ອາ​ຊຽນ​ຢັ້ງ​ຢືນ​ບົດ​ບາດ​ໃ​ຈ​ກາງ​ໃນ​ໂລກ​ທີ່​ມີ​ການ​ຜັນ​ແປຫຼາຍ​ຢ່າງ

(VOVWORLD) -   ໃນ 50 ປີຜ່ານມາ, ອາຊຽນ ແມ່ນໜຶ່ງໃນບັນດາແບບຢ່າງທີ່ປະສົບຜົນສຳເລັດຂອງການຮ່ວມມືໃນພາກພື້ນ. ຈາກພາກພື້ນທີ່ອຶດຫິວທຸກຍາກ, ຖືກແບ່ງແຍກ, ກາຍເປັນພາກພື້ນທີ່ມີຄວາມສາມັກຄີ, ເອກະພາບດ້ວຍຕະຫຼາດລວມ, ເປັນປະຊາຄົມທີ່ພັດທະນາຢ່າງຂະຫຍັນຂັນເຄື່ອນ. ກຳລັງແຮງຂອງອາຊຽນ ນັ້ນແມ່ນ ຍາມໃດອາຊຽນ ກໍ່ໄດ້ແບ່ງປັນວິໄສທັດລວມ, ຈິນຕະນາການ ແລະ ການກະທຳຂອງປະຊາຄົມ, ຮັກສາບົດບາດໃຈກາງຂອງຕົນບໍ່ວ່າໃນສະພາບການໃດ. ໃນໄລຍະປະຈຸບັນ, ອາຊຽນ ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດຂອງຕົນ ໃນສະພາບການໂລກມີການຜັນແປຫຼາຍຢ່າງ.
ອາ​ຊຽນ​ຢັ້ງ​ຢືນ​ບົດ​ບາດ​ໃ​ຈ​ກາງ​ໃນ​ໂລກ​ທີ່​ມີ​ການ​ຜັນ​ແປຫຼາຍ​ຢ່າງ - ảnh 1

(ພາບປະກອບ:qdnd.vn)

   ການຮ່ວມມືຫຼາຍຝ່າຍໃນພາກພື້ນ ໄດ້ຊ່ວຍໃຫ້ລະປະເທດມີທ່າແຮງໃດໜຶ່ງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາຂອງແຕ່ລະປະເທດ. ປະຈຸບັນ, ອາຊຽນ ພວມມານະພະຍາຍາມແບ່ງປັນ ແລະ ເດັດດ່ຽວປະຕິບັດບັນດາມູນຄ່າລວມ ກ່ຽວກັບສິດເສລີດ້ານການຄ້າ, ສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນ, ນຳໃຊ້ທຸກກຳລັງໜູນເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມແບບກວມລວມ ແລະ ໝັ້ນຄົງໃນພາກພື້ນ ເມື່ອໂລກລະບາດໂຄວິດ-19 ສີ້ນສຸດລົງ.

ຈິນຕະນາການ ແລະ ການກະທຳຂອງປະຊາຄົມ

   ໂລກພວມຜ່ານຜ່າວິກິດການທົ່ວໂລກທີ່ບໍ່ເຄີຍມີມາກ່ອນ ເຊິ່ງໄດ້ນາບຂູ່ເຖິງການດຳລົງຄົງຕົວຂອງແຕ່ລະຄົນ, ແຕ່ລະປະຊາຄົມ ແລະ ອະນາຄົດລວມຂອງມວນມະນຸດ.

   ພ້ອມກັບບັນດາກົນໄກຂອງພາກພື້ນ ແລະ ທົ່ວໂລກ, ອາຊຽນ ໄດ້ຜັນຂະຫຍາຍບັນດາການກະທຳທີ່ຂ້ຽວຂາດ ເພື່ອຕ້ານຄືນສັດຕູລວມນີ້. ບັນດາປະເທດສະມາຊິກ ໄດ້ສາມັກຄີກັນ ພ້ອມກັນຜ່ານຜ່າໂລກລະບາດ. ນ້ຳໃຈອູ້ມຊູຊ່ວຍເຫຼືອຊື່ງກັນ ແລະ ກັນ, ເອົາໃຈໃສ່ ແລະ ໜູນຊ່ວຍຊື່ງກັນ ແລະ ກັນ, ສ້າງເງື່ອນໄຂອຳນວຍຄວາມສະດວກ, ຊ່ວຍເຫຼືອພົນລະເມືອງຂອງກັນຢ່າງສຸດຂີດ ອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີຂອງອາຊຽນ ໃນຍາມການຫຍຸ້ງຍາກທີ່ສຸດນີ້.

ອາ​ຊຽນ​ຢັ້ງ​ຢືນ​ບົດ​ບາດ​ໃ​ຈ​ກາງ​ໃນ​ໂລກ​ທີ່​ມີ​ການ​ຜັນ​ແປຫຼາຍ​ຢ່າງ - ảnh 2

ກອງປະຊຸມທາງອອນລາຍ ວັນທີ  24/6/2020 (ພາບ: TTXVN)

    ອາຊຽນ ໄດ້ມີປະຕິກິລິຍາໂຕ້ຕອບທີ່ວ່ອງໄວ, ທັນການຕໍ່ໂລກລະບາດ ກໍ່ຄືຄວາມສາມາດສະໜິດຕິດພັນ ໃນການສົມທົບນະໂຍບາຍ ແລະ ການກະທຳລະຫວ່າງບັນດາສະມາຊິກ. ອາຊຽນ ໄດ້ປະກາດຖະແຫຼງການປະທານກ່ຽວກັບການຮັບມືລວມຂອງອາຊຽນ ຕໍ່ໂລກລະບາດໂຄວິດ-19 ໂດຍໄວ ແລະ ຕໍ່ຈາກນັ້ນ ແມ່ນການປະຊຸມຂັ້ນລັດຖະມົນຕີສຳຄັນຄັ້ງຕ່າງໆໃນບັນດາຂົງເຂດສາທາລະນະສຸກ, ເສດຖະກິດ, ການປ້ອງກັນຊາດ…. ເພື່ອແນໃສ່ຮັບປະກັນການສົມທົບກັນຢ່າງຄົບຊຸດໃນການປ້ອງກັນ, ຕ້ານໂລກລະບາດ. ພ້ອມກັນນັ້ນ, ອາຊຽນ ໄດ້ຈັດການປະຊຸມກັບບັນດາປະເທດຄູ່ຮ່ວມມືຢ່າງທັນການ, ພ້ອມກັນແລກປ່ຽນບົດຮຽນ, ໜູນຊ່ວຍ, ຮັບມືກັບໂລກລະບາດຢ່າງມີປະສິດທິຜົນ. ທ່ານເອກອັກຄະລັດຖະທູດ ສ.ເຊັກໂກ ປະຈຳຫວຽດນາມ Viteslav Grepl ຕີລາຄາວ່າ:

   ແນ່ນອນວ່າ ຫົວຂໍ້ຂອງອາຊຽນ ປີນີ້ ແມ່ນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ໄດ້ສະແດງອອກເປັນຢ່າງດີທີ່ສຸດ. ປະເທດຕ່າງໆກໍ່ບັນລຸຜົນສຳເລັດໃນການຕ້ານໂລກລະບາດໂຄວິດ-19 ພາຍໃຕ້ການເປັນປະທານຂອງຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມສາມັກຄີໃນອາຊຽນ ຈະນັບມື້ນັບໃຫ່ຍຫຼວງກວ່າ ແລະ ການຮ່ວມມືຂອງອາຊຽນ ຈະນັບມື້ນັບປະສົບຜົນສຳເລັດເປັນຢ່າງດີກ່ວາອີກ.

ສືບຕໍ່ປະກອບສ່ວນຮັບປະກັນໂລກທີ່ມີການເຊື່ອມໂຍງ, ພັດທະນາຢ່າງວັດທະນາຖາວອນຫຼັງໂລກລະບາດ.

    ເປັນທີ່ຈະແຈ້ງແລ້ວວ່າ, ຜ່ານໂລກລະບາດ, ຈິນຕະນາການປະຊາຄົມ ແລະ ການກະທຳປະຊາຄົມ ຍິ່ງສະແດງໃຫ້ເຫັນຄວາມສຳຄັນ. ນັ້ນກໍ່ແມ່ນຄວາມຮັບຜິດຊອບລວມ ແລະ ບົດບາດໃຈກາງຂອງອາຊຽນ ໃນການປະກອບສ່ວນເຂົ້າໃນການຮັບປະກັນໃຫ້ໂລກ ແລະ ພາກພື້ນຫຼັງໂລກລະບາດ ຈະສືບຕໍ່ມີການເຊື່ອມໂຍງ ແລະ ພັດທະນາຢ່າງວັດທະນາຖາວອນ ແລະ ໝັ້ນຄົງກ່ວາອີກ.

   ໃນໄລຍະປະຈຸບັນ, ຄຽງຂ້າງໂລກລະບາດ, ອາຊຽນ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການ. ນັ້ນແມ່ນການປ່ຽນແປງຢ່າງໄວວາຂອງສະພາບການເສດຖະກິດ ແລະ ການເມືອງ, ຍຸກສະໄຫມດີຈີຕອນ, ລັດທິປະຊານິຍົມ, ການອາລັກຂາ, ພິເສດແມ່ນການແກ່ງແຍ້ງຂອງປະເທດໃຫ່ຍ…ອາຊຽນ ແມ່ນໜຶ່ງໃນບັນດາບໍລິເວນແກ່ງແຍ້ງທີ່ມີຄວາມສັບສົນທີ່ສຸດ, ສະນັ້ນ ພຽງແຕ່ເພີ່ມທະວີການຮ່ວມມື, ສະໜິດຕິດພັນເທົ່ານັ້ນ, ອາຊຽນ ກໍ່ຈະສືບຕໍ່ປະຕິບັດເປົ້າໝາຍຂອງຕົນໃຫ້ສຳເລັດ ຄື 50 ປີທີ່ຜ່ານມາ. ທ່ານນາງເອກອັກຄະລັດຖະທູດ, ທີ່ປຶກສາຂັ້ນສູງຄະນະເລຂາອາຊຽນ ຫງວຽນງວຽດງາ ຖືວ່າ:

    ຂ້າພະເຈົ້າຖືວ່າ ການຢັ້ງຢືນສີສັນ ອາຊຽນ ແມ່ນບັນຫາໃຫຍ່ທີ່ສຸດຂອງ ອາຊຽນ.  50 ປີຜ່ານມາ ອາຊຽນ ຍັງບໍ່ທັນເປັນປະຊາຄົມເທື່ອ. ນັບແຕ່ນີ້ຕໍ່ໄປ ປະຊາຄົມຂອງພວກເຮົາຕ້ອງມີສີສັນ, ໃນນັ້ນມີຄວາມສະໜິດຕິດພັນນັບທັງການຮ່ວມເດີນທາງນຳກັນ, ມີຄວາມໄວເນື້ອເຊື່ອໃຈຊຶ່ງກັນ ແລະ ກັນກ່ຽວກັບດ້ານຍຸດທະສາດໄລຍະຍາວ. ອາຊຽນ ຕ້ອງຢັ້ງຢືນບົດບາດໃຈກາງຂອງຕົນໃນສະພາບການໃໝ່, ບືນຕົວຂຶ້ນສູ່ລະດັບສູງໃໝ່.

ກາຍເປັນຮູບແບບທີ່ປະສົບຜົນສຳເລັດໃນການຮັບມືກັບໂລກລະບາດໂຄວິດ-19, ອາຊຽນ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ສາກົນກ່ຽວກັບຄວາມສາມາດສາມັກຄີຮັບມືກັບໂລກລະບາດ, ສ້າງເປັນ “ຈຸດພົ້ນເດັ່ນໃນໂລກສີຄາມ” ໃນປະຈຸບັນ. ໂດຍແມ່ນອົງການທີ່ສວມບົດບາດໃຈກາງຢູ່ພາກພື້ນ, ອາຊຽນແມ່ນຊາຍຄາລວມ ເພື່ອໃຫ້ບັນດາປະເທດສະມາຊິກພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ. ໃນປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາກ່ວາ 5 ທົດສະວັດຜ່ານມາ, ພາຍຫຼັງຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນແຕ່ລະຄັ້ງ, ອາຊຽນ ພັດມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງກ່ວາແຕ່ກ່ອນ. ປະຈຸບັນແມ່ນຈຸດເວລາທີ່ ອາຊຽນ ຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນລ້ຳຄ່ານັ້ນ ແລະ ສະແດງໃຫ້ເຫັນພາລະກຳຂອງຕົນ, ນຳ ອາຊຽນ ກ້າວເດີນໃນໄລຍະທາງຕໍ່ໄປດ້ວຍ ຄວາມໝັ້ນໃຈຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ