ອີຢູໄດ້ສະແດງຄວາມບໍ່ລົງລອຍກັນພາຍໃນກຸ່ມຢ່າງຈະແຈ້ງ

           ບັນດາ​ນັກ​ການ​ທູ​ດ​ແຖວ​ໜ້າ​ຂອງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຫາ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ຕໍ່​ກຳນົດ​ເວລາ​​ໃຫ້ຄຳ​ສັ່ງ​ລົງ​​ໂທດ ລັດ​​ເຊຍ ຕື່ມ​ອີກ 6 ​ເດ​ືອນ ​ເພື່ອ​ສືບ​ຕໍ່​ກໍ່​ຄວາມດັນ​ຕໍ່​ມົດ​ສະ​ກູ ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ​ເຖິງ​ວ່າ​ຄຳ​ສັ່ງ​ລົງ​ໂທດ​ດັ່ງກ່າວ​ຕ້ອງ​ໄດ້​ຮັບການ​ຮັບຮອງ​ເອົາ​ຈາກ​ການ​ນຳ​ບັນດາ​ປະ​ເທດສະມາຊິກ ອີ​ຢູ​ໃນ​ກອງ​ປະຊຸມ​ຂອງ​ກຸ່ມ​ເຊິ່ງ​ຈະດຳ​ເນີນ​ໃນ​ 2 – 3 ວັນ​ຈະ​ມາ​ເຖິງ ​ກໍ່ຕາມ ​ແຕ່, ໃນ​ຕະຫຼອດ​ວິວັດການ​ປຶກສາ​ຫາລື​ກ່ຽວ​ກັບ​ເນື້ອ​ໃນ​ ເຊິ່ງກຳ​ເນີນ​ກ່ອນ​​ນີ້, ຄວາມ​ບໍ່​ລົງ​ລອຍ​ກັນ​ຕໍ່​ເລື່ອງຕໍ່​ກ​ຳ​ນົດ​ເວລາ​ແກ່​ຄຳ​ສັ່ງ​ລົງ​ໂທດ​ລັດ​​ເຊຍນັບ​ມື້​ນັບ​ຈະ​ແຈ້ງກ່ວາ.

ອີຢູໄດ້ສະແດງຄວາມບໍ່ລົງລອຍກັນພາຍໃນກຸ່ມຢ່າງຈະແຈ້ງ - ảnh 1
(ພາບປະກອບ)

        ​ ໃນ​ກອງ​ປະຊຸມ​ເມື່ອວັນ​ທີ 21/6, ເອກ​ອັກຄະ​ລັດຖະທູດທີ່​ມາ​ຈາກ 28 ປະ​ເທດ​ສະມາຊິກ ອີ​ຢູ ​ໄດ້​ເຫັນ​ດີ​ເຫັນ​ພ້ອ​ມ​ກ່ຽວ​ກັບ​​ເລື່ອງ​​ແກ່ຍາວ​ຄຳ​ສັ່ງ​ລົງ​ໂທດ ລັດ​ເຊຍ ຮອດ​ວັນ​ທີ 31/1/2017 ດ້ວຍ​ສາຍ​ເຫດ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃດໆ​ໃນ​ວິວັ​ດການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ.

        ຂໍ້​ຕົກລົງ​ແກ່ຍາວ​ຄຳ​ສັ່ງ​ລົງ​ໂທດ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ ລັດ​ເຊຍ ​​ຈັດ​ຕັ້ງ​ເວທີ​ປາ​ໄສ​ເສດຖະກິດ​ສາກົນ​ຢູ່​ນະຄອນ St. Peterburg (16 – 18/6). ທີ່​ເວທີ​ປາ​ໄສ​ເສດຖະກິດ​​ໄດ້​ຮັບ​ຖື​ວ່າ​​ແມ່ນ​ເວທີ​ປ​າ​ໄສ​ Davos ຂະໜາດ​ນ້ອຍ, ທ່ານ​ປະທາ​ນາ​ທິບໍດີ ລັດ​ເຊຍ Vladimir Putin ມີ​ບັນດາ​ຄຳ​​ເຫັນທີ່​ມີ​ລັກສະ​ນະ​ເຢືອກເຢັນ​ກັບ ອີ​ຢູ. ພິ​ເສດ, ທ່ານ​ເວົ້າ​ວ່າ​ພ້ອມ​ແລ້ວ​ທີ​ຈະຍົກ​ເລີກ​ບັນດາ​ມາດ​ຕະການ​​ໂຕ້​ຕອບ ອີ​ຢູ ກ່ອນ, ດ້ວ​ຍ​ເງື່ອນ​ໄຂ​ອົງການ​ນີ້​ປະຕິບັດ​ສິ່ງທີ່​ກົງກັນຂ້າມ.

​ຄວາມ​ບໍ່​ລົງ​ລອຍ​ກັນ​ພາຍ​ໃນ​ກຸ່ມສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ

        ການ​ຕັດສິນ​ຕໍ່​ກຳ​ນົດ​ເວລາສຳລັບ​ບັນດາ​ຄຳ​ສັ່ງ​ລົງ​ໂທດ ລັດ​ເຊຍ ​ໂດຍ ອີ​ຢູ ຍົກ​ອອກ​ມາ​ໃນ​ສະພາບ​ການ​ທີ່​ນັບ​ມື້​ນັບ​ມີ​ຫຼາຍ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ກະຕຸກ​ຊຸກຍູ້​ພັນທະ​ມິດນີ້​ປັບປຸງ​ການ​ພົວພັນ​ກັບ​ມົດ​ສະ​ກູ. ຊຳ້​ບໍ່​ໜຳ, ນັບ​ມື້​ນັບ​ມີ​​ນັກ​ການ​ເມືອງ ອີ​ຢູ ​ຫລາຍ​ຄົນ​ໄດ້ເຊື່ອມ​ຕໍ່ການ​ພົວພັນ​ກັບ ລັດ​ເຊຍ ຄືນ​ໃໝ່ ພາຍຫຼັງ​ຄວາມ​ເຄັ່ງ​ຕຶງ​  ​ຍ້ອນ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ຂ້ອງ​ເຖິງ​ວິ​ກິດ​ການ​ຢູ່ ຢູ​ແກຼນ ທີ່​ແກ່ຍາວ​ໄລຍະ​ໜຶ່ງ. ອີ​ຕາ​ລີ, ​ເກັຼກ ​ແລະ ຮູ​ງ ກາຣີ ​ໄດ້​ຕັ້ງ​ຄຳ​ຖາມວ່າ ​ຈຳ​ເປັນຈະ​ຕ້​ອງ​ແກ່ຍາວ​ຄຳ​ສັ່ງ​ລົງ​ໂທດ​ຫຼື​ບໍ່? ຫວ່າງ​ແລ້ວ​ນີ້, ທ່ານ​ນາ​ຍົກ​ລັດຖະມົນຕີ ອີ​ຕາ​ລີ Matteo Renzi  ​ໄດ້ຮຽກຮ້ອງ​​ໃຫ້ປຶກ​ສາ​ຫາລື​ກ່ຽວ​ກັບ​ປະສິດທິ​ຜົນ​ຂອງ​ບັນດາ​ມາດ​ຕະການ​ຂວຳ້​ບາດ​ດ້ານ​ເສດຖະກິດ​ກ່ອນ​ທີ່​ຕໍ່​ກຳນົດ​ເວລາ​​ໃຫ້ຄຳ​ສັ່ງ​​ລົງ​ໂທດ ລັດ​ເຊຍ. ທ່ານ Paolo Grimoldi, ​ເລຂາ​ພັກ​ສຳພັນ​ທະ​ມິດ ອີ​ຕາ​ລີ ​ເໜືອ, ສະມາຊິກ​ສະພາ​ແຫ່ງ​ຊາດ ​​ໄດ້​ຢັ້ງຢືນວ່າ ​ບັນດາ​ມາດ​ຕະການ​ລົງ​ໂທດ​​ທີ່​ເລັ່ງ​ໃສ່ ລັດ​ເຊຍ ຂອງ ອີ​ຢູ ​ໄດ້​ກໍ່​ຜົນ​ເສຍ​ຫາຍ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ອີ​ຕາ​ລີ ​​ເຖິງ 3,7 ຕື້​​ເອີ​ໂຣ ຍ້ອນ​ບໍ່​ສົ່ງ​ອອກ​ສິນຄ້າ​ໄປຍັງ​ລັດ​ເຊຍ​ໄດ້. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Frank – Walter Steinmeier ຖື​ວ່າ: ອີ​ຢູ ຄວນ​ຍົກ​ເລີກ ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ເລັ່ງໃສ່​ລັດ​ເຊຍ ​ເທື່ອ​ລະ​ກ້າວ. ​ໃນ​ຕົ້ນ​ເດືອນ 6 ນີ້, ສະພາ​ແຫ່ງ​ຊາດ ຝຣັ່ງ ​ໄດ້​ຮັບຮອງ​ເອົາ​ມະຕິ​ບໍ່​ບັງຄັບ, ​ທີ່ຮຽກຮ້ອງ​​ໃຫ້ລັດຖະບານ ​ໂຍະຍານບັນດາ​ມາດ​ຕະການ​ລົງ​ໂທດ ລັດ​ເຊຍ ​ເທື່ອ​ລະ​ກ້າວ. ທ່ານ Thierry Mariani, ​ເຊິ່ງ​ແມ່ນ​ສະມາຊິກ​ຂອງພັກສາທາລະນະ, ​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າ​ໄດ້​ສະ​ເໜີ​​ໃຫ້​ຍົກເລີກ​ບັນດມາດ​ຕະການ​ລົງ​ໂທດ​ສຳລັບ ລັດ​ເຊຍ ຍ້ອນ​ວ່າ ວຽກ​ງານດັ່ງກ່າ​ວບໍ່​ມີ​ປະສິດທິ​ຜົນ​ແຕ່​ຢ່າງ​ໃດ, ພ້ອມ​ທັງ​ ​ກໍ່​ຄວາມ​ເສຍ​ຫາຍ​ບໍ່​ແມ່ນ​ໜ້ອຍ​​ເຖິງພື້ນຖານ​ເສດຖະກິດ​ຂອງຝຣັ່ງ.

        ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ Slovakia Miroslav Laychek ຍອມຮັບ​ວ່າ​ພວມ​ມີ “ຄວາມ​ຕ້ອງການ​​ປຶກສາ​ຫາລື​ດ້ານ​ການ​ເມືອງ​​” ​ເພື່ອ​ຍົກ​ເລີກ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕ້ານ ສະຫະພັນ​ລັດ​ເຊຍ. ​ທ່ານ​ນາງ Nadezhda Savchenko, ສະມາຊິກ​ຄະນະ​ປະຕິບັດ​ງານ ຢູ​ແກຼນ ​ໃນ​ລັດຖະສະພາ​ ເອີ​ລົບ​ ​​ໄດ້​ສະໜັບສະໜູນ​ການ​ຍົກ​ເລີກບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕ້ານ​ ລັດ​ເຊຍ ​ເທື່ອ​ລະ​ກ້າວ. ທ່ານ​ນາງ​ຖື​ວ່າ, ມາ​ດຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ຄວນ​ຍົກ​ເລີກ ​ຕາມ​ການ​ເວລາ ​ແລະ ​ເທື່ອ​ລະ​ກ້າວ.

        ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ສາຍ​​ເຫດ​ທີ່ນັບ​ມື້​ນັບ​ມີ​ສະມາຊິກ ອີ​ຢູ ຫລາຍ​ປະ​ເທດ ຮຽກຮ້ອງ​​ໃຫ້​ຍົກ​​ເລີກ​ຄຳ​ສັ່ງ​ລົງ​ໂທ​ດ ລັດ​ເຊຍ ຍ້ອນ​ວ່າ ນອກຈາກ​ສ້າງຄວາມ​ເສຍ​ ​ກັບ​ດ້ານ​ເສດຖະກິດ​​ແລ້ວ, ວຽກ​ງານ​ທີ່​ ອີ​ຢູ ຕ້ອງສຸມ​ໃສ່​ໃນ​ປະຈຸ​ບັນ​ແມ່ນຕ້ອງ​ແກ້​ໄຂ​ວິ​ກິດ​ການ​ຊາວ​ອົບ​ພະຍົບ.

ອີຢູໄດ້ສະແດງຄວາມບໍ່ລົງລອຍກັນພາຍໃນກຸ່ມຢ່າງຈະແຈ້ງ - ảnh 2
ບັນດາເຈົ້າໜ້າທີ່ຂັ້ນສູງເອລົບ
(ພາບປະກອບ)

        ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຢູ່ບັນດາ​ປະ​ເທດ Baltic ​ແລະ ​ໂປ​ໂລ​ຍ ທັດສະນະ​ຄັດຄ້ານ​ການ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ ລັດ​ເຊຍ ຍັງ​ແຂງ​ແຮງ​ຢູ່. ​ໂດຍ​ມີ​ທັດສະນະ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ ອັງກິດ Philip Hammond ຢັ້ງຢືນ​ວ່າ: ບໍ່​ສາ​ມາດປຶກສາ​ຫາລື​ກ່ຽວ​ກັບ​​ເລືອ​ງ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ ກັບ ລັດ​ເຊຍ, ກ່ອນ​ທີ່​ສັນຕິພາບ​ຈະໄດ້​ຮັບ​ການ​ສ້າງ​ຕັ້ງຢູ່ ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ໄດ້.

        ​ສະພາບ​ຕົວ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ເອີ​ລົບ​ພວມ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ວິທີ​ການ​ແກ້​ໄຂ​ບັນຫາ​ລັດ​ເຊຍ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Frank – Walter Steinmeier ຍອມຮັບ​ທັດສະນະ​ລວມກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄຳ​ສັ່ງລົງ​ໂທດ​ຕ້ານ ລັດ​ເຊຍ ​ແມ່ນປະສົ​ບກັບ​ຄວາມ​ຫຍຸ້ງຍາກ​ກ່ວ​າ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້​ໜຶ່ງ​ປີ. ຊ້ຳບໍ່​ໜຳ, ໜັງ​ສື​ພິມ Le Monde (ຂອງ​ຝຣັ່ງ) ​ໄດ້​ວິຈານ​ວ່າ ​ເລື່ອງ ອີ​ຢູ ຕໍ່​ກຳນົດ​ເວລາ​​ຄຳ​ສັ່ງລົງ​ໂທດ ລັດ​ເຊຍ ບໍ່​ແມ່ນ​ວ່າ​ຍ້ອນ​ເຂົ້າ​ເຈົ້າ​​ແນວ​ນັ້ນ ຫາກ​​ບໍ່​ທັນ​ຮອດ​ຈຸດ​ເວລາ​ເທົ່າ​ນັ້ນ, ພິ​ເສດ, ​​ແມ່ນເລື່ອງ​ຮັກສາກຽດ​ໃຫ້​ “ຄວາມ​ສາມັກຄີ​ຂອງ​ບັນດາ​ປະ​ເທດ ອີ​ຢູ”.

ຄວາມ​ເສຍ​ຫາຍ​ໃຫ້​ທັງ 2​ ຝ່າຍ

        ອີ​ຢູ ​ໄດ້​ເລີ່​ມຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ​ສຳລັບ ລັດ​ເຊຍ ​ເມື​່ອ​ເດືອນ 7/2014. ຮອດ​ເດືອນ 9/2014, ຄຳ​ສັ່ງ​ລົງ​ໂທດ​ໄດ້​ຮັດ​ແໜ້ນ​ກ່ວາ, ​​ເມື່ອເລັ່ງ​ໃສ່​ບັນດາ​ທະນາຄານ, ບັນດາ​ກຸ່ມ​ບໍລິສັດ​ພະລັງງານ ​ແລະ ອາວຸດ​ຂອງລັດ​ເຊຍ. ປະຈຸ​ບັນ, ອີ​ຢູ ພວມ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ແຖວ​ໜ້າ​ຂອງ ລັດ​ເຊຍ, ກວມ​ເກືອບ 45% ຍອດ​ວົງ​​ເງິນ​ການ​ຄ້າ​ຂອງ​ປະ​ເທດ​ນີ້​ໃນ​ປີ 2015. ປະຈຸ​ບັນ, ລັດ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ໃຫຍ່​ທີ 4 ຂອງ ອີ​ຢູ ຖັດຈາກ ອາ​ເມ​ລິ​ກາ, ຈີນ ​ແລະ ສະ​ວິດ, ພ້ອມ​ທັງ​ຮັກສາ​ບົດບາດ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສະໜອງ​​ເຊື້ອ​ເພີງດທຳ​ມະ​ຊາດ ​ແລະ ນຳ້ມັນ​ບໍ່ ​ໃຫຍ່​ທີ່​ສຸດ​ຂອງ ​ເອີ​ລົບ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ປີ 2015, ວົງ​ເງິນການ​ຄ້າ 2 ສົ້ນ​ລະຫວ່າງ ລັດ​ເຊຍ ​ແລະ ອີ​ຢູ ຖືກ​ຫລຸດ​ລົງ​ຢ່າງ​ແຮງ ຈາກ​ເກືອບ 420 ຕື້ USD ​ໃນ​ປີ 2013 ລົງ​ເຫຼືອ​ພຽງ​ກ່ວາ 230 ຕື້ USD ຍ້ອນ​ບັນດາ​ຜົນ​ກະທົບ​ຈາກ​ຄຳ​ສັ່ງ​ລົງ​ໂທດ.

        ​ເລື່ອງ​ໃຫ້​ສັດຕະ​ຍາ​ບັນ​ຕໍ່ຂໍ້​ຕົກລົງ​ຕໍ່​ກຳນົດ​ເວລາ​ແກ່​ບັນດາ​ຄຳ​ສັ່ງ​ລົງ​ໂທດ ລັດ​ເຊຍ ​ອາດຈະ​ ​​ດຳ​ເນີນ​ໃນ​ວັນ​ທີ 24/6 ຫຼື ຢູ່ກອງ​ປະຊຸມ​ບັນດາ​ການ​ນຳ ອີ​ຢູ ​ເຊິ່ງຈະ​ດຳ​ເນີນຢູ່ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ ​ໃນ​ວັນ​ທີ 28 – 29/6/2016. ​ເຖິງ​ວ່າຈະ​ຊ້າ ຫຼື ​ໄວ​ຂໍ​້ຕົກລົງ​ນີ້​ກໍ່​ຈະ​ໄດ້​ຮັບການ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ​ແຕ່​​ເປັນ​ທີ່​ຈະ​ແຈ​້ງ​ແລ້ວ​ວ່າ​ພາຍຫຼັງ 2 ປີ ທີ່ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດນັ້ນ, ສິ່ງ​ທີ່ ​ເອີ​ລົບ ຮັບ​ຮູ້​​ໄດ້​​ແມ່ນ​ຄວາມ​ເສຍ​ຫາຍ​ຈາກ​ການ​ແບ່ງ​ແຍກ​ນັບ​ມື້​ນັບ​ສູງ. ພັນທະ​ມິດ​ດັ່ງກ່າວ​ບໍ່ພຽງ​ຖືກ​​ເສຍ​ຫາຍ​ດ້ານ​ເສດຖະກິດ ຍ້ອນ​ນະ​​ໂຍບາຍ​ມັນ​ກໍ່​ຂຶ້ນ​ເທ່ົາ​ນັ້ນ ຫາກ​ຍັງ​ຕ້ອງ​ ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ​ ​ເມື່ອ​ຮັບ​ມື​ກັບ ລັດ​ເຊຍ​ອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ