ອາບ​ກາ​ນິດ​ສະ​ຖານ ພາຍຫຼັງ​ທີ່ 1 ປີ ຕາ​ລີ​ບານ​ ຂຶ້ນ​ກຳ​ອຳ​ນາດ: ຄວາມ​ຫຍຸ້ງ​ຍາກກ່າຍກອງ

(VOVWORLD) -ວັນທີ 15  ສິງຫາ ປີ 2021, ພາຍຫຼັງທີ່ກອງທັບ ອາເມລິກາ ປະກາດຖອນຕົວອອກຈາກ ອາບການິດສະຖານ ບໍ່ພໍເທົ່າໃດມື້, ກຳລັງຕາລີບານ ກໍ່ໄດ້ບຸກເຂົ້ານະຄອນຫຼວງ Kabul, ກັບມາປົກຄອງປະເທດ ອາບການິດສະຖານ ຢ່າງເປັນທາງການ. ພາຍຫຼັງເຫດການພິເສດນີ້ດຳເນີນໄດ້ 1 ປີ, ປະເທດ ອາບການິດສະຖານ ພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ໃນຂະນະທີ່ຊີວິດການເປັນຢູ່ຂອງປະຊາຊົນຖືກປັ່ນປ່ວນຢ່າງຮ້າຍແຮງ, ໂດຍສະເພາະແມ່ນສຳລັບເພດຍິງ.

ງົບປະມານໝົດກ້ຽງ ແລະ ວິກິດການມະນຸດສະທຳນາບຂູ່ເຖິງການດຳລົງຊີວິດຂອງປະຊາຊົນນັບລ້ານຄົນ ແມ່ນການຕີລາຄາລວມຂອງຫຼາຍອົງການຈັດຕັ້ງ ແລະ ນັກຊ່ຽວຊານສາກົນ ກ່ຽວກັບສະພາບການໃນປັດຈຸບັນຂອງ ອາບການິດສະຖານ, ພາຍຫຼັງທີ່ ຕາລີບານ ຂຶ້ນກຳອຳນາດເປັນເວລາ 1 ປີ.

ຄວາມຫຍຸ້ງຍາກກ່າຍກອງ

ວັນທີ 10 ສິງຫາ ຜ່ານມາ, ໃນຈົດໝາຍສະບັບພິເສດທີ່ສົ່ງເຖິງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ລັດຖະມົນຕີກະຊວງການເງິນ ອາເມລິກາ, ນັກເສດຖະກິດ ແລະ ນັກຊ່ຽວຊານສາກົນ ກ່ຽວກັບການພັດທະນາສາກົນ 71 ທ່ານ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບວິກິດການດ້ານເສດຖະກິດ ແລະ ມະນຸດສະທຳ ທີ່ພວມເກີດຂຶ້ນຢູ່ ອາບການິດສະຖານ. ໃນກຸ່ມບັນດານັກເສດຖະກິດ ແລະ ນັກຊ່ຽວຊານດັ່ງກ່າວ, ມີທ່ານ Joseph Stiglitz ຜູ້ທີ່ເຄີຍຍາດໄດ້ລາງວັນ Nobel ເສດຖະກິດ ແລະ ທ່ານອະດີດລັດຖະມົນຕີກະຊວງການເງິນ ເກຼັກ Yanis Varoufakis  ໃຫ້ຂໍ້ສັງເກດວ່າ: ການເຄື່ອນໄຫວເສດຖະກິດຖືກຊຸດໂຊມ, ການຊ່ວຍເຫຼືອຈາກຕ່າງປະເທດກໍຖືກຫຼຸດລົງ ພາຍຫຼັງທີ່ ອາເມລິກາ ຖອນກຳລັງອອກຈາກ ອາບການິດສະຖານ, ໄດ້ເຮັດໃຫ້ພື້ນຖານເສດຖະກິດຂອງ ອາບການິດສະຖານ ຕົກເຂົ້າສູ່ສະພາບທີ່ຫຍຸ້ງຍາກ. ມາຮອດປັດຈຸບັນ, 70% ຄອບຄົວຢູ່ ອາບການິດສະຖານ ບໍ່ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການພື້ນຖານ, ມີປະຊາກອນປະມານ 22,8 ລ້ານຄົນ (ປະຊາກອນກວ່າເຄິ່ງໜຶ່ງ) ປະເຊີນໜ້າກັບສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮ້າຍແຮງ, ໃນນັ້ນ ມີເດັກນ້ອຍປະມານ 3 ລ້ານຄົນ ມີຄວາມສ່ຽງຖືກຂາດສານອາຫານ.  

ອາບ​ກາ​ນິດ​ສະ​ຖານ ພາຍຫຼັງ​ທີ່ 1 ປີ ຕາ​ລີ​ບານ​ ຂຶ້ນ​ກຳ​ອຳ​ນາດ: ຄວາມ​ຫຍຸ້ງ​ຍາກກ່າຍກອງ - ảnh 1ມີປະຊາກອນກວ່າເຄິ່ງໜຶ່ງປະເຊີນໜ້າກັບສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮ້າຍແຮງ (ພາບ: Reuters)

ໃນນັ້ນ, ມີນັກຊ່ຽວຊານຫຼາຍຄົນ ແລະ ອົງການຈັດຕັ້ງສາກົນ ກໍປະກາດບົດລາຍງານ ແລະ ຕົວເລກທີ່ເປັນໜ້າແຈ້ງເຕືອນສຸກເສີນກ່ຽວກັບສະພາບການຕົວຈິງຂອງພື້ນຖານເສດຖະກິດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ຢູ່ ອາບການິດສະຖານ. ໃນນັ້ນ, ທ້າຍປີ 2021 ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock ໄດ້ກ່າວເຕືອນກ່ຽວກັບ “ວິກິດການດ້ານມະນຸດສະທຳຮ້າຍແຮງທີ່ສຸດໃນຍຸກສະໄໝ” ຢູ່ ອາບການິດສະຖານ ແລະ “ບັນດາຂົງເຂດຂອງພື້ນຖານເສດຖະກິດຖືກໂຄ່ນລົ້ມ, ຫຼາຍຄົນຖືກອຶດຫິວ”.

ບັນດາບົດລາຍງານດັ່ງກ່າວ ໄດ້ໃຫ້ການຕີລາຄາລວມວ່າ ເຫດຜົນພື້ນຖານຂອງສະພາບການຕົວຈິງນີ້ແມ່ນຍ້ອນແຫຼ່ງອຸປະຖຳຈາກຕ່າງປະເທດເຂົ້າ ອາບການິດສະຖານ ຖືກຫຼຸດລົງ ພາຍຫຼັງທີ່ ຕາລີບານ ຂຶ້ນກຳອຳນາດ, ໃນຂະນະນັ້ນ, ກຳລັງ ຕາລີບານ ກໍມີຄວາມຈຳກັດກຳລັງຄວາມສາມາດທາງດ້ານບໍລິຫານປະເທດຊາດເວົ້າລວມ, ການຊຸກຍູ້ການເຄື່ອນໄຫວເສດຖະກິດເວົ້າສະເພາະ. ນອກຈາກນັ້ນແລ້ວ, ຕາລີບານ ນັບມື້ນັບຈັດວາງຫຼາຍມາດຕະການຈຳກັດທີ່ເຂັ້ມງວດອີງຕາມກົດໝາຍສາສະໜາ ອິດລີລາມ Sharia, ໂດຍສະເພາະສຳລັບ ແມ່ຍິງ, ທັງເຮັດໃຫ້ຂາດແຮງງານຈຳນວນຫຼາຍ, ທັງເຮັດໃຫ້ການເຄື່ອນໄຫວຜະລິດເສດຖະກິດຖືກປັ່ນປ່ວນຢ່າງຮ້າຍແຮງ.

ຕ້ອງການການຮ່ວມແຮງຮ່ວມໃຈຊ່ວຍເຫຼືອຈາກປະຊາຄົມສາກົນ

ຕາມບັນດານັກຊ່ຽວຊານແລ້ວ, ສະພາບການປັດຈຸບັນພວມກໍ່ຜົນກະທົບບໍ່ດີຕໍ່ການເພີ່ມທະວີການຊ່ວຍເຫຼືອກໍຄື ການຮ່ວມມືສາກົນໃຫ້ແກ່ ອາບາການິດສະຖານ, ເມື່ອພື້ນຖານເສດຖະກິດໃຫຍ່ສ່ວນຫຼາຍ ຕ້ອງສຸມກຳລັງຮັບມືກັບຄວາມຫຍຸ້ງຍາກກ່ຽວກັບພື້ນຖານເສດຖະກິດຢູ່ພາຍໃນປະເທດ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ໄປຄຽງຄູ່ກັນນັ້ນ, ເລື່ອງ ຕາລີບານ ເພີ່ມທະວີການປະຕິບັດກົດໝາຍເຄັ່ງຄັດຂອງອິດສະລາມ Sharia ໄດ້ເຮັດໃຫ້ປະຊາຄົມສາກົນ, ໂດຍສະເພາະແມ່ນບັນດານັກລົງທຶນມີຄວາມວິຕົກກັງວົນຕໍ່ການປ່ອຍເງິນລົງທຶນເຂົ້າ ອາບການິດສະຖານ.

ຄວາມຈິງດັ່ງກ່າວ ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງເພີ່ມທະວີຄວາມມານະພະຍາຍາມຊ່ວຍເຫຼືອ ອາບການິດສະຖານ ຫຼາຍກວ່າອີກ. ວັນທີ 15 ສິງຫາ, ສະພາກາແດງສາກົນ (ICRC) ໄດ້ກະຕຸກຊຸກຍູ້ບັນດາລັດຖະບານ ແລະ ນັກອຸປະຖຳ ປະທັດສະນະການເມືອງສຳລັບອຳນາດການປົກຄອງ ຕາລີບານ ໄວ້ກ່ອນ ແລະ ເຊື່ອມຕໍ່ການອຸປະຖຳໃຫ້ບັນດາອົງການຂອງ ອາບການິດສະຖານ ເພື່ອແນໃສ່ແກ້ໄຂສະພາບມະນຸດສະທຳຢູ່ທີ່ນີ້.

ປັດຈຸບັນ, ສະພາກາແດງສາກົນ ແມ່ນໜຶ່ງໃນຈຳນວນໜ້ອຍອົງການສາກົນທີ່ຍັງຮັກສາການສະໜອງຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ອາບການິດສະຖານ ພາຍຫຼັງທີ່ກຳລັງ ຕາລີບານ ຂຶ້ນກຳອຳນາດ. ເພື່ອທົດແທນການຂາດງົບປະມານ, ສະພາກາແດງສາກົນ ໄດ້ຊ່ວຍເຫຼືອໂຮງໝໍ 33 ແຫ່ງ ເພື່ອຮັກສາການເຄື່ອນໄຫວ, ຈ່າຍເງິນເດືອນໃຫ້ພະນັກງານ, ຊ້ຳບໍ່ໜຳແມ່ນສະໜອງເຊື້ອເພີງໃຫ້ລົດສຸກເສີນ ແລະ ອາຫານໃຫ້ແກ່ຄົນເຈັບ. ເຖິງຢ່າງໃດກໍຕາມ, ທ່ານ Robert Mardini ປະທານສະພາກາແດງສາກົນ ເນັ້ນໜັກວ່າ ນີ້ບໍ່ແມ່ນມາດຕະການໝັ້ນຄົງຍາວນານ ເພາະວ່າ ບັນດາອົງການມະນຸດສະທຳບໍ່ສາມາດເຮັດແທນໃຫ້ອົງການລັດໄດ້. ດັ່ງນັ້ນ, ສະພາກາແດງສາກົນ ຫວັງວ່າ ລັດຖະບານ ແລະ ບັນດາອົງການພັດທະນາຈະ ເຊື່ອມຕໍ່ການເຊື່ອເຫຼືອປະຊາຊົນ ອາບການິດສະຖານ ຄືນໃໝ່.

ໃນຂະນະນັ້ນ, ມີນັກເຄື່ອນໄຫວສາກົນຫຼາຍທ່ານ ຮຽກຮ້ອງ ອາເມລິກາ ແລະ ເອີຣົບ ປ່ອຍຈຳນວນເງິນປະມານ 9 ຕື້ USD ທີ່ພວມປິດລ້ອມຂອງ ອາບການິດສະຖານ ພາຍຫຼັງທີ່ ຕາລີບານ ຂຶ້ນກຳອຳນາດ. ບຸກຄົນເຫຼົ່ານັ້ນຊີ້ແຈ້ງວ່າ ການປ່ອຍບ້ວງເງິນດັ່ງກ່າວ ຈະຊ່ວຍໃຫ້ທະນາຄານສູນກາງຂອງ ອາບການິດສະຖານ ມີແຫຼ່ງກຳລັງເຄື່ອນໄຫວ, ຮັບປະກັນລະບົບການເງິນ ແລະ ພື້ນຖານ ເສດຖະກິດ ອາບການິດສະຖານ  ບໍ່ຖືກຊຸດໂຊມ, ຫຼີກລ້ຽງວິກິດການດ້ານເສດຖະກິດ ແລະ ມະນຸດສະທຳຢ່າງຮ້າຍແຮງຢູ່ປະເທດ ອາຊີໃຕ້ນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ