນລະຫວ່າງວັນທີ 29-30 ກັນຍາຢູ່ນະຄອນ Pittsburgh. ເລື່ອງສ້າງຕັ້ງສະພາ ເພື່ອແນໃສ່ປຶກສາຫາລືກ່ຽວກັບສິ່ງທ້າທາຍຈຳນວນໜຶ່ງດ້ານເສດຖະກິດ ແລະ ເຕັກໂນໂລຊີທີ່ໃຫ່ຍຫຼວງ ຊື່ງສະຫະພັນຂ້າມມະຫາສະໝຸດນີ້ ພວມປະເຊີນໜ້າ. ລະອຽດແມ່ນຈະສຸມໃສ່ສອງຂົງເຂດເຕັກໂນໂລຊີການຄ້າ ເພື່ອແນ່ໃສ່ໜູນຊ່ວຍພັດທະນາບັນດາຂໍ້ລິເລີ່ມໃໝ່, ສ້າງມາດຖານການຄ້າທົ່ວໂລກໃໝ່ ແລະ ຊຸກຍູ້ບັນດາຄຸນຄ່າໃນທາງອິນເຕີແນັດ. ໜຶ່ງໃນບັນດາເນື້ອໃນໄດ້ຍົກອອກມາປຶກສາຫາລື ໃນການປະຊຸມຄັ້ງນີ້ ແມ່ນບັນດາມາດຕະການເພື່ອແນໃສ່ປົວແປງລະບົບສະໜອງ ຊິບເຄິ່ງຊັກນຳ ການພັດທະນາ ແລະ ໝູນໃຊ້ປັນຍາປະດິດ ເພື່ອແນໃສ່ເພີ່ມທະວິບັນດາມາດຕະການປົກປ້ອງສິດສ່ວນຕົວຂອງ ປຊຊ.

ອີ​ຢູ-ອາ​ເມ​ລິ​ກາ ສືບ​ຕໍ່​ຟື້ນ​ຟູ​ການ​ພົວ​ພັນ​ຂ້າມ​ມະ​ຫາ​ສະ​ໝຸດອັດ​ລັງ​ຕິກ - ảnh 2

 ທ່ານກຳມະການການຄ້າ EU Valdis Dombrovskis  (ຂວາ) ປຶກສາກັບຜູ້ຕາງໜ້າການຄ້າອາເມລິກາ Katherine Tai ແລະ ລັດຖະມົນຕີການຄ້າ Gina Raimondo (ພາບ: vietnamplus.vn)

  ສອງຝ່າຍຍັງໄດ້ກຳນົດເປົ້າໝາຍລວມ ແມ່ນຊອກຫາບັນດາກຳລັງໜູນໃໝ່ ເພື່ອສ້າງກົນໄກຊຸກຍູ້ ແລະ ເຮັດໃຫ້ການພົວພັນດ້ານການຄ້າ ການລົງທຶນສອງຝ່າຍເລິກເຊິ່ງກ່ວາອີກ.

   ຕາມທ່ານກຳມະການການຄ້າ EU Valdis Dombrovskis  ແລ້ວ, ການປະຊຸມສະພາການຄ້າ ແລະ ເຕັກໂນໂລຊີອີຢູ-ອາເມລິກາ (TTC) ແມ່ນ “ພະຍານຫຼັກຖານສະແດງໃຫ້ເຫັນເຈດຕະນາດີຂອງອີຢູ ໃນການເພີ່ມທະວີການພົວພັນກັບອາເມລິກາ”.

ແກ້ໄຂທາງອອກດ້ານພາສີອາກອນ

 ໃນການຢ້ຽມຢາມອາເມລິກາ ຄັ້ງນີ້ ຂອງທ່ານກຳມະການການຄ້າ EU Valdis Dombrovskis,  ສອງຝ່າຍໄດ້ແກ້ໄຂຄວາມບໍ່ລົງລອຍກັນຈຳນວນໜຶ່ງກ່ຽວກັບດ້ານພາສີອາກອນ. ເມື່ອເດືອນມິຖຸນາປີ 2018, ອຳນາດການປົກຄອງຂອງປະທານາທິບໍດີ Donald Trump ໄດ້ຈັດວາງອັດຕາພາສີເພີ່ມເຕີມ 25% ສຳລັບເຫຼັກກ້າ ແລະ 10% ສຳລັບອາລູມີນຽມ ຈາກບາງພາກພື້ນໃນໂລກ, ລວມທັງອີຢູ. ໃນທັນທີ, ຝ່າຍເອີລົບ ກໍ່ຕ້ຕອບດ້ວຍການຈັດວາງພາສີສຳລັບບັນດາປະເພດສິນຄ້ານຳເຂົ້າຈາກອາເມລິກາ.

   ມາຮອດຈຸດເວລານີ້, ທັງອາເມລິກາ ແລະ ອີຢູ ລ້ວນແຕ່ຢາກບັນລຸໄດ້ຂໍ້ຕົກລົງ ວ່າດ້ວຍການແກ້ໄຂການຍາດຊິງດ້ານການຄ້າກ່ຽວກັບເຫຼັກກ້າ ແລະ ອາລູມີນຽມ ກ່ອນວັນທີ 1 ທັນວາປີ 2021. ໃນຄັ້ງນີ້, ບັນດາເຈົ້າໜ້າທີ່ອາເມລິກາ ແລະ ອີຢູ ໄດ້ເຫັນດີເປັນເອກະພາບ ຈະມານະພະຍາຍາມໃຫ້ສຳເລັດການເຈລະຈາ ເພື່ອກ້າວໄປເຖິງການເຊັນຂໍ້ຕົກລົງການຄ້າສະບັບໃໝ່. ກ່ອນໜ້ານັ້ນ, ວັນທີ 28 ກັນຍາ, ທ່ານກຳມະການການຄ້າ EU Valdis Dombrovskis ໃຫ້ຮູ້ວ່າ ການປຶກສາຫາລືແກ້ໄຂການຍາດຊິງດ້ານການຄ້າກ່ຽວກັບເຫຼັກກ້າ ແລະ ອາລູນຽມ ລະຫວ່າງອາເມລິກາ ແລະ ອີຢູ ພວມມີ “ຄວາມຄືບໜ້າ” ແລະ ອາດຈະບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງໃນຕົ້ນເດືອນພະຈິກຈະມາເຖິງນີ້.

  ນັບແຕ່ໄດ້ດຳລົງຕຳແໜ່ງ, ອຳນາດການປົກຄອງຂອງປະທານາບໍດີອາເມລິກາ Joe Biden ໄດ້ມີຫຼາຍການກະທຳ ເພື່ອຫັນແຜນນະໂຍບາຍຟື້ນຟູການພົວພັນກັບບັນດາປະເທດສຳພັນທະມິດຢູ່ຝັ່ງນັ້ນມະຫາສະໝຸດອັດລັງຕິກນັ້ນ ໃຫ້ປະກົດຜົນເປັນຈິງ. ແຕ່ໝາກຜົນການຢ້ຽມຢາມອາເມລິກາ ແຕ່ວັນທີ 26 ກັນຍາ ຫາວັນທີ 1 ຕຸລາຂອງ ທ່ານກຳມະການການຄ້າ EU Valdis Dombrovskis ແມ່ນສັນຍານທີ່ຕັ້ງໜ້າໂດຍສະແດງໃຫ້ເຫັນວ່າ ອາເມລິກາ ແລະ ອີຢູ  ມີຄວາມພ້ອມ ແລະ ເຂັ້ມງວດ ເພື່ອສົບທົບກັນຢ່າງແໜ້ນແຟ້ນກ່ວາອີກ ໃນການຟື້ນຟູການພົວພັນສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ