ອີຣານພວມຢູ່ໃນສະພາບທັງມີກາລະໂອກາດ ແລະ ສິ່ງທ້າທາຍ

     

 

ອີຣານພວມຢູ່ໃນສະພາບທັງມີກາລະໂອກາດ ແລະ ສິ່ງທ້າທາຍ - ảnh 1
ກອງປະຊຸມ​ສຸດ​ຍອດ​ຄັ້ງ​ທີ່ 16 ຂະ​ບວນການບໍ່ຮ່ວມ​ກຸ່ມ​ NAM ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່ ​ເຕ​ເຮຣານ ປະ​ເທດ ອີຣານ ( ພາບ: internet)


  ວັນ​ທີ 30/8 ກອງປະຊຸມ​ສຸດ​ຍອດ​ຄັ້ງ​ທີ່ 16 ຂະ​ບວນການບໍ່ຮ່ວມ​ກຸ່ມ​ຫຼື NAM ດ້ວຍ​ຫົວ​ຂໍ້ “ ຮັກສາ​ສັນຕິພາບ​ໂດຍ​ຜ່ານ​ການ​ບໍລິຫານ​ລວມທົ່ວ​ໂລກ ” ​ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່ ​ເຕ​ເຮຣານ ປະ​ເທດ ອີຣານ, ​ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່າ​ນ​ເລຂາທິການ​ໃຫຍ່ ສ.ປ.ຊ  Ban ki Moon ພ້ອມກັບຜູ້ຕາງໜ້າ​ຂອງ​ກ່ວາ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ກອງ​ປະຊຸມ​ໄດ້​ຢືນຢັນບົດບາດ, ສຽງ​ເວົ້າ​ທີ່​ສຳຄັນ​ຂອງ​ອົງການ​ນີ້​ໃນ​ໂລກ​ປະຈຸ​ບັນ. ​ໂດຍ​ແມ່ນ​ປະ​ເທດ​ເຈົ້າພາບ​ຈັດ ກອງ​ປະຊຸມ, ພ້ອມ​ທັງ​ຈະ​ຮັບ​ຕຳ​ແໜ່​ງ​ເປັນ​ປະທານ NAM ຈາກອີ​ຢິບ​ໃນ​ເວລາ 3 ປີ​ທີ່​ຈະ​ມາ​ເຖິງ         ( 2012 – 2015 ) . ສຳລັບ​ອີຣານ​ແລ້ວ​, ນີ້​ແມ່ນ​ໜ້າ​ທີ່​ອັນ​ໜັກໜ່ວງ, ​ແຕ່​ກໍ​ແມ່ນ​ກາລະ​ໂອກາດ​ໃນ​ສະພາວະ​ທີ່​ວິ​ກິດ​ການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້​ພວມ​ຖືກ​ຕົກ​ເຂົ້າ​ສູ່​ສະພາບບໍ່​ມີ​ທາງ​ອອກ.

      ກ່ອນ​ທີ່​ດຳ​ເນີນ ກອງ​ປະຊຸມສຸດ​ຍອດ​ນັ້ນ, ກອງ​ປະຊຸມຂັ້ນ​ນັກ​ວິຊາ​ການ​ຂັ້ນ​ສູງ​ຂອງ NAM ​ແລະ ກອງ​ປະຊຸມຂັ້ນ​ລັດຖະມົນຕີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ​ແລະ 29/8 ​ໄດ້​ອັງ​ລົງ​ດ້ວຍ​ບັນດາ​ໝາກຜົນ​ທີ່​ສຳຄັນ​ຍື່ນ​ສະ​ເໜີ​ຕໍ່ ກອງ​ປະຊຸມ​ຂັ້ນ​ສູງ. ຕາມ​ນັ້ນ​ແລ້ວ, ບັນດາ​ຜູ້​ແທນ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ເດີນ​ຕາມ​ສັນຕິພາບ, ຄວາມ​ຍຸດຕິ​ທຳ ​ແລະ ​ເຄົາລົບ​ກົດໝາຍ. ຕາມ​ທ່ານ  Mohammad Mahdi Akhounzadeh ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ, ຫົວໜ້າ​ຄະນະ​ເລຂາ ກອງ​ປະຊຸມ​ແລ້ວ, ຜູ້ຕາງໜ້າ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໄດ້​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ປະຕິ​ເສດ “ ການ​ຢຶກຄອງ ” ດ້ວຍ​ທຸກໆ​ຮູບ​ການ​ໃນ​ໂລກ, ລົບ​ລ້າງ​ອາວຸດ​ນິວ​ເຄຼຍ ​ແລະ ຮຽກຮ້ອງ​ໃຫ້​ທຸກໆ​ປະ​ເທດ​ໃນ​ໂລກ​ຈົ່ງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັ້ນ​ຄັດຄ້າ​ນອາວຸດ​ເຄມີ​ທຸກ​ປະ​ເພດ. ນອກຈາກ​ນັ້ນ, ບັນດາ​ລັດຖະມົນຕີ​ຍັງ​ປຶກສາ​ຫາລື​ບັນດາ​ຂໍ້​ສະ​ເໜີ​ກ່າວ​ປະນາມ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ພຽງລຳພັງ​ຝ່າຍ​ດຽວ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຈັດ​ວາງ​ຕໍ່ ອີຣານ ​ແລະ ບາງ​ປະ​ເທດ​ອື່ນ, ພ້ອມ​ກັນ​ນັ້ນ​ກໍ​ຮຽກຮ້ອງ NAM ຈົ່ງ​ມີ​ສຽງ​ເວົ້າ​ທີ່​ແຂງ​ແຮງ​ກ່ວາ​​ໃນ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ, ຮຽກຮ້ອງ​ໃຫ້​ສ້າງ​ຕັ້ງ​ລັດ ປາ​ແລດ​ສະຕິ​ນ​ໂດຍ​ອີງ​ບົນ​ເສັ້ນ​ຊາຍ​ແດນ​ປີ 1967.

   ທີ່ ກອງປະຊຸມ​ສຸດ​ຍອດ​ຄັ້ງ​ນີ້, ທ່າ​ນ​ເລຂາທິການ​ໃຫຍ່ ສ.ປ.ຊ  Ban ki Moon ​ໄດ້​ຮຽກຮ້ອງ ອີຣານຈົ່ງ​ປະຕິບັດ​ບັນດາ​ການ​ກະທຳ​ທີ່​ຮີບ​ດ່ວນ​ຊຶ່ງ​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍ, ຍົກ​ໃຫ້​ເຫັນ​ບັນດາຄວາມ​ວິຕົກ​ກັງວົນຂອງ​ປະຊາ​ຄົ​ມໂລກທີ່​ກ່ຽວ​ຂ້ອງເຖິງ​ລັດທິ​ກໍ່​ການ​ຮ້າຍ ​ແລະວິ​ກິດ​ການ ຊີຣີ ​ແລະ ​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື ​ແລະ ຄວາມຄືບໜ້າ​ໃນ​ບັນດາ​ບັນຫາ​ດັ່ງກ່າວ​ແມ່ນ​ຄວາມ​ຕ້ອງການ​ໂດຍ​ຈຳ​ເປັນ​ທີ່​ມີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່ ອີຣານກໍ​ຄື​ໃນ​ພາກ​ພື້ນ.

    ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຈາກກອງ​ປະຊຸມ, ຫາງ​ສຽງ​ຖື​ວ່າ ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍ​ດີ ອີຣານ  Mahmoud Ahmadinejad ​ໄດ້​ມີ​ການ​ກະກຽ​ມຢ່າງ​ລະ​ອຽດ. ​ໂດຍ​ຖືກ​ຈັດ​ຂຶ້ນ​ໃນ​ສະພາບ​ຖືກ​ກຳລັງ​ດັນ, ການ​ປິດ​ລ້ອມ​ຂວຳ​ບາດ​ຂອງອາເມລິກາ ແລະບັນດາປະເທດຝ່່າຍຕາເວັນຕົກຈາກ​ວິ​ກິດ​ການ​ນິວ​ເຄຼຍນັ້ນ, ແຕ່ ອີຣານໄດ້ຮູ້ຈັກນຳໃຊ້ເວທີປາໄສນີ້ເປັນກາລະໂອກາດເພື່ອໃຫ້ ຕົນເອງຍົກ​ສູງ​ທີ່​ຕັ້ງ​ບົດບາດ​ທາງ​ດ້ານ​ການ​ທູດ, ຜ່ານ​ນັ້ນ ຈະ​ຍາດ​ແຍ່ງ​ການ​ສະໜັບສະໜູນ​ຂອງ​ບັນດາ​ປະ​ເທດ​ອື່ນ​ໃນ​ທ່າມກາງ​ຄວາມ​ທະ​ເຍີ​ທະຍານ ພັດທະນາພະລັງງານ​ນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ. ບໍ່​ແມ່ນ​ເລື່ອງ​ບັງ​ເອີນ ທີ່​ກ່ອນ​ດຳ​ເນີນກອງ​ປະຊຸມ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍ​ດີ ອີຣານ  Mahmoud Ahmadinejad​ ໄດ້ຢືນຢັນ​ຄືນ​ວ່າ ບັນດາ​ມາດ​ຕະການ​ລົງ​ໂທດ​ພຽງ​ຝ່າຍ​ດຽວ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ປະຈຸ​ບັນ ລ້ວນ​ແຕ່​ໄປ​ຝືນ​ກັບ​ກົດ​ບັດ ສ.ປ.ຊ. ອີຣານຍັງ​ສະ​ແດງ​ຄວາມ​ກຽມພ້ອມ​ເຊື້ອ​ເຊີນ​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ສະມາຊິກ NAM ມາ​ຢ້ຽມຢາມ​ເຂດການ​ທະ​ຫານ Parchin ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ນີ້, ຊຶ່ງ​ເປັນ​ແຫ່ງ​ທີ່​ອົງການ​ພະລັງງານປະລະມານູສາກົນ IAEA ລະ​ແວງ​ສົງ​ໄສ ອີຣານພວມ​ປະຕິບັດ​ການ​ທົດ​ລອງ​ນິວ​ເຄຼຍ.

    ​ເລື່ອງ ອີຣານ ​ຈັດກອງ​ປະຊຸມສາກົນ​ດ້ວຍ​ຂອບ​ຂະໜາດ​ໃຫຍ່ ​ໄດ້​ມຸ່ງ​ໄປ​ສູ່​ຫຼາຍ​ເປົ້າ​ໝາຍ. ກ່ອນ​ອື່ນ​ໝົດ ອີຣານ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ, ສ້າງສາ​ຍສຳ​ພັນທະ​ມິດ​ທີ່​ສຳຄັນກັບ​ຫຼາຍ​ປະ​ເທດ ຂະນະ​ທີ່ ​ວິ​ກິດ​ການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້​ກັບ​​​ຝ່າຍ​ຕາ​ເວັນ​ຕົກ​ຍັງ​ຄົງ​ຢູ່​ໃນ​ທ່າ “ ຢຸດ​ສະ​ງັກ ” . ນັ້ນ​ແມ່ນ​ເລື່ອງ ທ່າ​ນ​ເລຂາທິການ​ໃຫຍ່ ສ.ປ.ຊ  Ban ki Moon ​ໄດ້​ປະກົດ​ຕົວ​ຢູ່​ປະ​ເທດ​ນີ້. ນອກຈາກ​ນັ້ນ ມີ​ເຫດການ​ປະຫວັດສາດ​ເນື່ອງ​ໃນ​ໂອກາດ​ຈັດ ກອງ​ປະຊຸມນີ້, ​ແມ່ນ​ເລື່ອງ ກາຍ​ໂຣ - ​ເຕ​ເຣຣານ ຟື້ນຟູການ​ພົວພັນ​ທາງ​ການ​ທູດ​ພາຍຫຼັງ​ຖືກ​ຕັດ​ຕອນ​ເປັນ 3 ທົດ​ສະ​ວັດ. ​ເລື່ອງ​ເຊື້ອ​ເຊີນ​ປະທານາທິບໍດີ ອີ​ຢິບ​ມາ​ເຂົ້າ​ຮ່ວມ ກອງ​ປະຊຸມ NAM ກໍ​ເປັນ​ການສະ​ແດງ​ໃຫ້​ເຫັນການ​ປ່ຽນ​ແປງ​ໃນ​ນະ​ໂຍບາຍ​ການ​ທູດ​ຂອງ ອີຣານທີ່​ມີ​ຕໍ່ ອີ​ຢິບ. ກົງກັນຂ້າມ, ​ເລື່ອງ ປະທານາທິບໍດີຄົນ​ໃໝ່​ຂອງອີ​ຢິບ ທ່ານ Mohmamed Morsi ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມກອງ​ປະຊຸມ ກໍ​ສະ​ແດງ​ໃຫ້​ເຫັນ​ຄວາ​ມສາມາດ​ເກັ້ຍກອມຂອງ ອີຣານ​ໃນ​ການ​ຮ້ຽງຮ້ອງ​ໃຫ້ມີ​ປະ​ເທດ​ພັນທະ​ມິດຕື່ມ​ອີກ​ເພື່ອ​ແກ້​ໄຂ​ໄພ​ນາບ​ຂູ່​ຕໍ່​ຄວາມ​ສະຫງົບຂອງ​ພາກ​ພື້ນ. ທີ່​ພິທີ​ໄຂກອງ​ປະຊຸມຂັ້ນ​ລັດ​ຖະມົນຕີ ຂອງ NAM, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຢິບ Ramzy Ezz El Din ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ອີຣານ​ໃນ​ຖານະ​ເປັນ​ປະທານຂະ​ບວນການ​ດັ່ງກ່າວ​ໃນ 3 ປີທີ່​ຈະ​ມາ​ເຖິງ, ຈະ​ສາມາດ​ປະຕິບັດ​ບັນດາ​ຈຸດໝາຍ​ຕົ້ນຕໍ​ຊຶ່ງ NAM ​ໄດ້ວາງອອກ​ຢ່າງ​ສຳ​ເລັດ​ຜົນ, ​ໃນ​ນັ້ນ​ມີ​ການ​ໃຫ້​ບຸລິ​ມາ​ສິດ​ປະຕິ​ຮູບ​ໂຄງ​ປະກອບ​ບັນດາ​ລະບອບ​ທົ່ວ​ໂລກ​ເພື່ອ​ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ພາຄີ​ທັງ​ໝົດ. ​ແຕ່​ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ຫຼາຍ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ບໍ່ພໍ​ໃຈ. ກ່ອນ​ການ​ຢ້ຽມຢາມ​ຂອງ ທ່າ​ນ​ເລຂາທິການ​ໃຫຍ່ ສ.ປ.ຊ  Ban ki Moon, ອາ​ເມ​ລິ​ກາ, ກາ​ນາ​ດາ ​ແລະ ອິດສະ​ລາ​​ແອນ ​ໄດ້​ຮຽກຮ້ອງ​ໃຫ້​ຜູ້ນຳ​ອົງການ ສ.ປ.ຊ ບໍ່​ຄວນ​ເຂົ້າ​ຮ່ວມ ກອງປະຊຸມ​ສຸດ​ຍອດ​ NAM ​ແລະ ຖື​ວ່າ ນີ້​ຈະ​ແມ່ນ​ຄວາມ​ຜິດພາດ​ຢ່າງ​ໜັກ . ການ​ຫຍັບ​ມໍ່​ເຂົ້າກັນ ລະຫວ່າງ ອີ​ຢິບ ​ແລະ ອີຣານ​ໄດ້​ເຮັດ​ໃຫ້ ວໍ​ຊິງ​ຕັນ ​ແລະ ​ແທນ​ອາ​ວີ​ບ ​ຕີ​ລາຄາ​ວ່າ ​ແມ່ນ “ ສັນຍານ​ຜິດ​ປົກກະຕິ ”

     ກອງປະຊຸມ​ສຸດ​ຍອດ​​ຖືກ​ດຳ​ເນີນ​ຮອດ​ວັນ​ທີ 31/8 ຈຶ່ງ​ອັດ​ລົງ. ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ ທີ່​ ໄດ້​ກະທຳ , ອີຣານ​ ​ໄດ້​ຮັບຜົນສຳ​ເລັດ​ໃດ​ໜຶ່ງ. ຫາງ​ສຽງ​ພວມ​ລໍຄອຍ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່ ດ້ວຍ​ບັນດາ​ສິ່ງ​ທ້າ​ທາຍ​ຢ່າງ​ໜັກໜ່ວງ​​ໃນ​ສະຖານະ​ການ​ໂລກ​ປະຈຸ​ບັນນັ້ນ, ອີຣານຈະ​ສາມາດ​ຊອກ​ຫາ​ທິດ​ກ້າ​ວ​ເດີນ​ທີ່​ເໝາະ​ສົມ​ໃຫ້​ແກ່​ຕົນ​ເອງ​ໄດ້​ຫຼື​ບໍ່ ? ຊຶ່ງ​ກ່ອນ​ອື່ນ​ໝົດ​ແມ່ນ​ສະພາບ​ບໍ່​ມີ​ທາງ​ອອກ​ໃນ ​ວິ​ກິດ​ການ​ນິວ​ເຄຼຍລະຫວ່າງ​ປະ​ເທດ​ນີ້ ກັບ​ຝ່າຍ​ຕາ​ເວັນ​ຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ