ອາ​ເມ​ລິ​ກາ - ຈີນ ມານ​ະ​ພະ​ຍາ​ຍາມ​​ປັບ​ປຸງ​ການ​ພົວ​ພັນດ້ານ​ການ​ຄ້າສອງ​ຝ່າຍ

(VOVWORLD) - ທ່ານນາງລັດຖະມົນຕີກະຊວງການຄ້າ ອາເມລິກາ Gina Raimondo ພວມມີການຢ້ຽມຢາມ ຈີນ ໃນເວລາ 4 ວັນ (ແຕ່ວັນທີ 27  30 ສິງຫາ). ການຢ້ຽມຢາມໄດ້ຮັບຖືວ່າຈະແກ້ໄຂຈຸດອຸດຕັນໃນຄວາມເຄັ່ງຕຶງດ້ານການຄ້າ, ຊຸກຍູ້ການເຈລະຈາ ເພື່ອແນໃສ່ນຳການພົວພັນດ້ານການຄ້າສອງຝ່າຍກັບຄືນສູ່ສະພາບເປັນປົກກະຕິ.

ທ່ານນາງ Gina Raimondo ແມ່ນເຈົ້າໜ້າທີ່ອາວຸໂສທີ 4 ຂອງ ອາເມລິກາ ທີ່ໄປຢ້ຽມຢາມ ຈີນ ໃນ 3 ເດືອນມານີ້, ພາຍຫຼັງທູດພິເສດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງທ່ານປະທານາທິບໍດີ Joe Biden, ທ່ານ John Kerry, ທ່ານນາງລັດຖະມົນຕີການເງິນ Janet Yellen ແລະ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken. ການຢ້ຽມຢາມໄດ້ດຳເນີນໃນສະພາບການທີ່ ໃນເດືອນສິງຫານີ້, ອາເມລິກາ ເລີ່ມຫ້າມບ້ວງເງິນລົງທຶນເຂົ້າບັນດາຂົງເຂດເຕັກໂນໂລຢີທີ່ລະອຽດອ່ອນຂອງ ຈີນ ແລະ ຄາດວ່າຈະຈຳກັດການສົ່ງອອກທາດເຄິ່ງຊັກນຳໄຟຟ້າຫຼາຍຊະນິດແຕ່ເດືອນ ຕຸລາ ຈະມາເຖິງ ເປັນຕົ້ນໄປ.

ຕົກລົງເຫັນດີສ້າງຕັ້ງຊ່ອງທາງຕິດຕໍ່ພົວພັນ

        ໃນການເຈລະຈາກັບຄູ່ຕຳແໜ່ງ ຈີນ ຫວາງເວີນທາວ ຢູ່ ປັກກິງ ໃນວັນທີ 28 ສິງຫາ, ທ່ານນາງລັດຖະມົນຕີກະຊວງການຄ້າ ອາເມລິກາ Gina Raimondo ຢັ້ງຢືນວ່າ ການພົວພັນທີ່ເປັນປົກກະຕິລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ ມີຄວາມໝາຍ “ສຳຄັນທີ່ສຸດ”, ເພາະວ່າ ການຄ້າ ອາເມລິກາ - ຈີນ ໄດ້ປະກອບເຖິງ 700 ຕື້ USD ແກ່ຂະແໜງການຄ້າທົ່ວໂລກ. ທ່ານນາງ Gina Raimondo ໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ ຍັງມີຄວາມບໍ່ລົງລອຍກັນ ແລະ ສິ່ງທ້າທາຍຫຼາຍຢ່າງ, ແຕ່ການຮ່ວມມືເສດຖະກິດເປັນປົກກະຕິ ແມ່ນສິ່ງທີ່ເປັນປະໂຫຍດສຳລັບທັງສອງປະເທດ.  ໃນຂະນະນັ້ນ, ທ່ານ ຫວາງເວີນທາວ ຢັ້ງຢືນວ່າ ປັກກິ່ງ ພ້ອມແລ້ວທີ່ຈະເຮັດວຽກກັບ ວໍຊິງຕັນ ເພື່ອສ້າງນະໂຍບາຍທີ່ສະດວກກວ່າ, ພ້ອມທັງຖືວ່າ ການພົວພັນດ້ານເສດຖະກິດລະຫວ່າງສອງຝ່າຍ ບໍ່ພຽງແຕ່ມີຄວາມສຳຄັນສຳລັບສອງປະເທດເທົ່ານັ້ນ ຫາກນັບທັງໂລກອີກດ້ວຍ.

        ສອງຝ່າຍລ້ວນແຕ່ສະແດງຄວາມເຊື່ອໝັ້ນ ແລະ ເຫັນດີສ້າງຕັ້ງບັນດາຊ່ອງທາງຕິດຕໍ່ພົວພັນໃໝ່ສຳລັບບັນດາບັນຫາເສດຖະກິດ ແລະ ການຄ້າລະຫວ່າງສອງປະເທດ, ເຊິ່ງລວມມີ: ເວທີປາໄສສອງຝ່າຍ ແນໃສ່ປຶກສາຫາລືບັນດາມາດຕະການຄວບຄຸມການສົ່ງອອກ ຜ່ານນັ້ນກໍ່ຫຼຸດຜ່ອນຄວາມເຂົ້າໃຈຜິດກ່ຽວກັບບັນດານະໂຍບາຍຄວາມໝັ້ນຄົງແຫ່ງຊາດຂອງກັນ. ພ້ອມທັງສ້າງໜ່ວຍງານເພື່ອແກ້ໄຂບັນດາບັນຫາການຄ້າ. ທ່ານນາງລັດຖະມົນຕີ Gina Raimondo ເນັ້ນໜັກວ່າ ອາເມລິກາ ພວມລົງທຶນຫຼາຍເຂົ້າໃນພື້ນຖານໂຄງລ່າງ, ການຜະລິດ ແລະ ລະບົບສະໜອງ ແລະ ບໍ່ມີແນວຄິດກີດຂວາງຄວາມຄືບໜ້າດ້ານເສດຖະກິດຂອງ ຈີນ.

        2 – 3 ອາທິດກ່ອນການຢ້ຽມຢາມ ຈີນ ຂອງທ່ານນາງລັດຖະມົນຕີການຄ້າ ອາເມລິກາ ທຳນຽບຂາວ ໄດ້ແຈ້ງໃຫ້ຊາບວ່າ ຫ້າມບ້ວງເງິນລົງທຶນເຂົ້າບັນດາຂົງເຂດເຕັກໂນໂລຢີທີ່ລະອຽດອ່ອນຢູ່ ຈີນ ແລະ ຄາດວ່າ ຈະຈຳກັດການສົ່ງອອກທາດເຄິ່ງຊັກນຳໄຟຟ້າ ນັບແຕ່ເດືອນຕຸລາ ຈະມາເຖິງ. ກົງກັນຂ້າມ, ເມື່ອເດືອນ ກໍລະກົດ, ຈີນ ອອກແຈ້ງການປັບໄໝບໍລິສັດ Mintz Group ອາເມລິກາ 1,5 ລ້ານ USD, ດ້ວຍຄຳກ່າວຫາວ່າ ປະຕິບັດການເຄື່ອນໄຫວສະຖິຕິຢ່າງຜິດກົດໝາຍ. ກ່ອນໜ້ານັ້ນ, ຈີນ ບັງຄັບຫ້ອງການຂອງ Mintz Group ຂອງອາເມລິກາ ປະຈໍາ ປັກກິ່ງ  ຕ້ອງປິດປະຕູ ພາຍຫຼັງກວດກາແບບບັງເອີນ. ອົງການຄວາມໝັ້ນຄົງແຫ່ງຊາດ ຈີນ ກໍດຳເນີນການກວດກາຫ້ອງການ ແລະ ຊັກຖາມພະນັກງານຂອງບາງບໍລິສັດທີ່ປຶກສາຂອງ ອາເມລິກາ ເປັນຕົ້ນແມ່ນ Capvision, Bain, ດ້ວຍຄຳກ່າວຫາວ່າ ລ່ວງລໍ້າຄວາມໝັ້ນຄົງແຫ່ງຊາດ.

       ເປີດທາງປັບປຸງການພົວພັນ

       ການພົວພັນລະຫວ່າງ ອາເມລິກາ - ຈີນ ໄດ້ຕົກເຂົ້າສູ່ລະດັບຕ່ຳສຸດ ໃນຫຼາຍທົດສະວັດຜ່ານມາ ແລະ ບັນດາມາດຕະການຈຳກັດກ່ຽວກັບການຄ້າ ເຊິ່ງ ອາເມລິກາ ຈັດວາງສຳລັບ ຈີນ ແມ່ນໜຶ່ງໃນບັນດາບັນຫາຂັດແຍ້ງທີ່ສຸດໃນການພົວພັນສອງຝ່າຍ. ການເຕີບໂຕທີ່ນັບມື້ນັບເພີ່ມຂຶ້ນຂອງ ຈີນ ໄດ້ກາຍເປັນສິ່ງທ້າທາຍສຳລັບການຄອບງຳຂອງ ອາເມລິກາ ໃນຂົງເຂດເຕັກໂນໂລຢີກ້າວໜ້າທີ່ສຸດ, ລວມທັງປັນຍາປະດິດ, 5G, ວິທະຍາສາດຂໍ້ມູນຂ່າວສານ quantum ແລະ ທາດເຄິ່ງຊັກນຳໄຟຟ້າ. ນັບແຕ່ເມື່ອດຳລົງຕຳແໜ່ງ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ເດີນຕາມຍຸດທະສາດເຕັກໂນໂລຢີ ເພື່ອແນໃສ່ຫັນລະບົບສະໜອງໃນບັນດາຂົງເຂດຄືພະລັງງານສະອາດ, ລົດໄຟຟ້າ ແລະ ທາດເຄິ່ງຊັກນຳໄຟຟ້າ ເປັນຫຼາຍຮູບຫຼາຍແບບ. ແນໃສ່ຫຼຸດຜ່ອນຄວາມສ່ຽງ ແລະ ການເອື່ອຍອີງຈາກ ຈີນ, ອາເມລິກາ ໄດ້ຈຳກັດການສົ່ງອອກ chip ທັນສະໄໝ ແລະ ອຸປະກອນການຜະລິດ Chip ໄປຍັງ ຈີນ. ວໍຊິງຕັນ ໄດ້ນຳບໍລິສັດ ແລະ ອົງການ ກວ່າ 1000 ແຫ່ງຂອງ ຈີນ ເຂົ້າໃນບັນຊີລາຍຊື່ການຄ້າດຳ.

        ເພື່ອໂຕ້ຕອບຄືນ, ຈີນ ຖືບັນດາມາດຕະການນີ້ຂອງ ອາເມລິກາ ແມ່ນການປິດລ້ອມ ແລະ ປາບປາມຢ່າງຮອບດ້ານ. ປັກກິ່ງ ກໍຫ້າມບັນດາບໍລິສັດຂອງປະເທດຕົນ ຊື້ Chip ບັນທຶກຄວາມຈຳຈາກບໍລິສັດ Micron Technology ຂອງ ອາເມເລິກາ. ການກະທຳດັ່ງກ່າວ ຍິ່ງເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງສອງປະເທດນັບມື້ນັບເພີ່ມຂຶ້ນ, ພ້ອມກັບຫຼາຍບັນຫາອື່ນບໍ່ລົງລອຍກັນ.

        ເຖິງຢ່າງໃດກໍຕາມ, ບັນດານັກໄຈ້ແຍກຖືວ່າ ເຖິງວ່າ ສອງປະເທດມະຫາອຳນາດໄດ້ຕົກເຂົ້າສູ່ສະພາບໂຕ້ຖຽງກັນກໍຕາມ, ແຕ່ການຄ້າ, ເຕັກໂນໂລຢີ ຕະຫຼອດຮອດຄວາມໝັ້ນຄົງໃນພາກພື້ນ, ແຕ່ຄວາມເຄັ່ງຕຶງນັບທັງການຄ້າໄດ້ເພີ່ມຂຶ້ນໆ, ທັງສອງຝ່າຍລ້ວນແຕ່ສະແດງເຈດຕະນາດີ ແນໃສ່ຊຸກຍູ້ການຕິດຕໍ່ພົວພັນ. ການຢ້ຽມຢາມ ຈີນຂອງທ່ານນາງ Gina Raimondo ຄັ້ງນີ້ ໄດ້ດຳເນີນໃນສະພາບການ ທີ່ຍັງບໍ່ຮອດ 3 ເດືອນ ທີ່ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະຢ້ຽມຢາມ ອາເມລິກາ. ດັ່ງນັ້ນ, ນີ້ແມ່ນສານທີ່ສອງຝ່າຍສົ່ງສັນຍານຢາກປັບປຸງການພົວພັນທີ່ຂຶ້ນໆລົງໆລະຫວ່າງ ອາເມລິກາ - ຈີນ. ປັດຈຸບັນ, ການທູດມີຄວາມຈຳເປັນທີ່ສຸດ ແລະ ການຢ້ຽມຢາມຂອງທ່ານນາງລັດຖະມົນຕີການຄ້າ ອາເມລິກາ Gina Raimondo  ໄດ້ຮັບຖືວ່າ ເປັນການເປີດທາງໃຫ້ແກ່ການພົບປະສອງຝ່າຍອື່ນໆ ລະຫວ່າງການນຳຂັ້ນສູງຂອງສອງຝ່າຍໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ