ອາຊີ ຊອກຫາວິທີຮັກສາທ່າເຕີບໂຕເສດຖະກິດ

(VOVWORLD) -  ໃນສະພາບການລະບົບການຄ້າໂລກ ພວມປະເຊີນໜ້າຕໍ່ບັນດາຮົ້ວກີດຂວາງນັບມື້ນັບເພີ່ມຂຶ້ນ ແຕ່ ອາຊີ ຍັງສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ທີ່ເຕັມໄປດ້ວຍຄວາມໝັ້ນໝາຍ ແລະ ຄາດວ່າຈະກາຍເປັນກຸ່ມກ້ອນຮ່ວມມືພາກພື້ນໃຫຍ່ສຸດໂລກ. 

ກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວອາວ 2019 (BFA) ໄດ້ສິ້ນສຸດລົງຢູ່ປະເທດ ຈີນ ໃນອາທິດຜ່ານມາ ໄດ້ຢັ້ງຢືນຄວາມຈຳເປັນ ຕ້ອງເພີ່ມທະວີການຮ່ວມມືພາກພື້ນ ແລະ ທົ່ວໂລກ ເພື່ອຮັກສາທ່າເຕີບໂຕເສດຖະກິດໃນໄລຍະຈະມາເຖິງ. ເວທີປາໄສໄດ້ຮັບຖືວ່າຄື Davos ຂອງ ອາຊີ ນີ້, ມີຫລາຍມາດຕະການໄດ້ຍົກອອກມາ ເຖິງຢ່າງໃດກໍ່ຕາມ ກໍ່ສະແດງໃຫ້ເຫັນບັນດາສິ່ງທ້າທາຍສຳລັບ ອາຊີ ເມື່ອລັດທິອາລັກຂາພວມຟື້ນຕົວຂຶ້ນ ແລະ ລະບົບການຄ້າໂລກຕ້ອງປະເຊີນໜ້າກັບບັນດາຮົ້ວກີດຂວາງນັບມື້ນັບເພີ່ມຂຶ້ນ.

ອາຊີ ຊອກຫາວິທີຮັກສາທ່າເຕີບໂຕເສດຖະກິດ - ảnh 1 ກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວອາວ 2019 (ພາບ: THX/TTXVN)

       ຕາມບົດລາຍງານຂອງ BFA, ປັດຈຸບັນ ອາຊີ ພວມກາຍເປັນພື້ນຖານເສດຖະກິດໃຫຍ່ສຸດໂລກ. ປີ 2017, ຍອດ GDP ຂອງພາກພື້ນນີ້ ບັນລຸກ່ວາ 29.500 ຕື້ USD, ຫລາຍກ່ວາເມື່ອທຽບໃສ່ຕົວເລກ 22.500 ຕື້ USD ຂອງພາກພື້ນ ອາເມລິກາເໜືອ ແລະ 20.210 ຕື້ USD ຂອງພາກພື້ນ ເອີຣົບ. ທ່າເຕີບໂຕຂອງເສດຖະກິດ ອາຊີ ກໍ່ສູງກ່ວາຫລາຍເທົ່າເມື່ອທຽບໃສ່ບັນດາພາກພື້ນອື່ນ. ອາຊີ ບໍ່ພຽງແຕ່ກາຍເປັນນັກຜະລິດໃຫຍ່ສຸດໂລກເທົ່ານັ້ນ ຫາກຍັງແມ່ນຕະຫລາດໃຫຍ່ສຸດໂລກອີກດ້ວຍ.

        ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວ ບໍ່ມີຄວາມໝາຍວ່າ ເສດຖະກິດ ອາຊີ ບໍ່ຖືກຜົນສະທ້ອນຈາກການກະທົບຫຍໍ້ທໍ້ຂອງເສດຖະກິດໂລກ, ເປັນຕົ້ນແມ່ນບັນດາການແກ່ງແຍ້ງດ້ານການຄ້າ, ລັດທິອາລັກຂາພວມເພີ່ມຂຶ້ນ.

ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືຫລາຍຝ່າຍ

        ເລີ່ມມາຈາກຄວາມຮັບຮູ້ລວມທີ່ຖືວ່າ ອາຊີ ແມ່ນກຳລັງໜູນສຳຄັນສຳລັບພື້ນຖານເສດຖະກິດທົ່ວໂລກ, ບັນດາປະເທດເຂົ້າຮ່ວມເວທີປາໄສໄດ້ເຫັນດີເປັນເອກະພາບສະໜັບສະໜູນລັດທິຫລາຍຝ່າຍ ແລະ ສືບຕໍ່ຊຸກຍູ້ໂລກາພິວັດ. ຜູ້ຕາງໜ້າຂອງບັນດາປະເທດປາດຖະໜາວ່າ ລັດທິຫລາຍຝ່າຍແມ່ນທ່າອ່ຽງນຳພາຂັ້ນຕອນການພັດທະນາລວມ. ນີ້ໄດ້ຖືວ່າແມ່ນໝາກຜົນສຳຄັນທີ່ສຸດ ແລະ ກໍ່ແມ່ນສານເປັນໜ້າສົ່ງເສີມທີ່ສຸດຂອງເວທີປາໄສ ອາຊີ ປົວອາວ 2019.

        ໃນສະພາບການລະບົບການຄ້າໂລກ ພວມປະເຊີນໜ້າຕໍ່ບັນດາຮົ້ວກີດຂວາງນັບມື້ນັບເພີ່ມຂຶ້ນ ແຕ່ ອາຊີ ຍັງສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ທີ່ເຕັມໄປດ້ວຍຄວາມໝັ້ນໝາຍ ແລະ ຄາດວ່າຈະກາຍເປັນກຸ່ມກ້ອນຮ່ວມມືພາກພື້ນໃຫຍ່ສຸດໂລກ. ໄລຍະປີ 2017 – 2018, ຂໍ້ຕົກລົງໃໝ່ 17 ສະບັບໄດ້ຮັບການລົງນາມ ແລະ ຂໍ້ຕົກລົງ 2 ຝ່າຍ 70 ສະບັບພວມໄດ້ຮັບການຜັນຂະຫຍາຍລະຫວ່າງບັນດາປະເທດໃນພາກພື້ນ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນການເຊື່ອມຕໍ່ດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດ ອາຊີ ແມ່ນທ່າອ່ຽງແນ່ນອນ.

        ຈຸດພົ້ນເດັ່ນໜຶ່ງອີກ ທີ່ສະແດງໃຫ້ເຫັນທ່າອ່ຽງການຮ່ວມມືພັດທະນາຢູ່ ອາຊີ ນັ້ນແມ່ນທີ່ BFA 2019, ເອກະສານຮ່ວມມືສະບັບໜຶ່ງລະຫວ່າງກົມສະຫະປະຊາຊາດກ່ຽວກັບບັນຫາເສດຖະກິດ ແລະ ສັງຄົມ (UN DESA) ກັບເວທີປາໄສ ປົວອາວ ໄດ້ຮັບການລົງນາມ. ການກະທຳດັ່ງກ່າວ ໄດ້ຖືວ່າ ຈະຊຸກຍູ້ການຮ່ວມມືກ່ຽວກັບການພັດທະນາແບບຍືນຍົງໃນພາກພື້ນ ແລະ ຍູ້ແຮງຄວາມມານະພະຍາຍາມຂອງສະຫະປະຊາຊາດກ່ຽວກັບການຊຸກຍູ້ພັດທະນາແບບຍືນຍົງ

        ໃນທ່າອ່ຽງໂລກາພິວັດ, ບັນດາພື້ນຖານເສດຖະກິດ ອາຊີ ກໍ່ກຳນົດການເພີ່ມທະວີຮ່ວມມືສຸມໃສ່ເຕັກໂນໂລຊີຂຽວ. ໄປຄຽງຄູ່ກັນນັ້ນ, ແມ່ນຍົກອອກບັນດາມາດຕະການທີ່ມີຜົນປະໂຫຍດໃນການເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນອາດຈະເປັນໄປໄດ້ຢ່າງວ່ອງໄວ ແລະ ສ້າງຕະຫລາດ ອາຊີ ຂະຫຍັນຂັນເຄື່ອນກ່ວາ. ເພື່ອຮັບມືຕໍ່ບັນດາສິ່ງຄົງຄ້າງ, ອາຊີ ກໍ່ຄວນມີການທົດລອງທຸກວິທີການ ເພື່ອໜູນຊ່ວຍໃຫ້ການປ່ຽນແປງໃໝ່.

ສິ່ງທ້າທາຍ

        ເຖິງຢ່າງໃດກໍ່ຕາມ, ບັນດາບັນຫາ ແລະ ຄວາມສ່ຽງພວມພົ້ນຂຶ້ນ, ນາບຂູ່ເຖິງຄວາມສາມາດພັດທະນາຂອງບັນດາປະເທດຢູ່ ອາຊີ. ພົ້ນເດັ່ນແມ່ນບັນດາຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່າງ ຈີນ ແລະ ອາເມລິກາ ພວມດຳເນີນໄປ, ຕໍ່ໄປແມ່ນລະດັບການເຕີບໂຕຂອງບາງພື້ນຖານເສດຖະກິດໃຫຍ່ ໄດ້ຄາດຄະເນວ່າ ຈະຊັກຊ້າລົງ, ໃນນັ້ນ ມີ ຈີນ, ການຊຸດໂຊມກ່ຽວກັບການເຄື່ອນໄຫວຜະລິດກໍ່ສົ່ງຜົນສະທ້ອນເຖິງບັນດາພື້ນຖານເສດຖະກິດອື່ນຢູ່ ອາຊີ ຄື: ມາເລເຊຍ, ສິງກະໂປ…ນອກນັ້ນ, ຄວາມແຕກຕ່າງກັນຕົ້ນຕໍລະຫວ່າງບັນດາປະເທດ ອາຊີ ພາໃຫ້ເກີດບັນດາບັນຫາຄື: ຄວາມຜິດດ່ຽງກ່ຽວກັບເສດຖະກິດໃນສັງຄົມ, ການປະທະກັນດ້ານເຊື້ອຊາດເຜົ່າພັນ ແລະ ສາສະໜາ, ການສໍ້ລາດບັງຫລວງ, ສະພາບອຶດຫິວທຸກຍາກ, ລະບົບຊີວະພາບຊຸດໂຊມ…ກໍ່ສົ່ງຜົນກະທົບບໍ່ແມ່ນໜ້ອຍເຖິງການພັດທະນາຂອງເສດຖະກິດ ອາຊີ ໃນໄລຍະຈະມາເຖິງ.

ອາຊີ ຊອກຫາວິທີຮັກສາທ່າເຕີບໂຕເສດຖະກິດ - ảnh 2 (ພາບປະກອບ)

        ເສດຖະກິດ ອາຊີ ໄດ້ຮັບຮູ້ວ່າ ແມ່ນກຳລັງໜູນຕົ້ນຕໍ່ ເພື່ອຊຸກຍູ້ການເຕີບໂຕເສດຖະກິດທົ່ວໂລກ. ດ້ວຍຄວາມຮັບຮູ້ລວມ ທີ່ຫາກໍ່ບັນລຸໄດ້ຢູ່ເວທີປາໄສ ປົວອາວ 2019, ຫາງສຽງເຊື່ອໝັ້ນວ່າ: ການເຄື່ອນໄຫວດ້ານການຄ້າຢູ່ ອາຊີ ຈະໄດ້ຮັບການເພີ່ມທະວີບົນພື້ນຖານຊຸກຍູ້ການຮ່ວມມືການຄ້າຫລາຍຝ່າຍ, ເຖິງວ່າພື້ນຖານເສດຖະກິດພາກພື້ນຍັງປະເຊີນໜ້າຕໍ່ຄວາມສ່ຽງ, ສິ່ງທ້າທາຍຫລາຍຢ່າງກໍ່ຕາມ./.

ຕອບກັບ

ຂ່າວ/ບົດ​ອື່ນ