​ ອາ​ເມ​ລິ​ກາ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຝ່າຍ​ດຽວ​ ໃນ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ

(VOVWORLD) -ໃນຊຸມວັນທ້າຍເດືອນ ສິງຫາ ນີ້, ສຳເນົາເອກະສານນິວເຄຼຍ ອີຣານ ອີກຄັ້ງໜຶ່ງໄດ້ກາຍເປັນຫົວເລື່ອງທີ່ດຶງດູດຄວາມສົນໃຈຈາກຫາງສຽງສາກົນ. ສາຍເຫດແມ່ນ ບໍ່ພຽງແຕ່ເກີດມາຈາການໄປຢ້ຽມຢາມ ອີຣານ ຂອງທ່ານ Rafael Mariano Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ເທົ່ານັ້ນ ເຊິ່ງຕົ້ນຕໍແມ່ນມາຈາກບັ້ນເພີ່ມກຳລັງກົດດັນພຽງລຳພັງຝ່າຍດຽວຄັ້ງໃໝ່ຂອງ ອາເມລິກາ ເພື່ອແນໃສ່ປະເທດອິດສະລາມນີ້.

 

        ຈຸດສູງຂອງບັນຫາດັ່ງກ່າວ ແມ່ນໃນວັນທີ 20 ສິງຫາ ຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ໄປສົ່ງຈົດໝາຍຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງເລີ່ມເຄື່ອນໄຫວ “ຂັ້ນຕອນຕ່າວປີ້ນ” (Snapback) ຢູ່ສຳນັກງານສະຫະປະຊາຊາດທີ່ ນິວຢອກ ແນໃສ່ຈັດວາງບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດຕ້ານ ອີຣານ ຄືນໃໝ່ ດ້ວຍຄຳກ່າວຫາວ່າ ເຕເຮຣານ ບໍ່ເຄົາລົບບັນດາຄຳໝັ້ນສັນຍາກ່ຽວກັບບັນຫານິວເຄຼຍ, ເຊິ່ງແມ່ນບາດກ້າວເດີນອາດຈະເຮັດໃຫ້ຂໍ້ຕົກລົງນິວເຄຼຍ ເຊິ່ງໄດ້ລົງນາມໃນປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 ຫຼື ຍັງເອີ້ນວ່າ ໂຄງການດຳເນີນງານຮ່ວມຮອບດ້ານ (JCPOA) ລົ້ມລະລາຍ.

​  ອາ​ເມ​ລິ​ກາ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຝ່າຍ​ດຽວ​  ໃນ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກ່າວຄຳເຫັນໃນວັນທີ 20 ສິງຫາ(ພາບ:REUTERS - MIKE SEGAR) 


“ຂັ້ນຕອນຕ່າວປີ້ນ” ແລະ ບັນດາຄວາມມານະພະຍາຍາມ
ພຽງລຳພັງຝ່າຍດຽວຂອງ ອາເມລິກາ

        “ຂັ້ນຕອນຕ່າວປີ້ນ” ແມ່ນມາດຕາທີ່ອະນຸຍາດໃຫ້ບໍ່ວ່າປະເທດໃດໃນກຸ່ມ P5+1 (ລວມມີ 5 ປະເທດກຳມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ) ມີສິດສະເໜີຈັດວາງ ບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດໃສ່ ອີຣານ ຄືນໃໝ່, ຖ້າ ເຕເຮຣານ ບໍ່ເຄົາລົບບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງ. ພາຍຫລັງໄດ້ຮັບການສະເໜີຢ່າງເປັນທາງການ, ບັນດາສະມາຊິກອື່ນໃນສະພາຄວາມໝັ້ນຄົງ ມີເວລາທັງໝົດ 10 ວັນ ເພື່ອຍົກອອກຄຳຕັດສິນໃຈ.  ໃນກໍລະນີທີ່ສະພາຄວາມໝັ້ນຄົງ ບໍ່ສາມາດຍົກອອກການຕັດສິນໃຈໄດ້ຕາມເວລາກຳນົດດັ່ງກ່າວນັ້ນ, ບັນດາຄຳສັ່ງລົງໂທດຕ້ານ ອີຣານ ຈະເລີ່ມເຄື່ອນໄຫວຢ່າງອັດຕະໂນມັດຫລັງຈາກນັ້ນ 20 ວັນ, ໝາຍຄວາມວ່າແມ່ນ 30 ວັນນັບແຕ່ມື້ໄດ້ຍົກອອກການສະເໜີຢ່າງເປັນທາງການ. ຕາມວົງການນັກໄຈ້ແຍກແລ້ວ, ກໍລະນີດັ່ງກ່າວຈະເກີດຂຶ້ນໄດ້ຢ່າງງ່າຍດາຍ ຍ້ອນວ່າ ອາເມລິກາ ພວມມີສິດຢັບຢັ້ງ, ສາມາດປະຕິເສດໄດ້ບໍ່ວ່າຮ່າງມະຕິໃດໆ ຊື່ງບໍ່ໄປຕາມເຈດຕະນາຂອງ ວໍຊິງຕັນ.

        ອາເມລິກາ ຕັດສິນໃຈດຳເນີນບາດກ້າວດັ່ງກ່າວ ພຽງແຕ່ພາຍຫລັງ 01 ອາທິດທີ່ບໍ່ສາມາດຮັບຮອງເອົາມະຕິສະບັບໜຶ່ງທີ່ ແນໃສ່ຕໍ່ກຳນົດເວລາຄຳສັ່ງຂວ້ຳບາດດ້ານອາວຸດສຳລັບ ອີຣານ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ (ເມື່ອວັນທີ 14 ສິງຫາ), ໄດ້ສະແດງໃຫ້ເຫັນວ່າ ວໍຊິງຕັນ ພວມມີຄວາມຕັດສິນໃຈ ເດີນຕາມບັນດາມາດຕະການແຂງກະດ້າງທີ່ແນໃສ່ປະເທດອິດສະລາມນີ້. ແຕ່ວ່າ ບັນດາຄວາມມານະພະຍາຍາມພຽງລຳພັງຝ່າຍດຽວຂອງ ອາເມລິກາ ໃນບັນຫານິວເຄຼຍຂອງ ອີຣານ ພວມໄປຝືນກັບທັດສະນະຂອງບັນດາປະເທດອື່ນເກືອບທັງໝົດ, ໃນນັ້ນ ມີບັນດາປະເທດພັນທະມິດຂອງ ອາເມລິກາ ເອງ.

ປະຕິກິລິຍາຢ່າງຮຸນແຮງຂອງບັນດາປະເທດ

        ພາຍຫລັງການກະທຳຮຽກຮ້ອງໃຫ້ເລີ່ມເຄື່ອນໄຫວ “ຂັ້ນຕອນຕ່າວປີ້ນ” ຂອງ ອາເມລິກາ ແລ້ວ, ມີຫລາຍປະເທດໄດ້ອອກສຽງຄັດຄ້ານໃນທັນທີ. ໃນຈົດໝາຍສົ່ງເຖິງສະພາຄວາມໝັ້ນຄົງສະຫະປະຊາຊາດໃນວັນທີ 20 ສິງຫາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຄັດຄ້ານການກະທຳຂອງ ອາເມລິກາ ແລະ ເນັ້ນໜັກວ່າ ວໍຊິງຕັນ ບໍ່ມີສິດປະຕິບັດກົນໄກຈັດວາງຄຳສັ່ງລົງໂທດ ອີຣານ ຄືນໃໝ່.

        ພິເສດແມ່ນ 3 ປະເທດທີ່ເປັນພັນທະມິດຂອງ ອາເມລິກາ ມາໄດ້ຫຼາຍປີ ນັ້ນແມ່ນ ອັງກິດ, ເຢຍລະມັນ ແລະ ຝຣັ່ງ, ໃນວັນທີ 20 ສິງຫາ ກໍ່ອອກແຈ້ງການຮ່ວມໂດຍຢັ້ງຢືນວ່າ ຈະບໍ່ສະໜັບສະໜູນຄຳຮຽກຮ້ອງຈັດວາງຄຳສັ່ງລົງໂທດ ອີຣານ ຄືນໃໝ່ ໂດຍ ອາເມລິກາ ສະເໜີ ແລະ ຖືວ່າ: ວໍຊິງຕັນ ບໍ່ມີສິດທາງດ້ານນິຕິກຳເພື່ອປະຕິບັດກົນໄກ “ຂັ້ນຕອນຕ່າວປີ້ນ” ຍ້ອນວ່າປະເທດນີ້ ໄດ້ຖອນຕົວອອກຈາກ JCPOA ແຕ່ປີ 2018 ແລ້ວ. ກ່ອນໜ້ານັ້ນ, ບັນດາປະເທດພັນທະມິດເອີຣົບດັ່ງກ່າວ ກໍ່ແມ່ນບັນດາປະເທດໄດ້ມີປະຕິກິລິຍາຢ່າງຂ້ຽວຂາດ ຕໍ່ກັບການຕັດສິນໃຈຖອນຕົວອອກຈາກ JCPOA ຂອງ ວໍຊິງຕັນ. ສະພາບການຕົວຈິງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ຍາກທີ່ຈະເກ້ຍກ່ອມບັນດາປະເທດພັນທະມິດເອີຣົບ ຕອບສະໜອງ ແລະ ເຂົ້າຮ່ວມບັນດາຄຳສັ່ງລົງໂທດໃໝ່ຕ້ານ ອີຣານ ໃໝ່ ນັບທັງໃນກໍລະນີ  “ຂັ້ນຕອນຕ່າວປີ້ນ” ໄດ້ປະຕິບັດຢ່າງສຳເລັດຜົນຕາມເຈດຕະນາຂອງ ອາເມລິກາ. ຊ້ຳບໍ່ໜຳ, ມັນອາດຈະເຮັດໃຫ້ ເອີຣົບ ແລະ ອີຣານ ຫຍັບມໍ່ເຂົ້າໃກ້ກັນກ່ວາ, ທຳລາຍແຜນການປິດລ້ອມ ເຕເຮຣານ ຂອງ ວໍຊິງຕັນ ແລະ ຈະເກີດຜົນຕາມມາຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

        ສິ່ງດັ່ງກ່າວ ໄດ້ອະທິບາຍວ່າ ເປັນຫຍັງຢູ່ພາຍໃນປະເທດ ອາເມລິກາ ເອງກໍ່ມີຫຼາຍຄຳເຫັນຄັດຄ້ານບັນດາມາດຕະການພຽງລຳພັງຝ່າຍດຽວ ເຊິ່ງ ວໍຊິງຕັນ ພວມເດີນຕາມໃນບັນຫານິວເຄຼຍ. ທ່ານນາງ Wendy R.Sherman, ຫົວໜ້າຄະນະເຈລະຈາ ວໍຊິງຕັນ ພາຍໃຕ້ສະໄໝການປົກຄອງຂອງປະທານາທິບໍດີ Barack Obama ກ່າວເຕືອນວ່າ ວໍຊິງຕັນ ອາດຈະເຮັດໃຫ້ສິດອຳນາດຂອງຕົນເອງອ່ອນເພຍລົງ ຖ້າຫາກທ້າທາຍຕໍ່ບັນດາປະເທດມະຫາອຳນາດອື່ນຢ່າງເດັດຂາດ, ລວມທັງບັນດາປະເທດພັນທະມິດຂອງຕົນ, ໃນບັນຫານິວເຄຼຍ ອີຣານ.

        ສະນັ້ນ, ດ້ວຍສະພາບການໃນປະຈຸບັນ, ນັກໄຈ້ແຍກຫລາຍທ່ານໃຫ້ຂໍ້ສັງເກດວ່າ ເອີຣົບ ແລະ ບັນດາປະເທດ ຍັງຈະຮັກສາບັນດາການເຈລະຈາກັບ ອີຣານ ເພື່ອແນໃສ່ຮັບປະກັນວ່າ ຂໍ້ຕົກລົງນິວເຄຼຍ 2015 ຈະບໍ່ຖືກລົ້ມລະລາຍ ກ່ອນທີ່ການເລືອກຕັ້ງປະທານາທິບໍດີຈະໄດ້ຮັບຜົນໃນເດືອນ ພະຈິກ ຈະມາເຖິງ, ດ້ວຍຄວາມຫວັງທີ່ວ່າ ນະໂຍບາຍຂອງ ອາເມລິກາ ກ່ຽວກັບບັນຫານິວເຄຼຍ ຂອງ ອີຣານ ຈະປ່ຽນແປງໄປຕາມທິດຕັ້ງໜ້າພາຍຫລັງເຫດການດັ່ງກ່າວ./.

ຕອບກັບ

ຂ່າວ/ບົດ​ອື່ນ