ອະນາຄົດທີ່ຂາດຄວາມສະຫງົບຂອງການພົວພັນ ອັງກິດ-ສະຫະພາບເອີລົບ

   

ອະນາຄົດທີ່ຂາດຄວາມສະຫງົບຂອງການພົວພັນ ອັງກິດ-ສະຫະພາບເອີລົບ - ảnh 1
(ພາບປະກອບ)


   ວັນ​ທີ 23/1, ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ໄດ້ປະກາດ ກ່ຽວກັບອະນາຄົດຂອງ ການພົວພັນລະຫວ່າງອັງກິດ-ສະຫະພາບ​ເອີ​ລົບ EU ​ຢ່າງ​ເປັນ​ທາງ​ການ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ໄດ້​ຮັບ​ການ​ລໍຄອຍຈາກ​ຫາງ​ສຽງ​ມາ​ແຕ່​ດົນ​ນານ​ຢູ່​ລອນ​ດອນ. ຕາມ​ນັ້ນ​ແລ້ວ, ປະ​ເທດ​ອັງກິດ​ຈະ​ດຳ​ເນີນ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ເລື່ອງ​ອັງກິດ​ຈະ​ສືບ​ຕໍ່​ເປັນ​ສະມາຊິກ ສະຫະພາບ​ເອີ​ລົບ EU​ ຫຼື​ບໍ່ ຖ້າ​ຫາກ​ພັກ​ນິຍົມ​ຮັກສາ​ເດີມ​ຂອງ​ທ່ານ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ. ການ​ກະທຳ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ທີ່​ບໍ່​ສະຫງົບ​ລະຫວ່າງ ອັງກິດ-ສະຫະພາບ​ເອີ​ລົບ EU.

     ​ໃນ​ສູນ​ທອນ​ພົດ​ກ່າວ​ທີ່​ນະຄອນຫຼວງ​ລອນ​ດອນ, ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ​ໃຫ້​ຮູ້​ວ່າ ກ່ອນ​ອື່ນໝົດ ທ່ານ​ຢາກ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຄືນ​ ​ບັນດາ​ເງື່ອນ​ໄຂກ່ຽວ​ກັບຖານະ​​ເປັນສະມາຊິກຂອງ​ອັງກິດ​ໃນ EU ​ໃນ​ສະພາວະ​ທີ່​ຄວາມ​ເສຍ​ຫວັງ​ຂອງ​ຊາວ​ອັງກິດ​ທີ່​ມີ​ຕໍ່ EU ພວມ​ຂຶ້ນ​ຮອດ​ຈຸດ​ສຸດ​ຍອດ. ພາຍຫຼັງ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໄດ້, ປະຊາຊົນ​ຈະ​ມີ​ສຽງ​ເວົ້າ​ຕັດສິນ​ກ່ຽວ​ກັບ​ເລື່ອງອັງກິດ​ຈະ​ຖອນ​ອອກ​ຈາກ ສະຫະພາບ​ເອີ​ລົບ EU ຫຼື​ບໍ່. ທ່ານ​ນາຍົກ ລັດຖະມົນຕີອັງກິດ David Cameron ຍັງ​ຊີ້​ແຈ້ງວ່າ ຖ້າ​ຫາກ​ພັກ​ຂອງ​ທ່ານ​ໄດ້​ຮັບ​ໄຊຊະນະ​ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ປີ 2015 ນັ້ນ, ການ​ລົງ​ປະຊາ​ມະຕິ​ແມ່ນ​ຈະ​ຖືກ​ດຳ​ເນີນ​ໃນ​ທ້າຍ​ປີ 2017.

  ອາດ​ຈະ​ເຫັນ​ໄດ້​ວ່າ ວິ​ກິດ​ການ​ໜີ້​ສາທາລະນະ​ຂອງ​ເອີ​ລົບ​ພວມ​ຖືກ​ຖື​ວ່າ ​ແມ່ນ​ສາຍ​ເຫດ​ຕົ້ນ​ຕໍ່​ທີ່​ເຮັດ​ໃຫ້​ອັງກິດ​ຕ້ອງ​ພິຈາລະນາ​ຄືນ​ສາຍ​ພົວພັນ​ຂອງ​ຕົນ​ກັບ EU. ຖະ​ແຫຼ​ງການ​ຂອງ ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ເບືອ​ໜ່າຍ​ຂອງ​ລອນ​ດອນ​ທີ່​ມີ​ຕໍ່ EU. ຄວາມ​ເບືອ​ໜ່າຍ​ນີ້​ໄດ້​ມີ​ມາ​​ແຕ່​ດົນ​ແລ້ວ ຂະນະ​ທີ່​ປະ​ເທດ​ອັງ​ກິດ​ຍາມ​ໃດ​ກໍ​ບໍ່​ລົງ​ລອຍ​ກັນ​ກັບ EU ກ່ຽວ​ກັບ​ຫຼາຍ​ບັນຫາ, ພິ​ເສດ​ແມ່ນ​ທາງດ້ານງົບປະມານ. ຍິ່ງ​ກ່ວາ​ນັ້ນ, ຄຳ​ຖະ​ແຫຼ​ງດັ່ງກ່າ​ວ ຖືກ​ຍົກ​ອອກ​ມາ​ໃນ​ຈຸດ​ເວລາ​ທີ່ ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ​ເອງ​ໄດ້​ຍອມຮັບ​ວ່າ​ແມ່ນ​ບໍ່​ເໝາະ​ສົມ​ສຳລັບ​ທັງ ອັງກິດ ​ແລະ ສະຫະພາບ​ເອີ​ລົບ  ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ທ່ານ​ນາຍົກລັດຖະມົນຕີອັງກິດ ພວມ​ຕ້ອງ​ຮັບ​ກຳລັງ​ດັນ​ຢ່າງ​ແຮງ​ຢູ່​ພາຍ​ໃນ​ພັກ​ການ​ເມືອງ​ຂອງ​ຕົນ​ກ່ຽວ​ກັບ​ກາ​ນສະ​ແດງ​ຫຼັກໝັ້ນທີ່​ແຂງ​ກະດ້າງ​ກ່າວ​ທີ່​ມີ​ຕໍ່ EU ກໍ​ຄື​ເລື່ອງ​ທ່ານ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທີ່​ພວມ​ເພີ່ມ​ທະວີ​ຂຶ້ນ​ຈາກ​ພັກ​ເອກະລາດ​ລາຊະ​ອານາຈັກ​ອັງ​ກິດ UKIP ຕາມ​ແນວທາງ​ຄັດ​ຄ້ານ EU ຊຶ່ງ​ແມ່ນ​ກຳລັງ​ໄດ້​ຖື​ວ່າການ​ເຂົ້າ​ຮ່ວມ EU ​ເຮັດໃຫ້​ສິດຕັດສິນ​ທາງ​ດ້ານ​ການ​ທູດ ​ແລະ ​ເສດຖະກິດ​ດ້ວນ​ຕົນ​ເອງ​ຂອງອັງກິດ​ຖືກສູນ​ເສຍ​ໄປ.

   ກ່ຽວ​ກັບ​ການ​ພົວພັນ​ກັນ​ລະຫວ່າງ ອັງກິດ-ສະຫະພາບ​ເອີ​ລົບ , ຖ້າ​ຫາກ ອັງກິດຖອນ​ອອກ​ຈາກ EU, ປະ​ເທດ​ນີ້​ສາມາດ​ປະຢັດ​ເງິນ​ໄດ້​ປະມານ 8 ຕື້​ເອີ​ໂຣ​ໃນ​ແຕ່ລະ​ປີ ຍ້ອນ​​ເລື່ອງບໍ່ຕ້ອງມອບ​ພັນທະ​ເຂົ້າ​ງົບປະມານ​ຂອງສະຫະພາບ​ເອີ​ລົບ, ສາມາດ​ຫຼຸດ​ພົ້ນ​ອອກ​ຈາກ​ນະ​ໂຍບາຍ​ກະ​ສີ​ກຳ​ລວມທີ່​​ເຮັດໃຫ້​ລາ​ຄາສະບຽງ​ອາຫານ​ຂອງ​ປະ​ເທດ​ນີ້​ອາດ​ຈະ​ຖືກ​ກ່ວາ, ພ້ອມ​ກັນ​ນັ້ນ, ອັງກິດ​ຈະ​ບໍ່​ຕ້ອງ​ເປັນ​ຫ່ວງ​ກ່ຽວ​ກັບ​ພາສີ​ອາ​ກອນ​ໃນ​ການ​ແລກປ່ຽນ​ການ​ເງິນ ​ແລະ ຄ່ອຍໆ​ຫຼຸດ​ພົ້ນ​ອອກ​ຈາກ​ບັນດາ​ຂໍ້​ກຳນົດ​ການ​ເງິນ​ຂອງ​ເອີ​ລົບ. ​ແຕ່​ອັງກິດ​ຍັງ​ຈະ​ຕ້ອງ​ເສຍປຽບ​ຢ່າງ​ບໍ່​ໜ້ອຍ. ການ​ພົວພັນ​ແລກປ່ຽນ​ການ​ຄ້າ​ກັບ​ຕະຫຼາດ​ທີ່​ກວມ​ເອົາ​ເຄິ່ງໜຶ່ງ​ວົງ​ເງິນສົ່ງ​ອອກ​ຂອງ​ອັງກິດ​ຈະ​ຊົ່ວ​ຮ້າຍ​ໄປ. ອັງກິດ​ຈະ​ຕ້ອງ​ເຈລະຈາ​ຄືນ​ສັນຍາ​ການ​ຄ້າ 2 ຝ່າຍ​ນັບ​ສິບ​ສະບັບດ້ວຍ​ທີ່​ຕັ້ງ​ບົດບາດ​ຕ່ຳ​ກ່ວາ​ຫຼາຍ​ເມື່ອ​ທຽບ​ໃສ່​ເວລາ​ຍັງ​ເປັນ​ສະມາຊິກ​ຂອງ EU.

     ຍ້ອນ​ເຫດ​ນີ້​ເອງ, ​ບົດ​ກ່າວ​ປາ​ໄສ​ຂອງ ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ​ໄດ້​ປະສົບ​ກັບ​ປະຕິກິ​ລີ​ຍາ​ຢ່າງ​ຮຸນ​ແຮງ​ຈາກ​ຫາງ​ສຽງ. ຜູ້ນຳ​ພັກ​ແຮງ​ງານ​ຝ່າຍ​ຄ້ານ​ຂອງ​ອັງກິດ ທ່ານ Ed Miiliband ​ຖືວ່າ ທ່ານ​ David Cameron ​ຍົກ​ອອກ​ຂໍ້​ຕົກລົງ​ດັ່ງກ່່າວ ​ແມ່ນ​ບໍ່​ອີງ​ໃສ່​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ແຫ່ງ​ຊາດ. ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີອັງກິດ Nick Clegg ​ໄດ້​ກ່າວ​ຫາ ທ່ານ​ David Cameron ພວມ​ນາບ​ຂູ່​ພື້ນຖານ​ເສດ​ຖະກິດ​ຍ້ອນ​ວ່າ​ໄດ້​ກໍ່​ໃຫ້​ເກີດ​ສະພາບທີ່​ບໍ່​ຈະ​ແຈ້ງ​ກ່ຽວ​ກັບ​ທີ່​ຕັ້ງ​ບົດບາດ​ຂອງ​ອັງກິດ​ໃນ EU . ທ່ານ​ຮອງ​ນາຍົກລັດຖະມົນຕີອັງກິດ Nick Clegg ຍັງ​ຖື​ວ່າ ບັນ​ດາ​ການ​ໂຕ້​ແຍ້​ງ​ກ່ຽວ​ກັບ​ຖານະ​ເປັນ​ສະມາ​ຊິກ EU ຈະ​ສົ່ງຜົນ​ສະທ້ອນ​ຫຍໍ້​ທໍ້​ເຖິງ​ດ້ານ​ວຽກ​ເຮັດ​ງານ​ທຳ ​ແລະ ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ກໍ​ຄື​ການ​ດຶງ​ດູດ​ແຫຼ່ງ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ເຂົ້າ​ອັງກິດ. ກຸ່ມ​ບໍລິສັດ Ford ​ແລະ BMV ​ໃຫ້​ຄຳ​ກ່າວ​ເຕືອນ ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ກ່ຽວ​ກັບ​ຄວາມ​ອຶດ​ອາດ​ຊັກ​ຊ້າ​ຂອງ​ພື້ນຖານ​ເສດຖະກິດ ຖ້າ​ຫາກ​ລອນ​ດອນ​ຕັດ​ການ​ພົວພັນ​ກັບ EU. ​ໃນ​ຂະນະ​ນັ້ນ, ການ​ຢັ່ງ​ຫາງ​ສຽງ​ໂດຍ YouGov ປະຕິບັດ​ໃນ​ລະຫວ່າງວັນ​ທີ 17-18/1 ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ພຽງ 34%ຈຳນວນ​ຜູ້​ຖືກ​ຖາມ ​​ແມ່ນ​ໄດ້​ສະໜັບສະໜູນ​​ອັງກິດ​ຖອນ​ອອກ​ຈາກ EU ​ເມື່ອ​ທຽບ​ໃສ່ 50% ​ເມື່ອ​ເດືອນ 11/2012 .

    ບົດ​ກ່າວ​ປາ​ໄສ​ຂອງ ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ​ໄດ້​ເຮັດ​ໃຫ້​ຫຼາຍ​ປະ​ເທດ​ພັນທະ​ມິດ​ຂອງ​ຕົນ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ. ​ເລື່ອງອັງກິດ​ຖອນ​ອອກ​ຈາກ EU ອາດ​ຈະກໍ່​ຜົນ​ເສຍ​ຫາຍ​ຕໍ່​ສາຍພົວພັນ​ລະຫວ່າງ​ລອນ​ດອນ​ກັບ​ວໍ​ຊິງ​ຕັນ ກໍ​ຄື​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ພັດ​ກ່າວ​ເຕືອນ​ວ່າ ຖ້າ​ຫາກ ອັງກິດ​ຖອນ​ອອກ​ຈາກ EU​ ນັ້ນ, ຈະ​ພາ​ໃຫ້ ກຸ່ມ EU ລວມມີ 27 ປະ​ເທດ​ສະມາຊິກ​ຖືກ​ພັງ​ທະລາ​ຍລົງ......

    ​ໂດຍ​ແມ່ນ​ປະ​ເທດ​ເຂົ້າ​ເປັນສະມາຊິກ EU ຢ່າງ​ຊັກ​ຊ້າ​ ຄື​ໃນ​ປີ 1973 ​ແລະ ຍັງ​ຄົງ​ນອນ​ຢູ່​ນອກ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມທີ່​ປະກອບ​ດ້ວຍ 17 ປະ​ເທດ​ສະມາຊິກ​, ປະຈຸ​ບັນລັດຖະບານ​ອັງກິດ​ພັດ​ຍົກ​ອອກ​ແຜນການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ເລື່ອງ​ຖອນ​ອອກ​ຈາກ EU, ສິ່ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ລະຫວ່າງ 2 ຝ່າຍ ​ແມ່ນ​ບໍ່​ສະໜິດສະໜົມ. ອະນາຄົດ​ຂອງ​ການ​ພົວພັນ ອັງກິດ- EU ພວມ​ຖືກ​ປົກ​ຄຸມ​ດ້ວຍ​ນ້ຳໝອກ​ຍ້ອນ​ຝ່າຍ​ທີ່​ກ່ຽວຂ້ອງ​ກໍ່​ຂຶ້ນ .

ຕອບກັບ

ຂ່າວ/ບົດ​ອື່ນ