ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແລະ ຂີດໝາຍໃນການປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນຜູ້ສ້າງຂີດໝາຍສ່ວນຕົວດ້ວຍບັນດາການປະຕິຮູບຢ່າງແຮງ, ປະກອບສ່ວນຊຸກຍູ້ການເຕີບໂຕ ແລະ ສ້າງເສດຖະກິດມະຫາພາກເປັນປົກກະຕິ.

ອະດີດນາຍົກລັດຖະມົນຕີ ຟານວັນຂາຍ (ອາຍຸການ 1997 - 2006) ບໍ່ພຽງແຕ່ໄດ້ຮັບການຕີລາຄາວ່າ ເປັນຜູ້ທີ່ມີວິໄສທັດຍຸດທະສາດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງລະບົບເສດຖະກິດ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຖືວ່າ ແມ່ນຜູ້ກັບຕັນເຮືອທີ່ເກັ່ງກ້າສາມາດ, ນຳພື້ນຖານເສດຖະກິດ ຫວຽດນາມ ຜ່ານຜ່າຊຸມປີທີ່ຫຍຸ້ງຍາກຂອງສະໄໝຕົ້ນໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ເປີດປະຕູອີກດ້ວຍ.

ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແລະ ຂີດໝາຍໃນການປະຕິຮູບ, ເຊື່ອມໂຍງເຂົ້າກັບສາກົນ - ảnh 1 ອະດີດນາຍົກລັດຖະມົນຕີ ຟານວັນຂາຍ (ພາບ:vov.vn )

        ໃນອະຍຸການປະຕິບັດງານຂອງຕົນ, ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນຜູ້ສ້າງຂີດໝາຍສ່ວນຕົວດ້ວຍບັນດາການປະຕິຮູບຢ່າງແຮງ, ປະກອບສ່ວນຊຸກຍູ້ການເຕີບໂຕ ແລະ ສ້າງເສດຖະກິດມະຫາພາກເປັນປົກກະຕິ. ແບກຫາບບັນດາໜ້າທີ່ຄວາມຮັບຜິດຊ້ອບ ສຳຄັນດ້ານເສດຖະກິດ - ສັງຄົມ - ການເມືອງພາຍໃນ, ແລະນັບທັງບັນດາການເຄື່ອນໄຫວພົວພັນຕ່າງປະເທດອີກດ້ວຍ, ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ໄດ້ປະບັນດາມໍລະດົກໄວ້ໃຫ້ຄົນລຸ້ນຫລັງ.

ນັກອອກແບບການປະຕິຮູບ, ຊຸກຍູ້ການເຕີບໂຕ ແລະ ສ້າງເສດຖະກິດມະຫາພາກເປັນປົກກະຕິ

        ເມື່ອທ່ານໄດ້ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໃນປີ 1997, ເສດຖະກິດອາຊີຕາເວັນອອກສ່ຽງໃຕ້ພວມຕົກເຂົ້າສູ່ວິກິດການດ້ານການເງິນ, ສ.ເກົາຫຼີ ແລະ ບາງປະເທດອາຊີ ຖືກຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດ. ຕໍ່ໜ້າສະພາບການດັ່ງກ່າວ, ລັດຖະບານໂດຍນາຍົກລັດຖະມົນຕີ ຟານວັນຂາຍ ນຳໜ້າໄດ້ມານະພະຍາຍາມຍົກອອກບັນດາມາດຕະການແກ້ໄຂວິກິດການ ເພື່ອບໍ່ໃຫ້ມັນແຜ່ຂະຫຍາຍອອກສູ່ວົງກ້ວາງ. ບັນດາມາດຕະການຊົ່ວຄາວ ແລະ ມີລັກສະນະລົງເລິກໄດ້ ຊ່ວຍຮັກສາພື້ນຖານເສດຖະກິດຂອງ ຫວຽດນາມ ໄວ້ໃນຄາວນັ້ນ ເຖິງວ່າການເຕີບໂຕຕ່ຳ 4,8% ກໍ່ຕາມ ແຕ່ຍັງແມ່ນການເຕີບໂຕຢູ່ລະດັບບໍ່ຕ່ຳ ເມື່ອທຽບໃສ່ສະພາບການລວມ.

        ພາຍຫລັງກາຍເປັນຜູ້ນຳໜ້າລັດຖະບານ, ວິສາຫະກິດ - ນັກທຸລະກິດ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ກໍ່ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງທ່ານມີການພົບປະເຈລະຈາຫລາຍຄັ້ງທີ່ສຸດ ທີ່ໄດ້ດຳເນີນໃນຕະຫລອດເກືອບ 2 ອາຍຸການເປັນນາຍົກລັດຖະມົນຕີລະຫວ່າງນາຍົກລັດຖະມົນຕີ ຟານວັນຂາຍ ກັບ ບັນດາວິສາຫະກິດ. ໄດ້ພົບປະເຈລະຈາໂດຍກົງ ເພື່ອຮັບຟັງບັນດາຄວາມເຄັ່ງຮ້ອນ, ສິ່ງຕິດຂັດ ແລະ ກໍ່ແມ່ນເພື່ອຊອກຫາວິທີແກ້ໄຂໃຫ້ວິສາຫະກິດພັດທະນາ. ທ່ານ ຟານວັນຂາຍ ຍາມໃດກໍ່ກຳນົດສ້າງລະບົບກົດໝາຍ ເພື່ອນຳພື້ນຖານເສດຖະກິດພັດທະນາຕາມທິດການຕະຫລາດ, ແມ່ນພື້ນຖານສຳຄັນທີ່ສຸດ ເພື່ອໃຫ້ປະເທດຊາດພັດທະນາ. ກົດໝາຍວ່າດ້ວຍວິສາຫະກິດຖືກປະກາດໃຊ້ໃນປີ 1999 ແລະ ຫລັງຈາກນັ້ນໄດ້ຮັບການປັບປຸງໃນປີ 2005, ກໍ່ຄືຕະຫລາດຫຼັກຊັບໄດ້ຮັບການສ້າງຂຶ້ນໃນປີ 2000 ແມ່ນບັນດາພະຍານຫຼັກຖານຢ່າງຊີວິດຊີວາໃຫ້ທັດສະນະສະເໝີຕົ້ນສະເໝີປາຍ ແລະ ວິໄສທັດຂອງທ່ານ ຟານວັນຂາຍ.

        ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍວິສາຫະກິດປີ 1999 ແລະ ເຊັນຂໍ້ຕົກລົງຍົກເລີກໜັງສືອະນຸຍາດເພີ່ມເຕີມ 268 ສະບັບ (ປະມານ 50% ຍອດຈຳນວນໜັງສືອະນຸຍາດ) ສຳລັບວິສາຫະກິດຂອງທ່ານນາຍົກລັດຖະມົນຕີ ຟານວັນຂາຍ ໄດ້ປະກອບສ່ວນສຳຄັນ, ໃຫຍ່ຫລວງ, ຊ່ວຍໃຫ້ເສດຖະກິດພາກເອກະຊົນໄດ້ຮັບການປົດປ່ອຍ, ສົ່ງເສີມການປະດິດຄິດສ້າງ ແລະ ການຂະຫຍັນຂັນເຄື່ອນຂອງປະຊາຊົນ. ມາຮອດປັດຈຸບັນ, ກົດໝາຍວ່າດ້ວຍວິສາຫະກິດ ຍັງຄົງແມ່ນບາດກ້າວການປະຕິຮູບຢ່າງແຮງທີ່ສຸດ, ສ້າງພື້ນຖານສຳຄັນທີ່ສຸດໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດຍາວນານ. ພຽງແຕ່ໄລ່ສະເພາະໃນ 2 ປີ 2000 – 2001, ໄດ້ມີວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ກ່ວາ 35.000 ແຫ່ງ, ເກືອບເທົ່າກັບຍອດຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃນ 9 ປີກ່ອນນັ້ນ. ແລະ ເກືອບ 10 ປີທີ່ການດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ກໍ່ແມ່ນໄລຍະເວລາທີ່ເສດຖະກິດ ຫວຽດນາມ ມີການເຕີບໂຕສູງສຸດ ແລະ ເປັນປົກກະຕິທີ່ສຸດ (ສະເລ່ຍແມ່ນ 7%/ປີ). ພື້ນຖານເສດຖະກິດທັງຮັກສາໄດ້ລະດັບຄວາມໄວໃນການເຕີບໂຕສູງ, ຮັບປະກັນສະຖຽນລະພາບທາງດ້ານມະຫາພາກ, ທັງສ້າງປະຖົມປັດໃຈໃໝ່ໄດ້ຫລາຍຢ່າງໃຫ້ການເຕີບໂຕອີກດ້ວຍ.

ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ

ໄປພ້ອມກັບການປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການພັດທະນາເສດຖະກິດ, ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຍັງມີຄຸນງາມຄວາມດີອັນໃຫຍ່ຫລວງໃນເລື່ອງຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ. ເປັນນັກເສດຖະເສດດ້ວຍຄວາມຮູ້ດ້ານວິຊາສະເພາະຢ່າງເລິກ, ເຊິ່ງແມ່ນການນຳທີ່ໄດ້ຮັບການບຳລຸງສ້າງຢ່າງເປັນລະບົບ. ທ່ານ ຟານວັນຂາຍ ມີຄວາມເຊື່ອໝັ້ນຕົນເອງທີ່ສຸດ ເມື່ອເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນຕ່າງປະເທດ. ທ່ານ ຟານວັນຂາຍ ພ້ອມກັບບັນດາການນຳ ຫວຽດນາມ ສ້າງຍຸດທະສາດເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາເສດຖະກິດຂອງ ຫວຽດນາມ ພາຍຫລັງໄລຍະທີ່ ຫວຽດນາມ ຫັນການພົວພັນກັບບັນດາປະເທດໃຫຍ່ເຂົ້າຮ່ວມ ອາຊຽນ ເປັນປົກກະຕິ.

ໃນໄລຍະຮັບດຳລົງຕຳແໜ່ງຂອງອະດີດນາຍົກລັດຖະມົນຕີ ຟານວັນຂາຍ, ຫວຽດນາມ ແລະ ອາເມລິກາ ໄດ້ສຳເລັດການເຈລະຈາ ແລະ ເຊັນສັນຍາການຄ້າ 2 ຝ່າຍ (BTA), ສ້າງຂີດໝາຍບາດກ້າວປະຫວັດສາດໃນວິວັດການຫັນການພົວພັນລະຫວ່າງ 2 ປະເທດເປັນປົກກະຕິຢ່າງສິ້ນເຊີງ. ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ກໍ່ແມ່ນນາຍົກລັດຖະມົນຕີຜູ້ທຳອິດຂອງ ຫວຽດນາມ ທີ່ໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການໃນປີ 2006, ສ້າງໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດ. ແລະ ກໍ່ພາຍໃຕ້ການຊີ້ນຳນຳພາຂອງທ່ານ ຟານວັນຂາຍ, ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ໄດ້ສຳເລັດການເຈລະຈາ ເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມ ອົງການການຄ້າໂລກ (WTO) ໃນທ້າຍປີ 2006, ຫັນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນໃນຂອບຂະໜາດທົ່ວໂລກຢ່າງເປັນທາງການ ແລະ ສ້າງທີ່ຕັ້ງໃໝ່ໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ ພັດທະນາໃນຊຸມປີຕໍ່ໄປ.

ອະດີດນາຍົກລັດຖະມົນຕີ ຟານວັນຂາຍ ແມ່ນການນຳທີ່ສ້າງບາດກ້າວເດີນທຳອິດໃນການສ້າງສາ ແລະ ພັດທະນາພື້ນຖານເສດຖະກິດການຕະຫລາດ ກຳນົດທິດສັງຄົມນິຍົມຂອງ ຫວຽດນາມ. ທ່ານ ໄດ້ສ້າງເປັນມໍລະດົກອັນໃຫຍ່ຫລວງແມ່ນພື້ນຖານເສດຖະກິດທີ່ມີສະຖຽນລະພາບ, ການເຊື່ອມໂຍງເຂົ້າກັບສາກົນ ແລະ ບັນດາໂຄງການປະຕິຮູບໃຫ້ຄົນລຸ້ນຫລັງສືບທອດ.

ຕອບກັບ

ຂ່າວ/ບົດ​ອື່ນ