ອາຊຽນ ແລະ ຫວຽດນາມ: ສືບຕໍ່ສ້າງຜົນສຳເລັດໃນການປະຕິວັດອຸດສາຫະກຳ 4.0

(VOVWORLD) -ເສດຖະກິດທົ່ວໂລກ ແລະ ພາກພື້ນ ເວົ້າສະເພາະ ພວມ ມີການຜັນປ່ຽນສົ່ງຜົນກະທົບບໍ່ດີເຖິງເສດຖະກິດຂອງບັນດາປະເທດອາຊຽນ. ເຖິງຢ່າງໃດກໍຕາມ ໂດຍບໍ່ຫົວຊາຕໍ່ບັນດາຜົນກະທົບ ພ້ອມກັບຄວາມສ່ຽງ, ບັນດາຜູ້ຊ່ຽວຊານເສດຖະກິດຢູ່ກອງປະຊຸມເວທີປາໄສ WEF ASEAN ໄດ້ໃຫ້ຂໍ້ສັງເກດວ່າ: ອາຊຽນ ຍັງຄົງປະສົບຜົນສຳເລັດໃນເລື່ອງຊອກຫາກາລະໂອກາດໃນຂະນະທີ່ຍັງປະສົບກັບສິ່ງທ້າທາຍ, ພ້ອມແລ້ວທີ່ຈະກຳແຫນ້ນບັນດາກາລະໂອກາດ ໂດຍອີງໃສ່ທ່າໄດ້ປຽບທີ່ມີຢູ່ແລ້ວເພື່ອມຸ່ງໄປເຖິງການເຕີບໂຕເປັນປົກກະຕິ ແລະ ຍືນຍົງ.

ອາຊຽນ ແລະ ຫວຽດນາມ: ສືບຕໍ່ສ້າງຜົນສຳເລັດໃນການປະຕິວັດອຸດສາຫະກຳ 4.0 - ảnh 1 ພາບປະກອບ

ພາກພື້ນ ອາຊຽນ ພວມແມ່ນຈຸດເດັ່ນກ່ຽວກັບການເຕີບໂຕເສດຖະກິດໃນທົ່ວໂລກ. ໃນສະພາວະການປະຕິວັດອຸດສາຫະກຳ 4.0 ເປີດກວ້າງຂອບຂະຫນາດ ພ້ອມກັນນັ້ນ ສະພາບແວດລ້ອມດ້ານພູມສາດການເມືອງພວມມີການປ່ຽນແປງຢ່າງວ່ອງໄວ, ແຕ່ລະປະເທດສະມາຊິກ ອາຊຽນ ໃນນັ້ນ ມີຫວຽດນາມ ໄດ້ມີບັນດາໂຄງການໃຫຍ່ເພື່ອຜັນຂະຫຍາຍ, ກຳແຫນ້ນທ່າອ່ຽງເພື່ອປັບຕົວໃຫ້ແທດເໝາະ.

ກຽມຄວາມພອ້ມເພື່ອກ້າວເຂົ້າສູ່ຍຸກດີຈີຕອນ

ພົນລະເມືອງກວມເອົາ 640 ລ້ານຄົນ, ຂອບຂະຫນາດເສດຖະກິດໃນປີ 2017 ບັນລຸກວ່າ 2.760 ຕື້ USD, ປະຈຸບັນ ອາຊຽນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບ 3 ຂອງ ອາຊີ. ບັນດາປະເທດໃນພາກພື້ນ ລ້ວນແຕ່ບັນລຸລະດັບເຕີບໂຕຫນ້າປະທັບໃຈ, ແຕ່ເລື່ອງປະສົບຜົນສຳເລັດທີ່ເປັນຫນ້າຕ້ອງໄດ້ເວົ້າເຖິງນັ້ນ ແມ່ນເລື່ອງຂອງທັງກຸ່ມອາຊຽນ. ດ້ວຍພື້ນຖານເສດຖະກິດ ອີນເຕີແນັດ ແລະ ດີຈີຕອນ ພວມພັດທະນາ, ຈຳນວນຜູ້ນຳໃຊ້ ອິນເຕີແນັດ ກໍ່ຄືຈຳນວນຜູ້ພວມ ແລະ ຈະນຳໃຊ້ ໂທລະສັບມືຖືອັດສະລິຍະ (smartphone) ເພີ່ມຂຶ້ນຢ່າງວ່ອງໄວ, ພົນລະເມືອງທັງມີຫລາຍ ແລະທັງຫນຸ່ມ, ດ້ວຍລະດັບຄວາມຮູ້ ແລະ ລາຍຮັບສະເລ່ຍໃສ່ຫົວຄົນເພີ່ມຂຶ້ນຢ່າງໄວ, ການປະຕິວັດອຸດສາຫະກຳ 4.0 ແນ່ນອນວ່າ ແມ່ນກາລະໂອກາດໃຫຍ່ສຳລັບບັນດາປະເທດ ອາຊຽນ ໃນວິວັດການຍາດແຍ່ງເຕັກໂນໂລຊີໃຫມ່ເພື່ອພັດທະນາ. ທ່ານ ນາຍົກລັດຖະມົນຕີ ສິງກະໂປ ຫລີຊຽນຫລົງ ຖືວ່າ:

“ໂລກມີການຜັນປ່ຽນກ່ຽວກັບເຕັກໂນໂລຊີ ແລະ ມີບັນດາເຕັກໂນໂລຊີເຊື່ອມຕໍ່ໂລກນຳກັນ. ມະນຸດ ກໍ່ໄດ້ນຳໃຊ້ເຕັກໂນໂລຊີເພື່ອເພີ່ມສະມັດຕະພາບແຮງງານ ແລະ ຊື້ຂາຍ, ເພີ່ມທະວີການເປີດກວ້າງ ແລະ ເຊື່ອມຕໍ່ຕະຫລາດດີກວ່າ. ອາຊຽນ ພວມຢູ່ໃນທີ່ຕັ້ງດີທີ່ສຸດເພື່ອຍາດແຍ່ງໄດ້ບັນດາກາລະໂອກາດຊື່ງການປະຕິວັດອຸດສາຫະກຳ 4.0 ນຳມາໃຫ້”

ເພື່ອຍາດແຍ່ງເຕັກໂນໂລຊີເພື່ອປະສົບຜົນສຳເລັດກວ່າໃນອະນາຄົດ, ໄລຍະຜ່ານມາ ອາຊຽນ ໄດ້ມີການກະກຽມນັບທັງຢູ່ຂັ້ນພາກພື້ນກໍ່ຄືຢູ່ແຕ່ລະປະເທດ.

ຢູ່ລະດັບຊາດ, ບັນດາປະເທດສະມາຊິກອາຊຽນ ມີຄວາມເອົາໃຈໃສ່ເຖິງການຍົກສູງກຳລັງຄວາມສາມາດກະກຽມໃຫ້ການປະຕິວັດອຸດສາຫະກຳ 4.0 ສ້າງລັດຖະບານເອເລັກໂຕນິກ, ປະຕູດຽວແຫ່ງຊາດ - ປະຕູດຽວ ອາຊຽນ, ຂໍ້ລິເລີ່ມເຊື່ອມຕໍ່, ຂໍ້ລິເລີ່ມເຄືອຂ່າຍນະຄອນອັດສະລິຍະ, ຂໍ້ລິເລີ່ມເຊື່ອມຕໍ່ເຄືອຂ່າຍມືຖືໃນອາຊຽນດ້ວຍລາຄາດຽວ.

ຫວຽດນາມ, ສະມາຊິກ ອາຊຽນ ຕັ້ງໜ້າໃນການປະຕິວັດອຸດສາຫະກໍາ 4.0

        ຕາມນັກຊ່ຽວຊານເສດຖະກິດຫຼາຍຄົນແລ້ວ, ຫວຽດນາມ ພວມນອນຢູ່ໃນກຸ່ມ 11 ພື້ນຖານເສດຖະກິດ ທີ່ມີການເຕີບໂຕໄວໃນໄລຍະສັ້ນ, ບັນລຸລະດັບ 5%/ປີ ໃນຮອບ 20 ປີ ແຕ່ປີ 1996 – 2016. ການປະຕິວັດອຸດສາຫະກໍາ 4.0 ຄັ້ງນີ້ ອາດຈະຈະສ້າງການປ່ຽນແປງຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດທົ່ວໂລກ ກໍຄືພາກພື້ນ ແລະ ຖ້າຫາກວ່າ ຫວຽດນາມໃກ້ຊິດຕິດແທດ, ຍາດແຍ່ງເອົາທຸກທ່າແຮງ ແລະ ກາລະໂອກາດການເຊື່ອມໂຍງນັ້ນ ຈະປະສົບຜົນສໍາເລັດທີ່ສຸດ. ທ່ານນາງ Anu Madgavkar, ຮອງຜູ້ອໍານວຍການໃຫຍ່ ທີ່ປຶກສາຍຸດທະສາດດໍາເນີນທຸລະກິດສາກົນ ຂອງກຸ່ມບໍລິສັດ ທີ່ປຶກສາຍຸດທະສາດດໍາເນີນທຸລະກິດສາກົນ McKinsey, ຖືວ່າ:

        “ໃນໄລຍະ 15 ປີ ຜ່ານມາ, ຫວຽດນາມ ເປັນໜຶ່ງໃນບັນດາປະເທດຈໍານວນໜ້ອຍສຸດ ຂອງໂລກ ທີ່ມີການປ່ຽນແປງໃໝ່ຫຼາຍຢ່າງໃນຂະແໜງເຕັກໂນໂລຢີ, ໄດ້ຊ່ວຍປັບປຸງດ້ານສະມັດຕະພາບ, ເພີ່ມລັກສະນະແກ້ງແຍ້ງ. ດ້ວຍພື້ນຖານກໍາລັງແຮງງານທີ່ມີສີມືແຮງງານນັ້ນ, ຫວຽດນາມຄວນຍາດແຍ່ງທ່າແຮງດັ່ງກ່າວ ໃນການປະຕິວັດອຸດສາຫະ  ກໍາ ຄັ້ງທີ 4 ແລະ ສິ່ງດັ່ງກ່າວ ອາດຈະສ້າງການປ່ຽນແປງ ຕັ້ງໜ້າຫຼາຍຢ່າງໃນອະນາຄົດ”.

        ເລື່ອງ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງເວທີປາໄສ WEF ອາຊຽນ 2018 ກໍເຮັດໃຫ້ປະຊາຄົມວິສາຫະກິດ ແລະ ສັງຄົມມີຄວາມໃສ່ໃຈເຖິງການປະຕິວັດອຸດສາຫະກໍາ 4.0 ຫຼາຍກວ່າ, ດຶງດູດຄວາມສົນໃຈຂອງໂລກ ເຖິງ ອາຊຽນ ເວົ້າລວມ ແລະ ປະເທດຫວຽດນາມ ເວົ້າສະເພາະ,ຈາກນັ້ນ ສ້າງບັນດາກາລະໂອກາດຮ່ວມມືໃໝ່ໃນໄລຍະຈະມາເຖິງ. ທ່ານ ມາກກັວກແອັງ, ປະທານສະຫະສະມາຄົມວິສາຫະກິດຂະໜາດກາງ ແລ ໜ້ອຍ ຮ່າໂນ້ຍ ຂອງຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

        “ທີ່ເວທີ່ປາໄສຄັ້ງນີ້, ຂ້າພະເຈົ້າຄິດວ່າ ບໍ່ພຽງແຕ່ພັດທະນາການປະຕິວັດອຸດສາຫະກໍາດີຈີຕອນເທົ່ານັ້ນ, ຫາກກ່ອນອື່ນໝົດແມ່ນການຮ່ວມສໍາພັນ, ການຮ່ວມມືໃນກຸ່ມອາຊຽນ. ນັ້ນແມ່ນບົນພື້ນຖານກ່ຽວກັບເຕັກໂນໂລຢີ ແລະ ຂໍ້ມູນກ່ຽວກັບແຫຼ່ງກໍາລັງພົນລະເມືອງ,ຈະຊ່ວຍໃຫ້ບັນດານັກວາງແຜນນະໂຍບາຍກໍ່ສ້າງລັດຖະບານເອເລັກໂຕນິກ, ສ້າງປະຊາຄົມ ອາຊຽນ ດີຈີຕອນ. ຍິ່ງໄປກວ່ານັ້ນ, ແມ່ນການປະກົດຕົວຂອງວິສາຫະກິດ starp up ທີ່ປະສົບຜົນສໍາເລັດໃນກຸ່ມ ອາຊຽນ. ນີ້ແມ່ນ ແຫຼ່ງກໍາລັງໃຫຍ່ທີ່ສຸດ ເພື່ອດຶງດູດບັນດານັກລົງທຶນຕ່າງປະເທດ, ດຶງດູດກະແສລົງທຶນ ທີ່ມີການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີ ຈາກບັນດາປະເທດກ້າວໜ້າ”.

        ປັດຈຸບັນ, ອາຊຽນພວມຄົ້ນຄວ້າກ່ຽວກັບ ຄວາມພ້ອມຂອງ ອາຊຽນ ສໍາລັບການປະຕິວັດຄັ້ງທີ 4 ເພື່ອສ້າງທິດທາງນະໂຍບາຍໃຫ້ເໝາະສົມ. ໃນນັ້ນ, ການກໍານົດທິດສໍາຄັນແມ່ນ ອາຊຽນ ແນ່ນອນວ່າຈະມອບສິດໃຫ້ບັນດາວິສາຫະກິດຫຼາຍກວ່າ, ພິເສດແມ່ນກຸ່ມວິສາຫະກິດເອກະຊົນ, ເພາະວ່າ ນີ້ແມ່ນກະດູກສັນຫຼັງຂອງພື້ນຖານເສດຖະກິດໃນພາກພື້ນ ແລະຍິ່ງໄປກວ່ານັ້ນ, ອາຊຽນ ພວມສືບຕໍ່ຍົກສູງຄັນທຸງແຫ່ງນໍ້າໃຈສາມັກຄີ ເຊິ່ງຕາມຄໍາເຫັນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ໄດ້ຍົກອອກທີ່ເວທີປາໄສ ວ່າ ໃນການປະຕິວັດອຸດສາຫະກໍາ 4.0 ດັ່ງກ່າວນີ້ ທັງອາຊຽນ ພວມນັ່ງຢູ່ເຮືອລໍາດຽວ, ອາຊຽນ ຄວນຮ່ວມແຮງຮ່ວມໃຈກັນພາຍ ເພື່ອໃຫ້ເຮືອ ອາຊຽນ ເຂົ້າທຽບທ່າ ໃຫ້ສໍາເລັດ ໃນເງື່ອນໄຂເກີດການແກ້ງແຍ້ງໃໝ່.      

ຕອບກັບ

ຂ່າວ/ບົດ​ອື່ນ