ອາຊຽນຕັດສິນໃຈມຸ້ງໄປເຖິງຈຸດໝາຍສ້າງປະຊາຄົມ

(vovworld)- ວັມທີ 8/8, ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ມີ​ອາຍຸ 46 ປີ​ເຕັມ. ນີ້ແມ່ນ​ເຫດການ​ທີ່ມີ​ຄວາມ​ໝາຍ​ພິ​ເສດ​ສຳລັບ 10 ປະ​ເທດ​ພາຄິ, ​ໃນ​ນັ້ນມີ​ຫວຽດນາມ. ​ໃນ 46 ປີຜ່ານມາ, ອາ​ຊຽນ ​ໄດ້ ​ແລະ ພວມ​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ໃນ​ວິວັດ​ການ​ສ້າງ​​ເປັນປະຊາ​ຄົມ​ໜຶ່ງ​ດຽວ ​ເພື່ອ​ແນ​ໃສ່​ຢັ້ງຢືນ​ແມ່ນ​ໜຶ່ງ​ໃນ​ບັນດາ​ອົງການ​ຈັດຕັ້ງສາກົນ​ຂອງ​ພາກ​ພື້ນ​ທີ່ປະສົບ​ຜົນສຳ​ເລັດ​, ປະກອບ ສ່ວນ​ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ສ້າງ​ຄວາ​ມສະ​ດວກ​ໃຫ້​ແກ່​ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ​ອາຊີ-​ປາຊີ​ຝິກ ​ແລະ ​ເປີດ​ກ້ວາງ​ຜົນ​ສະທ້ອນ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ອາຊຽນຕັດສິນໃຈມຸ້ງໄປເຖິງຈຸດໝາຍສ້າງປະຊາຄົມ - ảnh 1

ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນຄັ້ງທີ 46

(ພາບ:baoninhbinh.org.vn)

  ອາ​ຊຽນ​ ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເມື່ອ​ວັນ​ທີ 8/8/1967 ຢູ່​ບາງກອກ ປະ​ເທດ​ໄທ, ຈາກ​ອົງການ​ທີ່​ມີ​ພຽງ 5 ປະ​ເທດ​ສະມາຊິກກໍ່ຕັ້ງ​ໃນ​ພາກ​ພື້ນ​ທີ່​ເຄີຍ​ເກີດ​ສົງຄາມ, ການ​ປະ​ທະ​ກັນ​ອັນ​ດຸ​ເດືອດ​ ​ແລະ ທຸກ​ຍາກ, ຫຼ້າ​ຫຼັງນັ້ນ, ປະຈຸ​ບັນ​ໄດ້​ເຕົ້າ​ໂຮມ​ທັງ 10 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ແລະ ມີ​ການ​ປ່ຽນ​ແປງ​ອັນ​ເປັນ​ພື້ນຖານ​ກ່ຽວ​ກັບທາດ​ແທ້​ຂອງ​ສະຫະ​ສະມາຄົມ ກໍ່​ຄື​ສະພາ​ບການ​ຂອງ​ພາກ​ພື້ນ. ອາ​ຊຽນ-10 ​ໄດ້​ສ້າງ​ໃຫ້​ມີ​ກຳລັງ​ແຮງ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ສ້າງ​ການ​ພົວພັນ​ໃໝ່​ບົນ​ພື້ນຖານ​ມິດຕະພາບ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ ​ແລະ ​​ໄວ້​ເນື້ອເຊື່ອ​ໃຈ​ຊື່​ງກັນ ​ແລະ ກັນ, ຊ່ວຍ​ໃຫ້​ອົງການ​ນີ້​ມີ​ບັນດາ​ບາດກ້າວ​ບຸກທະລຸ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ.

   ຜົນງານ​ໃຫ່ຍທີ່​ສຸດ​ຂອງ​ອາ​ຊຽນ ​ໃນ 46 ປີຜ່ານມາ ​ແມ່ນ​ໄດ້​ຮັບຮອງ​ເອົາ​ກົດ​ບັດ​ອາ​ຊຽນ, ​ເປັນ​ພື້ນຖານ​ເພື່ອ​ໃຫ້​ອາ​ຊຽນ ປະຕິບັດ​ຄຳໝັ້ນສັນຍາ​ສ້າງຕັ້ງປະຊາ​ຄົມ​ອາ​ຊຽນ ອີງບົນ 3 ​ເສົາຄ້ຳຕົ້ນຕໍ​ຄື: ຄວາມ​ໝັ້ນຄົງ, ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ​ໃນ​ປີ 2015. ທ່ານ​ເລ​ເລືອ​ງມິ​ງ, ​ເລຂາທິການ​ໃຫ່ຍອາ​ຊຽນ ຢືນຢັນ​ວ່າ:

   “​​​ຍັງ​ມີ​ເວລາ​ບໍ່​ຮອດ 2 ປີ​​ເທົ່າ​ນັ້ນທີ່ອາ​ຊຽນ ຕ້ອງ​ປະຕິບັດ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 ​ໃຫ້ສຳ​ເລັດ. ສະນັ້ນ, ອາ​ຊຽນ ຕັດສິນ​ໃຈ​ເພີ່ມ​ທະວີ​ກຳລັງ​ພາຍ​ໃນ, ພະຍາຍາມ​ສ້າງຕັ້ງປະຊາ​ຄົມ​ໃນ​ປີ 2015 ​ອີງ​ບົນ 3 ​ເສົາຄ້ຳ. ບັນດາ​ມາດ​ຕະການ​ຈະ​ຖືກ​ຜັນ​ຂະຫຍາຍຢ່າງ​ຄົບ​ຊຸດ. ປະຈຸ​ບັນ,, ອາ​ຊຽນ ​ໄດ້​ກະກຽມ​ວຽກ​ງານ​ສ້າງ​ທິດ​ທາງ​​ໃນ​ໄລຍະ​ຫຼັງ​ປີ 2015, ສ້າງ​ບັນດາ​ກົນ​ໄກ​ຜັນ​ຂະຫຍາຍ ​ເພື່ອ​ຮັບປະກັນ​ໃຫ້​ອາ​ຊຽນ ສືບ​ຕໍ່​ພັດທະນາ, ​ເຊື່ອມ​ຕົວຢ່າງ​ເລິກ​ເຊິ່ງກ່ວາ, ຮອບດ້ານ​ກ່ວາ”

ອາຊຽນຕັດສິນໃຈມຸ້ງໄປເຖິງຈຸດໝາຍສ້າງປະຊາຄົມ - ảnh 2

ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຄວາມ​ສົນ​ໃຈ​ລວມຂອງ​ພາກ​ພື້ນ

(ພາບ:m.vietnamnet.vn)

  ອາ​ຊຽນ ​ສາມາດ​ບັນລຸຈຸດໝາຍ​ຂອງ​ຕົນ​ຖືກຕ້ອງ​ຕາມ​ການ​ກຳນົດ​ເວລາ​ໄດ້​ວາງ​ອອກ ບົນ​ພື້ນຖານ​ທີ່​ມີ​ຢູ່​ແລ້ວ.​ ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນ ຄັ້ງທີ 46 ຈັດ​ຂຶ້ນ​ຢູ່ບຣູ​ໄນ ​ມີສານທີ່​ວ່າ ​ອາ​ຊຽນ​ແມ່ນ​ອົງການໜຶ່ງ​ດຽວ ​ໄດ້​ຍົກ​ອອກ​ມາ ຊື່​ງ​ແມ່ນສານ​ກະທັດ​ລັດ ​ແລ​ະ ບໍ່​​ເຄີ​ຍມີ​ມາ​ໃນ​ປະ​ຫວັດ​ສາດ​ແຫ່ງການຈັດ​ກອງ​ປະ​ຊຸມ​ປະຈຳ​ປີ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ 46 ຄັ້ງ​ ​​ແລະ ຖະ​ແຫຼ​ງການ​ຮ່ວມກໍ່​ໄດ້​ຮັບ​ການ​ຮອບ​ຮອງ​ເອົາ​ຈາກ​ບັນດາ​ທ່ານ​ລັດຖະມົນຕີການ​ຕ່າງປະ​ເທດໂດຍ​ໄວ​ທີ່​ກອງ​ປະຊຸມ​ຄັ້ງນີ້. ​ໃນ​ນັ້ນ, ອາ​ຊຽນ ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນດາ​ບັນຫາ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ. ພິ​ເສດ, ບັນຫາ​ທີ່​ຖືກ​ຖື​ວ່າ​ສຳຄັນ​ທີ່​ສຸດ​ໃນ​ອາ​ຊຽນ ​ແມ່ນ​ບັນລຸ​ໄດ້​ທັດສະນະ​ລວມກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ບົນ​ທະ​ເລ​ຕາ​ເວັນ​ອອກ. ​ເມື່ອ​ແບ່ງປັນ​ກັບ​ນັກ​ຂ່າວ​ຢູ່​ນອກ​ກອງ​ປະຊຸມ​ນີ້​ຢູ່​ບຣູ​ໄນ, ທ່ານ​ຟ້າ​ມບິງ​ມິ​ງ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ:

     “ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຄວາມ​ສົນ​ໃຈ​ລວມຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ນີ້​ແມ່ນ​ສິ່ງ​ໄດ້​ຮັບ​ຄວາມ​ເປັນ​ເອກະ​ພາບ​ສູງ​ໃນ​ອາ​ຊຽນ ​ແລະ ອາ​ຊຽນ ຖື​​ເປັນ​ສຳຄັນວຽກ​ງານ​ຕ້ອງແກ້​ໄຂບັນດາ​ບັນຫາທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ລະງັບ​ໃຈ​ບໍ່​ນຳ​ໃຊ້ກຳລັງ​ອາວຸດ, ນາບ​ຂູ່​ການ​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ປະຕິບັດ​ຖືກຕ້ອງ​ບັນດາ​ຂໍ້​ມາດຕາ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ, ມີ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ຂອງ ສປຊ ປີ 1982, ຖະ​ແຫຼ​ງການ DOC ລະຫວ່າງ​ອາ​ຊຽນ ​ແລະ ຈີນ“.

   ນ້ຳ​ໃຈ​ສາມັກຄີ, ​ຄວາມເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ, ພິ​ເສດ​ແມ່ນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສະດຸ້ງ​ໄວ້​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ. ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ​ ໃນ​ຫຼາຍ​ບັນຫາ​ບຸລິ​ມະ​ສິດ ​ໄດ້​ສ້າງ​ພະລັງ​ແຮງ​ໃໝ່ ​ໃນທຸກ​ປະ​ເທດ​ສະມາຊິກ​ອາ​ຊຽນ ບົນ​ເສັ້ນທາງ​ມຸ້ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ທ່ານ Marty Natelegawa ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ ​ເນັ້ນໜັກ​ວ່າ:

   “​ແຕ່​ປີ​ກາຍ​ມາ​ຮອດ​ປີ​ນີ້ ​ໄດ້​ມີ​ການ​ຫັນປ່ຽນ​ໃນ​ອາ​ຊຽນ ​ໃນ​ການແກ້​ໄຂບັນຫາ​ທະ​ເລ​ຕາ​ເວັນ​ອອກ. ຂ້າພະ​ເຈົ້າຖືວ່າ, ພວກ​​ເຮົາບັນລຸ​ໄດ້​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ສູງ​ກ່ຽວ​ກັບ​ບັນດາ​ຈຸດໝາຍ​ພື້ນຖານ​ຂອງ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້​ແມ່ນ​ເອກະສາ​ນສ້າງ​ຂອບ​ເຂດນິຕິ​ກຳ​ສຳຄັນ ອີງ​ຕາມ​ຂໍ້​ກຳນົດ​ກົດໝາຍ ​ເພື່ອ​ດັດສົມ​ການ​ກະທຳ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ“

  ​ໃນ​​ໄລຍະ​ຕໍ່​ໄປ, ອາ​ຊຽນ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ​ແຕ່​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ອາ​ຊຽນ ສ້າງ​ອົງການ​ຂອງ​ຕົນ​ເປັນສົມ​ບູນ​ແບບ. ອາ​ຊຽນ ພວມ​ມານະ​ພະຍາຍາມ​ ຖື​ຜົນ​ປະ​ໂຫຍ​ດລວມຂອງ​ກຸ່ມ ນອກ​ເໜືອ​ກ່ວາ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ. ດ້ວຍ​ພື້ນຖານ​ບັນດາ​ໝາກຜົນ​ອັນ​ດີງາມ​ໃນ 46 ປີຜ່ານມາ, ​ແນ່ນອນ​ວ່າ, ອາ​ຊຽນ ຈະ​ສືບ​ຕໍ່​ພັດທະນາ, ນຳ​ມາ​ເລິ່ງຊີວິດ​​ແຫ່ງສັນຕິພາບ, ຄວາມ ອີ່ມໜຳສຳລານ ​ແລະ ຈະ​ເລີ​ນຮຸ່ງ​​ເຮືອງ​ໃຫ້​ແກ່ ປຊຊ ທຸກ​ຄົນ​ໃນ​ພາກ​ພື້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ