ອີຮານ ຊອກຫາພັນທະມິດ ເພື່ອຮັບມືກັບ ອາເມລິກາ ແລະ ຝ່າຍຕາເວັນຕົກ

ອີຮານ ຊອກຫາພັນທະມິດ ເພື່ອຮັບມືກັບ ອາເມລິກາ  ແລະ ຝ່າຍຕາເວັນຕົກ - ảnh 1

ປະທານາທິບໍດີ ອີ​ຮານ Mahmoud Ahmadinejad ພວມ​ໄປ​ຢ້ຽມຢາມ 4 ປະ​ເທດ ອາ​ເມ​ລິ​ກາ​ລາຕິນ. ​ໃນ​ຂະນະ​ທີ່​ການ​ພົວພັນ​ລະຫວ່າງ ອີ​ຮານ - ອາ​ເມ​ລິ​ກາພວມ​ເຄັ່ງ​ຕຶງ, ​ແລະ ອີ​ຮານ​ພວມຖືກ​ ອາ​ເມ​ລິ​ກາ ​ແລະ ​ຝ່າຍ​ຕາ​ເວັນ​ຕົກລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ນັ້ນ, ການ​ຢ້ຽມຢາມ​ຄັ້ງນີ້​ຂອງ Tehran ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ສະໜັບສະ ໜູນ​ຈາກ​ພາກ​ພື້ນ ອາ​ເມ​ລິ​ກາ​ລາຕິນ, ນັບ​ທັງ​ທາງ​ດ້ານ​ການ​ເມືອງ ​ແລະ​ ເສດຖະກິດ.

        ທັງ 4 ປະ​ເທດ ທີ່​ທ່ານ Ahmadinejad ​ໄປ​ຢ້ຽມຢາມ ຄື: Venezuela, Nicaragoa, cu ba ​ແລະ Ecuado ລ້ວນ​ແຕ່​ແມ່ນ​ບັນດາ​ປະ​ເທດ​ທີ່​ມີ​ການ​ພົວພັນ​ດ້ານ​ການ​ທູດ​ກັບ ອາ​ເມ​ລິ​ກາ ບໍ່​ແໜ້ນ​ແຟ້ນປານ​ໃດ.​ໃນ​ສອງ, ສາມ​ປີ​ ມາ​ນີ້, ​ເຈົ້າ​ໜ້າ​ທີ່​ຫຼາຍ​ທ່ານຂອງ​ປະ​ເທດ​ເຫຼົ່າ​ນັ້ນ ລ້ວນ​ແຕ່​ມີ​ການ​ຢ້ຽມຢາມ Tehran ​ເພື່ອ​ສ້າງ​ຕັ້ງ​ການ​ພົວພັນ​ດ້ານ​ການຕ່າງປະ​ເທດ ​ແລະ​ ເສດ​ຖະກິດ. ຍ້ອນ​ເຫດ​ນັ​້ນ, ການ​ຢ້ຽມຢາມ 4 ປະ​ເທດ ອາ​ເມ​ລິ​ກາ​ລາຕິນ ຂອງ ປະທາ​ນາ​ທະ​ບໍດີ Ahmadinejad ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​​ແນ​ໃສ່ຊອກ​ຫາ​ພັນທະ​ມິດຕ້ານ​ຄືນ​ ອາ​ເມ​ລິ​ກາ.

        ທ່ານ Ahmadinejad ​ໄດ້​ເລືອກ​ເຟັ້ນ  Caracas ​​ເປັນແຫ່ງ​ທຳ​ອິດ​ໃນ​ການ​ຢ້ຽມຢາມ 4 ປະ​ເທດ ອາ​ເມ​ລິ​ກາ​ລາຕິນ ​ເປັນ​ເວລາ 5 ວັນ​ຂອງ​ຕົນ. ນັ້ນ​ບໍ່​ແມ່ນ​ເລື່ອງ​ບັງ​ເອີນ, ​ເພາະວ່າ, ​ກ່ອນ​ນີ້​ກວ່າ 1 ປີ, ອາ​ເມ​ລິ​ກາ ​ໄດ້​ນຳ​ໃຊ້​ຄຳ​ສັ່ງ​ລົງ​ໂທດ​ບໍລິສັດ​ນ້ຳມັນ​​ແຮ່​ທາດ​ຂອງ Venezuela ຍ້ອນ​ໄດ້​ສະໜອງ​ການຂົນ​ສົ່ງທາງກ່ຳ​ປັ່ນ ​ໃຫ້​ແກ່ ອີ​ຮານ 2 ຖ້ຽວ. ກ່ອນ​ໜ້າ​ນັ້ນ,ຄື​ປີ 2008, ອາ​ເມ​ລິ​ກາ​ກໍ່​ໄດ້​ລົງ​ໂທດ​ທະນາຄານ​ຂອງ ອີ​ຮານ ຢູ່ Caracas ຍ້ອນ​ໄດ້​ສະໜອງ​ດ້ານ​ການ​ເງິນ ​ເພື່ອ​ສະໜັບສະໜູນ​ໂຄງການ​ອາວຸດ​ຂອງ​ປະ​ເທດ ອິດສະ​ລາມ ນີ້. ​ແລະ​ ຫວ່າງ​ແລ້ວ​ນີ້​ແມ່ນ​ເລື່ອງ ອາ​ເມ​ລິ​ກາ ອອກ​ຄຳ​ສັ່ງ​ເນລະ​ເທດ ຫົວໜ້າ​ສະຖານກົງສູນ​ໃຫຍ່ Venezuela ປະຈຳ Miama ຍ້ອນ​ສົງ​​ໄສ​ວ່າ ທ່ານ​ນາງ ​ໄດ້​ພ້ອມ​ກັບ​ບັນດາ​ນັກສືບ​ລາຊະການ​ລັບ​ຂອງ Cu ba  ​ແລະ ອີ​ຮານ ຈັດ​ຕັ້ງ​ການ​ບຸກ​ໂຈມ​ຕີ​ຕ່າງໆ​​ເຂົ້າໃສ່​ລະບົບ ຄອມ​ພີ​ວ​ເຕີ ຂອງ​ບັນດາອົງການສຳຄັນ​ ອາ​ເມ​ລິ​ກາ ກ່ອນ​ນີ້ 5 ປີ. ສາຍ​ເຫດ​ດັ່ງກ່າວ, ​ໄດ້​ເຮັດ​ໃຫ້ ອີ​ຮານ ​ແລະ Venezuela ຫຍັບ​ມໍ່​​​ໃກ້​ກັນ​ກວ່າ. ກ່ອນ​ການ​ຢ້ຽມຢາມ Venezuela, ທ່ານ Ahmadinejad ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ຄູ່​ຕຳ​ແໜ່ງ Caracas ​ແມ່ນ​ວິລະ​ຊົນ​ຜູ້​ໜຶ່ງ​ໃນ​ການ​ຕ້ານ​ລັດທິ​ຈັກກະພັດ, ມານະ​ພະຍາຍາມ​ຮັບ​ໃຊ້ປະຊາຊົນ​ຂອງ​ປະ​ເທດ​ຕົນ ​ແລະ ​ໄດ້​ຢຸດຕິ​ການ​ຂຶ້ນ​ກັບ​ປະ​ເທດ​ອື່ນໆ​ຂອງ ອາ​ເມ​ລິ​ກາ​ລາຕິນ ກ່ຽວ​ກັບທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ. ປະທານາທິບໍດີ Ahmadinejad ກໍ່​ໄດ້​ຊີ້​ແຈ້ງວ່າ. ປະທານາທິບໍດີ Nicaragoa ​ແມ່ນ​ນັກ​ປະຕິວັດ ​ໃນ​ການຕ້ານອຳນາດ​ບາດ​ໃຫຍ່, ​ເພື່ອ​ເອກະລາດ, ຄວາມ​ກ້າວໜ້າ ​ແລະ ​ຄວາມ​ຍຸຕິ​ທຳ​ຂອງ​ປະ​ເທດ​ຕົນ. . ສ່ວນ​ອາ​ເມ​ລິ​ກາ​ໄດ້​ກ່າວ​ເຕືອນ​ວ່າ, ປະຈຸ​ບັນ, ບໍ່​ແມ່ນ​ຈຸດ​ເວລາ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ກັບ ອີ​ຮານ, ນັບ​ທັງ​ທາງ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ດ້ານ​ເສດຖະກິດ. ​ໂດຍ​ໂຕ້​ຕອບ​ຄືນ, ປະທານາທິບໍດີ Hugo Chavez ​ໄດ້ຖະ​ແຫຼ​ງວ່າ ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາຕິນ ມີ​ສິດຕັດສິນ​ການ​ພົວພັນ​ກັບ​ປະ​ເທດ​ຕ່າງໆ ດ້ວຍ​ຕົນ​ເອງ, ​ແລະ​ ຖື​ວ່າ ອາ​ເມ​ລິ​ກາ​ຄວນ​ສຸມ​ໃສ່​ບັນດາ​ບັນຫາ​ຂອງ​ປະ​ເທດ​ຕົນ ຫາກ​ບໍ່​ຄວນ​ສຸມ​ໃສ່​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ.

        ຕາມ​ບັນດາ​ນັກວິ​ເຄາະ​ແລ້ວ, ​ໃນ​ສະຖານະ​ການ​ທີ່ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ນັບ​ມື້​ນັບ​ຮັດ​ແໜ້ນ​ບັນດາ​ມາດ​ຕະການ​ລົງ​ໂທດ ​ເພື່ອ​ເຮັດ​ໃຫ້ ອີ​ຮານ ຕົກ​ຢູ່​ໂດດ​ດ່ຽວ​, ​ແລະ ບັນດາ​ປະ​ເທດ​ ອາ​ເມ​ລິ​ກາ​ລາຕິນ ບໍ່​ມີ​ການ​ພົວພັນ​ແໜ້ນ​ແຟ້ນກັບ ອາ​ເມ​ລິ​ກາ ນັ້ນ, ຍຸດ​ທະ​ສາດ​ຮ່ວມ​ມື​ນີ້​ຈະ​ຊ່ວຍ​ໃຫ້ ອີ​ຮານ ສ້າງ​ການ​ພົວພັນ ພັນທະ​ມິດ​ຢ່າງ​ແໜ້ນ​ແຟ້ນ. ​ໃນ​ກໍລະນີ​ຖືກ​ສະຫະພາບ​ເອີ​ລົບ​ຕັດ​ການ​ສະຫຼອງ​ນ້ຳມັນ​ໃຫ້​ບັນດາ​ປະ​ເທດ​ພັນທະ​ມິດ​ນັ້ນ, ອີ​ຮານ ​ໄດ້​ມີ​ຕະຫຼາດ​ໃໝ່​ແມ່ນ ອາ​ເມ​ລິ​ກາ​ລາຕິນ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ​ເລື່ອງ ບັນດາ​ປະ​ເທດ​ພັນທະ​ມິດ​ຢູ່ ອາ​ເມ​ລິ​ກາ​ລາຕີ​ນ ສາມາດ​ສະໜັບສະໜູນ ອີ​ຮານ ​ໃນ​ການ​ຄັດຄ້ານ ​ເລື່ອງ ອາ​ເມ​ລິ​ກາ ​ແລະ​ປະ​ເທດ​ອື່ນ​ອີກ​ຈຳນວນ​ໜຶ່ງ​ຄື: ອັງກິດ ນຳ​ເອົາ​ກ່ຳ​ປັ່ນ​ສູ້​ຮົບ​ເຂົ້າໄປຍັງເຂດ​ອ່າວ, ອັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ​ນີ້. ນອກ​ນັ້ນ, ​ໃນ​ການ​ຢ້ຽມຢາມຄັ້ງ​ນີ້, ອີ​ຮານ ​ແລະ 4 ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ຈະ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມືຈຳນວນ​ໜຶ່ງ ​ໃນ​ຂົງ​ເຂດ​ພະລັງງານ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຊື້​ອາວຸດ… ປະຈຸ​ບັນ, ການ​ລົງທຶນ​ຂອງ ອີ​ຮານ ​ເຂົ້າ​ພາກ​ພື້ນ ອາ​ເມ​ລິ​ກາ​ລາຕີ​ນ ຍັງ​ຖືກ​ຈຳກັດ​ຢູ່, ​ແຕ່​ພາຍຫຼັງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ບາງ​ເທື່ອ​ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ມີ​ການ​ປ່ຽນ​ແປງ​ໃໝ່.

        ຄວາມ​ຈິງ​ແລ້ວ, ການ​ພົວພັນ​ລະຫວ່າງ Tehran ກັບ​ ວໍ​ຊິງ​ຕັນ ນັບ​ມື້​ນັບ​ເຄັ່ງ​ຕຶງ. ​ເລື່ອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ລົງ​ນາມ​​​ໃນ​ຂໍ້​ຕົກລົງຂວ້ຳ​ບາດ ອີ​ຮານ ​ໃນ​ວັນ​ສຸດ​ທ້າຍ​ຂອງ​ປີ 2011 ນັ້ນ, ​ໄດ້​ສ້າງ​ຄວາມ​ຫຍຸງ​ຍາກ​ຫຼາຍ​ຢ່າງ​ໃຫ້​ແກ່ ອີ​ຮານ​ ​ໃນ​ການ​ຂາຍ​ນ້ຳມັນ. ຍ້ອນ​ເຫດ​ນັ້ນ, ການ​ປັບປຸງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ປະ​ເຊີນ​ໜ້າ ກັບ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ປະຈຸ​ບັນ, ​ແມ່ນ​ການ​ເລືອກ​ເຟັ້ນຂອງ​ອຳນາດ​ການ​ປົກຄອງ Ahmadinejad . ການ​ຢ້ຽມຢາມ 4 ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ​ຂອງ​ທ່ານ Ahmadinejad ຄັ້ງ​ນີ້ ​ແມ່ນ​ສານ​ທີ່​ຂັນ​ແຂງ ​ເພື່ອບົ່ງ​ບອກ​ກັບ ອາ​ເມ​ລິ​ກາ ​ແລະ​ ຝ່າຍ​ຕາ​ເວັນ​ຕົກ ວ່າ  ອີ​ຮານ​ຍັງ​ມີ​ພັນທະ​ມິດ​ຫຼາຍ​ປະ​ເທດ. ການ​ເຄື່ອນ​ໄຫວ​ນີ້​ຈະ​ຊ່ວຍເຮັດ​ໃຫ້​ບັນດາ​ມາດ​ຕະການ​ລົງ​ໂທດຂອງ​ ອາ​ເມ​ລິ​ກາ ​ທີ່​ມີ​ຕໍ່​ພື້ນຖານ​ເສດຖະກິດ​ຂອງ ອີ​ຮານ ບໍ່​ມີ​ຜົນສັກສິດ, ​ແລະ​ ຖ້າ​ຫາກ​ສົງຄາມ​ເກີດ​ຂຶ້ນ​ຢູ່​ເຂດ​ອ່າວ, ອີ​ຮານ​ຈະ​ບໍ່​ຖືກ​ຕົກ​ຢູ່​ໂດດ​ດ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ