ອະນາຄົດດ້ານການເມືອງຂອງ ຢູແກຼນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ

ພາຍຫຼັ​ງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 8 ຢູ່​ຢູ​ແກຼນດ້ວຍ​ໄຊ​ຊະ​ນະ​ແມ່ນ​ໄດ້​ແກ່​ບັນ​ດາ​ພັກ​ເດີນ​ຕາມ​ທ່າ​ອຽງ​ນິ​ຍົມ​ຝ່າຍ​ຕ​າ​ເວັນຕົກນັ້ນ, ຢູ​ແກຼນພວ​ມ​ຮີບ​ເຮັ່ງ​ດ​ຳ​ເນີນ​ການ​ເຈ​ລະ​ຈ​າ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ. ແຕ່​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ຢູ່​ພາຍ​ໃນ ຢູ​ແກຼນ ພ້ອມ​ກັບ​ການ​ເພີ່ມ​ທະ​ວີ​ການ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆ​ຂອງ​ກຳ​ລັງ​ລຸກ​ຮື້​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ພວມ​ແມ່ນ​ສິ່ງ​ກີດ​ຂວາງ​ສຳ​ລັບ​ບັນ​ດາ​ການ​ນຳ​ປະ​ເທດນິ້ີ້​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ກ່ຽວ​ກັບ​ສັນ​ຕິ​ພາບ ແລະ ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ສະ​ຫະ​ພາບ​ເອີ​ລົບ. 

    ພາຍຫຼັງ​ທີ່ບ​ັນ​ດາ​ກຳ​ລັງເດີນ​ຕາມ​ລັດ​ທິ​ຊາດ​ແຫ່ງ​ສະ​ຫງົບ ແລະ ບັນ​ດາ​ພັກ​ນິ​ຍົມ​ຝ່າຍ​ຕາ​ເວັນ​ຕົກ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 26/10, ວຽກ​ງານ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ແມ່ນ​ສ້າງ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດ​ຊຶ່ງ​ໄດ້​ເລີ່ມ​ເຄື່ອນ​ໄຫວ. ດ້ວຍ 98,4 ຍອດ​ຈຳ​ນວນ​ບັດ​ທີ່​ໄດ້​ນັບ​ແລ້ວ, ພັກ​ແນວ​ໂຮມ​ປະ​ຊາ​ຊົນ​ຂ​ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Arseniy Atsenyuk ສາ​ມາດ​ຍາດ​ໄດ້ 22,17% ຈຳນວນບັດ ແລະ ພວມ​ນຳ​ໜ້າ​ກຸ່ມ​ Poroshenko ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ພວມ​ດຳ​ລົງ​ຕຳ​ແໜ່ງ ທ່ານ Petro Poroshenko  ດ້ວຍ 21,82% ຈຳ​ນວນ​ບັດ.

ອະນາຄົດດ້ານການເມືອງຂອງ ຢູແກຼນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ - ảnh 1
ສະ​ຖານ​ທີ່​ປ່ອນ​ບັດ​ຢູ່​ຢູ​ແກຼນ


    ຍາກ​ທີ່​ຈະ​ດຸນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຝ່າຍ​ຕ່າງໆ​ໃນ​ຄະ​ນະ​ລ​ັດ​ຖະ​ບານ​ໃໝ່

  ພາຍຫຼັງ​ການ​ເລືອກ​ຕັ້ງ, ຜູ້​ຄົນ​ທັງຫຼາຍ​ປາ​ຖະ​ໜາ​ວ່າ 2 ພັກ​ນີ້​ຈະ​ຮ່ວມ​ມື​ກັນໃນ​ຄ​ະ​ນະ​ລັດ​ຖະ​ບານ​ໃໝ່ ແລະ ທ່ານ Arseniy Atsenyuk ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ເພື່ອ​ຮັບ​ປະ​ກັນ​ໃຫ້​ກວມ​ທີ່​ນັ່ງສ່ວນຫຼາຍ​ໃນ​ສະ​ພາ​ແຫ່ງ​ຊາດ, 2 ກຸ່ມ​ພັກ​ນີ້, ແນ່ນອນວ່າ ຈະຕ້ອງການ​ມີ​ການ​ຊ່ວຍ​ເຫຼືອ​ຈາກ​ພັກ “ຊ່ວຍ​ເຫຼືອ​ເອງ”ຊຶ່ງ​ແມ່ນ​ພັກ​ຍາດ​ໄດ້ອັນ​ດັບ​ທີ່ 3 ​ໃນການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ. ແຕ່​ໃນ​ຂະ​ນະ​ນັ້ນ, ວັນ​ທີ 29/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Arseniy Atsenyuk ໄດ້​ຍອມ​ຮັບ​ວ່າ ຢາກ​ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງນາ​ຍົກ​ລັດ​ຖະ​ມົນ​ຕີ, ແຕ່​ພັດ​ຄັດ​ຄ້ານ​ຂໍ້​ຕົກ​ລົງ​ສຳ​ພັນ​ທະ​ມິດ ຊຶ່ງ​ກ່ອນ​ໜ້ານັ້ນ, ກຸ່ມ​ Poroshenko ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ພວມ​ດຳ​ລົງ​ຕຳ​ແໜ່ງ ທ່ານ Petro Poroshenko ນຳ​ສະ​ເໜີ ແລະ ເພື່ອ​ທົດ​ແທນ​ບັນ​ຫານີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Arseniy Atsenyuk ໄດ້​ຍົກ​ອອກ​ແຜນ​ການ​ສະ​ເພາະ​ຂະ​ນະ​ທີ່​ສະ​ເໜີ​ສ້າງ​ສາຍ​ສຳ​ພັນ​ທະ​ມິດ​ກັບ​ພັກ​ອື່ນໆ​ທີ່​ຍາດ​ໄດ້​ຈຳ​ນວນ​ບັດ​ດ້ວຍ​ອັນ​ດັບ​ຕໍ່​ໄປ. ສິ່ງນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງວ່າ ເຖິງວ່າ​ບັ​ນ​ດາ​ພັກ​ຝ່າຍ​ສະ​ໜັບ​ສະ​ໜູນ​ການ​ຫຍັບ​ມໍ່​ເຂົ້າ​ກັບ​ເອີ​ລົບ ຍາດ​ໄດ້​ໄຊ​ຊະ​ນະ​ກໍ​ຕາມ, ແຕ່ເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່ ໃນ​ນັ້ນ​ມີ​ການ​ດຸນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ບັນ​ດາ​ພັກ​ຝ່າຍນັ້ນ ບໍ່​ແມ່ນ​ເລື່ອງ​ງ່າຍ.

   ຄວາມ​ຂັດ​ແຍ້ງ​ດ້​ານ​ການ​ເມືອງ​ລະ​ຫວ່າງບັນ​ດາ​ຝ່າຍ​ຢູ່​ພາຍ​ໃນ ກີ​ແອບ ຍັງ​ພວມ​ຮຸນ​ແຮງ​ຢູ່. ແນວ​ທາງ​ນິ​ຍົມ​ຄວາມ​ສະ​ຫງົບ, ປອງດອງ​ໄກ່​ເກ່ຍ​ຊາດ​ດ້ວຍ​ເລື່ອງ​ຕັ້ງ​ໜ້າ​ຂົນ​ຂວາຍ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ບຸກ​ຄົນ​ແຍກ​ຕົວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ Poroshenko ພັດ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຝ່າຍ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ Arseniy Atsenyuk. ພາຍຫຼັງ​​ປະ​ກາດໝາກ​ຜົນ​ການ​ເລືອກ​ຕັ້ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Arseniy Atsenyuk ຖະ​ແຫຼງວ່າ ລັດ​ຖະ​ບານ​ໃໝ່​ຄວນ​ແກ້​ໄຂ​ບັນ​ຫາ​ກັບ​ພວກກໍ່​ການ​ຮ້າຍ​ຢູ່​ພາກ​ຕາ​ເວັນ​ອອກ​ໂດຍ​ໄວ ແລະ ຕ້ອງ​ທຳ​ການ​ຕໍ່​ສູ້​ເພື່ອ​ປະ​ເທດ​ຊາດ. ໃນ​ຂະ​ນະ​ທີ່ທ່ານ Petro Poroshenko ພວມ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ​ເພື່ອ​ຊີ​ວິດ​ມະ​ນຸດ ແລະ ມີ​ຄວາມ​ສາ​ມາດ​ແກ້​ໄຂ​ການ​ແບ່ງ​ແຍກ​ໃນ​ສັງ​ຄົມ ຢູ​ແກຼນ ນັ້ນ, ບັນ​ດາ​ຜູ້​ຮ່ວມ​ງານ​ດ້ານ​ການ​ເມືອງ​ຂອງ​ທ່ານ Poroshenko ພັດ​ກ່າວ​ຫາ​ທ່ານບໍ່​ປະ​ຕິ​ບັດ​ບັ້ນ​ການ​ທະ​ຫານ​ຕ້ານ​ກຳ​ລັງ​ລຸກ​ຮື້​ຂຶ້ນ​ຢ່າງ​ຂ້ຽວ​ຂາດ.

   ອະ​ນາ​ຄົດ​ຂອງ ຢູ​ແກຼນ ແມ່ນ​ຄື​ແນວ​ໃດ ?

 ໃນ​ສ​ະພາບ​ປະ​ຈຸ​ບັນ, ທ່ານ Poroshenko ຈະ​ສາ​ມາດ​ສ້າງກຳ​ລັງ​ໜູນຫຼັງ​ມີ​ກຳ​ລັງ​ແຮງ​ພຽງ​ພໍ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຂອງ​ຕົນ​ໄດ້ຫຼືບໍ່? ນັ້ນ​ແມ່ນ​ຄຳ​ຖາມ ທີ່​ຍາກ​ຈະ​ໃຫ້​ຄຳ​ຕອບ​ໄດ້. ບັນ​ຫາ​ພາກ​ຕາ​ເວັນ​ອອກ, ເບິ່ງ​ຄື​ວ່າ ບໍ່​ອາດ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ໄດ້. ພາຍຫຼັງດຳ​ເນີນ​ການ​ເລືອກ​ຕັ້ງພຽງ 2-3 ຊົ່ວ​ໂມງ , ບັນ​ດາ​ການ​ປະ​ທະ​ກັນ​ລະ​ຫວ່າງກອງ​ທັບ​ລັດ​ຖະ​ບານ ແລະ ກຳ​ລັງ​ແຍກ​ຕົວ​ຢູ່​ພາກ​ຕ​າ​ເວັນ​ອອກພັດ​ລະ​ເບີດ​ຂຶ້ນ ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້ຮັບ​ບາດ​ເຈັບ​ລົ້ມ​ຕາຍນັບ​ສິບ​ຄົນ. ນອກ​ຈາກນັ້ນ, ໃນ​ວັນ​ທີ 2/11 ໜ້ານີ້, ຜູ້​ມີ​ສິດ​ເລືອ​ກຕັ້ງປະ​ມານ 4 ລ້ານ​ຄົນ​ຢູ່​ບັນ​ດາ​ເຂດ​ແຍກ​ຕົວ ກໍ​ດຳ​ເນີນ ​ການ​ເລືອກ​ຕັ້ງ​ເອງ ຊຶ່ງ​ແມ່ນ​ການ​ກະ​ທຳ​ຢັ້ງ​ຢືນ​ວ່າ ເຂົາ​ເຈົ້າ​ບໍ່​ກ່ຽວ​ຂ້ອງ​ຫຍັງ​ເຖິງ​ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ສູນ​ກາງ, ບໍ່​ຢາກ​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ລັດ​ຖະ​ບານ​ນິ​ຍົມ​ຝ່າຍ​ຕາ​ເວັນ​ຕົກ.

    ອີກ​ບັນ​ຫາ​ໜຶ່ງ, ນັ້ນ​ແມ່ນ​ພະ​ລັງ​ງານ. ເຮັດ​ແນວ​ໃດ ແມ່ນ​ຕ້ອງ​ຮັບ​ປະ​ກັນ​ແຫຼ່ງ​ພະ​ລັງ​ງານ​ເມື່ອ​ລະ​ດູ​ໜາວ​ພວມ​ວຽນ​ມາ, ນັ້ນ​ແມ່ນ​ສິ່ງ​ທ້າ​ທາຍ​ຢ່າງໃຫ່ຍຫຼວງສຳ​ລັບ​ທ່ານ Poroshenko. ຄຳ​ຖາມ​ກ່ຽວ​ກັບ​ແຫຼ່ງ​ເງິນ​ຊຳ​ລະ​ໜີ້​ສິນ​ໃຫ້​ລັດ​ເຊຍ ເພື່ອ​ສືບ​ຕໍ່​ຮັບ​ແຫຼ່ງ​ພະ​ລັງ​ງານ​ອາຍ​ແກັ​ສ ນັ້ນ, ມາ​ຮອດ​ປະ​ຈຸ​ບັນ​ຍັງ​ຄົງ​ບໍ່​ມີ​ຄຳ​ຕອບ. ພ້ອມ​ກັນ​ນັ້ນ, ແຫຼ່ງ​ງົບ​ປະ​ມານ​ຖືກຫຼຸດ​ໜ້ອຍ​ຖອຍ​ລົງ, ອັດ​ຕາ​ເງິນ​ເຟີ້​ເພີ່ມ​ຂຶ້ນສູງ, ການ​ແບ່ງ​ແຍກ​ລະ​ຫວ່າງ​ຄວາມ​ຮັ່ງ​ມີ ແລະ ທຸກ​ຍາກ​ໃນ​ສັງ​ຄົມ ກໍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ອັນ​ໄດ້​ເຮັດ​ໃຫ້​ອະ​ນາ​ຄົດ​ຂອງ ຢູ​ແກຼນ ມືດ​ມົວ​ທີ່​ສຸດ. ຄວາມ​ຫຍຸ້ງ​ຍາກ​ທາງ​ດ້​ານ​ເສດ​ຖະ​ກິດພວມ​ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດນີ້​ຂາດ​ຄວາມ​ໝັ້ນ​ໃຈ. ຍ້ອນ​ເຫດນີ້​ເອງ, ເຂົາ​ເຈົ້າ​ບໍ່​ລໍ​ຄ່ອຍ​ຕໍ່​ການ​ປ່ຽນ​ແປງ​ພາຍຫຼັງ​ການ​ເລືອກ​ຕັ້ງ. ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ທາງ​ດ້ານການ​ເມືອງ, ໄພ​ອັນ​ຕະ​ລາຍ​ເກີດ​ການ​ຈະ​ລາ​ຈົນ​, ຂາດ​ແຄນ​ພະ​ລັງ​ງານ, ຄວາມ​ທຸກ​ຍາກ​ອຶດ​ຫິວ ແລະ ເສດ​ຖະ​ກິດ​ຊຸດ​ໂຊມ ກໍ​ແມ່ນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່ ຢູ​ແກຼນ​ພວມ​ຕ້ອງ​ປະ​ເຊີນ​ໜ້າ.

   ໃນ​ຈຸດ​ເວ​ລານີ້, ຢູ​ແກຼນຄວນ​ສ້າງ​ຕັ້ງ​ສຳ​ພັນ​ທະ​ມິດ​ດ້ານ​ການ​ເມືອງເພື່ອ​ຟື້ນ​ຟູ​ສັນ​ຕ​ິພາບ ແລະ ດຳ​ເນີນ​ການ​ປະ​ຕິ​ຮູບ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ ແນ​ໃສ່​ນຳ​ປະ​ເທດນີ້ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຊຸດ​ໂຊມ​ທີ່​ຮ້າຍ​ແຮງ. ແຕ່​ດ້ວຍ​ການ​ຜັນ​ແປ​ໃນ​ປະ​ຈຸ​ບັນ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຍາກ​ທີ່​ຈະ​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ໃດໆ ເພື່ອ​ຊ່ວຍ​ຫັນ​ປ່ຽນ​ສະ​ພາບ​ການ​ຂອງ​ປະ​ເທດ​ຊາດ​ຊຶ່ງ​ພວມ​ຖືກ​ຕົກ​ຢູ່​ໃນ​ສະ​ພາບ​ວິ​ກິດ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ