ອາເມລິກາ ສືບຕໍ່ນະໂຍບາຍແຊກແຊງແລະສ້າງຜົນສະທ້ອນຢູ່ຕາເວັນອອກກາງ

(VOVWORLD) -ເຖິງວ່າຖືກຕຳໜິຕິຕຽນ, ແຕ່ບໍ່ສາມາດປະຕິເສດໄດ້ວ່າ ມີບັນດາສັນຍາສັນຕິພາບທີ່ຕັ້ງໜ້າທີ່ໄດ້ ແລະ ພວມປະກົດຕົວຂຶ້ນຢູ່ພາກພື້ນທີ່ເຄີຍໄດ້ຮັບຖືວ່າ ແມ່ນຈຸດຮ້ອນເຮັ່ງຂອງໂລກໃນຫຼາຍທົດສະຫວັດຜ່ານມາ.

ອາເມລິກາ ສືບຕໍ່ນະໂຍບາຍແຊກແຊງແລະສ້າງຜົນສະທ້ອນຢູ່ຕາເວັນອອກກາງ - ảnh 1 ສະຫະລັດອາຣັບເອມມີເລດ (UAE) ແລະ ບາເຣັນ ໄດ້ລົງນາມໃນຂໍ້ຕົກລົງສ້າງການພົວພັນເປັນປົກກະຕິຢູ່ທຳນຽບຂາວ

(ພາບ: AFP/TTXVN)

ປີ 2020, ປະເທດອາເມລິກາ ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Donald Trump ສືບຕໍ່ປະຕິບັດນະໂຍບາຍແຊກແຊງ ແລະ ສ້າງຜົນສະທ້ອນຢູ່ພາກພື້ນຕາເວັນອອກກາງ, ເຊິ່ງແມ່ນພາກພື້ນມີທີ່ຕັ້ງດ້ານພູມສາດຍຸດທະສາດສຳຄັນ ແລະ ກ່ຽວຂ້ອງເຖິງບັນດາຜົນປະໂຫຍດຫຼັກແຫຼ່ງຂອງອາເມລິກາ. ເຖິງຢ່າງໃດກໍ່ຕາມ, ກໍ່ຄ້າຍຄືກັນກັບບັນດານະໂຍບາຍການຕ່າງປະເທດທົ່ວໂລກ ຂອງອາເມລິກາ ໃນສະໄໝຂອງທ່ານປະນາທິບໍດີ D.Trump, ນະໂຍບາຍແຊກແຊງ ແລະ ສົ່ງຜົນສະທ້ອນຢູ່ພາກພື້ນຕາເວັນອອກກາງໃນປີ 2020 ໄດ້ມີປະຕິກິລິຍາກົງກັນຂ້າມຫຼາຍຢ່າງຈາກຫາງສຽງສາກົນ, ຊ້ຳບໍ່ໜຳກໍ່ແມ່ນຢູ່ພາຍໃນປະເທດອາເມລິກາ ເອງ.

        ຕາມວົງການນັກໄຈ້ແຍກແລ້ວ, ນະໂຍບາຍແຊກແຊງ ແລະ ສ້າງຜົນສະທ້ອນຂອງອາເມລິກາ ຢູ່ຕາເວັນອອກກາງ ໃນປີ 2020 ຈະສືບຕໍ່ເປັນຂີດໝາຍສ່ວນຕົວຂອງທ່ານປະທານາທິບໍດີ D.Trump ຢ່າງໜັກ. ເຖິງວ່າຖືກຕຳໜິຕິຕຽນ, ແຕ່ບໍ່ສາມາດປະຕິເສດໄດ້ວ່າ ມີບັນດາສັນຍາສັນຕິພາບທີ່ຕັ້ງໜ້າທີ່ໄດ້ ແລະ ພວມປະກົດຕົວຂຶ້ນຢູ່ພາກພື້ນທີ່ເຄີຍໄດ້ຮັບຖືວ່າ ແມ່ນຈຸດຮ້ອນເຮັ່ງຂອງໂລກໃນຫຼາຍທົດສະຫວັດຜ່ານມາ.

ຊຸກຍູ້ທ່າອ່ຽງໄກ່ເກ່ຍລະຫວ່າງອິດສະຣາແອັນ ແລະ ໂລກອາຣັບ

        ໜຶ່ງໃນບັນດາຜົນງານດ້ານການຕ່າງປະເທດຢ່າງໃຫຍ່ສຸດໃນປີ 2020 ກໍ່ຄືໃນທັງອາຍຸການ 4 ປີທີ່ດຳລົງຕຳແໜ່ງເປັນປະທານາທິບໍດີອາເມລິກາ ຂອງທ່ານ D.Trump, ນັ້ນແມ່ນການສ້າງຂໍ້ຕົກລົງຫັນການພົວພັນລະຫວ່າງລັດຊາວຢິວອິດສະຣາແອັນ ແລະ ໂລກອາຣັບ ຫຼາຍສະບັບບັນລຸຜົນສຳເລັດ.

        ວັນທີ 19 ກັນຍາ 2020, ພາຍຫຼັງບັນດາຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ D.Trump, ຜູ້ຕາງໜ້າລັດຖະບານອິດສະຣາແອັນ ແລະ 2 ປະເທດອາຣັບ ນັ້ນແມ່ນສະຫະລັດອາຣັບເອມມີເລດ (UAE) ແລະ ບາເຣັນ ໄດ້ລົງນາມໃນຂໍ້ຕົກລົງສ້າງການພົວພັນເປັນປົກກະຕິຢູ່ທຳນຽບຂາວ (ອາເມລິກາ) ພາຍໃຕ້ການເປັນສັກຂີພິຍານຂອງທ່ານປະທານາທິບໍດີ D.Trump. ດ້ວຍການລົງນາມດັ່ງກ່າວ, UAE ແລະ ບາເຣັນ ໄດ້ກາຍເປັນປະເທດອາຣັບ ທີ 3 ແລະ ທີ 4 ທີ່ຢຸດຕິສະພາບສົງຄາມ ແລະ ສ້າງການພົວພັນກັບອິດສະຣາແອັນ ເປັນປົກກະຕິຢ່າງເປັນທາງການ. ກ່ອນໜ້ານັ້ນ, ອີຢິບ ແມ່ນປະເທດອາຣັບ ທຳອິດທີ່ລົງນາມໃນສັນຍາສັນຕິພາບກັບອິດສະຣາແອັນ ເມື່ອປີ 1979 ແລະ ຈໍແດນ ແມ່ນປະເທດອາຣັບ ທີ 2 ຢຸດຕິການພົວພັນທີ່ເປັນປໍລະປັກກັບອິດສະຣາແອັນ ເມື່ອປີ 1994.

        ພາຍຫຼັງເຫດການດັ່ງກ່າວເປັນເວລາ 1 ເດືອນ, ວັນທີ 23 ຕຸລາ, ທ່ານປະທານາທິບໍດີ D.Trump ຖະແຫຼງວ່າ, ອິດສະຣາແອັນ ບັນລຸໄດ້ຂໍ້ຕົກລົງສ້າງການພົວພັນກັບ ຊູດັງ ເປັນປົກກະຕິ. ຕໍ່ຈາກນັ້ນ, ວັນທີ 10 ທັນວາ, ທ່ານປະທານາທິບໍດີ D.Trump ສືບຕໍ່ແຈ້ງໃຫ້ຊາບວ່າ ໂມໂຣໂກ ກາຍເປັນປະເທດອາຣັບ ທີ 4 ສ້າງການພົວພັນກັບອິດສະຣາແອັນ ເປັນປົກກະຕິໃນປີ 2020. ນອກນັ້ນ, ຕາມການຕີລາຄາຂອງອຳນາດການປົກຄອງອາເມລິກາ ແລ້ວ, ຍັງມີບາງປະເທດອາຣັບ ອື່ນໆພ້ອມແລ້ວທີ່ຈະສ້າງການພົວພັນກັບອິດສະຣາແອັນ ເປັນປົກກະຕິ.

        ເປັນທີ່ຈະແຈ້ງແລ້ວວ່າ, ເຖິງວ່າຍັງມີການໂຕ້ຖຽງກັນ, ຊ້ຳບໍ່ໜຳຖືກອຳນາດການປົກຄອງປາແລັດສະຕິນ ກໍຄືບາງປະເທດອາຣັບ ຄັດຄ້ານຢ່າງຮຸນແຮງກໍ່ຕາມ, ແຕ່ບໍ່ອາດປະຕິເສດໄດ້ວ່າ, ເລື່ອງສ້າງບັນດາຂໍ້ຕົກລົງສ້າງການພົວພັນລະຫວ່າງອິດສະຣາແອັນ ແລະ ບັນດາປະເທດອາຣັບ ເປັນປົກກະຕິ ບັນລຸໄດ້ຜົນສຳເລັດນັ້ນ, ອຳນາດການປົກຄອງອາເມລິກາ ຂອງທ່ານປະທານາທິບໍດີ D.Trump ພວມສ້າງທ່າອ່ຽງໄກ່ເກ່ຍຢ່າງຕັ້ງໜ້າຢູ່ພາກພື້ນຕາເວັນອອກກາງ.

ເພີ່ມທະວີການປິດລ້ອມ ແລະ ລົງໂທດຕ້ານອີຣານ

        ແຕ່ເຖິງຢ່າງໃດກໍ່ຕາມ, ໂດຍຄ້າຍຄືກັນກັບບັນດາການກະທຳທາງດ້ານການຕ່າງປະເທດທົ່ວໂລກອື່ນຂອງປະເທດອາເມລິກາ ໃນປີ 2020, ການແຊກແຊງ ແລະ ມານະພະຍາຍາມສົ່ງຜົນສະທ້ອນຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ D.Trump ຢູ່ຕາເວັນອອກກາງ ບໍ່ແມ່ນວ່າຍາມໃດກໍ່ໄດ້ຮັບຄວາມຊົມເຊີຍ, ການສະໜັບສະໜູນຂອງປະຊາຄົມສາກົນ. ໃນນັ້ນພົ້ນເດັ່ນ ແມ່ນນະໂຍບາຍແຂງກະດ້າງຂອງອາເມລິກາ ທີ່ແນໃສ່ອີຣານ.

        ຕົ້ນປີ 2020, ອຳນາດການປົກຄອງອາເມລິກາ ໄດ້ເຮັດໃຫ້ໂລກມີຄວາມວິຕົກກັງວົນເມື່ອດຳເນີນການບຸກໂຈມຕີທາງອາກາດສັງຫານນາຍພົນ Qassem Soleiman, ຜູ້ບັນຊາການກຳລັງພິເສດ Quds ຂຶ້ນກັບກຳລັງພິທັກປະຕິວັດອິດສະລາມ ອີຣານ ຢູ່ອີຣັກ (ເມື່ອວັນທີ 03 ມັງກອນ). ນີ້ໄດ້ຮັບຖືວ່າ ແມ່ນການກະທຳເກາະຜິດເປັນອັນຕະລາຍ ແລະ ໃນຕົວຈິງໄດ້ເຮັດໃຫ້ອີຣານ ຕ້ອງດຳເນີນການບຸກໂຈມຕີໂຕ້ຕອບດ້ວຍລູກສອນໄຟ ແນໃສ່ບັນດາຖານທີ່ໝັ້ນທີ່ມີທະຫານອາເມລິກາ ຕັ້ງທັບຢູ່ອີຣັກ ເມື່ອວັນທີ 08 ມັງກອນ, ແຕ່ບໍ່ເຮັດໃຫ້ມີຜູ້ເສຍຊີວິດ.

        ຕໍ່ຈາກນັ້ນ, ອາເມລິກາ ຍັງຈັດວາງຫຼາຍມາດຕະການຂວ້ຳບາດເພື່ອຕ້ານ ອີຣານ (ໃນຊຸມເດືອນ ມັງກອນ ແລະ ມີນາ 2020) ດ້ວຍຄຳກ່າວຫາວ່າ, ອີຣານ ໄດ້ລະເມີດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບບັນຫານິວເຄຼຍ, ພ້ອມທັງດຳເນີນບັນດາຄວາມມານະພະຍາຍາມເພື່ອແນໃສ່ຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດຂອງສະຫະປະຊາຊາດສຳລັບອີຣານ (ເຊິ່ງໝົດຜົນສັກສິດໃນເດືອນ ຕຸລາ 2020). ພ້ອມກັບບັນດາມາດຕະການຂວ້ຳບາດ ແລະ ປິດລ້ອມອີຣານ, ວົງການເຈົ້າໜ້າທີ່ອາເມລິກາ ໄດ້ຢືນຢັນຈະດຳເນີນມາດຕະການດ້ານການທະຫານເພື່ອຕ້ານຄືນອີຣານ ຢ່າງເປີດເຜີຍ.

        ກົງກັນຂ້າມກັບຄວາມມານະພະຍາຍາມໄກ່ເກ່ຍລະຫວ່າງອິດສະຣາແອັນ ແລະ ບັນດາປະເທດອາຣັບ, ນະໂຍບາຍຂວ້ຳບາດ, ປິດລ້ອມ ແລະ ນາບຂູ່ດ້ານການທະຫານເພື່ອຕ້ານອີຣານ ຂອງອາເມລິກາ ໃນປີ 2020 ໄດ້ເຮັດໃຫ້ຫາງສຽງຢູ່ພາກພື້ນ ແລະ ສາກົນມີຄວາມວິຕົກກັງວົນໃຫ້ແກ່ອະນາຄົດຂອງພາກພື້ນຕາເວັນອອກກາງ, ເຊິ່ງແມ່ນຂົງເຂດທີ່ພວມປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມຂາດສະຖຽນລະພາບຫຼາຍຢ່າງທີ່ແກ່ຍາວໃນຫຼາຍທົດສະວັດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ