ອີຣານ ຍາດແຍ່ງທຸກກາລະໂອກາດຈາກຂໍ້ຕົກລົງນິວເຄຼຍປະຫວັດສາດ


(vovworld)- ໃນ​ຊຸມມື້​ຜ່ານ​ມາ, ອາ​ເມ​ລິ​ກາ ແລະ ສ​ະ​ຫະ​ພາບ ເອີ​ລົບ (EU) ໄດ້​ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ດ້ານເສດ​ຖະ​ກິດ​ຕ້ານ​ອີ​ຣານ ພາຍ​ຫລັງ ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ຖະ​ແຫລງ​ວ່າ ເຕ​ເຮ​ຣານ ໄດ້​ເຄົາ​ລົບ​ບັນ​ດາ​ມາດ​ຕ​າ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ທີ່​ບັນ​ລຸ​ໄດ້​ເມື່ອທ້າຍ​ເດືອນ 7/2015 ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 ເພື່ອ​ຈຳ​ກັດ​ໂຄງ​ການ​ນິວ​ເຄຼຍ​ຂອງ​ປະ​ເທດນີ້. ອີ​ຣານ ກໍ​ພວມ​ມີ​ບັນ​ດາ​ບາດ​ກ້າວ​ເຊື່ອມ​ໂຍງ​ຢ່າງ​ແຮງ​ກັບ​ໂລກ ເພື​່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ.

ອີຣານ ຍາດແຍ່ງທຸກກາລະໂອກາດຈາກຂໍ້ຕົກລົງນິວເຄຼຍປະຫວັດສາດ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani
ພາບ:nld.com.vn

        ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ບັນ​ດາ​ຜົນ​ປະ​ໂຫຍດ​ທີ່​ໄດ້​ຮັບ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ປະ​ຫວັດ​ສາດ ແມ່ນ​ຈະ​ແຈ້ງ​ທີ່​ສຸດ. ບໍ່​ພຽງ​ແຕ່​ໄດ້​ຮັບ​ອະ​ນຸ​ຍາດ​ສົ່ງ​ອອກ​ນ້ຳ​ມັນ​ດິບ​ອອກ​ຈາກ​ຕະ​ຫລາດ​ໂລກ, ຊື່ງ​ແມ່ນ​ຂົງ​ເຂດ​ນຳ​ມາ​ເຊິ່ງ​ແຫລ່ງ​ລາຍ​ຮັບ​ເງິນ​ຕາ​ຕ່າງ​ປະ​ເທດ​ຕົ້ນ​ຕໍ​ເທົ່າ​ນັ້ນ ຫາກ​ເຕ​ເຮ​ຣານ ຍັງ​ໄດ້​ຮັບ​ອະ​ນຸ​ຍາດ​ສຳ​​ຜັດ​ກັບ​ບ້ວງ​ເງິນ 100 ຕື້ USD ທີ່​ຖືກ​ປິດ​ລ້ອມ​ໃນ​ໄລ​ຍະ​ຖືກ​ຈັດ​ວາງ​ຄຳ​ສັ່ງ​ຂວ້ຳ​ບາດ​ອີກ​ດ້ວຍ. ຈຳ​ນວນ​ເງິນ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມໝາຍ​ທີ່​ສຸດ ສຳ​ລັບ​ປະ​ເທດ​ຖືກ​​ຕົກ​ຢູ່ໂດດ​ດ່ຽວ​ໃນ​ໄລ​ຍະ​​ນັບສີບໆ​ປີ​ຄື ອີ​ຣານ​ໃນ​ວິ​ວັດ​ການ​ອັບ​ເດັດ​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ, ກ້າວ​ຫນ້າ​ໃນ​ໂລກ ເຮັດ​ແນວ​ໃດ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ດ້ານ​ເສດ​ຖະ​ກິດ​ຂອງ​ຕົນ. ບັນ​ດາ​ຂົງ​ເຂດ​ຄື ທະ​ນາ​ຄານ, ໂອນ​ເງິນ, ປະ​ກັນ​ໄພ, ການ​ຄ້າ, ການ​ຂົນ​ສົ່ງ ແລະ ​ການຊື້​ຂາຍ​ເຕັກ​ໂນ​ໂລ​ຊີ​ຈະ​ມີ​ກາ​ລ​ະ​ໂອ​ກາດ​ພັດ​ທະ​ນາ​ຢ່າງ​ແຮງ ເມື່ອ​ໄດ້​ສຳ​​ຜັດ​ກັບ​ແຫລ່ງ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ.

ບັນ​ດາ​ບາດ​ກ້າວ​ເຊື່ອມ​ໂຍງ​ຢ່າງ​ຕັ້ງ​ຫນ້າ

       ໄລ​ຍະ​ປະ​ຈຸ​ບັນ ແມ່ນ​ເໝາະ​ສົມ​ເພື່ອ​ໃຫ້​ອີ​ຣານ ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອື່ນ ແລະ ເຕ​ເຮ​ຣານ ຈະ​ກຳ​ໄດ້​ກາ​ລະ​ໂອ​ກາດນີ້ ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ. ອີ​ຣານ ວາງ​ຄາດ​ໝາຍ​ບັນ​ລຸ​ການ​ເຕີບ​ໂຕ​ແຕ່​ລະ​ປີ​ໃຫ້​ໄດ້ 8% ກໍ​ຄື​ດຶງ​ດູດ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ໃນ​ແຕ່​ລະ​ປີ​ແຕ່ 30-50 ຕື້ USD. ຄຳ​ກ່າວ​ປາ​ໄສ​ດັ່ງ​ກ່າວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rouhani ຍົກ​ອອກ​ໃນ​ອາ​ທິດ​ຜ່ານ​ມາ ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ ອີ​ຣານ ກຳ​ແຫນ້ນ​ບັນ​ດາ​ກາ​ລະ​ໂ​ອ​ກາດ​ຈາກ​ຂໍ້​ຕົກ​ລົງ​ ນິວ​ເຄຼຍ ປະ​ຫວັດ​ສາດ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ, ເປີດ​ຊ່ອງ​ທາງ​ໃຫ້​ຄວາມ​ກ້າວ​ຫນ້າ ແລະ ພັດ​ທະ​ນາ.

        ໃນ​ບາດ​ກ້າວ​ຕັ້ງ​ຫນ້າ​ທຳ​ອິດ, ວັນ​ທີ 14/2, ມີ​ນ້ຳ​ມັນ​ດິບ 4 ລ້ານ​ຖັງ ຂອງ​ອີ​ຣານ ໄດ້​ສົ່ງ​ອອກ​ໄປ​ຍັງ ເອີ​ລົບ ແລະ ນີ້​ແມ່ນ​ຖ້ຽວ​ສິນ​ຄ້າ​ທຳ​ອິດ ຊື່ງ ເຕ​ເຮ​ຣານ ສົ່ງ​ອອກ​ໄປ​ຍັງ ເອີ​ລົບ ຊື່ງ​ເຄີຍ​ແມ່ນ​ຕະ​ຫລາດ​ນ້ຳ​ມັນ​ເດີມ​ຂອງ ອີ​ຣານ ໃນ​ຫລາຍ​ປີ​ຜ່ານ​ມາ. ຈຳ​ນວນ​ນ້ຳ​ມັນ​ດັ່ງ​ກ່າວ​ແມ່ນ​ຂາຍ​ໃຫ້ 3 ປະ​ເທດ ຄື: ຝ​ລັ່ງ, ລັດ​ເຊຍ ແລະ ແອດ​ສະ​ປາຍ.  ອີ​ຣານ ໃຫ້​ຮູ້​ວ່າ ປະ​ເທດນີ້ ວາງ​ຄາດ​ໝາຍ​ນັບ​ແຕ່ນີ​້​ຮອ​ດ​ທ້າຍ​ເດືອນ 3/2016 ​ແຕ່​ລະ​ມື້ ສົ່ງ​ອອກ​ນ້ຳ​ມັນໃຫ້​ໄດ້ 1,5 ລ້ານ​ຖັງ. ຕາມ​ແຜນ​ການ ແຕ່​ລະ​ມື້ ເຕ​ເຮ​ຣານ ຈະ​ສົ່ງ​ອອກ​ນ້ຳ​ມັນ​ດິບ 300.000 ຖັງ​ໄປ​ຍັງ​ເອີ​ລົບ ແລະ ​ກ້າວ​ໄປ​ເຖິງ ຈະ​ຂາ​ຍ​ນ້ຳ​ມັນ​ໃຫ້​ບັນ​ດາ​ຄູ່​ຮ່ວມ​ມື ອາ​ຊີ ດ້ວຍ​ຈຳ​ນວນ​ປະ​ມານ 200.000 ຖັງ/ມື້ ໃນ​ຊຸມເດືອນ​ຈະ​ມາ​ເຖິງ.

        ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ຫວ່າງ​ແລ້ວນີ້ ອີ​ຣານ ກໍ​ວາງ​ອອກ​ແຜນ​ການ ເພື່ອ​ເພີ່ມ​ລາຍ​ຮັບ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ​ໃຫ້​ຂຶ້ນ​ເຖິງ 25-30 ຕື້ USD ດ້ວຍ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ 20 ລ້ານ​ເທື່ອ​ຄົນ​ໃນ​ແຕ່​ລະ​ປີ. ເພື່ອ​ປະ​ຕິ​ບັດ​ແຜນ​ການ​ດັ່ງ​ກ່າວ, ອີ​ຣານ ຜັນ​ຂະ​ຫຍາຍ​ການ​​ອອກວິ​ຊາ 30 ວັນ ໃຫ້​ນັກ​ທ່ອງ​ທ່ຽວ​ຂອງ 180 ປະ​ເທດ. ຕາມ​ນັ້ນ​ແລ້ວ​, ຫວ່າງ​ແລ້ວນີ້ ລັດ​ຖະ​ບານ​ອີ​ຣານ ໄດ້​ຮັບ​ຮ​ອງ​ເອົາ​ຮ່າງ​ກົດ​ໝາຍ​ສະ​ບັບ​ໃຫມ່, ຕໍ່​ກຳ​ນົດ​ເວ​ລາ​ອອກວິ​ຊາ ຢູ່ ບັນ​ດາ​ສະ​ຫນາມ​ບິນ ອີ​ຣານ ໃຫ້​ຂຶ້ນ​ເຖິງ 30 ວັນ ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ກ່ອນນັ້ນ ນັກ​ທ່ອງ​ທ່ຽວ ພຽງ​ໄດ້​ຮັບ​ວິ​ຊາ​ໃນ​ເວ​ລາ 14 ວັນ ແລະ ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຕໍ່​ກຳ​ນົດ​ເວ​ລາ. ອີ​ຣານ ກໍ​ຕໍ່​ກຳ​ນົດ​ເວ​ລາ​ພັກ​ອາ​ໄສ​ໃຫ້​ພົນ​ລະ​ເມືອງ 7 ປະ​ເທດ ຊື່ງ​ລວມ​ມີ: ຕ​ວກ​ກີ, ລີ​ບານ, ອາ​ແຊກ​ໄບ​ຢານ, ກ​ລູ​ຊີ, ໂບ​ໂລ​ວີ,

ອີຢ​ີບ ແລະ ຊີ​ຣີ ເພື່ອ​ປະ​ຕິ​ບັດ​ແຜນ​ການ​​ຊຸກ​ຍູ້​ການ​ທ່ອງ​ທ່ຽວ. ຕາມນັ້ນ​ແລ້ວ ພົນ​ລະ​ເມືອງ​ບັນ​ດາ​ປະ​ເທດນີ້​ສາ​ມາດ​ມາ​ຢ້ຽມ​ຢາມ ແລະ ຢູ່ ອີ​ຣານ​ໃນ​ເວ​ລາ ແຕ່ 15 – 90 ວັນ ໂດຍບໍ່​ຕ້ອງ​ການ​ຂໍ​ວິ​ຊາ. ຄຽງ​ຄູ່​ກັນ​ນັ້ນ ອີ​ຣານ ກໍ​ປະ​ກາດ​ແຜນ​ການ​ຊື້​ເຮືອ​ບິນ​ໃຫມ່ 400-500 ລຳ ດ້ວຍຍອດ​ມູນ​ຄ່າ​ປະ​ມານ 20 ຕື້ USD ໃນ​ຫນຶ່ງ​ທົດ​ສະ​ວັດ​ຈະ​ມາ​ເຖິງ.

        ເປີດກວ້າງ​ການ​ພົ​ວ​ພັນ​ດ້ານ​ການ​ຄ້າ

       

ດ້ວຍ​ກາ​ນ​ຍົກ​ເລີກ​ບັນ​ດ​ມາດ​ຕະ​ການ​ລົງ​ໂທດ, ອີ​ຣານ ປາດ​ຖະ​ຫນາ​ຈະ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນ​ແຕ່​ລະ​ປີ 50 ຕື້ USD. ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ອີ​ຣານ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ຫລາຍ​ຢ່າງ ຫາກບໍ່​ພຽງ​ແຕ່​ນ້ຳ​ມັນ​ເທົ່າ​ນັ້ນ. ໃນ​ສະ​ພາບ​ເສດ​ຖະ​ກິດ​ຈີນ ພວມ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ ແລະ ມີ​ຕະ​ຫລາດ​ໃຫມ່​ຫລາຍ​ແຫ່ງ​ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ ກໍ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ອີ​ຣານ ນັບ​ມື້​ນັບ​ດຶງ​ດູດ​ບັນ​ດາ​ບໍ​ລິ​ສັດ ເອີ​ລົບ ແລະ ອາ​ເມ​ລິ​ກາ. ດ້ວຍ​ພົນ​ລະ​ເມືອງ 80 ລ​້ານ​ຄົນ, ໃນ​ນັ້ນ ປະ​ມານ 60% ມ​ີ​ອາ​ຍຸ​ຕຳ​່ກວ່າ 30 ປີ ແລະ ມີ​ລະ​ດັບ​ຄວາມ​ຮູ້​ສູງ​ພ​ໍ​ສົມ​ຄວນ, ປະ​ຊາ​ຊົນ​ຊັ້ນ​ກາງ​ຢູ່ ອີ​ຣານ​ໄດ້​ຮັບ​ຖື​ວ່າ ຈະ​ຕອບ​ສະ​ຫນອງ​ໄດ້​ບັນ​ດາ​ຄວ​າມ​ຕ້ອງ​ການ​ປະ​ເພດ​ສິນ​ຄ້າ​ຈຳ​ນວນ​ຫນຶ່ງ​ຂອງ​ຄູ່​ຮ​່ວມ​ມື​ຝ່າຍ​ຕາ​ເວັນ​ຕົກ.

        ບັນ​ດາ​ບໍ​ລິ​ສັດ​ຕ່າງ​ປະ​ເທດ ພວມ​​ກຽມພ້ອມ​ ຊອກ​ຫາ​ບັນ​ດາ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ປະ​ເທດ​ອິ​ດ​ສະ​ລາມນີ້. ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ຄື: ເຢຍ​ລະ​ມັນ, ສະ​ວິດ, ອັງ​ກິດ, ແອດ​ສະ​ປາຍ, ຝ​ລັ່ງ ແລະ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ພັດ​ທະ​ນາ​ລ້ວນ​ແຕ່​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ ມີ​ລັກ​ສະ​ນະ​ເປີດ​ຊ່ອງ​ທາງ​ໃຫ້​ກິດ​ຈະ​ການ​ຂຸດ​ຄົ້ນ​ກາ​ລະ​ໂອ​ກາດ​ຈາກ​ຕະ​ຫລາດ ອີ​ຣານ. ພຽງ​ໃນ​ໄລ​ຍະ​ສັ້ນ ນັບ​ແຕ່​ພາຍ​ຫລັງ​ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ​ທີ່​ໄດ້​ປະ​ກາດ​ແລ້ວ, ການ​ຢ້ຽມ​ຢາມ​ທາງ​ການ​ທູດ​ລະ​ຫວ່າງ​ບັນ​ດາ​ການ​ນຳ​ອີ​ຣານ ກັບ​ບັນ​ດາ​ປະ​ເທດ​ອື່ນ​ກໍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ລຽນ​ຕິດ. ຕໍ່​ຈາກນັ້ນ ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ Hassan Rowhani  ໄດ້​ໄປ​ຢ້ຽມ​ຢາມ ເອີ​ລົບ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ມີ​ຂໍ້​ຕົກ​ລົງ​ດ້ານ​ເສດ​ຖະ​ກິດ​ຫລາຍ​ສະ​ບັບ​ໄດ້​ຮັບ​ການ​ລົງ​ນ​າມ, ເປີດ​ຊ່ອງ​ທາງ​ໃຫ້​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ທຶນ.

        ດ້ວຍ​ບັນ​ດາ​ບາດ​ກ້າວ​ເຊື່ອມ​ໂຍງ​ຢ່າງ​ຕັ້ງ​ຫນ້າ, ອີ​ຣານ ໄດ້ ແລະ ພວມ​ເປີດກວ້າງ​ປະ​ຕູ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ພາ​ຍ​ຫລັງ​ຫລາຍ​ປີ​ທີ່​ຖືກ​ຕົກ​ຢູ່​ໂດດ​ດ່ຽວກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ ຍ້ອນ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ, ອີ​ຣານ ໄດ້​ພິ​ສູດ​ໃຫ້​ເຫັນ​ການ​ເຊື່ອມ​ໂຍງ​ຄືນໃຫມ່​ແລ້ວ ດ້ວຍ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໄດ້​ດຶງ​ດູດ​ບັນ​ດາ​ຄູ່​ຮ່ວມ​ມື ເຊິ່ງ​ເຄີຍ​ສູ້​ຢັນກັນ​ດ້ານ​ການ​ເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ