ອາບການິສະຖານໂຈະການເຊັນສັນຍາປ້ອງກັນຄວາມສະຫງົບ2ຝ່າຍກັບອາເມລິກາ


(vovworld) - ທ້າຍອາທິດ​ຜ່ານ​ມາ, ອີກ​ເທື່ອ​ໜຶ່ງ​, ທ່ານ​ປະທານາທິບໍດີ ອາບ​ກາ​ນິດ​ສະຖານ Hamid Karzai ​ໄດ້​ຖະ​ແຫຼ​ງວ່າ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ເທດ ອາຊີ ​ໃຕ້​ນີ້ ອາດ​ສາມາດ​ຮັບປະກັນ​ຄວາມ​ສະຫງົບ ​​ເຊິ່ງບໍ່​ຕ້ອງ​ໄດ້​ຮັບການ​ຊ່ວຍ​ເຫຼືອ​ຂອງ​ກຳລັງ​ສາກົນ. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ລົບ​ລ້າງ​ຄວາມ​ຫວັງ​ຂອງວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ກ່ຽວ​ກັບ​​ເລື່ອງ ປະທານາທິບໍດີ ຜູ້​ໃກ້​ຈະ​ສິ້ນ​ສຸດ​ອາຍຸ​ການ ອາບ​ກາ​ນິດ​ສະຖານ ຈະ​ເຊັນ​ສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ 2 ຝ່າຍ​ກັບ ອາ​ເມ​ລິ​ກາ. ​ວົງ​ການ​ຜູ້​ສັງ​​ເກດ​ການ​ຖື​ວ່າ: ​ເລື່ອງ​ໂຈະ​ການ​ເຊັນ​ສັນຍາປ້ອງ​ກັນ​ຄວາມ​ສະຫງົບ​ 2 ຝ່າຍ​ (BSA) ຂອງ​ປະທານາທິບໍດີ ອາບ​ກາ​ນິດ​ສະຖານ ​ໄດ້​ເຮັດ​ໃຫ້ ອາກາ​ນິດ​ສະຖານ ປະສົບ​ກັບການ​ທ້າ​ທາຍ​ໃໝ່​ຫຼາຍ​ຢ່າງ​ໃນ​ໄລຍະ​ຈະ​ມາ​ເຖິງ..

ອາບການິສະຖານໂຈະການເຊັນສັນຍາປ້ອງກັນຄວາມສະຫງົບ2ຝ່າຍກັບອາເມລິກາ - ảnh 1

ປະທານາທິບໍດີ Hamid Karzai

(ພາບ: ອິນເຕີແນດ)

​ໃນ​ບົດ​ກ່າວ​ປາ​ໄສ​ສຸດ​ທ້າຍ​ຕໍ່ໜ້າ​ສະພາ​ແຫ່ງ​ຊາດ​​ເມື່ອ​ວັນ​ທີ 15/3, ທ່ານ​ປະທານາທິບໍດີ Karzai ຊີ້​ແຈ້ງວ່າ: ບັນດາພົນທະຫານ ອາ​ເມ​ລິ​ກາ ອາດ​ສາມາດເດີນທາງ​ອອກ​ຈາກ​ປະ​ເທດ​ນີ້​ໃນ​ທ້າຍ​ປີ​ນີ້​ ຍ້ອນ​ ປະຈຸ​ບັນທະຫານ​ຂອງ​ທ່ານສາມາດ​ປົກ​ປັກຮັກສາ​ຜືນ​ແຜ່ນດິນຂອງຕົນ​ໄດ້ 93%, ​ແລະພ້ອມ​​ແລ້ວ​ທີ່​ຈະຮັບໜ້າ​ທີ່ປ້ອງ​ກັນຄວາມ​ສະຫງົບ​ຢ່າງ​ສົມບູນ. ທ່ານ​ຢືນຢັນ​ຫຼັກ​ໝັ້ນ​ຂອງ​ຕົນ​ຄືນ​ໃໝ່​ວ່າ ຈະ​ບໍ່​ເຊັນສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ 2 ຝ່າຍ (BSA) ກັບ ອາ​ເມ​ລິ​ກາ ​ເຊິ່ງຕາມ​ນັ້ນ ​ຈະ​ອະນຸຍາດ​ໃຫ້​ທະຫານ​ ອາ​ເມ​ລິ​ກາ ຈຳ​ນວນ​ໜຶ່ງ ຢູ່ ອາບ​ກາ​ນິດ​ສະຖານ ພາຍຫຼັງ​ການ​ຖອກ​ທະຫານ​ຄັ້ງ​ສຸດ​ທ້າຍ, ​ເວັ້ນ​ເສຍ​ແຕ່​ສັນຕິພາບ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທັນທີ. ການ​ນຳ​ຜູ້​ນີ້​ຢັ້ງຢືນ​ວ່າ: ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ອາບ​ກາ​ນິ​ສະຖານ ມີ​ຄວາມສາມາດ​ຢ່າງ​ພຽ​ງພໍ ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຫາກ​ບໍ່​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​​ເຫຼືອ​ຈາກ​ກຳລັງ​ສາກົນອີກ.

ກ່ອນ​ໜ້າ​ນັ້ນ, ກາ​ບູນ ​ແລະ ວໍ​ຊິງ​ຕັນ ​ໄດ້​ເສຍ​ເວລາ​ຫຼາຍ​ເດືອນ ​ເພື່ອ​ເຈລະຈາ​ກ່ຽວ​ກັບ BSA, ດ້ວຍ​ຈຸດໝາຍ​ອະນຸຍາດ​​ໃຫ້​ຮັກສາ​ພົນທະຫານ​ອາ​ເມ​ລິ​ກາ ​ປະມານ 10.000 – 12.000 ຄົນ​ຢູ່​ອາບ​ກາ​ນິສະຖານ​ ເຖິງຫຼັງ​ປີ 2014. ​ໃນ​ສັນຍາ​ສະບັບ​ນີ້, ທຳນຽບ 5 ​ແຈຍັງ​ປາຖະໜາ​ວ່າ, ພາຍຫຼັງ​ປີ 2014, ທະຫານ​ອາ​ເມ​ລິ​ກາ ຍັງ​ຄົງ​ຮັກສາ​ສິດ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຖານ​ທີ່​ໝັ້ນ​ກອງທັບ​ອາກາດ Bagram ຢູ່​ທິດ​ເໜືອ ກາ​ບູນ ​ແລະ ມີ​ສິດ​ຮ່ວມ​ນຳ​ໃຊ້​ຖານ​ທີ່​ໝັ້ນ​ອື່ນ 8 ​ແຫ່ງ​ໃນ​ທົ່ວ​ປະ​ເທດ ອາບ​ກາ​ນິສະຖານ.

        ຮັບປະກັນ​ສິດຜົນປະ​ໂຫຍ​ດ​ແຫ່ງ​ຊາດ

        ປະທານາທິບໍດີ Hamid Karzai ​ໃຫ້​ຮູ້​ວ່າ, ທ່ານ​ໄດ້​ປະຕິ​ເສດ​ລົງ​ນາມ​ໃນ BSA ​ກັບ​ອາ​ເມ​ລິ​ກາ, ​ເພາະວ່າ BSA ​ໄດ້​ສະຫງວນ​ສິດ​ພິ​ເສດ​ຈຳນວນ​ໜຶ່ງ​ໃຫ້​ທະຫານ​ອາ​ເມ​ລິ​ກາ ຄື​ສິດ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ບັນດາ​ເປົ້າ​ໝາຍ​ກໍ່​ການ​ຮ້າຍ ​ແລະ ກວດ​ຄົ້ນບັນດາ​ໂບດ, ​ເຮືອນ​ຊານ​ຂອງ​ປະຊາຊົນ​ຢ່າງ​ເສລີ. ນອກ​ນັ້ນ, ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ທ່ານ Karzai ບໍ່​ລົງ​ນາມ​ໃນ​ເອກະສານ​ດັ່ງກ່າວ​ຍ້ອນ​ ເສຍ​ຫວັງຕໍ່ການ​ພົວພັນ​ກັບ​ອາ​ເມ​ລິ​ກາ​ໃນ 2 ອາຍຸ​ການ​ຜ່ານ​ມາ. ປະທານາທິບໍດີ Hamid Karzai ​ໄດ້​ຕຳ​ໜິຕິຕຽນ​ອາ​ເມ​ລິ​ກາ ​ແລະ NATO, ​ເມື່ອ​ຖື​ວ່າ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ ​ແລະ  NATO ​ໄດ້​ເຮັດ​ໃຫ້​ອາບ​ກາ​ນິສະຖານ ຕົກ​ຢູ່​ໃນ​ສະພາບຂາດ​ສະຖຽນ​ລະ​ພາບ ​ແລະ ບໍ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ປະ​ເທດ​ນີ້. ​ໂດຍ​ແມ່ນ​ຖານ​ທີ່​ໝັ້ນ​ເພື່ອ​ໃຫ້​ອາ​ເມ​ລິ​ກາ ​ແລະ ພັນທະ​ມິດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​ກໍ່​ການ​ຮ້າຍ​ໃນ​ທົ່ວ​ພາກ​ພື້ນ​ອາຊີ​ກາງ ​ແລະ ​ໃຕ້, ດັ່ງ​ນັ້ນ​ໄລຍະ​ຜ່ານ​ມາ, ອາບ​ກາ​ນິສະຖານ ​ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ການ​ບຸກ​ໂຈມ​ຕີ​ໂຕ້​ຕອບ​ຂອງ​ບັນດາ​ກຳລັງ ຕາ​ລີ​ບານ ​ແລະ ອານ​ເກ​ດາ. ປະ​ເທດ​ນີ້ ​ໄດ້​ຮຽກຮ້ອງ​ອາ​ເມ​ລິ​ກາ ປົກ​ປ້ອງ​ປະຊາຊົນຕໍ່ໜ້າ​ການ​ບຸກ​ໂຈມ​ຕີ​ຂອງ​ຕາ​ລີ​ບານ ​ແຕ່ພັດ​ຖືກ​ອາ​ເມ​ລິ​ກາ​ປະຕິ​ເສດ.

        ຄວາມ​ກົດ​ດັນທາງ​ດ້ານ​ເສດຖະກິດ ​ແລະ ຄວາມ​ປອດ​ໄພ

        ພາຍຫຼັງ​ສົງຄາມ​​​ເປັນ​ເວລາ 12 ປີ, ​ເຖິງ​ວ່າ ປະທານາທິບໍດີ Hamid Karzai ​ຢືນຢັນ​ວ່າ. ປະຈຸ​ບັນ, ກອງທັບ​ຂອງ​ທ່ານ​ພວມປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ 93% ​ແລ້ວ​ກໍ່ຕາມ, ​ແຕ່ສິ່ງ​ດັ່ງກ່າວ​ບໍ່​​ໝາຍຄວາມວ່າ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້​ໄດ້​ຮັບ​ການ​ປັບປຸງ. ຫາງ​ສຽງ​ຍັງ​ຄົງ​ສົງ​ໃສ​ຕໍ່​ຄວາມ​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອາບ​ກາ​ນິສະຖານ, ​ເຖິງ​ວ່າ​ອາ​ເມ​ລິ​ກາ ຕ້ອງ​ເສຍ​ເວລາ​ຫຼາຍ​ປີ​ເພື່ອ​ບຳລຸງ​ສ້າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້. ຍ້ອນ​ເຫດ​ນັ້ນ, ນັບ​ແຕ່​ທ້າຍ​ປີ 2013, ປະທານາທິບໍດີ Hamid Karzai ​ໄດ້​ໄປ​ຢ້ຽມຢາມ​ອິນ​ເດຍ ດ້ວຍ​ຄວາມ​ປາຖະໜາ​ຢາກ​ໄດ້​ຮັບການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະຫານ​ຈາກ​ອຳນາດ​ການ​ປົກຄອງນິວ​ເດ​ລີ. ທ່ານ Karzai ກໍ່​ເຫັນ​ດີ​ລົງ​ນາມ​ໃນ​ສົນທິສັນຍາ​ຮ່ວມ​ມື ​ແລະ ການ​ພົວພັນ​ມິດຕະພາບ​ ໄລຍະ​ຍາວ​ກັບ​ອີ​ຣານ ​ໃນ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື​ຄື: ການ​ເມືອງ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ ​ແລະ ຮັກສາ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ນອກຈາກ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ການ​ເມືອງ​ແລ້ວ, ຂໍ້​ຕົກລົງ​ປະຕິ​ເສດ​ເຊັນ BSA ຂອງ​ທ່ານ​ປະທານາທິບໍດີ Karzai ກໍ່​ສົ່ງຜົນ​ສະທ້ອນ​ບໍ່​ໜ້ອຍ ​ເຖິງ​ການ​ຊ່ວຍເຫຼືອ​ຫຼ້າ​ທີ່​ອາ​ເມ​ລິ​ກາ ສະ​ຫງວນ​ໃຫ້​ແກ່ ອາບ​ກາ​ນິດ​ສະຖານ. ນັກ​ສ້າງ​ກົດໝາຍ Haji Mirdad Khan Nijrabi ​ເຄີຍ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ​ໄດ້ສະ​ເໜີ​ອຸປະຖຳ​ໃຫ້​ແກ່ ອາບ​ກາ​ນິດ​ສະຖານ ຈຳນວນ​ເງິນ 4,1 ຕື້ USD ​​ເພື່ອ​ສ້າງ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ 4 ຕື້ USD ໃຫ້​ບັນດາ​ຮາກ​ຖານ​ພົນລະ​ເຮືອນ. ດັ່ງ​ນັ້ນ, ​ເມື່ອ ອາບ​ກາ​ນິດ​ສະຖານ ປະຕິ​ເສດ​​ເຊັນ BSA ນັ້ນ​ໝາຍ​ຄວາມ​ວ່າ ອາດ​ຈະ​ບໍ່​ໄດ້​ຮັບ​ອຸປະຖຳ. ສິ່ງ​ດັ່ງກ່າວ​​ໄດ້ກໍ່​ຄວາມ​ຫຍຸ້ງຍາກຢ່າງ​ໃຫຍ່​ຫຼວງ​ໃນ​ສະພາບ​ເສດຖະກິດຂອງ ອາບ​ກາ​ນິດ​ສະຖານ​ບໍ່​ມີ​ຄວາມ​ປະ​ເອີ​ບ​ໃຈ​​. ຍິ່ງ​ກ່ວາ​ນັ້ນ, ​ເລື່ອງ​ໂຈະ​ກາ​ນ​ເຊັນ​ສັນຍາ​ຍັງ​ສົ່ງ​ຜົນ​ສະທ້ອນ​ເຖິງຈິດຕະຂອງ​ບັນດາ​ນັກ​ລົງທຶນ ​ເມື່ອ​ເຂົາ​ເຈົ້າ​​ວິຕົກ​ວັງ​ວົນວ່າສະພາບ​ຄວາມ​ສະຫງົບ​ຢູ່ ອາບ​ກາ​ນິດ​ສະຖານ ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ເຂົາ​ເຈົ້າ ຖ້າ​ຫາກ​ບໍ່​ມີ​ການ​ໜູນ​ຊ່ວຍ​ຂອງ​ກຳລັງ​ສາກົນ.

ບໍ່​ເຊັນ BSA ກັບ ອາ​ເມ​ລິ​ກາ ​ໝາຍຄວາມວ່າ ​ປະທານາທິບໍດີ Hamid Kazai ຈະ​ມອບ​ໜ້າ​ທີ່​ຮັບຜິດຊອບ​​ໃຫ້​ຜູ້​ສືບ​ຕຳ​ແໜ່​ງພາຍຫຼັງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ວັນ​ທີ 5/4. ວົງ​ການ​ຜູ້​ສັງ​ເກດ​ການ​ສາກົນ​ກໍ່​ຖື​ວ່າ: ອາ​ເມ​ລິ​ກາ ບໍ່​ພຽງ​ແຕ່​ຢາກ​ຮັກສາ​ຈຳນວນ​ທະຫານ​ຢູ່ ອາບ​ກາ​ນິ​ດສະຖານ ​ເທົ່າ​ນັ້ນ, ຫາກ​ຍັງ ຢາກ​​ໃຫ້​ທະຫານອາ​ເມ​ລິ​ກາ​ມີໜ້າ ​ແລະ ມີຜົນ​ສະທ້ອນ​ຢູ່​ພາ​ກພື້ນ​ຍຸດ​ທະ​ສາດ ອາຊີ ​ໃຕ້ທີ່ສຳຄັນ​ນີ້​ອີກ​ດ້ວຍ./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ