ອາ​ຊຽນ ພ້ອມ​ກັນ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ

(VOVWORLD) -ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພວມຍູ້ແຮງຄວາມຄືບໜ້າຜັນຂະຫຍາຍຂະບວນການເຄື່ອນໄຫວທີ່ຫຍັງເຫຼືອ ໃນວິໄສທັດປະຊາຄົມ ອາຊຽນ ຮອດປີ 2025. ກອງປະຊຸມ ສະພາປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ASCC) ຄັ້ງທີ 27 ດ້ວຍຫົວຂໍ້ “ອາຊຽນ ເຄື່ອນໄຫວ - ພ້ອມກັນແກ້ໄຂບັນດາສິ່ງທ້າທາຍ” ດຳເນີນໃນວັນທີ 1 ເມສາ ຜ່ານມາ ໄດ້ເນັ້ນໜັກເຖິງນໍ້ຳໃຈ “ພ້ອມກັນ” ຂອງປະຊາຄົມ ອາຊຽນ, ກໍຄືເຈດຈຳນົງລວມໃນຄວາມມານະພະຍາຍາມລວມໝູ່ ເພື່ອແນໃສ່ແກ້ໄຂ ແລະ ຜ່ານຜ່າບັນດາສິ່ງທ້າທາຍພວມຕ້ອງປະເຊີນໜ້າ.
ອາ​ຊຽນ ພ້ອມ​ກັນ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ - ảnh 1ກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຄັ້ງທີ 27 (ພາບ: baodansinh.vn)

ກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ASCC) ຄັ້ງທີ 27 ແມ່ນເຫດການສຳຄັນ ແລະ ແມ່ນກອງປະຊຸມທຳອິດໃນປີປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ. ກອງປະຊຸມໄດ້ແລກປ່ຽນກ່ຽວກັບບັນດາບຸລິມະສິດ, ເອກະສານທີ່ມີລັກສະນະສ້າງສັນເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ແລະ 41 ເຊິ່ງຈະດຳເນີນໃນເດືອນພະຈິກປີນີ້ ຮັບຮອງເອົາ, ພ້ອມທັງແບ່ງປັນທັດສະນະກ່ຽວກັບບັນຫາຄວນສົນໃຈ ແລະ ກຳນົດທິດພັດທະນາຂອງ ອາຊຽນ ໃນໄລຍະຈະມາເຖິງ ແນໃສ່ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ, ຜູກພັນມະນຸດກັບມະນຸດ, ຖືມະນຸດເປັນໃຈກາງຂອງການພັດທະນາແບບຍືນຍົງ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

ອາຊຽນ ຍົກສູງກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ

        ຖະແຫຼງການ ຮ່າໂນ້ຍ ກ່ຽວກັບວິໄສທັດປະຊາຄົມ ອາຊຽນ ພາຍຫຼັງປີ 2025 ໂດຍບັນດາການນຳ ອາຊຽນ ຮັບຮອງເອົາໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ປີ 2020, ໄດ້ຢືນຢັນວ່າ: ການພັດທະນາວິໄສທັດຫຼັງປີ 2025 ຈະດຳເນີນຢ່າງຮອບດ້ານ, ແທດຈິງ, ສະເໝີພາບ, ກວມລວມ ແລະ ສົມທົບກັນ; ນຳໃຊ້ວິທີການສຳຜັດຢ່າງທົ່ວເຖິງໃນປະຊາຄົມ ເພື່ອແນໃສ່ສົມທົບບັນດາຄວາມມານະພະຍາຍາມລະຫວ່າງເສົາຄ້ຳປະຊາຄົມ ກັບ ອົງການຂະແໜງການຕ່າງໆຂອງ ອາຊຽນ ເພື່ອແນໃສ່ແກ້ໄຂຄວາມສັບສົນທີ່ນັບມື້ນັບເພີ່ມຂຶ້ນຂອງກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງ ອາຊຽນ ພວມປະເຊີນໜ້າ.

        ວິໄສທັດ ປະຊາຄົມ ອາຊຽນ ຫຼັງປີ 2025 ໄດ້ກຳນົດຢ່າງຈະແຈ້ງວ່າ ດ້ວຍລັກສະນະພິເສດໃນການພັດທະນາຂອງຕົນ, ອາຊຽນ ໄດ້ຍູ້ແຮງການຮ່ວມສຳພັນເສດຖະກິດໃຫ້ເປັນພື້ນຖານເທື່ອລະກ້າວ ເພື່ອກຳນົດບັນດາຮູບແບບຮ່ວມສຳພັນຕໍ່ໄປຂອງປະຊາຄົມ ອາຊຽນ. ໃນສະພາບການພາກພື້ນ ແລະ ສາກົນສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ອາຊຽນ ສືບຕໍ່ສະແດງບົດບາດເປັນໃຈກາງ, ແມ່ນກຳລັງໜູນຊຸກຍູ້ວິວັດການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍທີ່ວາງອອກຢ່າງມີປະສິດທິຜົນກວ່າອີກ ກໍຄືປະກອບສ່ວນຢ່າງຕັ້ງໜ້າກວ່າເຂົ້າໃນຄວາມມານະພະຍາຍາມຮັບປະກັນສັນຕິພາບ ແລະ ການພັດທະນາຂອງປະຊາຄົມສາກົນ. ອາຊຽນ ກໍຮັບປະກັນການສ້າງປະຊາຄົມ ອາຊຽນ ມຸ່ງໄປເຖິງປະຊາຊົນຢ່າງແທ້ຈິງ, ຖືປະຊາຊົນເປັນໃຈກາງຂອງວິວັດການພັດທະນາ. ພັດທະນາຢ່າງສະໝ່ຳສະເໝີ, ຍືນຍົງຢູ່ເຂດ, ພາກ ແລະ ລະຫວ່າງບັນດາປະເທດ, ບັນດາພາກສ່ວນທີ່ແຕກຕ່າງກັນໃນສັງຄົມ, ຮັບປະກັນບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ພິເສດ ແມ່ນໃນສະພາບການທີ່ບັນດາປະເທດ ອາຊຽນ ພວມຟື້ນຟູ ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ.

ອາ​ຊຽນ ພ້ອມ​ກັນ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ - ảnh 2ທ່ານລັດຖະມົນຕີກະຊວງ ດ່າວງອກຢຸງ ຢັ້ງຢືນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສະໜັບສະໜູນປີປະທານ ຂອງ ກຳປູເຈຍ ຢ່າງສຸດຂີດ (ພາບ: VGP)

ອາຊຽນ ສາມັກຄີ, ຮ່ວມມືຮັບມືກັບສິ່ງທ້າທາຍ

ຕາມການສະຖິຕິທີ່ຍັງບໍ່ຄົບຖ້ວນ, ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນເສຍຫາຍເຖິງ 3,3% GDP ຂອງ ອາຊຽນ. ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ລະບົບສາທາລະນະສຸກຂອງຫຼາຍປະເທດປະສົບກັບຄວາມຫຍຸ້ງຍາກ, ພື້ນຖານເສດຖະກິດຂອງບັນດາປະເທດຕົກເຂົ້າສູ່ສະພາບຊຸດໂຊມ, ປະຊາຊົນນັບລ້ານຄົນຕົກເຂົ້າສູ່ສະພາບວ່າງງານ, ອຶດຫິວ…

        ຕໍ່ໜ້າສະພາບການນັ້ນ, ບັນດາປະເທດສະມາຊິກ ອາຊຽນ ໄດ້ສາມັກຄີ, ພ້ອມກັນຮ່ວມມືຮັບມືກັບໂລກລະບາດ ເປັນຕົ້ນແມ່ນ ສ້າງຕັ້ງກອງທຶນ ອາຊຽນ ຮັບມືກັບໂລກລະບາດ; ສ້າງສາງແຮວັດຖຸອຸປະກອນການແພດສຸກເສີນລະດັບພາກພື້ນ; ກອບຟື້ນຟູສັງລວມ ອາຊຽນ ແລະ ແຜນການຜັນຂະຫຍາຍຢ່າງຄົບຊຸດຢູ່ທັງ 3 ເສົາຄ້ຳຂອງປະຊາຄົມ, ເພື່ອແນໃສ່ໜູນຊ່ວຍປະຊາຊົນ ແລະ ວິສາຫະກິດ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໄດ້ໂດຍໄວ, ສ້າງຊີວິດເສດຖະກິດ - ສັງຄົມຢູ່ບັນດາປະເທດເປັນປົກກະຕິ; ສ້າງແລວທາງໄປມາຫາສູ່ທີ່ສະດວກ… ບັນດາໂຄງການຜັນຂະຫຍາຍນັບມື້ນັບແທດຈິງ, ໃກ້ຊິດຕິດແທດກັບບຸລິມະສິດຂອງສາກົນ, ພາກພື້ນ ແລະ ປະເທດຊາດ ໂດຍຜ່ານຂໍ້ລິເລີ່ມຕ່າງໆ. ພົ້ນເດັ່ນແມ່ນ ແຜນການສັງລວມວັດທະນະທຳປ້ອງກັນເຫດ, ສະກັດກັ້ນ, ຂອບເຂດຟື້ນຟູ ອາຊຽນ ຢ່າງຮອບດ້ານ ຫຼື ຍຸດທະສາດໂຮມເປັນອັນໜຶ່ງອັນດ່ຽວກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4. ລັດຖະບານແຕ່ລະປະເທດກໍໄດ້ປະກາດນະໂຍບາຍໜູນຊ່ວຍຊາວຜູ້ອອກແຮງງານ ແລະ ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ ແລະ ພ້ອມກັນເປີດກວ້າງນະໂຍບາຍໃຫ້ແກ່ເປົ້າໝາຍພິເສດ. ຍຸດທະສາດສັກວັກຊິນໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນຢູ່ຫຼາຍປະເທດສະມາຊິກ ອາຊຽນ ຊ່ວຍປະຊາຊົນກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ, ສຸມໃສ່ພັດທະນາເສດຖະກິດ, ເປີດປະຕູການທ່ອງທ່ຽວ ແລະ ກັບຄືນມາສອນໂດຍກົງຄືນໃໝ່.

        ບັນດາໝາກຜົນທີ່ບັນລຸໄດ້ແມ່ນພະຍານຫຼັກຖານໃຫ້ແກ່ການປົກປ້ອງບັນດາປັດໄຈຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມ, ປົກປ້ອງສິດຂອງຊາວຜູ້ອອກແຮງງານ, ສ້າງສັງຄົມເປີດ, ປັບຕົວ ແລະ ລົບລ້າງຄວາມບໍ່ສະເໝີພາບທີ່ຍັງຄົງຄ້າງໃນພາກພື້ນ. ບັນດາຂໍ້ລິເລີ່ມຫວ່າງມໍ່ໆມານີ້ຂອງ ອາຊຽນ ໃນການເພີ່ມທະວີບົດບາດຂອງຊາວໜຸ່ມ ອາຊຽນ ກໍຈະປະກອບສ່ວນສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ພັດທະນາແບບຍືນຍົງ. ອາດເວົ້າໄດ້ວ່າ, ບັນດາການເຄື່ອນໄຫວຜັນຂະຫຍາຍ ວິໄສທັດ ອາຊຽນ 2025 ພວມໄດ້ຮັບການຜັນຂະຫຍາຍຢ່າງແຮງ ແລະ ສົ່ງສານທີ່ວ່າ: ຄວາມສາມັກຄີແມ່ນພື້ນຖານຂອງການຮ່ວມມື, ແມ່ນຂໍ້ກຸນແຈເພື່ອບັນລຸໄດ້ຜົນສຳເລັດຂອງ ອາຊຽນ ແລະ ແມ່ນປັດໄຈຕົ້ນຕໍເພື່ອສ້າງຊາຍຄາລວມ ອາຊຽນ, ຊ່ວຍບັນດາປະເທດສະມາຊິກ ພ້ອມກັນຜ່ານຜ່າສິ່ງທ້າທາຍປັດຈຸບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ