ອາຊຽນ ມຸ່ງໄປເຖິງປະຊາຄົມສາມັກຄີ ແລະ ວັດທະນາຖາວອນ

(vovworld) - ວັນ​ທີ 8/8, ທຸງ​ອາ​ຊຽນ ປິວ​ສະ​ບັດ​ຄຽງ​ຂ້າງ​ທຸງຊາດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ຢູ່ ນະຄອນຫລວງ 10 ປະ​ເທດສະມາຊິກ, ອົງການ​ທູຕານຸທູດ​ຂອງ​ບັນດາ​ປະ​ເທດສະມາຊິກ​ອາ​ຊຽນ ​ໃນ​ທົ່ວ​ໂລກ, ​ເພື່ອ​ຂຳ່ນັບ​ຊົມ​ເຊີຍ​ເຫດການ​ສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ຄົບຮອບ 45 ປີ​. ​ການ​ປະກົດ​ຂຶ້ນ​ຂອງສັນຍາ​ລັກ​ດັ່ງກ່າວຂອງ ອາ​ຊຽນ ​ເປັນ​ການ​ລະດົມ​ກຳລັງ​​ໃຈ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ປະຊາ​ຄົມ ອາ​ຊຽນ: ຮ່ວມ​ມື, ​​ເຂັ້ມ​ແຂງ ​ແລະ ມີ​ ທີ່​ຕັ້ງ​ບົດບາດ​ນັບ​ມື້​ນັບ​ສູງ​ໃນ​ເວທີ​ສາກົນ. 

ອາຊຽນ ມຸ່ງໄປເຖິງປະຊາຄົມສາມັກຄີ ແລະ ວັດທະນາຖາວອນ - ảnh 1
ມຸ່ງໄປເຖິງປະຊາຄົມ ອາຊຽນ ໃນປີ 2015
ພາບປະກອບ

        ຈາກ​ອົງກາ​ານຈັດ​ຕັ້ງ​ການ​ເມືອງຫນຶ່ງ​ຊຶ່ງ​ລວມມີ: 5 ປະ​ເທດ​ສະມາຊິກ​ໃນ​ຊຸມມື້​ທຳ​ອິດ​ແຫ່ງ​ການ​ສ້າງ​ຕັ້ງ, ປະຈຸ​ບັນ ອາ​ຊຽນ ​ໄດ້​ກາຍ​ເປັນ​ອົງການ​ເອກະ​ພາບ​ດ້ວຍຫລາຍ​ຮູບ​ຫລາ​ຍ​ແບບ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 10 ປະ​ເທດ​ສະມາຊິກ​ໃນ​ພາກ​ພື້ນ. ການ​ຮ່ວມ​ສຳພັນ​ຢ່າງ​ກວ້າງ​​ຂວາງ​ຂອງ​ບັນດາ​ປະ​ເທດ​ທີ່ມີ​ລະດັບ​ການ​ພັດທະນາ ​ແລະ ລະບອບ​ການ​ເມືອງ​ແຕກ​ຕ່າງ​ກັນ​ເພື່ອ​ພ້ອມ​ກັນ​ສ້າງ​​ເປັນກຳລັງ​ແຮງ​ສັງ​ລວມ, ສູ້​ຊົນ​ ​​ເພື່ອຈຸດໝາຍ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ວັດທະນາ​ຖາວອນລວມ ​ນີ້ແມ່ນ​ຫນຶ່ງ​ໃນ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ອາ​ຊຽນ ​ໃນ​ຕະຫລອດ​ໄລຍະ​ທາງ 45 ​ປີ ​ແຫ່ງ​ການ​ພັດທະນາ.

        ດ້ວຍ​ຄວາມ​ເປັນ​ເອກະ​ພາບ​ຂອງ 10 ປະ​ເທດ​ສະມາຊິກ, ຄວາມ​ແຕກຕ່າງ​ກັນ​ກ່ຽວ​ກັບ​ທັດສະນະ​ຂອງ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ໄລຍະ​ກ່ອນ​ນີ້​ໄດ້​ຮັບ​ການ​ປ່ຽນ​ແທນ​ດ້ວຍ​ການ​ພົວພັນ​ໃຫມ່: ມິດຕະພາບ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ສາມັກຄີ ​ແລະ ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ອະນາຄົດ. ບົນ​ຈິດ​ໃຈ​ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ​ແລະ ບົນ​ຫລັກການ​ອອກ​ຂໍ້​ຕົກລົງ​ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ​ແຜນ​ນະ​ໂຍບາຍ​ເພີ່ມ​ຜົນ​ປະ​ໂຫຍ​ດພື້ນຖານ​ລວມຂອງ ອາ​ຊຽນ ​ໄດ້​​ເຮັດ​ໃຫ້ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ ໄດ້​ຮັບຖື​ວ່າ​ແມ່ນ​ພາກ​ພື້ນ​ສັນຕິພາບ, ​ຄວາມ​ເປີດ​ອົກ​ເປີດ​​ໃຈ, ​ໄມ​ຕິ​ຈິດ ​ແລະ ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຢູ່​ໃນ​ໂລກໃນ​ຊຸມ​ປີຜ່າ​ນມາ​. ​ໂດຍ​ປະຕິບັດຕາມ​ຈຸດໝາຍ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ຜ່ານ​ການ​ເຈລະຈາ ​ແລະ ​ໄກ​​່​ເກ​ຍປອງ​ດອງ, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ບໍ່​ມີ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ຄັ້ງ​ໃຫຍ່, ປະກອບສ່ວນ​ຫລາຍ​ພໍ​ສົມຄວນ​ເຂົ້າ​ໃນ​ສະຖຽນ​ລະ​ພາບ​ຂອງ ອາຊີ - ປາຊີ​ຟີ​ກ ​ແລະ ຢູ່​ໃນ​ໂລກ.
 

ອາຊຽນ ມຸ່ງໄປເຖິງປະຊາຄົມສາມັກຄີ ແລະ ວັດທະນາຖາວອນ - ảnh 2
ການນຳ ອາຊຽນ ເພີ່ມທະວີການຮ່ວມມືພາຍໃນກຸ່ມ
ພາບ:baodatviet.vn

        ບໍ່​ພຽງ​ແຕ່​ເຊີດ​ຊູ​ການ​ສະຫນິດ​ຕິດ​ພັນ​ພາຍ​ໃນ​ກຸ່ມ​ຜ່ານ​ການ​ໂອ້​ລົມ​ສົນທະນາ ລະຫວ່າງ​ການ​ນຳ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ​ເອກະສານ​ ສົນທິສັນຍາ ຫລາຍ​ສະບັບ​ທີ່ໄດ້​ຮັບ​ການ​ລົງ​ນາມ, ອາ​ຊຽນ ຍັງ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ຕັ້ງຫນ້າ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ກົນ​ໄກ​ພິ​ເສດ​ຄື: ອາ​ຊຽນ + 1, ອາ​ຊຽນ + 3, ARF ( ​ເວທີ​ປາ​ໄສ​ຄວາ​ມໝັ້ນຄົງ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້), ADMM+ (ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ເປີດ​ກວ້າງ) ​ແລະ ກອງ​ປະຊຸມ​ຂັ້ນ​ສຸດ​ຍອດ ອາ​ຊຽນ (EAS) … ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ກໍ​ກາຍ​ຮ້າຍ ​ແລະ ອາດຊະຍາ​ກຳ​ຂ້າມ​ຊາດ ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຈຸດໝາຍ​ຮັກສາ​ສັນຕິພາບ​ ​ແລະ ຄວາມ​ໝັ້ນຄົງ​ໃຫ້​ແກ່​ແຕ່ລະ​ປະ​ເທດ ​ແລະ ທັງ​ພາກ​ພື້ນ. ທ່ານ Pham Quang Vinh ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຢືນຢັນ​ວ່າ:

        “ສັນຕິພາບ​ຄວາ​ມໝັ້ນຄົງ​, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ແມ່ນ​ຈຸດໝາຍ​ຕົ້ນຕໍ​ຂອງ ອາ​ຊຽນ. ອາ​ຊຽນ ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ ​ແລະ ​ແບ່ງ​ປັນ​ບັນດາ​ມາດ​ຕະ​ຖານ​ການ​ປະ​ພຶດ​ໃນ​ພາກ​ພື້ນ, ​ເພື່ອ​ຕາມ​ນັ້ນ ບໍ່​ພຽງ​ແຕ່ສະ​ເພາະ ອາ​ຊຽນ ​ເທົ່າ​ນັ້ນ ຫາກ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ກັບ ອາ​ຊຽນ ກໍ​ຕ້ອງ​ປະຕິບັດ​ຕາມ​ບັນດາ​ມາດຕະຖານ​ນັ້ນ. ​ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງສົນທິສັນຍາ​ໄມ​ຕິ​ຈິດ ​ແລະ ການ​ຮ່ວມ​ມື, ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນອອກ, ພາກ​ພື້ນ​ບໍ່​​ແຜ່​ຂະຫຍາ​ຍອາວຸດ​ນິວ​ເຄຼຍ. ອາ​ຊຽນ ກໍ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ກ່ຽວ​ກັບ​ການ​​​ໂອ້​ລົມ​ສົນທະນາ​​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ ກໍ​ຄື​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ບັນຫາ​ພິພາດ, ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ບັນດາ​ຝ່າຍ​ໂດຍ​ສັນຕິ​ວິທີບົນ​ພື້ນຖານ​ກົດໝາຍ​ສາກົນ.”

        ພ້ອມ​ກັບ​ຂໍ້​ກຳນົດ​ແນະນຳການ​ປະຕິບັດ​ຖະ​ແຫລ​ງການ​ຂອງ​ບັນດາ​ຝ່າຍ​ກ່ຽວຂ້ອງ​ກ່ຽວ​ກັບ​​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ​ ຫວ່າງ​ແລ້ວ​ນີ້ ​ເລື່ອງອາ​ຊຽນ ​ໄດ້​ເປັນ​ເອກະ​ພາບ​ຮັບຮອງ​ເອົາ​ຫລັກການ 6 ຂໍ້ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ເລີ່​ມຕົ້ນ​ທີ່​ດີງາມ, ຫລຸດຜ່ອນ​ຄວາມ​ເຄັ່ງຕືງລະຫວ່າງ​ບັນດາ​ຝ່າຍ​ທີ່ກ່ຽວຂ້ອງ​ເຖິງ​ເສັ້ນທາງ​​ເດີນທະ​ເລ​ສາກົນ​ຈຸດ​ສຸມ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ເຖິງ​ວ່າ ຍັງ​ມີ​ຫລາຍ​ວຽກຈະ​ຕ້ອງ​ປະຕິບັດ ​ແຕ່​ດ້ວຍ​ຄວາມ​ເປັນ​ເອກະ​ພາບ ​ແລະ ບັນດາ​ນະ​ໂຍບາຍ​ຄ່​ອງ​ແຄ້ວ ​ແຕ່ຂ້ຽວຂາດ, ປະຊາຊົນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ມີ​ຄວາມ​​ເຊື່ອ​ໝັ້ນ​ວ່າ ບາດກ້າວ​ສຳຄັນ​ທີ່​ຫາ​ກໍ່​ບັນລຸ​ໄດ້​ຈະ​ພາ​ໄປ​ເຖິງ​ເລື່ອງ​ລົງ​ນາມ​ໃນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ນຳ​ມາ​ເຊິ່ງສັນຕິພາບ, ອະທິ​ປະ​ໄຕ ​ແລະ ຄວາມ​ໝັ້ນຄົງ​ທາງ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານ​ກົດໝາຍ​ສາກົນ.

        ຄວາມ​ສະຫນິດ​ຕິດ​ພັນ​ນັບ​ມື້​ນັບ​ແຫນ້ນ​ແຟ້ນ ກໍ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ອາ​ຊຽນ ຜ່ານ​ຄວາມ​ມານະ​ພະຍາຍາມ​ຮັດ​ແຄບ​ຊ່ອງ​ຫວ່າງ​ກາ​ນພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ ​ເພື່ອ​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ​ລວມວັດທະນາ​ຖາວອນ ​ແລະ ​​ເຂັ້ມແຂງ​. ມີ​ປັດ​ໄຈ​ຫນຶ່ງ​ອີກ​ທີ່ປະກອບສ່ວນ​ສ້າງ​ເປັນຜົນສຳ​ເລັດ​ຂອງ​ອາ​ຊຽນ ນັ້ນ​ແມ່ນ​ຄວາມ​ສະຫນິດ​ຕິດ​ພັນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຈິດ​ໃຈ​ການ​ຮ່ວມ​ມື. ທ່ານ Le Cong Phung ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອາ​ຊຽນ ຖື​ວ່າ:

        “ຄວາມສະຫນິດ​ຕິ​ດພັນ​ລະຫວ່າງ ອາ​ຊຽນ ບໍ່​ພຽງ​ແຕ່​ທາງ​ດ້ານ​ເສດຖະກິດ, ການ​ເມືອງ ​ເທົ່າ​ນັ້ນ ຫາກ​ ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ປະສົມ​ກົມກຽວ​ດ້ານວັດທະນະທຳ, ​ແບບ​ແຜນການ​ດຳລົງ​ຊີວິດ​, ການ​ປະພຶດ​ໃນ​ມະຫາ​ຄອບຄົວ ອາ​ຊຽນ ນຳ​ກັນ​ອີກ​ດ້ວຍ. ​ເຮັດ​ແນວ​ໃດ​ເພື່ອ​ເພີ່​ມທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ, ​​​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ມີ​ຄວາມ​ເຫັນ​​ດີ​ເຫັນ​ພ້ອມ​ໃນ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ທຸກ​ຂົງ​ເຂດ​: ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ, ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຮັດ​ໃຫ້ ອາ​ຊຽນ ກາຍ​ເປັນ​ອົງການ​ທີ່​ເຂັ້ມ​ແຂງ, ມີ​ ທີ່​ຕັ້ງ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ຢູ່​ພາກ​ພື້ນ​ກໍ​ຄື​ໃນ​ເວທີ​ສາກົນ.”

        ພາຍ​ຫລັງ 45 ປີ ​ແຫ່ງ​ການ​ສ້າງ​ຕັ້ງ, ອາ​ຊຽນ ພວມ​ກາຍ​ເປັນ​ອົງການ​ຮ່ວມ​ມື​ສຳ​ເລັດ​ຜົນ​ຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ​ຕາມ​ຮູບ​ແບບ​ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ປະຊາ​ຊາດ. ​​ໂດຍ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ດ້ານ​ພູມີ​ປະ​ເທດ - ການ​ເມືອງ ​ແລະ ການ​ປະ​ພຶດ​ໃນ​ບັນດາ​ສາຍ​ພົວພັນ​ພາຍ​ໃນ​ກຸ່ມ​ກໍ​ຄື​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ, ອາ​ຊຽນ ​ໄດ້​ ​ແລະ ພວມ​ກາ​ຍ​ເປັນ​ອົງການ​ທີ່​ສຳຄັນ, ​ແມ່ນ​ຄູ່​ເຈ​ລະ​ຈາ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ​ເສດຖະກິດ​ສຳຄັນ​ຢູ່​ແລວ​ເສດຖະກິດ ອາຊີ ປາຊີ​ຟີ​ກ ​ແລະ ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ ​ທີ່​ຕັ້ງບົດບາດ​ສຳຄັນ​ໃນ​​ເວທີ​ການ​ເມືອງ​ຂອງ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ