ອາຊຽນ ຈະບໍ່ຖືກປະປ່ອຍຢູ່ທາງຫລັງໃນການປະຕິວັດອຸດສາຫະກຳ 4.0

(VOVWORLD) - ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2018 (WEF 2018) ໂດຍ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກຈັດຕັ້ງ ຈະດຳເນີນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 11 – 13 ກັນຍາ ຈະມາເຖິງ.

ນີ້ແມ່ນໜຶ່ງໃນບັນດາກອງປະຊຸມທີ່ມີຂອບຂະໜາດໃຫຍ່ ແລະ ສຳຄັນຂອງເວທີປາໄສເສດຖະກິດໂລກໃນພາກພື້ນ, ພ້ອມທັງແມ່ນໜຶ່ງໃນບັນດາເຫດການພົວພັນຕ່າງປະເທດໃຫຍ່ຂອງ ຫວຽດນາມ ໃນປີ 2018. ດ້ວຍຫົວຂໍ້ວ່າ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ຈະແມ່ນໂອກາດເພື່ອໃຫ້ບັນດາປະເທດ ອາຊຽນ ຕີລາຄາກາລະໂອກາດ ກໍ່ຄືແກ້ໄຂບັນດາສິ່ງທ້າທາຍເພື່ອໃຫ້ ອາຊຽນ “ບໍ່ຖືກປະປ່ອຍຢູ່ທາງຫລັງ” ໃນສັງກາດດີຈີຕອນ.

ອາຊຽນ ຈະບໍ່ຖືກປະປ່ອຍຢູ່ທາງຫລັງໃນການປະຕິວັດອຸດສາຫະກຳ 4.0 - ảnh 1 (ພາບປະກອບ)

ການປະຕິວັດອຸດສາຫະກຳຄັ້ງທີ 4. ດ້ວຍເຕັກໂນໂລຢີບຸກທະລຸຫລາຍຢ່າງ ທີ່ມີລັກສະນະປະດິດຄິດສ້າງ ພວມສົ່ງກໍ່ຜົນກະທົບຢ່າງເລິກເຊິ່ງຕໍ່ ອາຊຽນ ແລະ ແຕ່ລະປະເທດໃນກຸ່ມ ອາຊຽນ, ຮຽກຮ້ອງ ອາຊຽນ ຕ້ອງປັບຕົວໃຫ້ແທດເໝາະ, ປ່ຽນແປງໃໝ່ ແລະ ມີຫົວຄິດປະດິດສ້າງ.

ກຳແໜ້ນກາລະໂອກາດເພື່ອພັດທະນາ

        ເມື່ອຕີລາຄາກ່ຽວກັບຄວາມສະດວກຂອງ ອາຊຽນ ໃນການປະຕິວັດ 4.0, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບູ່ຍແທງເຊີນ ເນັ້ນໜັກວ່າ:

        “ອາຊຽນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 6 ໃນໂລກ, ດ້ວຍຈຳນວນປະຊາກອນກ່ວາ 630 ລ້ານຄົນ, ໃນນັ້ນ ມີຈຳນວນ 260 ລ້ານຄົນຊົມໃຊ້ອິນເຕີແນັດເປັນປະຈຳ, ອາຊຽນ ມີພື້ນຖານສະດວກ ແລະ ຕະຫລາດໃຫຍ່ພຽງພໍໃຫ້ແກ່ການປ່ຽນແປງໃໝ່, ລົງທຶນພັດທະນາໄວບັນດາຮູບແບບດຳເນີນທຸລະກິດແບບໃໝ່. ພ້ອມກັນນັ້ນ, ໂລກແຫ່ງດີຈີຕອນ, ການເຊື່ອມຕໍ່ສະຫລາດກໍ່ໄດ້ສ້າງກາລະໂອກາດໃຫ້ປະຊາຊົນທຸກຄົນລ້ວນແຕ່ສາມາດເລີ່ມທຸລະກິດ Startup ປະດິດຄິດສ້າງ. ສະພາບແວດລ້ອມແຫ່ງການເຊື່ອມຕໍ່ ກໍ່ໄດ້ສ້າງເປັນການປະຕິວັດຕິດຕໍ່ພົວພັນຊຳລະ, ການບໍລິການ logistic…ນຳມາເຊິ່ງກາລະໂອກາດຢ່າງໃຫຍ່ຫລວງໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເຂົ້າຮ່ວມໃນລະບົບສະໜອງທົ່ວໂລກ ແລະ ພາກພື້ນຢ່າງເລິກກ່ວາ.

        ໄປຄຽງຄູ່ກັບກາລະໂອກາດການພັດທະນາ, ການປະຕິວັດອຸດສາຫະກຳ 4.0 ກໍ່ວາງອອກສິ່ງທ້າທາຍຫລາຍຢ່າງໃຫ້ບັນດາປະເທດ ອາຊຽນ, ຕາມນັ້ນແລ້ວ ໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ ແມ່ນການຫັນປ່ຽນ, ປ່ຽນແທນແຮງງານ, ເປັນຕົ້ນແມ່ນໃນບັນດາຂະແໜງທີ່ນຳໃຊ້ຜູ້ອອກແຮງງານຫລາຍຄົນ ຍ້ອນຜົນກະທົບຈາກການຫັນເປັນອັດຕະໂນມັດຢ່າງເລິກເຊິ່ງກ້ວາງຂວາງ, ສ້າງໂຄງປະກອບຂະແໜງອາຊີບຄືນໃໝ່ ແລະ ປ່ຽນແປງຮູບແບບການຜະລິດ, ດຳເນີນທຸລະກິດ. ຕາມການຄາດຄະເນຂອງອົງການແຮງງານສາກົນແລ້ວ, ກຳລັງແຮງງານຂອງ 5 ປະເທດ ອາຊຽນ ແມ່ນ ມາເລເຊຍ, ອິນໂດເນເຊຍ, ຟີລິບປິ່ນ, ໄທ ແລະ ຫວຽດນາມ ປະມານ 50% ພວມຢືນຢູ່ຕໍ່ໜ້າຄວາມສ່ຽງສູງຖືກປ່ຽນແທນ ຍ້ອນເຕັກໂນໂລຢີໃໝ່ໃນປະມານ 2 ທົດສະວັດຈະມາເຖິງ. ໃຫ້ຂໍ້ສັງເກດກ່ຽວກັບສິ່ງທ້າທາຍຕ່າງໆ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi ຖືວ່າ:

        “ຂ້າພະເຈົ້າຄິດວ່າ ສິ່ງທ້າທາຍທຳອິດພໍ່ພຽງແຕ່ແມ່ນຂອງ ອິນໂດເນເຊຍ ເທົ່ານັ້ນ ຫາກຍັງແມ່ນທັງຂອງ ອາຊຽນ ອີກດ້ວຍ, ນັ້ນແມ່ນ ຄວນມີບາດກ້າວຫັນປ່ຽນໄປສູ່ການປະຕິວັດ 4.0 ຕາມວິທີເປັນປົກກະຕິ. ສິ່ງດັ່ງກ່າວ ຮຽກຮ້ອງໃຫ້ລັດຖະບານ ແລະ ບັນດານັກວາງແຜນນະໂຍບາຍຂອງບັນດາປະເທດຕ້ອງມີການກຳນົດທິດຢ່າງຖືກຕ້ອງ ເພື່ອຮັບປະກັນວິວັດການຖ່າຍທອດດຳເນີນໄປຢ່າງສະດວກ. ສິ່ງທ້າທາຍທີ 2 ນັ້ນແມ່ນການສຶກສາ ຍ້ອນວ່າ ເພື່ອກະກຽມຮັບມືຕໍ່ບັນດາການຜັນປ່ຽນໃນສະຕະວັດໃໝ່ ເພື່ອນຕ້ອງມີແຫຼ່ງຊັບພະຍາກອນມະນຸດ ດ້ວຍທັກສະທີ່ດີ. ການປະຕິວັດອຸດສາຫະກຳ 4.0 ກໍ່ໃໝ່ອ່ຽມພໍສົມຄວນກັບພາກພື້ນ. ບັນດາປະເທດອື່ນຄື: ເອີຣົບ, ອາເມລິກາ ຫຼື ຍີ່ປຸ່ນ ໄດ້ມີບັນດາບາດກ້າວຢ່າງໃຫຍ່ຫລວງ. ສະນັ້ນ, ສິ່ງສຳຄັນ ແມ່ນພວກເຮົາຄວນຮັດແຄບຊ່ອງນີ້ ເພື່ອບໍ່ຖືກປະປ່ອຍຢູ່ທາງຫລັງ.

ຊອກຫາທິດທາງເດີມ ແລະ ມາດຕະການໃໝ່

        ເພື່ອບໍ່ຖືກປະປ່ອຍຢູ່ທາງຫລັງໃນການປະຕິວັດອຸດສາຫະກຳ 4.0, ລັດຖະບານ ອາຊຽນ ແລະ ບັນດາວິສາຫະກິດ ອາຊຽນ ກໍ່ພວມເສີມຂະຫຍາຍລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊອກຫາທິດທາງເດີມ ແລະ ມາດຕະການໃໝ່ທີ່ເໝາະສົມ ແລະ ພັດທະນາວັດທະນາຖາວອນໃນໂລກແຫ່ງການເຄື່ອນໄຫວໄວ ພາຍໃຕ້ຜົນກະທົບຂອງເຕັກໂນໂລຢີໃໝ່. ຫລາຍປະເທດ ອາຊຽນ ໄດ້ມີບັນດາຍຸດທະສາດລະອຽດ ໃນເລື່ອງກຳແໜ້ນກາລະໂອກາດນີ້ຄື ສິງກະໂປ ໄດ້ຍົກອອກຂໍ້ລິເລີ່ມເປັນປະເທດອັດສະລິຍະ, ອິນໂດເນເຊຍ ກໍ່ມີນະໂຍບາຍພັດທະນາສູນເຕັກໂນໂລຢີ ຫຼື ໄທ ກໍ່ມີວິໄສທັດ ໄທ 4.0 ຫວຽດນາມ ພວມມານະພະຍາຍາມມຸ່ງໄປເຖິງການເຕີບໂຕແບບຍືນຍົງບົນພື້ນຖານຍົກສູງຄຸນນະພາບການເຕີບໂຕ ແລະ ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0 ເພື່ອເພີ່ມສະມັດຕະພາບແຮງງານ ແລະ ກຳລັງແຂ່ງຂັນ ແນໃສ່ກ້າວຂຶ້ນຂັ້ນ ສູງກ່ວາໃນລະບົບຄຸນຄ່າທົ່ວໂລກ. ທ່ານ Tan Wei Min ອຸປະທູດຊົ່ວຄາວສະຖານທູດ ສິງກະໂປ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

        “ສິງກະໂປ ໄດ້ເລືອກເຟັ້ນຫົວເລື່ອງໃຫ້ປີເປັນປະທານ ອາຊຽນ ປີນີ້ແມ່ນ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ ແມ່ນພະຍານຫຼັກຖານໃຫ້ແກ່ຄວາມມານະພະຍາຍາມຂອງ ອາຊຽນ ປັບຕົວໃຫ້ແທດເໝາະກັບບັນດາເງື່ອນໄຂໃໝ່, ຂ້າພະເຈົ້າຄິດວ່າ ອາຊຽນ ສາມາດປັບຕົວໃຫ້ແທດເໝາະ ແລະ ເຮັດໃຫ້ດີໃນບັນດາເງື່ອນໄຂໃໝ່. ພວກເຮົາຕ້ອງຮູ້ກຳແໜ້ນກາລະໂອກາດ ແລະ ຄຸ້ມຄອງບັນດາສິ່ງທ້າທາຍ, ສຶກສາໃຫ້ປະຊາຊົນດ້ວຍທັກສະ ແລະ ລະດັບຄວາມຮູ້ທີ່ດີ, ຊຸກຍູ້ຄວາມສາມາດດ້ານຊັບພະຍາກອນມະນຸດຂອງບັນດາປະເທດສະມາຊິກໃນກຸ່ມ.

        ຕໍ່ໜ້າບັນດາສິ່ງທ້າທາຍ ແລະ ກາລະໂອກາດຂອງການປະຕິວັດ 4.0 ສຳລັບ ອາຊຽນ ແລ້ວ, ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018) ຈະດຳເນີນໃນເດືອນ ກັນຍາ ຈະແມ່ນກາລະໂອກາດເພື່ອໃຫ້ບັນດາປະເທດແບ່ງປັນ, ແລກປ່ຽນບັນດາຄວາມຮັບຮູ້ໃໝ່, ບົດຮຽນປະສົບການ ແລະ ພຶດຕິກຳຕົວຈິງທີ່ດີຢູ່ໃນໂລກກ່ຽວກັບການຍາດແຍ່ງກາລະໂອກາດກໍ່ຄືແກ້ໄຂບັນດາບັນຫາການປະຕິວັດອຸດສາຫະກຳ 4.0 ທີ່ໄດ້ວາງອອກ ./.

ຕອບກັບ

ຂ່າວ/ບົດ​ອື່ນ