ອາລຸນໃໝ່ແຫ່ງສັນຕິພາບຢູ່ຊີຣີເລ່ີມປະກົດ


(vovworld) - ຮອບ​ເຈລະຈາ​ໂດຍ​ສາກົນ​ເປັນ​ຄົນ​ກາງ​ໄກ່​ເກ່ຍລະຫວ່າງ ຊີຣີ ​ແລະ ຝ່າຍ​ຄ້ານ​ຄາດ​ຄະ​ເນ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 25/1, ຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ, ​ແຕ່​ພັດ​ຖືກ​ໂຈະ​ໄວ້​ເຖິງ​ວັນ​ທີ 29/1 ຍ້ອນ​ວ່າ​ຝ່າຍ​ຕ່າງໆ​ບໍ່​ທັນ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ບາງ​ບັນຫາ. ​ເຖິງ​ຢ່າ​ງ​ໃດ​ກໍ່ຕາມ,ກ່ອນ​ການ​ເຈລະຈາ, ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບັນດາຝ່າຍ​ທີ່​ກ່ຽວຂ້ອງ​ເກືອບ​ຄື​ວ່າ​ໄດ້​ຫຼຸດ​ລົງ​ສ່ວນ​ໃດ​ສ່ວນ​ໜຶ່ງ ​ແລະ ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ຫວັງ​ວ່າ​ເສິກ​ກາງ​ເມືອງ​ທີ່​ແກ່ຍາວ​ມາ​ເປັນ​ເວລາ​ເກືອບ 5 ປີຜ່ານມາ​ຢູ່ ຊີຣີຈະ​ຖືກ​ຢຸດ​ຕິລົງ.

ກ່ອນທີ່​ຈັດຕັ້ງ​ການ​ເຈລະຈາ​ສັນຕິພາບ, ທະຫານ​ລັດຖະບານ​ ຊີຣີຍາດ​ທ່າ​ໄດ້​ປຽບ​ຢ່າງ​ຫຼວງ​ຫຼາຍ ໃນ​ສະພາບ​ທີ່​ການ​ເຈລະຈາ​ຊອກ​ຫາ​ສັນຕິພາບ​ໃຫ້​ແກ່ ຊີຣີ ​ໂດຍ​ສະຫະ​ປະຊາ​ຊາດ​ອຸປະຖຳ ​ໃກ້​ຈະ​ດຳ​ເນີນ​ຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ​ນັ້ນ, ກອງທັບ​ລັດຖະບານ ຊີຣີ ພ້ອມ​ກັບ​ທະຫານ​ລາດ​ທ້ອງ​ຖີ່​ນ ຍາດ​ໄດ້​ສິດ​ຄວບ​ຄຸມ​ເທດສະບານ ຣາບີ​ອາ  ພາຍຫຼັງ​ການ​ສູ້​ຮົບ​ຢ່າງ​ດຸ​ເດືອດ​ກັບ​ພວກ​ລຸກ​ຮື້ຂຶ້ນ. ນີ້​ແມ່ນ​ໄຊຊະນະ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ກຳລັງ​ສະໜັບສະໜູນ​ປະທານາທິບໍດີ Basharal – Assad ​ໃນ​ເວລາ​ບໍ່​ທັນ​ຮອດ 2 ສັບປະດາ, ພາຍຫຼັງ​ຢຶດຄອງ​ເທດສະບານ ຊານ​ມາ ຈາກ​ກຳລັງ​ທະຫານ​ແຕກ​ທັບ​ເມື່ອ​ວັນ​ທີ 12/1. ຕາມ​ວົງ​ການ​ນັກ​​ໄຈ້​ແຍກ ຣາບີ​ອາ ທີ່​ນອນ​ຢູ່​ທາງ 4 ​ແຍກ​ສອງ​ສາຍ ​ທາງ​ຂົນ​ສົ່ງ​ຕົ້ນ​ຕໍ​ໃນ​ພາກ​ພື້ນ​ແລ້ວ, ດ້ວຍ​ການ​ຄວບ​ຄຸມ​ເສັ້ນທາງ​ນີ້, ກອງທັບ ຊີ​ຣີ ສາມາດ​ສະ​ກັດກັ້ນ​ຂະ​ບວນການ​ລຸກຣື້ຂຶ້ນ ມຸ່ງ​​ໄປ​ສູ່​ທາງ​ທິດ​ໃຕ້, ຈາກ​ນັ້ນ​ ກອງທັບ​ຈະ​ນຳ​ໃຊ້ ຣາບີ​ອາ​ ຄື​ດັ່ງ​“ແປ້ນ​ຢັນ“ ​ເພື່ອ​ດຳ​ເນີນ​ບັ້ນ​ຮົບ​ທາງ​ໜ້າດິນ, ທີ່​ບຸກ​ໂຈມ​ຕີ​ໃສ່​ເທດສະບານ​ພວມ​ຖືກ​ທະຫານ​ລຸກ​ຮື້ຂຶ້ນ​ຢຶດຄອງ​ຈາກ​ທິດຕາ​ເວັນ​ອອກ​ແຂວງ Idlib.

ອາລຸນໃໝ່ແຫ່ງສັນຕິພາບຢູ່ຊີຣີເລ່ີມປະກົດ - ảnh 1
ການເຈລະຈາກ່ຽວກັບສັນຕິພາບຢູ່ ຊີຣີ ຖືກຈັດຕັ້ງຢູ່ເຊີແນວ, ປະເທດສະວິດ (ພາບ: Reuters)

​ໃນ​ຂະນະ​ນັ້ນ, ບົດ​ລາຍງານ​ຂອງ​ວິທະຍຸສັງ​ເກດ​ສິດທິ​ມະນຸດ ຊີຣີ ທີ່​ມີ​ສຳນັກງານ​ຢູ່ ອັງກິດ​ໃຫ້​ຮູ້​ວ່າ, ​ໄຊຊະນະ​ນີ້​ຂອງ​ທະຫານ​ລັດຖະບານ ຊີຣີ ​ແມ່ນ​ມີ​ການ​ໜູນ​ຊ່ວຍ​ຈາກ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຍົນ​ລັດ​ເຊ​ຍ. ນັບ​ແຕ່​ວັນ​ທີ 30/9/2015, ລັດ​ເຊຍ​ເລີ່​ມດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ບັນດາ​ຖານ​ທີ່​ໝັ້ນ​ຂອງ​ກຳລັງ​ກໍ່​ການ​ຮ້າຍ​ຢູ່ ຊີຣີ ຕາມ​ຄວາມ​ຮຽກຮ້ອງ​ຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ ຊີຣີ Bashar Al-Assad. ຕາມ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ, ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ຍົນ​ຂອງ​ລັດ​ເຊຍ​ໄດ້​ປະຕິບັດ​ເຖິງ 5.600 ຖ້ຽວ​ບິນ​ ເພື່ອ​ຖີ້ມລະ​ເບີດ ​ແລະ ຍິງ​ລູກ​ສອນ​ໄຟ​ເກືອບ 100 ລູກ ຈາກ​ກຳ່​ປັ່ນ​ສູ້​ຮົບ​ໃສ່​ບັນດາ​ເປົ້າ​ໝາຍ​ກໍ່ການ​ຮ້າຍ​ຢູ່ ຊີຣີ. ການ​ເຂົ້າ​ຮ່ວມ​ຂອງ​ລັດ​ເຊຍ ​ໄດ້​ເຮັດ​ໃຫ້​ທ່າ​ຮົບ​ປີ້ນ​ຂວ້ຳ, ຊ່ວຍ​ໃຫ້​ກອງທັບ ຊີຣີ ຍາດ​ໄດ້​ທ່າ​ໄດ້​ປຽບ​ພໍ​ສົມຄວນ​ໃນ​ພູມີ​ປະ​ເທດ​ຕົວ​ຈິງ, ​ໃນ​ນັ້ນ​ມີ ລາ​ຕາ​ເກ​ຍ, ຜ່ານ​ນັ້ນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະທານາທິບໍດີ Assad ຂຶ້ນ.

ຄວາມ​ບໍ່​ລົງ​ລອຍ​ກັນ​ຍັງ​ຄົງ​ຕົວ​ຢູ່

ຕາມ​ແຜນການ​ແລ້ວ, ການ​ເຈລະຈາ​ສັນຕິພາບ ຊີຣີ ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 25/1, ​ແຕ່​ພັດ​ຖືກ​ໂຈະ​ໄວ້ ຍ້ອນ​ຝ່າຍ​ຕ່າງໆ​ຍັງ​ບໍ່​ທັນ​ເຫັນ​ດີ​​ເປັນ​ເອກະ​ພາບ ​ຕໍ່​ເລື່ອງ​ຜູ້​ໃດ​ຈະ​ເປັນ​ຕົວ​ແທນ​ໃຫ້​ບັນດາ​ຄະນະ​ຜູ້​ແທນ​ຝ່າຍ​ຄ້ານ. ຕາມ​ທັດສະນະ​ຂອງ​ເຢຍລະ​ມັນ, ການ​ເຈລະຈາ​ລວມມີ​ທະຫານ​ແຕກ​ທັບ ອິດສະ​ລາມ ​ເຂົ້າ​ຮ່ວມ, ​ແຕ່​ວ່າ​ພາກສ່ວນ​ນີ້​ບໍ່​ແມ່ນ “ພວກ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ“​ເທື່ອ. ​ໃນ​ຂະນະ​ນັ້ນ, ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ​ຂອງ​ພັນທະ​ມິດ​ໂດຍ ຊາ​ອຸ​ດີ ອາຣາ​ເບຍ​ ນຳ​ໜ້າ, ​ໃຫ້​ຮູ້​ວ່າ ​ໄດ້​ສົ່ງ​ບັນຊີ​ລາຍ​ຊື່​ຜູ້​ແທນ 3 ຄົນ​ເຂົ້າ​ຮ່ວມ​ການ​ເຈລະຈາ. ​ແຕ່​ບັນຊີ​ລາຍ​ຊື່​ນີ້​ພັດ​ຖືກ​ຕຳ​ໜິຕິຕຽນ​ຢ່າງ​ແຮງ​, ​ເພາະ​ໄດ້​ຈັດ​ໃຫ້ Mohamed Alloush, ຜູ້ນຳ​ຂອງ​ກຸ່ມ​ລຸກ​ຮື້ຂຶ້ນ ກອງທັບ​ອິດສະ​ລາມ​ເປັນ​ຫົວໜ້າ​ຄະນະ. ລັດຖະບານ ຊີຣີ ​ເຄີຍ​ຖື​ວ່າ, ກອງທັບ​ອິດສະ​ລາມ ​ແລະ ກຸ່ມ​ປະກອບ​ອາວຸດ​ອື່ນ​ອີກ​ຈຳນວນ​ໜຶ່ງ​ ແມ່ນ “ກຳລັງ​ກໍ່​ການ​ຮ້າຍ“, ​ເຊິ່ງ​ແມ່ນ​ກຳລັງ​ທີ່​ເຂົາ​ເຈົ້າ​ບໍ່​ເຈລະຈາ​ຢ່າງ​ເດັດຂາດ. ຄຽງ​ຄູ່​ກັນ​ນັ້ນ, ລັດຖະບານ​ ຊີຣີ ຍັງ​ຮຽກຮ້ອງ​ເປີດ​ກວ້າງ​ພາກສ່ວນ​ຕົວ​ແທນ​ຂອງ​ຝ່າຍ​ຄ້ານ​ ໃຫ້​ບັນດາ​ກຸ່ມ​ປະກອບ​ອາວຸດ​ຊາວ ​ເກີດ. ຝ່າຍ​ລັດ​ເຊຍ​ກໍ່​ອອກສຽງ​ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ ຊາ​ອຸ​ດີ ອາຣາ​ເບຍ ​ແລະ ຮຽກຮ້ອງ​ການ​ເຈລະຈາ​ ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ອະດີດ ຮອງ​ນາຍົກລັດຖະມົນຕີ ຊີຣີ Qadri Jamil ກໍ່​ຄື​ການ​ນຳ​ກຳລັງ​ຊາວ ​ເກີດ​ຢູ່ ຊີຣີ.

ຄວາມ​ຫວັງ​ໄດ້​ປະກົດ​ຂຶ້ນ

ມາ​ຮອດ​ປະຈຸ​ບັນ, ຄວາມ​ປະ​ນິປະນອມ​ເກື​ອບຄື​ວ່າ​ບັນລຸ​ໄດ້, ຕາມ​ນັ້ນ​ແລ້ວ, ຄະນະ​ຜູ້​ແທນ​ສອງ​ຝ່າຍ​ທີ່ຄັດຄ້ານ​ກັນ ສາມາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ​ຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ​ໄດ້, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຢືນຢັນ​ວ່າ, ມາ​ຮອດ​ປະຈຸ​ບັນ, ​ບັນດາ​ຝ່າຍ​ໄດ້​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ​ຕໍ່​ເລື່ອງ​ພາຍຫຼັງ​ສຳ​ເລັດ​ການ​ເຈລະຈາສັນຕິພາບ​ຢູ່ ຊີຣີ​ຮອບ​ທຳ​ອິດ, ກຸ່ມ​ໜູນ​ຊ່ວຍ​ສາກົນ ຊີຣີ​ໄດ້ຮັບ​ການ​ຮຽກ​ໂຮມ ​ເພາະວ່າ​ບໍ່​ມີ​ໃຜ​ຢາກ​ໃຫ້​ວິວັດ​ທະນາການ​ນີ້​ຖືກ​ຕັດ​ຕອນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Kerry ກໍ່​ຍອມຮັບ​ວ່າ​ບັນດາ​ການ​ທ້າ​ທາຍ​ຍັງ​ຢູ່​ທາງ​ໜ້າ​ຢູ່. ​ເລື່ອງ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ ຊີຣີ ບໍ່​ແມ່ນ​ງ່າຍດາຍ ​ແລະ ຕ້ອງການ​ມີ​ເວລາ​ຫຼາຍ.

ຍັງ​ມີ​ບັນຫາ​ອື່ນ​ອີກ​ຖືກ​ຖື​ວ່າ​ມີ​ຜົນ​ສະທ້ອນ​ບໍ່​ໜ້ອຍ ​ເຖິງ​ວິວັດທະນາ​ການ​ສັນຕິພາບ​ຢູ່ ຊີຣີ, ນັ້ນ​ແມ່ນ​ອານາ​ຄົດ​ຂອງ​ປະທານາທິບໍດີ Assad. ນີ້​ບໍ່​ແມ່ນ​ບັນຫາ​ໃໝ່ ​​ແຕ່​ສືບ​ຕໍ່​ແມ່ນ​ບັນຫາ​ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ ​ລະຫວ່າງ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. ​ໃນ​ຂະນະ​ທີ່​ກາ​ນຜັນ​ແປ​ຢູ່​ສະໜາມຮົບເປັນການ​ຢືນຢັນ​ຢ່າງ​ແຮງ​​ເຖິງ​ຫຼັກ​ໝັ້ນ​ຂອງ ມົດ​ສະ​ກູ ກ່ຽວ​ກັບ​ອະນາຄົດ​ດ້ານ​ການ​ເມືອງ​ຂອງ​ທ່ານ Assad ນັ້ນ, ອາ​ເມ​ລິ​ກາ​ຍັງ​ຄົງ​ສືບ​ຕໍ່​ຮັກສາ​ທັດສະນະ​ວ່າ​ສົງຄາມ​ຢູ່ ຊີຣີ ບໍ່​ສາມາດ​ສິ້ນ​ສຸດ​ໄດ້, ຍ້ອນ​ວ່າ​ທ່ານ Assad ບໍ່​ຕ່າງ​ຫຍັງ​ກັບແມ່​ເຫຼັກ​ທີ່​ດຶງ​ດູດ​ການ​ກໍ່​ການ​ຮ້າຍ, ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ບັນດາ​ທະຫານ​​ຕໍ່ສູ້​ເພື່ອ​ສາສະໜາ ຈະ​ສືບ​ຕໍ່ສູ້​ຮົບ​ຖ້າ​ຫາກ​ວ່າ​ທ່ານ Assad ຍັງ​ຄົງ​ຮັກສາ​ຕຳ​ແໜ່​ງ​ໄວ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຊອກ​ຫາ​ຄວາມ​ປະ​ນິປະນອມ, ອາ​ເມ​ລິ​ກາ​ບໍ່​ຍົກ​ອອກ​ຄຳ​ຮຽກຮ້ອງ​ບັງຄັບ​ໃຫ້​ລຶບ​ຊື່ທ່ານ Assad ຄື​ດັ່ງ​ເງື່ອນ​ໄຂ​ລ່ວງ​ໜ້າ​ຂອງ​ວິວັດ​ການ​ຫັນປ່ຽນ​ດ້ານ​ການ​ເມືອງ​ຢູ່ ຊີຣີອີກ.

ການ​ຜັນ​ແປ​ເຫຼົ່າ​ນັ້ນ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄວາມ​ຫວັງ​ທີ່​ດີ, ພ້ອມ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ປະຊາ​ຄົມ​ໂລກ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຊີຣີ, ຊາວ ຊີຣີ ພວມ​ລໍຖ້າ “​ແສງ​ອະລຸນ​ຂອງ​ສັນຕິພາບ“ ຢູ່​ໃນ​ປະ​ເທດ​ທີ່​ຖືກ​ຖື​ວ່າ​ “ຖືກ​ຈົມ​ໃນ​​ເງົາ​ມືດ​ຂອງ​ສົງຄາມ ​ໃນ​ຕະຫຼອດ 5 ປີ​ທີ່​ຜ່ານ​ມາ.“

       

ຕອບກັບ

ຂ່າວ/ບົດ​ອື່ນ