ອາບການິດສະຖານຍັງຄົງຂາດສະຖຽນລະພາບພາຍຫລັງ14ປີແຫ່ງການຕ້ານການກໍ່ການຮ້າຍ


(vovworld)- 14 ປີ​ພາຍ​ຫລັງ ວັນ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ George W.Bush ປຸກ​ລະ​ດົມ​ການ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍ​ຢູ່ ອາບ​ກາ​ນິດ​ສະ​ຖານ ຢ່າງ​ເປັນ​ທາງ​ການ ຄື​ວັນ​ທີ 7/10/2001, ປະ​ເທດ ອາ​ຊີ​ໃຕ້​ນີ້ ຍັງ​ຄົງ​ສືບ​ຕໍ່​ຕົກ​ຢູ່ໃນ​ສະ​ພາບ​ການ​ຂາດ​ສະ​ຖຽນ​ລະ​ພາບ. ຄວາມສັນ​ຕິ​ພາບ, ​ການພັດ​ທະ​ນາ ຍັງ​​ຄົງແມ່ນ​ບັນ​ຫາ​ຍາກ​​ທີ່ປະ​ກົດ​ຜົນ​ເປັນ​ຈິງ​​ໃນ​ໄລ​ຍະ​ສັ້ນໄດ້​ສຳ​ລັບ​ປະ​ຊາ​ຊົນ ອາບ​ກາ​ນິດ​ສະ​ຖານ.

ອາບການິດສະຖານຍັງຄົງຂາດສະຖຽນລະພາບພາຍຫລັງ14ປີແຫ່ງການຕ້ານການກໍ່ການຮ້າຍ - ảnh 1
ກຳ​ລັງ​ທະ​ຫານ​ປະ​ສົມ ພວມ​ລາດ​ຕະ​ເວັນ​ຢູ່ ອາບ​ກາ​ນິ​ສະ​ຖານ
ພາບ​ປະ​ກອບ:internet

        ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່ ອາບ​ກາ​ນິດ​ສະ​ຖານ ສະ​ແດງ​ໃຫ​້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​ພື້ນ​ຖານ​ເສດ​ຖະ​ກິດ​ດ້ອຍ​ພັດ​ທະ​ນາ, ພວກ​ກະ​ບົ​ດ ຕາ​ລີ​ບານ ນັບ​ມື້​ນັບ​ເຕີບ​ໃຫຍ່, ຈຳ​ນວນ​ຜູ້​ສະ​ຫນັບ​ສະ​ຫນູນ​ລັດ​ອິດ​ສະ​ລາມ​ ​ອ້າງ​ຊື່​ເອງ IS ພວມ​ເພີ່ມ​ຂຶ້ນ​ທີ່ ຫລາຍ​ແຂວງ ຢູ່ ອາບ​ກາ​ນິດ​ສະ​ຖານ.

ການ​ປະ​ທະ​ກັນ​ສືບ​ຕໍ່​ເກີດ​ຂຶ້ນ

       ນັບ​ແຕ່​ວັ​ນ​ທີ 1/1/2015, ຊື່ງ​ແມ່ນ​ວັນ​ທີ່​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ອາບ​ກາ​ນິດ​ສະ​ຖານ ຮັບ​ຫນາ​້​ທີ່​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ຈາກ ກຳ​ລັງ​ປະ​ສົມ ຂອງ NATO, ທີ່​ຈິງ ສະ​ພາບ​ໃຊ້​ຄວາມ​ຮຸນ​ແຮງ ຢູ່ ອາບ​ກາ​ນິດ​ສະ​ຖານ ຍັງ​ບໍ່​ທັນ​ຢຸດ​ຕິ​ເທື່ອ. ກົງ​ກັນ​ຂ້າມ​ກັ​ບ​ຄຳ​ກ່າວ​ປາ​ໄສ​ທີ່​ປະ​ເອີບ​ໃຈ​ເມື່ອ​ປີ 2014 ຂອງກອງ​ທັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ສະ​ພາບ​ການ ອາບ​ກາ​ນິດ​ສະ​ຖານ​ຄື: ດັບ​ສູນ​ລະ​ບົບ​ກໍ່​ການ​ຮ້າຍ​ສາ​ກົນ Al Qaeda ຢູ່ ອາ​ຊີ​ໃຕ້, ກໍ່​ສ້າງກອງ​ທັບ​ແຫ່ງ​ຊາດ ອາບ​ກາ​ນິດ​ສະ​ຖານ ນັບ​ມື້​ນັບ​ມີ​ຄວາມ​ສາ​ມາດ​ປ້ອງ​ກັນ​ປະ​ເທດ​ຊາດ​ດ້ວຍ​ຕົນ​ເອງ, ບັນ​ດາ​ປັດ​ໄຈ​ມີ​ລັກ​ສະ​ນະ​ພື້ນ​ຖານ​ຂອງ​ປະ​ເທດ​ຊາດ, ສັງ​ຄົມຂາດ​ສະ​ຖຽນ​ລະ​ພາບ​. ຄວາມ​ສະ​ຫງົ​ບ​ປອດ​ໄພ​ພວມ​ຊົ່ວ​ຮ້າຍກວ່າ ຂະ​ນະ​ທີ່​ບັນ​ດາ​ມື​ປືນ ຕາ​ລີ​ບານ ດຳ​ເນີນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ນອງ​ເລືອດ​ໃສ່​ສາມ​ັນ​ຊົນ ແລະ ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບຢ່າງ​ລຽນ​ຕິດ. ເຖິງວ່າ ປະ​ທາ​ນາ​ທິ​ບໍ​ດີ ອາບ​ກາ​ນິດ​ສະ​ຖານ Asraf Ghani ໄດ້​ຮຽກ​ຮ້ອງ​ຕາ​ລີ​ບານ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກໍ​ຄື ເຂົ້າ​ຮ່ວມ​ບັນ​ດາ​ວິ​ວັດ​ການ​ກາ​ນ​ເມືອງ​ຂອງ​ປະ​ເທດ​ຊາດເປັນ​ຫລາຍ​ຄັ້ງ​ແລ້ວ, ແຕ່ ຝ່າຍ ຕາ​ລີ​ບານ ຍາມ​ໃດ​ກໍ​ສະ​ແດງ​ໃຫ້​ເຫັນ​ບໍ່​ມີ​ຄວາມ​ສົນ​ໃຈ​ປານ​ໃດ. ຊ້ຳ​ບໍ່​ໜຳ, ການ​ນຳ​ຂອງ ຕາ​ລີ​ບານ ຍັງ​ຖະ​ແຫລງວ່າ: “ຈະ​ບໍ່​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ເມື່ອ​ໃດ​ກຳ​ລັງ​ທະ​ຫານ​ຕ່າງ​ປະ​ເທດ​ຍັງ​ປະ​ຈຳ​ການ​ຢູ່ ອາບ​ກາ​ນິດ​ສະ​ຖານ”. ຫວ່າງ​ແລ້ວນີ້, ເປັນ​ຄັ້ງ​ທຳ​ອິດ ພາຍ​ຫລັງ 14 ປີ ຖືກ​ໂຄ່ນ​ລົ້ມ, ກຸ່ມ​ທະ​ຫານ​ກະ​ບົດ ອິດ​ສະ​ລາມ ຕາ​ລີ​ບານ ຢືດ​ຄອງ​ນະ​ຄອນ Kuduz ໂດຍ​ບັງ​ເອີນ ໂດຍບໍ່​ຫົວ​ຊາ​ຕໍ່ ມີ​ກຳ​ລັງ​ທະ​ຫານ​ຂອງ​ລັດ​ຖະ​ບານ 7000 ຄົນ​ຢູ່​ທີ່ນີ້. ສິ່ງ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວ​າມ​ອ່ອນ​ແອ​ຂອງ​ອຳ​ນາດ​ການ​ປົກ​ຄອງ Kabul ໃນ​ການ​ແກ້​ໄຂ​ສະ​ພາບ​​ວຸ້ນ​ວາຍ​ປະ​ຈຸ​ບັນ ພ້ອມ​ທັງ​ໃຫ້​ເຫັນ​ວ່າ ຕາ​ລີ​ບານ ສືບ​ຕໍ່​ຕັດ​ສິນ​ໃຈ​ໂຄ່ນ​ລົ້ມ​ກົງ​ຈັກ​ການ​ນຳ​ປະ​ຈຸ​ບັນ.

        ເປັນ​ຫນ້າ​ວິ​ຕົກ​ກັງ​ວົນ ເມື່ອ​ຈຳ​ນວນ​ກຸ່ມ ແລະ ສ່ວນ​ບຸກ​ຄົນ ເປີດ​ເຜີຍໝັ້ນ​ໝາຍ​ວ່າ​ ຈົ່ງ​ຮັກ​ພັກ​ດີ ຫລື ສະ​ຫນັບ​ສະ​ຫນູນ​ລັດ​ອິດ​ສະ​ລາມ IS ພວມ​ເພີ່ມ​ຂຶ້ນ​​​ຢູ່ ​ຫລາຍ​ແຂວງ ​ໃນ ອາບ​ກາ​ນິ​ສະ​ຖານ. ລາຍ​ງານ​ຈາກ ກຸ່ມ​ຕິດ​ຕາມ al Qaeda ຂອງ ສ​ປ​ຊ ໃຫ້​ຮູ້​ວ່າ: ມີ​ປະ​ມານ 10% ກຳ​ລັງ​ລຸກ​ຮື້​ຂຶ້ນ ຕາ​ລີ​ບານ ສະ​ຫນັບ​ສະ​ຫນູນ IS. ຄຽງ​ຄູ່​ກັນ​ນັ້ນ ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ກຳ​ນົດ​ວ່າ ໄດ້​ຄົ້ນ​ພົບ​ບັນ​ດາ​ກຸ່ມ​ນຳ​ໃຊ້​ພາບ​​ທີ່​ເປັນສັນ​ຍາ​ລັກ​ຈຳ​ນວນ​ຫນຶ່ງ​ຂອງ IS ຫລື ສະ​ຫນັບ​ສະ​ຫນູນ ອົງ​ການນີ້ ຢູ່ 25 ໃນ​ຈຳ​​ນວນ 34 ແຂວງ ຢູ່ ອາບ​ກາ​ນິດ​ສະ​ຖານ.

        ໃນ​ສະ​ພາບ​ການ​ວ​ຸ້ນ​ວາຍ​ຄື​ປະ​ຈຸ​ບັນ, ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ເລີ່ມ​ປະ​ກົດ​ອອກ​ການ​ຂັດ​ແຍ້ງ​ກັນ. ຊ້ຳ​ບໍ່​ໜຳ ຝ່າຍ​ຄ້ານ ໄດ້​ຮຽກ​ຮ້ອງ​ການ​ນຳ​ໃຊ້​ລັດ​ຖະ​ທຳ​ມະ​ນູນ ເພື່ອ​ໂຄ່​ນ​ລົ້ມ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປະ​ຈຸ​ບັນ ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໂດຍ​ໄວ.  ມີ​ສັນ​ຍານ​ທີ່​ຈະ​ແຈ້ງ​ວ່າ ຫວ່າງ​ແລ້ວນີ້ ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ຕິ​ເສດ​ການ​ສະ​ໝັກ​ເລືອກ​ຕັ້ງ​ຂອງ​ທ່ານ Masoom Stanekzai ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ​ອ້ງ​ກັນ​ປະ​ເທດ. ການ​ປະ​ຕິ​ເສດນີ້​ເຮັດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ອາບ​ກາ​ນິດ​ສະ​ຖານ ບໍ່​ສາ​ມາດ​ມີ​ຄະ​ນະ​ລັດ​ຖະ​ບານ​ສົມ​ບູນ ພາຍ​ຫລັງ 9 ເດືອນ​ກຳ​ອຳ​ນາດ.

       ເສດ​ຖະ​ກິດ​ຊຸດ​ໂຊມ, ຄວາມ​ອຶດ​ຫິວ​ທຸກ​ຍາກ​ພວ​ມ​ເກີດ​ຂຶ້ນ

ປີ 2015, ​ຊາວ​ອົບ​ພະ​ຍົບ​ ພວມ​ຍົກ​ຍ້າຍ​ຈາກ ອາ​ຊີ ແລະ ອາ​ຟ​ຼິ​ກາ ໄປ​ຍັງ ເອີ​ລົບ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໃນ​ນັ້ນ ຄາດ​ວ່າ ຈຳ​ນວນ​ຊາວ​ອົບ​ພະ​ຍົບມາ​ຈາກ ອາບ​ກາ​ນິດ​ສະ​ຖານ ກວມ​ 36% (153.000 ຄົນ), ພຽງ​ຖັດ​ຈາກ ຊີ​ຣີ 38%. ເປັນ​ຫນ້າ​ສົນ​ໃຈ ຊາວ ອາບ​ກາ​ນິດ​ສະ​ຖານ ຍົກ​ຍ້າຍ​ເຖິງ ເອີ​ລົບ ສ່ວນ​ຫລາຍ​ແມ່ນ​ລຸ້ນ​ຫນຸ່ມ. ນອກ​ຈາກ​ບັນ​ຫາ​ຄວາມ​ສະ​ຫງົບ​ປອດ​ໄພ ສາຍ​ເຫດ​ຕົ້ນ​ຕໍ​ເຮັດ​ໃຫ້ ຊາວ ອາບ​ກາ​ນິດ​ສະ​ຖານ ອອກ​ຈາກ​ປະ​ເທດ ຍ້ອນ​ພື້ນ​ຖານ​ເສດ​ຖະ​ກິດ​ຖືກ​ຊຸດ​ໂຊມ. ໃນ​ທົດ​ສະ​ວັດ​ຜ່ານ​ມາ, Kabul ຖືກ​ປະ​ລາ​ໄຊ​ໃນ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຫລາຍ​ຮູບ​ຫລາຍ​ແບບ. ປະ​ຈຸ​ບັນ ຍ້ອນ​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງ​ປະ​ເທດ​ຫລຸດ​ລົງ ແລະ ບັນ​ດາ​ຂໍ​້​ຕົກ​ລົງ​ກໍ່​ສ້າງ ແລະ ບ​ໍ​ລິ​ການ​ພະ​ລາ​ທິ​ການ​ຖືກ​ສູນ​ເສຍ, ອາບ​ກາ​ນິດ​ສະ​ຖານ ພວມ​ຜ່ານ​ຜ່າ​ວິ​ກິດ​ການ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ. ອັດ​ຕາ​ຜູ້​ວ່າງ​ງານ​ໃນ​ໄວ​ຫນຸ່ມ​​ເພີ່ມ​ຂຶ້ນ ແລະ ເຂົາ​ເຈົ້າ​ຖື​ວ່າ ​​ອົບ​ພະ​ຍົມ​ເຖິງ ເອີ​ລົບ ແມ່ນ​ຄວາມ​ຫວັງ​ໃຫຍ່​ສຸດ​ເພື່ອ​ມີ​ຊີ​ວິດ​ດີກວ່າ.

        ຢູ່​ນະ​ຄອນ​ຫລວງ Kabul, ມີ​ພົນ​ລະ​ເມືອງ​ປະ​ມານ 80% ຢູ່ ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຊົ່ວ​ຄາວ ຍາມ​ໃດ​ກໍ​ຕົກ​ໃນ​ສະ​ພາບ​ຂາດ​ນ້ຳ​ສະ​ອາດ, ຄວາມອະ​ນາ​ໄມບໍ່​ດີ. ມີ​ຊາວ ອາບ​ກາ​ນິດ​ສະ​ຖານ ປະ​ມານ 9 ລ້ານ​ຄົນ ໃນ​ຍອດ​ຈຳ​ນວນ​ພົນ​ລະ​ເມືອງ 29 ລ້ານ​ຄົນ ດຳ​ລົງ​ຊີ​ວິດ​ໃນ​ລະ​ດັບ​ຕ່ຳ​ກວ່າ​ມາດ​ຖານ​ສຳ​ລັບ​ຜູ້​ທຸກ​ຍາກ ດ້ວຍ​ລາຍ​ຮັບ 1 USD/ວັນ. ເກືອບ 2/3 ຈຳ​ນວນຜູ້​ໃຫຍ່ ຢູ່ ອາບ​ກາ​ນິດ​ສະ​ຖານ ກືກ​ຫນັງ​ສື ໝາຍ​ຄ​ວາມ​ວ່າ ແມ່ນ​ລະ​ດັບ​ສູງກວ່າ​ປະ​ມານ 15% ເມື່ອ​ທຽບ​ໃສ​່​ລະ​ດັບ​ສະ​ເລ່ຍ​ຂອງ​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ. ນອກນັ້ນ ຕາມ​ບົດ​ລາຍ​ງານ​ຂອງ ສ​ປ​ຊ, ​ປີ 2014 ເນື້ອ​ທີ່​ປູກ​ ​ຢາ​ຝີ່ນຢູ່​ອາບ​ກາ​ນິດ​ສະ​ຖານ​ຍັງ​ບໍ່​ທັນ​ເພີ່ມ​ຂຶ້ນ ບັນ​ດາ​ການ​ເຄື່ອນ​ໄຫວ​ຄ​້າ​ຂາຍ​ຢາ​ຝີ່ນ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້ ຕາ​ລີ​ບານ ແລະ ຫລາຍ​ກຸ່ມ​ລຸກ​ຮຶ້​ຂຶ້​ນ​ອື່ນ​ເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ໃຫ້​ສະ​ພາບ​ການ​ສ​ໍ້​ລາດ​ບັງ​ຫລວງ ແລະ ອາດ​ຊະ​ຍາ​ກຳ​ເພີ່ມ​ຂຶ້ນ.

        14 ປີ ພາຍ​ຫລັງ​ປຸກ​ລະ​ດົມ​ການ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍ, ອາບ​ກາ​ນິດ​ສະ​ຖານ ຍັງ​ຄົງ​ສືບ​ຕໍ່​ປະ​ເຊີນ​ຫນ້າ​ກັບ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອ​ງ​ຕະ​ຫລອດ​ຮອດ​ເສດ​ຖະ​ກິດ, ສັງ​ຄົມ. ສັນ​ຍານ​ກ່ຽວ​ກັບ​ພື້ນ​ຖານ​ສັນ​ຕິ​ພາບ ແລະ ຊີ​ວິດ​ດີກວ່າ​ຂອງ​ປະ​ຊາ​ຊົນ ຍັງແມ່ນ​ບັນ​ຫາ​ ​ຍາກ​ທີ່​ຈະປະ​ກົດ​ຜົນ​ເປັນ​ຈິງ​ໃນ​ໄລ​ຍະ​ສັ້ນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ