ອາເມລິກາ - ອິນເດຍ ມຸ່ງໄປເຖິງການພົວພັນຢ່າງໜັກແໜ້ນກວ່າ

(VOVWORLD) - ທັງອາເມລິກາ ແລະ ອິນເດຍ ລ້ວນແຕ່ຕັ້ງຄວາມຫວັງວ່າການໄປຢ້ຽມຢາມອິນເດຍ ໃນຄັ້ງນີ້ຂອງທ່ານ D.Trump ຈະສ້າງກຳລັງໜູນໃໝ່ໃນການພົວພັນລະຫວ່າງ 2 ປະເທດ.

ອາເມລິກາ - ອິນເດຍ ມຸ່ງໄປເຖິງການພົວພັນຢ່າງໜັກແໜ້ນກວ່າ - ảnh 1  ການມີໜ້າຂອງທ່ານປະທານາທິບໍດີ D.Trump ຢູ່ອິນເດຍ

ແມ່ນມີຄວາມໝາຍຫຼາຍຢ່າງໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ

(ພາບປະກອບ: India Times)

ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີການຢ້ຽມຢາມອິນເດຍ ໃນລະຫວ່າງວັນທີ 24 – 25 ກຸມພາ. ນີ້ແມ່ນການໄປປະຕິບັດງານເປັນຄັ້ງທຳອິດຂອງທ່ານ D.Trump ໃນຖານະຕຳແໜ່ງເປັນຜູ້ນຳໜ້າປະເທດອາເມລິກາ. ໂດຍບໍ່ຫົວຊາຕໍ່ບັນດາຄວາມແຕກຕ່າງກັນ ແລະ ການຂັດແຍ້ງກັນດ້ານການຄ້າ ແລະ ເສດຖະກິດຫວ່າງມໍ່ໆມານີ້, ທັງອາເມລິກາ ແລະ ອິນເດຍ ລ້ວນແຕ່ຕັ້ງຄວາມຫວັງວ່າການໄປຢ້ຽມຢາມອິນເດຍ ໃນຄັ້ງນີ້ຂອງທ່ານ D.Trump ຈະສ້າງກຳລັງໜູນໃໝ່ໃນການພົວພັນລະຫວ່າງ 2 ປະເທດ.

        ເມື່ອຂຶ້ນກຳອຳນາດໃນປີ 2017, ທ່ານປະທານາທິບໍດີ D.Trump ໄດ້ແຈ້ງໃຫ້ຊາບຍຸດທະສາດມະຫາສະມຸດອິນເດຍ - ປາຊີຟິກ, ຍົກບົດບາດຂອງອິນເດຍ ໃນສະຖານະການຄວາມໝັ້ນຄົງພາກພື້ນໃຫ້ສູງກວ່າອີກ. 2 ຝ່າຍລ້ວນແຕ່ມີກຳລັງໜູນເພີ່ມທະວີການຮ່ວມມືໃນຂອບເຂດຍຸດທະສາດດັ່ງກ່າວ.

ບໍ່ພຽງແຕ່ແມ່ນການພົວພັນຄູ່ຮ່ວມມືທຳມະດາ

        ການມີໜ້າຂອງທ່ານປະທານາທິບໍດີ D.Trump ຢູ່ອິນເດຍ ແມ່ນມີຄວາມໝາຍຫຼາຍຢ່າງໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດນີ້. ພາຍຫຼັງເດີນທາງມາຮອດອິນເດຍ, ທ່ານປະທານາທິບໍດີ D.Trump ໄດ້ຍ້ອງຍໍຊົມເຊີຍການພົວພັນລະຫວ່າງ 2 ປະເທດ ແລະ ຖືວ່າ ອິນເດຍ ມີທີ່ຕັ້ງພິເສດສຳລັບປະເທດອາເມລິກາ. ທ່ານເວົ້າວ່າ, ປະເທດອາເມລິກາ ຮັກຫອມອິນເດຍ ແລະ ເຄົາລົບນັບຖືປະເທດນີ້. ຊາວອາເມລິກາ ຍາມໃດກໍ່ເຊື່ອໝັ້ນ, ຈິງໃຈກັບປະຊາຊົນອິນເດຍ. ເພື່ອສ້າງບັນຍາກາດອັນອົບອຸ່ນ, ກ່ອນການໄປຢ້ຽມຢາມ, ທ່ານປະທານາທິບໍດີ D.Trump ກໍ່ໄດ້ເນັ້ນໜັກວ່າ, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ແມ່ນ “ເພື່ອນມິດ” ຂອງທ່ານ ແລະ ທ່ານລໍຖ້າການພົບປະກັບປະຊາຊົນອິນເດຍ. ບັນດາສັນຍານດັ່ງກ່າວໄດ້ເປັນການສະແດງໃຫ້ເຫັນການບັນລຸໝາກຜົນອັນດີງາມ ຫຼື ໜ້ອຍສຸດແມ່ນທ່ານ D.Trump ປາດຖະໜາຢາກມີຄວາມໃກ້ຊິດສະໜິດສະໜົມ ຈະເປີດຊ່ອງທາງໃຫ້ແກ່ບັນດາຂໍ້ຕົກລົງສຳຄັນເຊິ່ງ 2 ຝ່າຍປຶກສາຫາລືໃນການຢ້ຽມຢາມເປັນຄັ້ງທຳອິດຂອງທ່ານໄປເຖິງປະເທດທີ່ມີພົນລະເມືອງນັບຕື້ຄົນຢູ່ພາກພື້ນອາຊີ ນີ້.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ກ່າວຄຳເຫັນໂດຍຖືວ່າ, ການພົວພັນລະຫວ່າງອິນເດຍ - ອາເມລິກາ ບໍ່ພຽງແຕ່ແມ່ນການພົວພັນຄູ່ຮ່ວມມືທຳມະດາອີກແລ້ວ. ໃນຕົວຈິງ, ການພົວພັນ 2 ຝ່າຍນັ້ນແມ່ນເລິກເຊິ່ງ, ກວ້າງຂວາງ ແລະ ມີຄວາມໃກ້ຊິດສະໜິດສະໜົມກວ່າ. ຄຳຢັ້ງຢືນດັ່ງກ່າວໄດ້ຮັບການພິສູດຜ່ານການຕ້ອນຮັບທີ່ມີຂອບຂະໜາດໃຫຍ່ ແລະ ໃກ້ຊິດສະໜິດສະໜົມເຊິ່ງອິນເດຍ ສະຫງວນໃຫ້ຜູ້ນຳປະເທດອາເມລິກາ. ຄາດວ່າ, ມີເຖິງ 100.000 ຄົນ ພ້ອມກັບທ່ານນາຍົກລັດຖະມົນຕີ Narendra Modi ໄດ້ມີໜ້າຢູ່ງານຊຸມນຸມມິດຕິງ - ຮັບຕ້ອນທ່ານປະທານາທິບໍດີ D.Trump ຢູ່ສະໜາມກິລາ Motera. ມີປະຊາຊົນນັບໝື່ນໆຄົນໄດ້ຢືນຢູ່ແຄມທາງເມື່ອຂະບວນລົດຂອງການນຳອາເມລິກາ ໄປຜ່ານ.

ປະຖົມປັດໄຈໃຫ້ແກ່ບັນດາຂໍ້ຕົກລົງສຳຄັນ

        ອິນເດຍ ແມ່ນພັນທະມິດຍຸດທະສາດຂອງອາເມລິກາ ຢູ່ອາຊີ. ຕາມຕົວເລກຫຼ້າສຸດ, ປີ 2019, ອາເມລິກາ ໄດ້ລື່ນກາຍຈີນ, ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງອິນເດຍ ດ້ວຍວົງເງິນການຄ້າ ແລະ ການບໍລິການ 2 ຝ່າຍຢູ່ໃນລະດັບ 87,9 ຕື້ USD. ທ່າອ່ຽງດັ່ງກ່າວຈະສືບຕໍ່ເພີ່ມຂຶ້ນໃນຊຸມປີຈະມາເຖິງ ແລະ ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ການພົວພັນທາງດ້ານເສດຖະກິດຈະເຂັ້ມແຂງກວ່າລະຫວ່າງ ນິວເດລີ ແລະ ວໍຊິງຕັນ.

        ເຖິງຢ່າງໃດກໍ່ຕາມ, ບັນດາການແຕະຕ້ອງຫວ່າງມໍ່ໆມານີ້ໄດ້ເຮັດໃຫ້ການພົວພັນ 2 ຝ່າຍລະຫວ່າງ 2 ປະເທດປະສົບກັບຄວາມຫຍຸ້ງຍາກຂຶ້ນຕື່ມ. ຄວາມເຄັ່ງຕຶງລະຫວ່າງອາເມລິກາ ແລະ ອິນເດຍ ໄດ້ເພີ່ມຂຶ້ນພາຍຫຼັງທີ່ໃນເດືອນ ພຶດສະພາ ປີ 2019 ວໍຊິງຕັນ ໄດ້ຢຸດຕິບັນດາສິດພິເສດສະເພາະດ້ານການຄ້າຂອງນິວເດລີ. ເພື່ອເປັນການໂຕະຕ້ອບ, ອິນເດຍ ໄດ້ເພີ່ມອັດຕາພາສີສຳລັບ 28 ຜະລິດຕະພັນທີ່ນຳເຂົ້າຈາກອາເມລິກາ.

        ຍ້ອນເຫດນັ້ນ, ໃນການຢ້ຽມຢາມຄັ້ງນີ້, ການນຳອາເມລິກາ ຢາກຊອກຫາການຜ່ອນສັ້ນຜ່ອນຍາວຈາກ ນິວເດລີ ເພື່ອແລກເອົາການຟື້ນຟູບຸລິມະສິດດ້ານການຄ້າ. ແທນທີ່ຂໍ້ຕົກລົງດ້ານການຄ້າທີ່ມີຂອບຂະໜາດເປີດກວ້າງ, 2 ຝ່າຍໄດ້ລົງນາມໃນບັນດາຂໍ້ຕົກລົງມີຂອບຂະໜາດນ້ອຍກວ່າກ່ຽວກັບບັນດາຜະລິດຕະພັນລະອຽດ. ຕາມວົງການນັກຊ່ຽວຊານແລ້ວ, ພາຍຫຼັງລົງນາມໃນຂໍ້ຕົກລົງດ້ານການຄ້າ “ໄລຍະທີ 1” ກັບຈີນ, ທ່ານປະທານາທິບໍດີ D.Trump ໄດ້ມີກຳລັງໜູນຕື່ມອີກເພື່ອບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບອິນເດຍ ກ່ອນການເລືອກຕັ້ງໃນເດືອນ ພະຈິກ 2020. ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວເມື່ອວັນທີ 18 ກຸມພາ ຜ່ານມາຢູ່ອາເມລິກາ, ທ່ານ D.Trump ໃຫ້ຮູ້ວ່າ, ຂໍ້ຕົກລົງອາດຈະສຳເລັດກ່ອນການເລືອກຕັ້ງຢູ່ອາເມລິກາ ໄດ້ ຫຼື ບໍ່, ແຕ່ອາເມລິກາ ຈະມີຂໍ້ຕົກລົງຢ່າງໃຫຍ່ຫຼວງກັບອິນເດຍ. ໃນໄລຍະ 18 ເດືອນຜ່ານມາ, ຄະນະນັກເຈລະຈາດ້ານການຄ້າຂອງ 2 ປະເທດກໍ່ໄດ້ຊຸກຍູ້ການພົບປະຢູ່ວໍຊິງຕັນ, ນິວເດລີ ແລະ ນິວຢອກ ເປັນຫຼາຍຄັ້ງ ເພື່ອກ້າວໄປເຖິງຂໍ້ຕົກລົງດ້ານການຄ້າ 2 ຝ່າຍທີ່ສຳຄັນ.

        ພ້ອມກັບບັນຫາດ້ານການຄ້າ, ບັນດາເນື້ອໃນອື່ນໆກໍ່ໄດ້ຮັບການເຕື້ອງເຖິງໃນການຢ້ຽມຢາມ ອິນເດຍ ຂອງທ່ານປະທານາທິບໍດີ D.Trump ຄື: ການປ້ອງກັນຊາດ, ພະລັງງານ, ເຄື່ອງອຸປະກອນການແພດ, ກະສິກຳ...

        ໃນການໂອ້ລົມທາງໂທລະສັບຫວ່າງມໍ່ໆມານີ້, ທ່ານປະທານາທິບໍດີ D.Trump ແລະ ທ່ານນາຍົກລັດຖະມົນຕີ Narendra Modi ໄດ້ເຫັນດີເປັນເອກະພາບນຳກັນວ່າ ຈະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາເມລິກາ - ອິນເດຍ ແລະ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເຂັ້ມແຂງ, ຍາວນານກວ່າ. ແລະ ການຢ້ຽມຢາມອິນເດຍ ໃນຄັ້ງນີ້ຂອງທ່ານປະທານາທິບໍດີ D.Trump ຈະຫັນບັນດາການຢັ້ງຢືນດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ