ອະໄພຍະໂທດ - ນະໂຍບາຍມະນຸດສະທຳດີເລີດຂອງລັດ ຫວຽດນາມ

(VOVWORLD) -ໃນຕົວຈິງ, ນັກໂທດທີ່ໄດ້ຮັບການອະໄພຍະໂທດ ກັບເມືອຫາຄອບຄົວ, ສ້າງຊີວິດເປັນປົກກະຕິ ແລະ ເຮັດວຽກຖືກຕ້ອງຕາມກົດໝາຍ, ນັກໂທດສືບຕໍ່ກະທຳຜິດຄືນໃໝ່ແມ່ນຕ່ຳທີ່ສຸດ.
ອະໄພຍະໂທດ - ນະໂຍບາຍມະນຸດສະທຳດີເລີດຂອງລັດ ຫວຽດນາມ - ảnh 1(ຜ່ານການປະຕິບັດການອະໄພຍະໂທດມາ 8 ຄັ້ງນັ້ນ, ມີນັກໂທດກວ່າ 90.000 ຄົນໄດ້ຮັບການອະໄພຍະໂທດກັບເມືອເຊື່ອມຕົວເຂົ້າກັບວົງຄະນະຍາດຄືນໃໝ່)

ວັນທີ 01 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການອະໄພຍະໂທດປີ 2022, ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຂອງ ຫວຽດນາມ. ນີ້ແມ່ນການອະໄພຍະໂທດຄັ້ງທີ 9 ນັບແຕ່ກົດໝາຍວ່າດ້ວຍການອະໄພຍະໂທດໄດ້ປະກາດໃຊ້ເປັນຄັ້ງທຳອິດ, ແມ່ນແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກ ແລະ ລັດ ຫວຽດນາມ, ສະແດງໃຫ້ເຫັນມູນເຊື້ອອັນດີງາມຂອງຊາດ ຫວຽດນາມ, ທັງເຄັ່ງຄັດໃນການພິພາກສານັກໂທດ, ທັງອະໄພໂທດ, ໂດຍມະນຸດສະທຳໃຫ້ແກ່ບັນດານັກໂທດທີ່ມີໄລຍະດັດສ້າງເປັນຄົນດີ, ມີການອອກແຮງງານ, ຮ່ຳຮຽນເປັນຢ່າງດີ ເພື່ອເປັນຜູ້ມີປະໂຫຍດຕໍ່ສັງຄົມ.

        ການອະໄພຍະໂທດແມ່ນການປະຕິບັດນະໂຍບາຍມະນຸດສະທຳຂອງ ພັກ, ລັດ ສຳລັບນັກໂທດ, ພ້ອມກັນນັ້ນແມ່ນ ສົ່ງເສີມໃຫ້ຜູ້ຖືກຕັດສິນລົງໂທດຈຳຄຸກຮູ້ສຶກກິນແໜງ, ຕັ້ງໜ້າຮ່ຳຮຽນ, ອອກແຮງງານ, ປັບປຸງຕົວເອງເພື່ອໄດ້ຮັບອະໄພຍະໂທດຈາກລັດ.

ຮັບປະກັນລັກສະນະເຄັ່ງຄັດ, ແໜ້ນແຟ້ນ

        ນັບແຕ່ເມື່ອປະທານປະເທດເຊັນຂໍ້ຕົກລົງອະໄພຍະໂທດປີ 2022, ເຖິງວ່າຢູ່ໃນເວລາສັ້ນໆກໍ່ຕາມ, ແຕ່ບັນດາກະຊວງ, ຄະນະ, ຂະແໜງການ ແລະ ສະມາຊິກສະພາໃຫ້ຄຳປຶກສາການອະໄພຍະໂທດກໍ່ໄດ້ຮີບເຮັ່ງ, ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງ, ວຽກງານທຸກດ້ານໄດ້ປະຕິບັດຢ່າງແໜ້ນແຟ້ນ, ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ, ຖືກຕ້ອງຕາມຄວາມຄືບໜ້າທີ່ໄດ້ວາງອອກ. ມີເອກະສານກວ່າ 3.000 ສະບັບສະເໜີຂໍອະໄພຍະໂທດໄດ້ສຳຫຼວດກວດກາຢ່າງເຄັ່ງຄັດ, ແໜ້ນແຟ້ນ, ມີປະຊາທິປະໄຕ, ເປີດເຜີຍ, ກະຈ່າງແຈ້ງ. ດ້ວຍຂໍ້ຕົກລົງອະໄພຍະໂທດຂອງປະທານປະເທດນັ້ນ, ນັກໂທດນັບພັນຄົນມີຄວາມພາກພູມໃຈເມື່ອໄດ້ຮັບອະໄພຍະໂທດ, ກັບເມືອເຕົ້າໂຮມຢູ່ພ້ອມໜ້າພ້ອມຕາກັບຄອບຄົວໂດຍໄວ, ກຽມຈິດກຽມໃຈສ້າງຊີວິດ ໃໝ່.

        ຜ່ານການປະຕິບັດການອະໄພຍະໂທດມາ 8 ຄັ້ງນັ້ນ, ມີນັກໂທດກວ່າ 90.000 ຄົນໄດ້ຮັບການອະໄພຍະໂທດກັບເມືອເຊື່ອມຕົວເຂົ້າກັບວົງຄະນະຍາດຄືນໃໝ່, ມີຊີວິດເປັນປົກກະຕິ, ອັດຕາຜູ້ໄດ້ຮັບການອະໄພຍະໂທດແລ້ວ ແຕ່ສືບຕໍ່ກະທຳຜິດຄືນໃໝ່ແມ່ນຕ່ຳທີ່ສຸດ. ສິ່ງດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ວຽກງານອະໄພຍະໂທດໄດ້ຮັບປະກັນຄວາມຮຽກຮ້ອງ, ຖືກເປົ້າໝາຍ. ທ່ານພົນຈັດຕະວາ ຫງວຽນວັນລອງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ:

        “ປີ 2021 ພວກເຮົາປະຕິບັດການອະໄພຍະໂທດໃຫ້ນັກໂທດໄດ້ຫຼາຍກວ່າ 3.000 ຄົນ ແລະ ຜ່ານການຕິດຕາມອາດເຫັນໄດ້ວ່າ, ມີ 2 ກໍລະນີໄດ້ຮັບອະໄພຍະໂທດແລ້ວ, ແຕ່ສືບຕໍ່ກະທຳຜິດຄືນໃໝ່, ສ່ວນຍັງເຫຼືອແມ່ນໄດ້ກັບເມືອຫາຄອບຄົວ ແລະ ປະຈຸບັນພວມຕັ້ງໜ້າເຊື່ອມຕົວເຂົ້າກັບວົງຄະນະຍາດຄືນໃໝ່. ປີນີ້, ທ່ານປະທານປະເທດສືບຕໍ່ອະນຸຍາດໃຫ້ປະຕິບັດການອະໄພຍະໂທດ ເພື່ອປະຕິບັດນະໂຍບາຍອະໄພຍະໂທດຂອງພັກ, ລັດ”.

ນັກໂທດທັງໝົດລ້ວນແຕ່ມີຄວາມສະເໝີພາບ

        ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ກົດໝາຍວ່າດ້ວຍການອະໄພຍະໂທດຂອງ ຫວຽດນາມ ບໍ່ພຽງແຕ່ນຳໃຊ້ສຳລັບນັກໂທດເປັນຊາວ ຫວຽດນາມ ເທົ່ານັ້ນ, ຫາກຍັງມີຂໍ້ກຳນົດການອະໄພຍະໂທດສຳລັບນັກໂທດເປັນຊາວຕ່າງປະເທດອີກດ້ວຍ. ນັກໂທດ Chimechidilke Ben, ສັນຊາດ ນີເຊເຣຍ, ຖືກຈຳຄຸກຢູ່ຄ້າຍຄຸມຂັງ ວິງກວາງ, ຕາມດາວ, ແຂວງ ວິງຟຸກ ເກືອບ 13 ປີໂທດເປັນຜູ້ຕິດຕໍ່, ຂົນສົ່ງຢາເສບຕິດຜິດກົດໝາຍ. ນັກໂທດຜູ້ນີ້ໄດ້ຮັບການອະໄພຍະໂທດໃນປີນີ້, ຈາກການຕັດສິນລົງໂທດຈຳຄຸກຕະຫຼອດຊີວິດໄດ້ຮັບການຜ່ອນໂທດເປັນຈຳຄຸກ 30 ປີ, ແບ່ງປັນວ່າ:

        “ຄາວນັ້ນ, ຂ້າພະເຈົ້າບໍ່ເຂົ້າໃຈກົດໝາຍຂອງ ຫວຽດນາມ ສະນັ້ນບໍ່ຮູ້ວ່າການຕັດສິນລົງໂທດສຳລັບການຂົນສົ່ງຢາເສບຕິດແມ່ນຮ້າຍແຮງຄືແນວນັ້ນ. ຖ້າຮູ້ຈັກນັ້ນ ຂ້າພະເຈົ້າບໍ່ເຮັດ. ເມື່ອປະຕິບັດຕາມຄຳຕັດສິນລົງໂທດ, ຂ້າພະເຈົ້າເສຍໃຈຫຼາຍ, ຂ້າພະເຈົ້າມີແຕ່ຕຳຕິຕົນເອງວ່າ ຍ້ອນຄວາມຮູ້ແຕ່ບໍ່ເຖິງການ ດັ້ງນັ້ນຕ້ອງຊົດເຊີຍໃຫ້ແກ່ການກະທຳຂອງຕົນ. ພາຍຫຼັງທີ່ໝົດເວລາຈຳຄຸກ, ຂ້າພະເຈົ້າຈະກາຍເປັນນັກອາສາສະໝັກໄປໂຄສະນາກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ”.

ອະໄພຍະໂທດ - ນະໂຍບາຍມະນຸດສະທຳດີເລີດຂອງລັດ ຫວຽດນາມ - ảnh 2(ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ)

ປະຈຸບັນ, ມີນັກໂທດຊາວຕ່າງປະເທດປະມານ 750 ຄົນພວມປະຕິບັດຕາມຄຳຕັດສິນຂອງສານຢູ່ບັນດາຄ້າຍກັກຂັງຊົ່ວຄາວຢູ່ ຫວຽດນາມ. ບັນດານັກໂທດຊາວຕ່າງປະເທດ ກໍໄດ້ປະພຶດຢ່າງສະເໝີພາບກັບບັນດານັກໂທດຊາວ ຫວຽດນາມ ໃນການອະໄພຍະໂທດຄັ້ງຕ່າງໆຖ້າມີເງື່ອນໄຂຢ່າງພຽງພໍ…ທີ່ກອງປະຊຸມກວດຜ່ານເອກະສານ, ບັນຊີລາຍຊື່ສະເໜີຕໍ່ປະທານປະເທດ ຂໍຜ່ອນໂທດກ່ອນກຳນົດເວລາໃຫ້ແກ່ນັກໂທດມີເງື່ອນໄຂຄົບຖ້ວນໃນວັນທີ 02 ກັນຍາ 2022 ຈະມາເຖິງ, ເຊິ່ງດຳເນີນໃນວັນທີ 23 ສິງຫາ ຜ່ານມາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ, ປະທານສະພາໃຫ້ຄຳປຶກສາການອະໄພຍະໂທດ 2022, ຢືນຢັນວ່າ:

        “ຫຼັກການຂອງພວກເຮົາແມ່ນພິຈາລະນາຖືກຕ້ອງເປົ້າໝາຍ ບໍ່ປະໃຫ້ນັກໂທດທີ່ມີເງື່ອນໄຂຄົບຖ້ວນ ບໍ່ໄດ້ຮັບການພິຈາລະນາອະໄພຍະໂທດ, ພ້ອມດຽວກັນນັ້ນກໍພິຈາລະນາຢ່າງໂປ່ງໃສ, ເຂັ້ມງວດທີ່ສຸດ ບໍ່ປະໃຫ້ນັກໂທດບໍ່ມີເງື່ອນໄຂຄົບຖ້ວນໄດ້ຮັບການອະໄພຍະໂທດ. ບັນດາອົງການໄດ້ດຳເນີນການພິຈາລະນາການອະໄພຍະໂທດ, ປະກອບຄຳເຫັນ ແລະ ລົງຄະແນນສຽງກ່ຽວກັບບັນຊີລາຍຊື່ນັກໂທດທີ່ຂໍອະໄພຍະໂທດ, ຈຳນວນຜູ້ໄດ້ຮັບການອະໄພຍະໂທດໃນປີນີ້ ເພື່ອຍື່ນສະເໜີຕໍ່ປະທານປະເທດເຊັນຂໍ້ຕົກລົງອະໄພຍະໂທດ”.

        ໃນຕົວຈິງ, ນັກໂທດທີ່ໄດ້ຮັບການອະໄພຍະໂທດ ກັບເມືອຫາຄອບຄົວ, ສ້າງຊີວິດເປັນປົກກະຕິ ແລະ ເຮັດວຽກຖືກຕ້ອງຕາມກົດໝາຍ, ນັກໂທດສືບຕໍ່ກະທຳຜິດຄືນໃໝ່ແມ່ນຕ່ຳທີ່ສຸດ. ໝາກຜົນການປະຕິບັດວຽກງານອະໄພຍະໂທດ ບໍ່ພຽງແຕ່ສະແດງໃຫ້ເຫັນມູນເຊື້ອເມດຕາປານີ, ອະນຸໂລມຂອງຊາດ ຫວຽດນາມ ແລະ ນະໂຍບາຍອະໄພຍະໂທດຂອງລັດ ຫວຽດນາມ ສຳລັບນັກໂທດເທົ່ານັ້ນ ຫາກຍັງປະກອບສ່ວນປະຕິບັດໂຄງການລະດັບຊາດກ່ຽວກັບການປ້ອງກັນ, ຕ້ານອາຊະຍາກຳ, ຮັບປະກັນຄວາມຮຽກຮ້ອງທາງດ້ານການເມືອງ, ກົດໝາຍ, ວິຊາການ, ການພົວພັນກັບຕ່າງປະເທດ, ເຊິ່ງປະຊາຊົນຢູ່ພາຍໃນປະເທດເຫັນດີເຫັນພ້ອມ ແລະ ໄດ້ຮັບການຕີລາຄາສູງຈາກຫາງສຽງສາກົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ