ອະນາຄົດຂອງ ອັງກິດ ແລະ Brexit ພາຍຫລັງການເລືອກຕັ້ງ

(VOVWORLD) -ພັກຮັກສາເດີມຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ສືບຕໍ່ຍາດໄດ້ທີ່ນັ່ງຫລາຍກວ່າໝູ່ (318 ທີ່ນັ່ງ) ໃນການເລືອກຕັ້ງກ່ອນກຳນົດເວລາ ເມື່ອວັນທີ 8 ມິຖຸນາ ຫວ່າງແລ້ວນີ້ ແຕ່ບໍ່ຄົບຕາມຈຳນວນບັດທີ່ຕ້ອງການກວ່າເຄິ່ງຫນຶ່ງ(326 ບັດ)   ຊ້ຳບໍ່ໜຳ ຍັງ ຂາດ 12 ທີ່ນັ່ງເມື່ອທຽບໃສ່ການເລືອກຕັ້ງຄັ້ງກ່ອນນີ້ໃນສະພາແຫ່ງຊາດ. ໃນຂະນະນັ້ນ, ພັກກຳມະກອນ ຍາດໄດ້ 262 ທີ່ນັ່ງ, ເພີ່ມຂຶ້ນ 30 ທີ່ນັ່ງ ເມື່ອທຽບໃສ່ກ່ອນນີ້ໃນສະພາແຫ່ງຊາດ. ໝາກຜົນດັ່ງກ່າວ ເຮັດໃຫ້ອັງກິດ ຢືນຢູ່ຕໍ່ຫນ້າໄພຂາດສະຖຽນລະພາບ, ພ້ອມກັບຜົນການເຈລະຈາຖອນອອກຈາກ ສະຫະພາບເອີລົບ ບໍ່ໄດ້ຮັບຜົນດີ ແລະ ສະພາບກໍ່ການຮ້າຍຍັງສືບຕໍ່ເກີດຂຶ້ນ. ບົດຂຽນຂອງນັກຂ່າວ ທູຮວາ.
ອະນາຄົດຂອງ ອັງກິດ ແລະ Brexit ພາຍຫລັງການເລືອກຕັ້ງ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May

ພາຍຫລັງການເລືອກຕັ້ງ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May  ສະແດງຄວາມຕັດສິນໃຈ ສ້າງຕັ້ງລັດຖະບານໃຫມ່ ນຳປະເທດຊາດ ຜ່ານຜ່າສະພາບການສັບສົນໃນວິວັດການເຈລະຈາກ່ຽວກັບ Brexit ຈະມາເຖິງ. ເພື່ອແກ້ໄຂສະພາບການນີ້, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ພວມມານະພະຍາຍາມສ້າງຕັ້ງລັດຖະບານສ່ວນຫນ້ອຍ ດ້ວຍການສະຫນັບສະຫນູນຂອງພັກສະຫະພັນປະຊາທິປະໄຕ (DUP) ຢູ່ ໄອແລນເຫນືອ, ຊື່ງແມ່ນ ພັກຍາດໄດ້ 10 ທີ່ນັ່ງ ຢູ່ ສະພາຕ່ຳ ໃນການເລືອກຕັ້ງຜ່ານມາ. ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ກໍ່ດຳເນີນການປະຕິຮູບຄະນະລັດຖະບານສຳລັບຕ່ຳແຫນ່ງຫລັກແຫລ່ງສ່ວນຫລາຍໃນລັດຖະບານ ເພື່ອໃຫ້ບັນດາສະມາຊິກລັດຖະບານ ຊ່ວຍທ່ານນາງ ແບກຫາບບັນດາຫນ້າທີ່ສຳຄັນ, ລວມທັງວິວັດການເຈລະຈາກ່ຽວກັບ Brexit ຕາມແຜນການວາງອອກ.

ປະເທດອັງກິດສືບຕໍ່ຖືກແບ່ງແຍກ

ພາຍຫລັງໝາກຜົນການເລືອກຕັ້ງໄດ້ປະກາດຢ່າງເປັນທາງການ, ມີສະມາຊິກລັດຖະສະພາຂອງພັກກຳມະກອນ ແລະ ບັນດາຜູ້ສະຫນັບສະຫນູນ ໄດ້ຮຽກຮ້ອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ລາອອກຈາກຕຳແຫນ່ງ ແລະ ຢືນຢັນວ່າ ພັກກຳມະກອນ ຍາມໃດກໍ່ພ້ອມແລ້ວທີ່ຈະຮັບຜິດຊອບການຊີ້ນຳນຳພາ. ພັກກຳມະກອນ ຖືວ່າ ເຂົາເຈົ້າສາມາດສ້າງຕັ້ງລັດຖະບານສ່ວນຫນ້ອຍ ດ້ວຍ 262 ທີ່ນັ່ງ. ໄລຍະຈະມາເຖິງ, ມີການປ່ອນບັດໄວ້ວາງໃຈຈະດຳເນີນພາຍໃນພັກຮັກສາເດີມ. ຖ້າຫາກຄົບຈຳນວນສະມາຊິກສະຫນັບສະຫນູນ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຈະສືບຕໍ່ດຳລົງຕຳແຫນ່ງເປັນການນຳອັງກິດ. ໃນກໍລະນີກົງກັນຂ້າມ, ເລື່ອງທ່ານນາງລາອອກຈາກຕຳແຫນ່ງພຽງແມ່ນບັນຫາກ່ຽວກັບເວລາເທົ່ານັ້ນ.

ປະຈຸບັນ ມີສະມາຊິກຂັ້ນສູງຈຳນວນຫນຶ່ງໃນພັກຮັກສາເດີມ ສະແດງການສະຫນັບສະຫນູນສຳລັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May. ເຂົາເຈົ້າເນັ້ນຫນັກວ່າ ລາຊະອານາຈັກ ອັງກິດ ບໍ່ສືບຕໍ່ຜ່ານຜ່າການຜັນແປໃຫມ່ຄື: ຊອກຫາການນຳໃຫມ່ ເມື່ອຈຸດເວລາດຳເນີນບັນດາການເຈລະຈາກ່ຽວກັບ Brexit ພວມໃກ້ຈະຮອດແລ້ວ. ໃນຂະນະນັ້ນ, ມີສະມາຊິກອື່ນຫລາຍທ່ານ ບໍ່ສະແດງທັດສະນະຂອງຕົນ ແລະ ນີ້ຈຶ່ງແມ່ນສິ່ງທີີ່ຫນ້າເອົາໃຈໃສ່. Washington Post ໃຫ້ຮູ້ວ່າ: ພັກຮັກສາເດີມ ພວມດຳເນີນການປຶກສາຫາລືກ່ຽວກັບເລື່ອງ ຄວນໃຫ້ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May  ລາອອກຈາກຕຳແຫນ່ງຫລືບໍ່ ແລະ ຖ້າຫາກມີ ຈຸດເວລາ ໃດ, ໃນທັນທີ ຫລື ພາຍຫລັງການເຈລະຈາກ່ຽວກັບ Brexit ໄດ້ເລີ່ມຕົ້ນ. ຖ້າຫາກທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ອອກຈາກເຮືອນ ເລກ 10 ຖະຫນົນ Dowing ນີ້ຈະແມ່ນຄັ້ງທີ 2 ໃນຮອບຫນຶ່ງປີມານີ້ ປະເທດ ອັງກິດ ໄດ້ເຫັນປະຈັກຕາການປ່ຽນແປງການນຳພາຍຫລັງ ທ່ານນາຍົກລັດຖະມົນຕີຂອງ ພັກຮັກສາເດີມໄດ້ພະນັນພາລະກິດການເມືອງຂອງຕົນ ແລະ ຕ້ອງໄດ້ຖອນອອກຈາກຕຳແຫນ່ງເມື່ອຮຽກຮ້ອງການປ່ອນບັດກ່ອນກຳນົດເວລາໃນຂອບຂະຫນາດທົ່ວປະເທດ.

ຄວາມຫຍຸ້ງຍາກສຳລັບວິວັດການ Brexit

ການເລືອກຕັ້ງເມື່ອວັນທີ 8 ມິຖຸນາ ຂອງປະເທດ ອັງກິດ ໄດ້ຮັບຖືວ່າ ແມ່ນຊີ້ແຈ້ງວິວັດການໃຫ້ແກ່ບັນດາການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ EU ຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແຕ່ຖືກປະລາໄຊພັດເຮັດໃຫ້ວິວັດການ Brexit ຢືນຢູ່ຕໍ່ຫນ້າຄວາມສ່ຽງຫລາຍກວ່າ. ໃນສະພາບການດ້ານການເມືອງຂອງ ລາຊະອານາຈັກ ອັງກິດ ປະຈຸບັນ, ເວລາເລີ່ມຕົ້ນບັນດາການເຈລະຈາ Brexit ລະຫວ່າງ ອັງກິດ ແລະ EU ໃນວັນທີ 19 ມິຖຸນາ ຈະມາເຖິງ ອາດຈະເລື່ອນໄປ ຍ້ອນພັກຮັກສາເດີມ ບຸລິມະສິດສ້າງຕັ້ງລັດຖະບານໃຫມ່. ການປະລາໄຊຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May  ໃນການເພີ່ມທ່າເປັນສ່ວນໃຫຍ່ໃຫ້ພັກຮັກສາເດີມໃນສະພາແຫ່ງຊາດ ແມ່ນໝາຍຄວາມວ່າ ເລື່ອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May  ຫລື ຜູ້ສືບທອດ ຈະບໍ່ພຽງແຕ່ຜ່ານຜ່າສິ່ງທ້າທາຍໃຫຍ່ ເມື່ອຢາກໃຫ້ສະພາຕ່ຳ, ສະພາສູງ ຮັບຮອງເອົາບັນດາມາດຕາແຂງກະດ້າງກ່ຽວກັບ Brexit , ໃນນັ້ນ ອັງກິດ ຈະຖອນອອກຈາກຕະຫລາດລວມ, ພັນທະມິດພາສີ, ຢຸດຕິການຕິດຕາມຂອງ ສານ EU, ໄປມາຢ່າງເສລີໃນ EU ແລະ ຊຳລະງົບປະມານ EU ຢ່າງຄົບຖ້ວນ. ຫລັງຈາກນັ້ນ ອັງກິດ ແລະ EU ຈະເຈລະຈາຄືນ ຄືດັ່ງປະເທດອື່ນໃນໂລກ ຕາມກົດໝາຍຂອງ WTO. ຖ້າຫາກ ສະພາແຫ່ງຊາດ ອັງກິດ ປ່ອນບັດຄ້ານ “Brexit ແຂງກະດ້າງ”, ເລື່ອງ ຜັນຂະຫຍາຍມາດຕາ 50 ຂອງສົນທິສັນຍາ Lisbon ອາດຈະຖືກໂຈະໄວ້ ແລະ Brexit ອີງໃສ່ການຕົກລົງຈາກ 27 ປະເທດສະມາຊິກ ເອີລົບ.

ການເລືອກຕັ້ງກ່ອນກຳນົດເວລາຢູ່ ລາຊະອານາຈັກ ອັງກິດ ແລະ ໝາກຜົນທີ່ໄດ້ຮັບບໍ່ນອນໃນແຜນການ ອາດຈະຍູ້ພື້ນຖານການເມືອງຂອງປະເທດ ອັງກິດ ຕົກເຂົ້າສູ່ສະພາບວຸ້ນວາຍ, ຊ້ຳບໍ່ຫນຳ ການເຈລະຈາ Brexit ອາດຈະຖືກໂຈະໄວ້ໂດຍບໍ່ມີກຳນົດ. ແຕ່ວ່າຕາມແຜນການ ບັນດາການເຈລະຈາ Brexit ຕ້ອງສິ້ນສຸດໃນທ້າຍເດືອນ 3/2019. ໃນຂະນະສະພາບການກໍ່ການຮ້າຍສືບຕໍ່ເກີດຂຶ້ນນັ້ນ ແມ່ນປັດໄຈສົ່ງຜົນກະທົບຫລາຍສົມຄວນເຖິງຜູ້ມີສິດເລືອກຕັ້ງຢູ່ອັງກິດ ໃນການເລືອກຕັ້ງຜ່ານມາ, ຍັງມີການຫລອກຫລອນການແບ່ງແຍກໃນສັງຄົມ, ໃນເວທີການເມືອງ, ນັ້ນແມ່ນປັດໄຈໄດ້ຍູ້ປະເທດອັງກິດຕົກເຂົ້າສູ່ສະພາບຂາດສະຖຽນລະພາບ, ກໍ່ຄວາມຫຍຸ້ງຍາກບໍ່ຫນ້ອຍຕໍ່ວິວັດທະນາການ Brexit ໃນຊຸຸມມື້ຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ