ອາຊຽນ, ຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ຢູ່ໃນໂລກ

(VOVWORLD) - 50 ປີນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ຈາກອົງການພາກພື້ນໜຶ່ງ, ອາຊຽນ ໄດ້ກາຍເປັນປະຊາຄົມໝັ້ນຄົງເຂັ້ມແຂງ, ມີທີ່ຕັ້ງ ແລະ ບົດບາດນັບມື້ນັບສູງບົນເວທີສາກົນ. ອາຊຽນ ພວມນັບມື້ນັບຢືນຢັນທີ່ຕັ້ງບົດບາດຂອງອົງການຈັດຕັ້ງທີ່ໝັ້ນຄົງເຂັ້ມແຂງ, ມີການຮ່ວມສຳພັນຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ແມ່ນຄູ່ຮ່ວມມືທີ່ຂາດບໍ່ໄດ້ຂອງບັນດາປະເທດໃນໂລກ. ເນື່ອງໃນໂອກາດຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ຄັ້ງທີ 50 (AMM -50) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ມານີລາ, ປະເທດ ຟີລິບປິນ, ບັນນາທິການ VOV ມີບົດຂຽນ “ອາຊຽນ, ຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ຢູ່ໃນໂລກ”
ອາຊຽນ, ຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ຢູ່ໃນໂລກ - ảnh 1 ພາບປະກອບ

ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 1967 ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ ດ້ວຍ 5 ປະເທດສະມາຊິກໃນເບື້ອງຕົ້ນ, ມາຮອດປະຈຸບັນ, ອາຊຽນ ໄດ້ເຕີບໃຫຍ່, ເຂັ້ມແຂງໃນຫຼາຍດ້ານດ້ວຍການປະກອບສ່ວນຂອງ 10 ປະເທດສະມາຊິກ. ພາຍຫຼັງ 5 ທົດສະວັດແຫ່ງການພັດທະນານັ້ນ, ອາຊຽນ ໄດ້ຫັນປ່ຽນກ່ຽວກັບຄຸນນະພາບໂດຍພື້ນຖານ ແລະ ກາຍເປັນປະຊາຄົມລວມໃນວັນທີ 31 ທັນວາ 2015 ຢ່າງເປັນທາງການ.

ດຶງດູດຄວາມສົນໃຈ, ການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືຈາກພາຍນອກ

       ຜ່ານເຄິ່ງສະຕະວັດແຫ່ງການສ້າງຕັ້ງ ແລະ ພັດທະນານັ້ນ, ອາຊຽນ ໄດ້ຮັບການຕີລາຄາຈາກຫາງສຽງສາກົນວ່າແມ່ນອົງການຮ່ວມສຳພັນທີ່ມີປະສິດທິຜົນ, ສວມບົດບາດໃຈກາງໃນໂຄງປະກອບລວມຂອງພາກພື້ນ ອາຊີ - ປາຊີຟິກ.

        ການສ້າງຕັ້ງຂອງປະຊາຄົມ ອາຊຽນ ໄດ້ຍົກສູງທີ່ຕັ້ງບົດບາດ ແລະ ຄຸນຄ່າຍຸດທະສາດຂອງ ອາຊຽນ, ນັບມື້ນັບດຶງດູດຄວາມສົນໃຈ, ການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືຈາກພາຍນອກ ເພື່ອຈຸດໝາຍລວມແມ່ນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ. ບັນດາກອງປະຊຸມຂັ້ນສູງພິເສດສຳລັບ ອາເມລິກາ, ລັດເຊຍ, ຈີນ ໃນປີຜ່ານມາແມ່ນບັນດາພະຍານຫຼັກຖານພິສູດໃຫ້ເຫັນຢ່າງຈະແຈ້ງຄວາມເຄົາລົບນັບຖື, ການສະໜັບສະໜູນຂອງບັນດາຄູ່ຮ່ວມມືທີ່ສະຫງວນໃຫ້ ອາຊຽນ. ມາຮອດປະຈຸບັນ, ມີ 86 ປະເທດໄດ້ຈັດສົ່ງເອກອັກຄະລັດຖະທູດ ປະຈຳຢູ່ ອາຊຽນ, 9/11 ຄູ່ຮ່ວມມື ຄູ່ເຈລະຈາໄດ້ສ້າງຕັ້ງຄະນະປະຕິບັດງານພິເສດຢູ່ ອາຊຽນ ແລະ 50 ຄະນະກຳມະການ ອາຊຽນ ຢູ່ບັນດາປະເທດທີສາມ. ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນຢູ່ ອາຊີ, ເອີລົບ ແລະ ອາເມລິກາລາຕີນ ສືບຕໍ່ປາດຖະໜາຢາກສ້າງຕັ້ງການພົວພັນຄູ່ຮ່ວມມືກັບ ອາຊຽນ. ໃນປີ 2016, ອາຊຽນ ໄດ້ເຊັນເອກະສານເປີດກ້ວາງເພື່ອໃຫ້ ຈີເລ, ອີຢິບ, ມາຣົກ ເຂົ້າຮ່ວມສົນທິສັນຍາເປັນມິດ ແລະ ຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC), ຍົກຍອດຈຳນວນສະມາຊິກຂອງສົນທິສັນຍາຂຶ້ນເຖິງ 35 ປະເທດ; ມອບຂໍ້ກຳນົດກົດລະບຽບຄູ່ເຈລະຈາຕາມຂົງເຂດໃຫ້ແກ່ ສະວິດ ແລະ ຄູ່ຮ່ວມມືພັດທະນາໃຫ້ແກ່ ເຢຍລະມັນ; ສືບຕໍ່ຊຸກຍູ້ການພົວພັນທາບທາມຄວາມເຫັນ ແລະ ການຮ່ວມມືກັບບັນດາອົງການຈັດຕັ້ງພາກພື້ນຄື: ສະຫະພັນ ປາຊີຟິກ (AP), ອົງການຮ່ວມມືເສດຖະກິດ (ECO) ແລະ ສະພາຮ່ວມມືກັບບັນດາປະເທດເຂດອ່າວເປີເຊຍ (GCC).

ອາຊຽນ, ຄູ່ຮ່ວມມືສຳຄັນໃນພາກພື້ນ ແລະ ຢູ່ໃນໂລກ - ảnh 2

        ອາເມລິກາ, ເຊິ່ງແມ່ນຄູ່ຮ່ວມມືໃຫຍ່ຂອງພາກພື້ນຖືເປັນສຳຄັນ ແລະ ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນທີ່ພວມສ້າງເປັນຮູບປະທຳ, ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ ແລະ ເນັ້ນໜັກວ່າ: ອາຊຽນ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງ ອາເມລິກາ, ສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ - ອາເມລິກາ, ສົ່ງເສີມການເຕີບໂຕເສດຖະກິດແບບຍືນຍົງ ແລະ ຍຸຕິທຳ, ຢືນຢັນຮັກສາບັນດາໂຄງການກໍ່ສ້າງບຳລຸງໃຫ້ແກ່ຊາວໜຸ່ມ ແລະ ແມ່ຍິງ ອາຊຽນ ຄືໂຄງການບັນດາການນຳໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ (YSEALI), ທຶນສຶກສາ Fulbright. ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະເຂົ້າຮ່ວມບັນດາເຫດການຂອງພາກພື້ນຄືກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ຫວຽດນາມ, ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ ແລະ ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ ຢູ່ ຟີລິບປິນ ໃນທ້າຍປີນີ້.

        ບັນດາກົນໄກທີ່ກ່ຽວຂ້ອງເຖິງດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງ ອາຊຽນ ບໍ່ພຽງແຕ່ສ້າງຄວາມສະໜິດຕິດພັນພາຍໃນກຸ່ມເທົ່ານັ້ນ ຫາກຍັງດຶງດູດບັນດາປະເທດໃຫຍ່ຢູ່ໃນໂລກເຂົ້າຮ່ວມອີກດ້ວຍ. ເວທີປາໄສພາກພື້ນ ອາຊຽນ (ARF) ໄດ້ຮັບການກຳເນີດເມື່ອປີ 1994 ດ້ວຍຈິດໃຈ “ຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຜ່ານຄູ່ເຈລະຈາ ແລະ ຄູ່ຮ່ວມມືຢູ່ ອາຊີ - ປາຊີຟິກ” ໄດ້ເປີດສາກກົນໄກຄູ່ເຈລະຈາ ແລະ ທາບທາມຄວາມເຫັນກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ແລະ ການເມືອງໃນພາກພື້ນ.

        ກ່ຽວກັບດ້ານເສດຖະກິດ, ອາຊຽນ ໄດ້ສ້າງຕະຫຼາດກ້ວາງໃຫຍ່ດ້ວຍພົນລະເມືອງ 630 ລ້ານຄົນ ແລະ ຍອດ GDP 3.000 ຕື້ USD, ມີລະດັບເຕີບໂຕ 4,7% ຕໍ່ປີ.  ອາຊຽນ ກໍ່ໄດ້ສ້າງຄວາມດຶງດູດໃຫ້ປະເທດຕ່າງໆ, ສ້າງການຮ່ວມສຳພັນດ້ານເສດຖະກິດຜ່ານບັນດາສັນຍາການຄ້າເສລີ (FTA), ສ້າງຕະຫຼາດດ້ວຍມີພົນລະເມືອງ 3 ຕື້ຄົນ ແລະ ຍອດ GDP 20.000 ຕື້ USD.

ສືບຕໍ່ຍົກສູງຄຸນຄ່າ ແລະ ພະລັງຊີວິດຂອງ ອາຊຽນ

       ໂດຍສືບຕໍ່ຜົນງານທີ່ບັນລຸໄດ້ນັ້ນ, ພາຍຫຼັງໄລຍະທາງ 50 ປີມີຄວາມສະໜິດຕິດພັນ, ອາຊຽນ ພວມສືບຕໍ່ຕັດສິນໃຈຊຸກຍູ້ການຮ່ວມສຳພັນປະຊາຄົມຮອບດ້ານ ແລະ ແທດຈິງ, ຍົກສູງຄຸນຄ່າ ແລະ ພະລັງຊີວິດຂອງ ອາຊຽນ, ນຳມາເຊິ່ງຜົນປະໂຫຍດແທດຈິງ, ຈະແຈ້ງໃຫ້ພາກພື້ນ, ບັນດາປະເທດສະມາຊິກ ແລະ ພົນລະເມືອງກ່ວາ 600 ລ້ານຄົນໃນພາກພື້ນ.

        ປີ 2017, ອາຊຽນ ໄດ້ກຳນົດ 6 ທິດທາງບຸລິມະສິດ, ເຊິ່ງລວມມີ: ການສ້າງ ອາຊຽນ ມຸ່ງໄປເຖິງປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ; ຊຸກຍູ້ສັນຕິພາບ, ສະຖຽນລະພາບໃນພາກພື້ນ; ເພີ່ມທະວີຄວາມໝັ້ນຄົງ ແລະ ການຮ່ວມມືໃນການເດີນເຮືອ; ຊຸກຍູ້ການເຕີບໂຕແບບທົ່ວເຖິງ ແລະ ອີງໃສ່ການປະດິດຄິດສ້າງ; ຍົກສູງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ; ນຳອາຊຽນ ກາຍເປັນແບບຢ່າງຮ່ວມມືພາກພື້ນ ແລະ ຊຸກຍູ້ບົດບາດທົ່ວໂລກຂອງ ອາຊຽນ.

        ພາຍຫຼັງ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ, ນີ້ພຽງແຕ່ແມ່ນຂີດໝາຍສຳຄັນຂອງໄລຍະທາງທີ່ແກ່ຍາວມາເປັນເວລາຫຼາຍທົດສະວັດ, ໄດ້ມີບັນດາໝາກຜົນດີພໍສົມຄວນ ຫາກບໍ່ແມ່ນວ່າໝາກຜົນສຸດທ້າຍ.

        ອາຊຽນ ສືບຕໍ່ຮັກສາຄວາມສາມັກຄີ, ເສີມຂະຫຍາຍບົດບາດໃຈກາງ, ຍົກສູງທີ່ຕັ້ງບົດບາດຂອງຕົນ, ພ້ອມທັງປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ