ອາຊຽນຢືນຢັນບົດບາດໃຈກາງຢ່າງແຮງໃນພາກພື້ນ


(vovworld)- ທີ່​ສູນ​ການ​ຄ້າ​ໂລກ Putra ຢູ່​ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ ພວມ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 48(AMM 48) ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ ຄາດ​ວ່າ​​ຈະໄຂ​ຂຶ້ນ​ໃນ​ວັນ​ທີ 4/8. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເຫດ​ການ​ປະ​ຈຳ​ປີ​ທີ່​ສຳ​ຄັນ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ ອາ​ຊຽນ ໃນ​ປີ​ນີ້. ກວ່າ 4 ເດືອນກ່ອນທີ່​ສ້າງ​ປະ​ຊາ​ຄົມ ອາ​ຊຽນ, ບັນ​ດາ​ກອງ​ປະ​ຊຸມ​ຄັ້ງນີ້ ມີ​ຄວາມ​ໝາຍ​ສຳ​ຄັນ ບໍ່​ພຽງ​ແຕ່​ສິ້ນ​ສຸດບັນ​ດາ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ຂອງ​ ອາ​ຊຽນ​ໃນ​ປີ 2015ເທົ່າ​ນັ້ນ ​ຫາກອາ​ຊຽນ ຍັງ​ຢືນ​ຢັນ​ບົດ​ບາດ​ໃຈ​ກາງ​ຢ່າງ​ແຮງ​ຂອງ​ຕົນ​ໃນ​ພາກ​ພື້ນ ​ທີ່ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຫລາຍ​ຢ່າງ ຍາກ​ທີ່​ຄາດ​ຄ​ະ​ເນ​ໄດ້.

ອາຊຽນຢືນຢັນບົດບາດໃຈກາງຢ່າງແຮງໃນພາກພື້ນ - ảnh 1

        ນັບ​ແຕ່​ເມື່ອ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ກ່ອນນີ້ 48 ປີ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກກໍ່​ຕັ້ງອາ​ຊຽນ ຍາມ​ໃດ​ກໍ​ມຸ້ງ​ໄປ​ເຖິງ​ຄາດ​ໝາຍ​ແມ່ນ​ສະ​ຫນິດ​ຕິດ​ພັນ​ກັບ​ທຸກ​ປະ​ເທດ​ໃນ​ພາກ​ພື້ນ ພາຍ​ໃຕ້​ຊາຍ​ຄາ​ລວມ: ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຖາ​ວອນ. ສະ​ນັ້ນ ແນວ​ຄວາມ​ຄິດ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ​ຈຶ່ງ​ຕິດ​ພັ​ນ​ກັບ​ປະ​ຫວັດ​ສາດ 48 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ອາ​ຊຽ​ນ. ໃນ​ເກືອບ​ເຄິ່ງ​ສັດ​ຕະ​ວັດ​ຜ່ານ​ມາ, ເຖິງວ່າ ໄດ້​ຜ່ານ​ຜ່າ​ການ​ຜັນ​ແປ​ຫລາຍ​ຢ່າງ ແຕ່​ອາ​ຊຽນ ຍາມ​ໃດ​ກໍ​ສະ​ແດງ​ໃຫ້​ເຫັນ​ພະ​ລັງ​ຊີ​ວິດ​ຢ່າງ​ເຂັ້ມ​ແຂງຂອງ​ຕົນ. ອາ​ຊຽນ ໄດ້ ແລະ ພວມ ແມ່ນ​ປັດ​ໄຈ​ສຳ​ຄັນ ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ​້ອມ​ແຫ່ງ​ສັນ​ຕິ​ພາບ ແລະ ສະ​ຖຽນ​       ລະ​ພາ​ບ, ຊຸກ​ຍູ້​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ.

        ປັດ​ໄຈ​ສຳ​ຄັນ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ

        ໃນ​​ເດືອນ 7, 8 ປະ​ຈຳ​ປີ, ອາ​ຊຽນ ຕ້ອນ​ຮັບ​ ສືບ​ໆ ຄູ່​ຮ່ວມ​ມື​ຊັ້ນ​ນຳ​ຂອງ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ​ແລະ​ໂລກມາ​ເຂົ້າ​ຮ່ວມ​ບັນ​ດາ​ເວ​ທີ​ປ​າ​ໄສ​ການ​ຮ່ວມ​ມື, ການ​ເຈ​ລະ​ຈາ​ສຳ​ຄັນ. ນັ້ນ​ແມ່ນ ເວ​ທີ​ປາ​ໄສ ພາກ​ພື້ນ ອາ​ຊຽນ (ARF), ກົນ​ໄກ​ຄູ່​ເຈ​ລະ​ຈາ​ຂັ້ນ​ສູງ ອາ​ຊີ ຕາ​ເວັນ​ອອກ(EAS), ອາ​ຊຽນ +1, ອາ​ຊຽນ +3, ອາ​ຊຽ​ນ +6… ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ ເວ​ທີ​ປາ​ໄສ​ພາກື້ນ ARF. ມາ​ຮອດ​ປະ​ຈຸ​ບັນ, ພາຍ​ຫລັງ​ເກືອບ 22 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ARF ໄດ້​ກາຍ​ເປັນ​ເວ​ທີ​ປາ​ໄສ​ດ້ານ​ການ​ເມືອງ ຄວາມ​ໝັ້ນ​ຄົງ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 18 ປະ​ເທດ​ພາຍນອກ ອາ​ຊຽນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ຄວາມ​ສະ​ຫງົບ​ປອດ​ໄພ​ຂອ​ງ​ພາກ​ພື້ນ. ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ການ​ເມືອງ​ແລ້ວ, ARF ສຳ​ເລັດ​ຜົນ ຍ້ອນ​ອົງ​ການນີ້​ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ສະ​ຫງົບ​ປອດ​ໄພ​ໃຫ້​ແກ່​ແຕ່​ລະ​ປະ​ເທດ​ສ​ະ​ມາ​ຊິກ​ກໍ​ຄື​ທັງ​ພາກ​ພື້ນ ແລະ ຍາມ​ໃດ​ກໍ​ສ້າງ​ບັນ​ຍາ​ກາດ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໃນ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ລວມ. ທ່ານ Sjafrie Sjamsoeddin, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ໂດ​ເນ​ເຊຍ ຖື​ວ່າ:

        “ARF ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເວ​ທີ​ປ​າ​ໄສ​ສຳ​ຄັນ​ທີ່​ສຸດ​ໃນ​ພາກ​ພື້ນ​ຂອງ​ພວກ​ເຮົາ. ບໍ່​ພຽງ​ແຕ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຕ້ອງ​ແກ້​ໄຂ​ໃນ​ຂົງ​ເຂດ​ການ​ເມືອງ​ ແລະ ຄວາມ​ໝັ້ນ​ຄົງ​ເທົ່າ​ນັ້ນ ເວ​ທີ​ປາ​ໄສ​ນີ້​ຍັງ​ແມ່ນ​ບ່ອນ​ເພື່ອ​ໃຫ້​ບັນ​ດາ​ການ​ນຳ ອາ​ຊຽນ, ການ​ນຳ​ບັນ​ດາ​ປະ​ເທດ​ຄ​ູ່​ເຈ​ລະ​ຈາ​ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື, ເພີ່ມ​ທະ​ວີ​ການ​ສ້າງ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ, ແກ້​ໄຂ​ສິ່ງ​ທ້າ​ທ​າຍ​ລວມ​ ຊື່ງ​ພາກ​ພື້ນ​ພວມ​ປະ​ເຊີນ​ຫນ້າ.”

        ບັນ​ດາ​ກົນ​ໄກ, ເວ​ທີ​ປາ​ໄສ​ຂອງ ອາ​ຊຽນ ພວມ​ມີ​ການ​ພັດ​ທະ​ນາ ແລະ ນັບ​ມື້​ນັບ​ສວມ​ບົດ​ບາດ​ສຳ​ຄັນ​ສຳ​ລັບ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ລ​ວມ. ສະ​ນັ້ນ ໃນ​ຊຸມ​ປີມໍ່ໆ​ມານີ້, ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ​​ເອົາ​ໃຈ​ໃສ່​ເຖິງ ອາ​ຊຽນ ທີ່​ສຸດ, ຍາມ​ໃດ​ກໍ​ສະ​ຫນັບ​ສະ​ຫນູນ​ຫລັກ​ໝັ້ນ​ຂອງ ອາ​ຊຽນ, ບໍ່​ພຽງ​ແຕ່​ຫນູນ​ຊ່ວຍ​ຄາດ​ໝາຍ​ສ້າງ​ປະ​ຊາ​ຄົມ ເທົ່າ​ນັ້ນ ຫາກ​ໃນ​ບັນ​ຫາ​ແກ້​ໄຂ​ການ​ທ້າ​ທາຍຕໍ່​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ອີກ​ດ້ວຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ອາ​ຊຽນ ເລ​ເລືອງ​ມີງ ໃຫ້​ຮູ້​ວ່າ:

        “​ບັນ​ດາປະ​​ເທດ​ຄູ່​ເຈ​ລະ​ຈາ​ທັງ​ໝົດ ລ້ວນ​ແຕ່​ສະ​ຫນັບ​ສະ​ຫນູນ​ຫລັກ​ໝັ້ນ​ຂອງ ອາ​ຊຽນ ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນ​ຖານ​ຫລັກ​ການ 6 ຂໍ້​ຂອງ ອາ​ຊຽນ ແລະ ສະ​ຫນັບ​ສະ​ຫນູນ​ກຳ​ລັງ​ແຮງ​ພາຍ​ໃນ​ຂອງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ສຳ​ລັບ​ຈີນ ບົນ​ພື້ນ​ຖານ​ເຮັດ​ແນວ​ໃດ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ກໍ​ຄື​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ການ​ເດີ​ນ​ທະ​ເລ, ຄວາມ​ໝັ້ນ​ຄ​ົງຢູ່​ທະ​ເລ. ປະ​ຈຸ​ບັນ, ມີ 74 ປະ​ເທດ ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ ອາ​ຊຽນ ສະ​ແດງ​ໃຫ້​ເຫັນຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ ແລະ ຄວາມ​ເອົາ​ໃຈ​ໃສ່​ຂອ​ງ​ບັນ​ດາ​ປະ​ເທດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ.”

        ຄວາມ​ຈິງ ແລະ ປະ​ສິດ​ທິ​ຜົນການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​      

ຫວນ​ຄືນ 1 ປີ ຜ່ານ​ມາ, ນັບ​ແຕ່​ເມື່ອ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 47 ຈັດ​ຂຶ້ນ​ຢູ່ ມຽນ​ມາ, ບໍ່​ພຽງ​ແຕ່​ຍູ້​ແຮງ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ ເທົ່າ​ນັ້ນ ​ຫາກການ​ພົວ​ພັນ​ຂອງ ອາ​ຊຽນ ກັບ​ແຕ່​ລະ​ປະ​ເທດ​ຄູ່​ເຈ​ລະ​ຈາ​ພາຍນອກ ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ ແລະ ແທດ​ຈິງ​ອີກ​ດ້ວຍ. ສຳ​ລັບ​ຈີນ, ການ​ພົວ​ພັນ​ສອງ​ຝ່າຍ ໄດ້​ຮັບ​ການ​ເປີດກວ້າງ​ໄປ​ຍັງ​ຂົງ​ເຂດ​ໃຫມ່ຈຳ​ນວນ​ຫນຶ່ງ ແລະ ເຮັດ​ໃຫ້​ເລິກ​ເຊິ່ງກວ່າ ຜ່ານ​ການ​ສ້າງ​ຕັ້ງ​ກົນ​ໄກ​ໃຫມ່​ຈຳ​ນວນ​ຫນຶ່ງ. ສຳ​ລັບ ຍີ່​ປຸ່ນ ແລ້ວ, ຄຽງ​ຄູ່​ກັບ​ການ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ, ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ລົງ​ນາມ, ຍີ່​ປຸ່ນ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ດາວ​ທຽມ​ໃນ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ, ການ​ທູດ, ການ​ແພດ​ທົ່ວ​ໂລກ, ກາ​ນເຕີບ​ໂຕ​ຂຽວ ຕ້​ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ຄຸ້ມ​ຄອງ​ຕົວ​ເມືອງ. ສຳ​ລັບ​ອິນ​ເດຍ, ສອງ​ຝ່າຍ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ເຊື່ອມ​ຈອດ ອິນ​ເດຍ - ອາ​ຊຽນ ນັບ​ທັງ​ທາງ​ບົກ, ທາງ​ອາ​ກາດ, ການ​ເດີນ​ທະ​ເລ, ດ​ີ​ຈີ​ຕອນ… ສຳ​ລັບ ສ​ເກົາ​ຫລີ, ອາ​ຊຽນ ແລະ ສ​ເກົາ​ຫລີ ພວມ​ປະ​ຕ​ິ​ບັດ​ຄາດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ຂຶ້ນ​ເຖິງ 150 ຕື້ USD ໃນ​ທ້າຍ​ປີນີ້. ສຳ​ລັບ ອາ​ເມ​ລິ​ກາ, ສອງ​ຝ່າຍ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຂຶ້ນ​ສູ່​ລະ​ດັບ​ຍຸດ​ທະ​ສາດ. ອາ​ເມ​ລິ​ກາ ຍາມ​ໃດ​ກໍ​ຢືນ​ຢັນ ຖື ອາ​ຊຽນ ແມ່ນ​ໃຈ​ກາງ​ຂອງ​ໂຄງ​ປະ​ກອບ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ແລະ ແມ່ນ​ໃຈ​ກາງ​ຂອງ​ຍຸດ​ທະ​ສາດ​​ສົມ​ດູນຄືນ​ໃຫມ່ ຊື່ງ​ອາ​ເມ​ລິ​ກາ ພວມ​ມູ່ງ​ໄປ​ເຖິງ. ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື ອາ​ເມ​ລິ​ກາ - ອາ​ຊຽນ, ເປັນ​ຕົ້ນ​ແມ່ນ​ຂົງ​ເຂດ​ປ້ອງ​ກັນ​ຊາດ ຊື່ງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Carter ໄດ້​ຢືນ​ຢັນ​:

        “ອາດ​ຈະ​ຢືນ​ຢັນ​ໄດ້ວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ອາ​ເມ​ລິ​ກາ ແມ່ນ​ກາ​ລະ​ໂອ​ກາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ເພື່ອ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ຮ່ວມ​ມື​ນຳ​ກັນ ເພື່ອ​ແກ້​ໄຂ​ບັນ​ດາ​ການ​ທ້າ​ທາຍ​ອາດ​ຊະ​ຍາ​ກຳ​ໃຫມ່ ແລະ ຍາວ​ນານ​ໃນ​ທົ່ວ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟີກ. ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ອາ​ຊຽນ - ອາ​ເມ​ລິ​ກາ ເປັນ​ຂີດ​ໝາຍ​ສຳ​ຄັນ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວ​ພັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ເປັນ​ຂີດ​ໝາຍ​ໃຫມ່​ກ່ຽວ​ກັບ​ບົດ​ບາດ​ຂອງ ອາ​ຊຽນ ຊື່ງ​ອາ​ເມ​ລິ​ກາ ຖື​ເປັນ​ສຳ​ຄັນ​ທີ່​ສຸດ.”

        ໂດຍ​ແມ່ນ​​ບັນ​ດາການ​ເຄື່ອນ​ໄຫວ​ສຸດ​ທ້າຍ ກ່ອນ​ທີ່ ອາ​ຊຽນ ກາຍ​ເປັນ​ປະ​ຊາ​ຄົມ​ໃນ​ທ້າຍ​ປີ 2015, AMM 48 ພ້ອມ​ກັບ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ໝາກ​ຜົນ​ແທດ​ຈິງຢ່າງແນ່ນອນ​. ບໍ່ພຽງ​ແຕ່​ສືບ​ຕໍ່​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່​ວມ​ມື​ພາຍ​ໃນ​ກຸ່ມ​ເທົ່າ​ນັ້ນ, ຫາກ ອາ​ຊຽນ ຍັງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ໃນ​ໂລກອີກ​ດ້ວຍ.

 



ຕອບກັບ

ຂ່າວ/ບົດ​ອື່ນ