ອາຊຽນ ແມ່ນແບບຢ່າງການຮ່ວມມືທີ່ປະສົບຜົນສຳເລັດໃນການຮັບມືກັບໂລກລະບາດ

(VOVWORLD) - ໂລກລະບາດອັກເສບປອດໂດຍໄວຣັດໂຄໂຣນາສາຍພັນໃໝ່ກໍ່ຂຶ້ນ (Covid-19) ໄດ້ແຜ່ລະບາດຢ່າງວ່ອງໄວໃນທົ່ວໂລກ, ເຮັດໃຫ້ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມໃນທົ່ວໂລກຖືກຢຸດສະງັກ. ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍ່ບໍ່ນອນນອກເໜືອຈາກຜົນສະທ້ອນດັ່ງກ່າວ. 

        ເຖິງຢ່າງໃດກໍ່ຕາມ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ດ້ວຍບົດບາດເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ພ້ອມກັບ ອາຊຽນ ຜັນຂະຫຍາຍບັນດາຂໍ້ລິເລີ່ມ, ຫລຸດຜ່ອນບັນດາຜົນເສຍຫາຍລົງຍ້ອນໂລກລະບາດກໍ່ຂຶ້ນ, ນຳ ອາຊຽນ ກາຍເປັນແບບຢ່າງການຮ່ວມມືພາກພື້ນທີ່ປະສົບຜົນສຳເລັດໃນການຮັບມືກັບໂລກລະບາດ.

ອາຊຽນ ແມ່ນແບບຢ່າງການຮ່ວມມືທີ່ປະສົບຜົນສຳເລັດໃນການຮັບມືກັບໂລກລະບາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກ່າວຄຳເຫັນທີ່ກອງປະຊຸມ AMM-53 . ພາບ: baokhanhhoa.vn

        ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ຫາກໍ່ສິ້ນສຸດລົງໃນມໍ່ໆມານີ້ ໄດ້ຢັ້ງຢືນບັນດາໝາກຜົນວຽກງານທັງໝົດຂອງ ອາຊຽນ ໃນໄລຍະຜ່ານມາ, ໃນນັ້ນ ຢັ້ງຢືນບັນດາຂໍ້ລິເລີ່ມ, ຂໍ້ສະເໜີທັງໝົດຂອງ ຫວຽດນາມ ໃນປີ 2020 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19.

        ມາຮອດປະຈຸບັນ, ບໍ່ພຽງແຕ່ມີບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງມີທັງບັນດາຄູ່ຮ່ວມມືນອກ ອາຊຽນ ກໍ່ລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງບັນດາໂຄງການດັ່ງກ່າວ ແລະ ໃຫ້ຄຳໝັ້ນສັນຍາພ້ອມກັນຮ່ວມມື, ສືບຕໍ່ຮັບມືກັບໂລກລະບາດໂຄວິດ-19 ຕື່ມອີກ.

ຂໍ້ລິເລີ່ມຂອງ ຫວຽດນາມ ກາຍເປັນຂໍ້ລິເລີ່ມຂອງ ອາຊຽນ

       ນັບແຕ່ຕົ້ນປີ, ເມື່ອໂລກລະບາດໂຄວິດ-19 ຍັງບໍ່ທັນແຜ່ລະບາດຢ່າງກ້ວາງຂວາງນັ້ນ, ດ້ວຍບົດບາດເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ຮີບເຮັ່ງຜັນຂະຫຍາຍບັນດາການເຄື່ອນໄຫວ ແລະ ສະເໜີບັນດາຄຳເຫັນ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈຕ້ານໂລກລະບາດ ດ້ວຍຈິດໃຈ “ສະໜິດຕິດພັນ, ເປັນເຈົ້າການຮັບມື”. ເດືອນ ເມສາ 2020, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ກອງປະຊຸມສຸດຍອດພິເສດ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ເຊິ່ງໄດ້ຈັດຕັ້ງຕາມຮູບການທາງອອນລາຍ (ບໍ່ເຄີຍມີມາກ່ອນໃນປະຫວັດສາດ ອາຊຽນ). ນະທີ່ນີ້, ອາຊຽນ ໄດ້ອອກຖະແຫຼງການຮ່ວມ ລວມມີ 18 ຂໍ້ ທີ່ເນັ້ນໜັກເຖິງການເພີ່ມທະວີການສົມທົບກັນທັງລະດັບຊາດ ແລະ ພາກພື້ນ, ຢັ້ງຢືນນ້ຳໃຈສາມັກຄີ ແລະ ການສະໜັບສະໜູນຢ່າງແຮງຂອງ ອາຊຽນ ແລະ ປະຊາຄົມສາກົນເວົ້າລວມ ໃນການຮັບມືກັບໂລກລະບາດ ໂຄວິດ-19. ທ່ານ Lim Jock Hoi, ເລຂາທິການໃຫຍ່ ອາຊຽນ ຖືວ່າ:

        “ແຈ້ງການຂອງປະທານ ອາຊຽນ ເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ປະກາດ ແລະ ຖະແຫຼງການຮ່ວມຂອງບັນດາປະເທດ ອາຊຽນ ໄດ້ພິສູດໃຫ້ເຫັນຄວາມສາມັກຄີ, ການໜູນຊ່ວຍ ແລະ ສົມທົບກັນມີການກະທຳໃນ ອາຊຽນ ເພື່ອຮັບມືກັບບັນຫາສຳຄັນ ທີ່ກ່ຽວຂ້ອງເຖິງສຸຂະພາບຂອງປະຊາຊົນທັງໝົດໃນກຸ່ມ ອາຊຽນ. ຜ່ານນັ້ນ ກໍ່ສະແດງໃຫ້ເຫັນການໜູນຊ່ວຍຂອງ ອາຊຽນ ເພື່ອຮັບປະກັນສະພາບແວດລ້ອມແຫ່ງການດຳລົງຊີວິດໃຫ້ແກ່ປະຊາຊົນມີສຸຂະພາບແຂງແຮງ.

        ພາຍໃຕ້ບັນດາຂໍ້ສະເໜີຂອງ ຫວຽດນາມ, ອາຊຽນ ໄດ້ສ້າງຕັ້ງກອງທຶນ ອາຊຽນ ຮັບມືກັບໂລກລະບາດ ໂຄວິດ-19, ສ້າງຕັ້ງສາງອຸປະກອນການແພດພາກພື້ນ ອາຊຽນ, ກໍ່ຄືສ້າງຂັ້ນຕອນຮັບມືຕາມມາດຕະຖານຂອງ ອາຊຽນ ສຳລັບບັນດາກໍລະນີການແພດສຸກເສີນ. ທ່ານ ຫວູໂຮ່, ຫົວໜ້າກົມ ອາຊຽນ, ກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:

        “ໃນ 8 ເດືອນຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດຂອງຕົນຢ່າງຈະແຈ້ງ. ທຳອິດແມ່ນສຸມກຳລັງ, ຈິດໃຈກຽມພ້ອມຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດ. ທີສອງແມ່ນດຶງດູດການໜູນຊ່ວຍຈາກບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາຈາກພາຍນອກ, ຮັກສາການເຄື່ອນໄຫວຂອງ ອາຊຽນ. ໃນ 8 ເດືອນຜ່ານມາ, ບັນດາການເຄື່ອນໄຫວຂອງ ອາຊຽນ, ບັນດາກອງປະຊຸມຍັງໄດ້ຮັບການຜັນຂະຫຍາຍຢ່າງກ້ວາງຂວາງໃນທົ່ວທຸກເສົາຄ້ຳຂອງ ອາຊຽນ. ທີສາມແມ່ນບັນດາຄູ່ຮ່ວມມືນອກ ອາຊຽນ ທັງໝົດ ລ້ວນແຕ່ຕີລາຄາສູງບົດບາດຂອງ ຫວຽດນາມ ແລະ ກຽມພ້ອມກັບພາກພື້ນເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ສືບຕໍ່ພັດທະນາ.

ອາຊຽນ ແມ່ນແບບຢ່າງການຮ່ວມມືທີ່ປະສົບຜົນສຳເລັດໃນການຮັບມືກັບໂລກລະບາດ - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມສຸດຍອດພິເສດ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19. ພາບ: nhandan.com.vn.

        ອາດເຫັນໄດ້ວ່າ, ໃນສະພາບການໂລກລະບາດ ໂຄວິດ-19 ພວມຄຸກຄາມໄປທົ່ວໂລກນັ້ນ, ຫລາຍປະເທດພວມມີຄວາມກະວົນກະວາຍໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ໄດ້ມີສຽງເວົ້າລວມ ພ້ອມກັນສົມທົບຕ້ານ ໂຄວິດ-19. ທີ່ກອງປະຊຸມລະຫວ່າງຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ ກັບສະຫະປະຊາຊາດທີ່ດຳເນີນໃນວັນທີ 15 ກັນຍາ, ທ່ານ Khaled Khiari, ຜູ້ຊ່ວຍວຽກເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບດ້ານການເມືອງ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບ, ກໍ່ໄດ້ຢືນຢັນວ່າ ສະຫະປະຊາຊາດສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ອາຊຽນ ແລະ ຫວຽດນາມ ໃນການຮັບມືກັບໂລກລະບາດ ໂຄວິດ-19.

ຕັດສິນໃຈຟື້ນຟູຫລັງໂລກລະບາດ

       ໂລກລະບາດ ໂຄວິດ-19 ພວມກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ພື້ນຖານເສດຖະກິດໂລກ ແລະ ພາກພື້ນ ອາຊຽນ ເຊັ່ນດຽວກັນ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເພື່ອຟື້ນຟູເສດຖະກິດກໍ່ຕາມ, ແຕ່ ອາຊຽນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໄດ້ຊອກຫາທາງອອກໃຫ້ແກ່ຕົນເອງ ດ້ວຍຄວາມເຫັນດີເຫັນພ້ອມໃນການກະທຳຢ່າງສູງ. ນັ້ນແມ່ນຄວາມສະໜິດຕິດພັນພ້ອມກັບຄວາມມານະພະຍາຍາມຟື້ນຟູເສດຖະກິດຫລັງໂລກລະບາດ, ສົ່ງເສີມການເຕີບໂຕເສດຖະກິດ ແລະ ສ້າງຄວາມເຂັ້ມແຂງດ້ານການເງິນດ້ວຍຕົນເອງ, ຜັນຂະຫຍາຍບັນດາມາດຕະການໃຫ້ເໝາະສົມຢູ່ແຕ່ລະປະເທດ.

        ດ້ວຍບົດຮຽນອັນລ້ຳຄ່າພາຍຫລັງວິກິດການການເງິນພາກພື້ນປີ 1997 ແລະ ວິກິດການການເງິນໂລກປີ 2008 – 2009, ດ້ວຍທ່າໄດ້ປຽບແມ່ນບັນດາປະເທດເຂັ້ມແຂງກ່ຽວກັບການສົ່ງອອກສະບຽງອາຫານ ພ້ອມກັບຄວາມເຫັນດີເຫັນພ້ອມນຳກັນຜ່ານຜ່າຄວາມຫຍຸ້ງຍາກ, ອາຊຽນ ພວມໝັ້ນໃຈຜ່ານຜ່າໂລກລະບາດ ໂຄວິດ-19 ./.

ຕອບກັບ

ຂ່າວ/ບົດ​ອື່ນ