ອາເມລິກາພວມຫຍັບເຂົ້າໃກ້ການສູ້ຮົບຢູ່ຊີຣີ

ອາເມລິກາພວມຫຍັບເຂົ້າໃກ້ການສູ້ຮົບຢູ່ຊີຣີ - ảnh 1
ກຳ​ປັ່ນ​ບັນທຸກ​ເຮືອບິນນິວ​ເຄຼຍ USS Nimitz ​ຂອງ​ອາມ​ເລິ​ກາ​
(ພາບ: AP)

   ວັນທີ 4/9, ກຳມາທິການການຕ່າງປະເທດ ສະພາສູງອາເມລິກາ​ໄດ້​ຮັບຮອງ​ເອົາ​ມະຕິ​ອະນຸຍາດ​ໃຫ້​ປະທານາທິບໍດີ Barak Obama ນຳ​ໃຊ້​ກຳລັງ​ອາວຸດຕ້ານຊີຣີ. ການກະທຳນີ້ ໄດ້ເປີດຊ່ອງທາງ ເພື່ອນຳເອົາມະຕິນີ້ມາປ່ອນບັດ ຕໍ່ລົງ​ຄະ​ແນນ​ສຽງ​ຕໍ່ໜ້າ ສະພາສູງອາເມລິກາ ​ແລະ ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໃນ​ຕົ້ນ​ອາທິດ​ໜ້າ, ຊຶ່ງ​ແມ່ນ​ຂອດ​ສຸດ​ທ້າຍ​ໃນ​ລະບຽບ​ການ​ຂໍ​ຄຳ​ເຫັນ​ຈາກ​ສະພາ​ແຫ່ງ​ຊາດ​ເພື່ອ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຊີຣີຂອງ ປະທານາທິບໍດີ Barak Obama. ການ​ຜັນ​ແປ​ດັ່ງກ່າວ​ພ້ອມ​ກັບ​ການຈັດ​ສົ່ງ​ກຳລັງ​ທະຫານ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈຸດ​ເວລາ​ເປີດ​ການ​ບຸກ​ໂຈມ​ຕີ​ຊີຣີ ພວມ​ຫຍັບ​ເຂົ້າ​ໃກ້.

      ​ເຫດຜົນ​ທີ່ກຳມາທິການການຕ່າງປະເທດ ສະພາສູງອາເມລິກາຮັບຮອງ​ເອົາ​ ມະຕິ​ອະນຸຍາດ​ໃຫ້​ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີ Barak Obama ນຳ​ໃຊ້​ກຳລັງ​ອາວຸດຕ້ານຊີຣີ ​ແມ່ນ​ລັດຖະບານ​ປະ​ເທດ​ນີ້​ນຳ​ໃຊ້​ອາວຸດ​ເຄມີຕ້ານ​ສາມັນ​ຊົນ. ​ແຕ່​ມະຕິ​ດັ່ງກ່າວ​ບໍ່​ອະນຸຍາດ​ໃຫ້​ນຳ​ໃຊ້​ກຳ​ລັງ​ທະຫານ​ທາງບົກ ​ແລະ​ເວົ້າ​ແຈ້ງວ່າ ການ​ກະທຳ​ທາງ​ທະຫານ​ພຽງ​ແຕ່​ເພື່ອ​ແນ​ໃສ່​ຈຸດປະສົງ​ນາບ​ຂູ່, ບໍ່​ປະ​ໃຫ້​ຊີຣີປະຕິບັດ ການ​ບຸກ​ໂຈມ​ຕີ​ດ້ວຍອາວຸດ​ເຄມີຕື່ມ​ອີກ. ຕາມ​ມະຕິ​ດັ່ງກ່າວ​ແລ້ວ, ປະທານາທິບໍດີ Barak Obama ​ມີ​ສິດ​ອອກ​ຄຳ​ສັ່ງ​ເປີດ​ການ​ບຸກ​ໂຈມ​ຕີ​ທີ່ມີ​ຂອບ​ເຂດ​ຈຳກັດ​ແນ​ໃສ່​ບັນດາ​ເປົ້າ​ໝາຍ​ທາງ​ທະຫານ​ຂອງ​ຊີຣີ​ໃນ ເວລາ 60 ວັນ ​ແລະ ມີ​ສິດ​ຕໍ່​ກຳນົດ​ເວລາ​ຕື່ມ​ອີກ 30 ວັນ​ໂດຍ​ຕິດ​ພັນ​ກັບ​ເງື່ອນ​ໄຂ​ຈຳນວນ​ໜຶ່ງ.

    ​ໃນ​ຄວາມ​ມານະ​ພະຍາຍາມ​ເກັ້ຍກອ​ມ ສະພາ​ຕ່ຳ​ອາ​ເມ​ລິ​ກາ, ທ່ານ​ລັດຖະມົນ​ຕີ​ການ​ຕ່າງ​ປະ​ເທດອາ​ເມ​ລິ​ກາ John Kerry , ລັດຖະມົນຕີ​ກະຊວງ​ປ້ອງ​ຊາດ​ອາ​ເມ​ລິ​ກາ Chuck Hagel ສືບ​ຕໍ່​ອະພິປາຍ​ຢູ່ ກຳມາທິການການຕ່າງປະເທດ ສະພາຕ່ຳອາເມລິກາ. ກ່ອນ​ໜ້າ​ນັ້ນ, ປະທານາທິບໍດີ Barak Obama​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອັນ​ດັບ​ໜ່ຶງ 2 ທ່ານ ສັງກັດ​ພັກສາທາລະນະ​ລັດ ທ່ານ​ປະທານ ສະພາ​ຕ່ຳ​ອາ​ເມ​ລິ​ກາ John Boehner ​ແລະ ສະມາ​ຊິກ ສະພາ​ຕ່ຳ​ Eric Cantor ຂະນະ​ທີ່ 2 ທ່ານນີ້​ໄດ້​ອອກສຽງ​ສະໜັບສະໜູນ​ການ​ກະທຳ​ທາງ​ທະຫານ​ຊຶ່ງ​ທຳນຽບຂາວ​ພວມ​ອອກ​ແຮງ​ຂົນຂວາຍ. ທ່ານ​ປະທານ ສະພາ​ຕ່ຳ​ອາ​ເມ​ລິ​ກາ John Boehner ຍັງ​ກະຕຸກ​ຊຸກຍູ້​ບັນດາ​ເພື່ອນ​ຮ່ວມ​ອາຊີບ ​ໃນ​ການ​ປ່ອນ​ບັດ​ໃນ​ທ້າຍ​ອາທິດ​ນີ້ ຈົ່ງ​ປ່ອນ​ບັດ​ສະໜັບສະໜູນ​ນະ​ໂຍບາຍ​ນຳ​ໃຊ້​ກຳລັງ​ອາວຸດ​ຕ້ານ​ຊີຣີຂອງ​ທຳນຽບຂາວ.

    ​ໃນ​ຂະນະ​ນັ້ນ, ກຳ​ປັ່ນ​ບັນທຸກ​ເຮືອບິນນິວ​ເຄຼຍ USS Nimitz ພ້ອມ​ກັບ​ຝູງ​ເຮືອ​ຮົບ​ຂອງ​ອາມ​ເລິ​ກາ​ພວມ​ມຸ່ງ​ໜ້າ​ສູ່​ທະ​ເລ​ແດງ​ເພື່ອ​ໜູ​ນຊ່ວຍ​ການ​ບຸກ​ໂຈມ​ຕີ​ຂອງ​ອາ​ເມ​ລິ​ກາ​ແນ​ໃສ່​ຕ້ານ​ຊີຣີ. ກ່ອນ​ໜ້າ​ນັ້ນ, ກອງທັບເຮືອອາ​ເມລິກາ​ໄດ້​ຜັນ​ຂະຫຍາຍ​ກຳ​ປັ່ນ​ຂົນ​ສົ່ງ​ຍົກ​ພົນ​ຂຶ້ນ​ບົກ USS San Antonio ທີ່​ສາມາດ​ບັນທຸກ​ເຮືອບິນ​ເອລິ​ກອບ​ເຕິ ​ແລະ ທະຫານ​ເຮືອ​ຍົກ​ພົນ​ຂຶ້ນ​ບົກ​ນັບ​ຮ້ອຍ​ຄົນ​ຢູ່​ບໍລິ​ເວນ​ທາງ​ຕາ​ເວັນ​ອອກ​ທະ​ເລ​ເມດີ​ເຕຣາ​ເນ ຊຶ່ງ​​ແມ່ນ​ບໍລິ​ເວນ​ທີ່​ມີ​ການ​ປະກົດ​ຕົວ​ຂອງ​ກຳ​ປັ່ນ​ພິຄາດ 5 ລຳ ຕິດ​ລູກ​ສອນ​ໄຟ​ນຳ​ວິຖີ ກໍ​ລ້ວນ​ແຕ່​ກຽມພ້ອມດຳ​ເນີນການ​ບຸກ​ໂຈມ​ຕີ​ຊີຣີ ຂະນະ​ທີ່ ປະທານາທິບໍດີ Barak Obama ອອກ​ຄຳ​ສ່ັງ​.

    ການ​ຜັນ​ແປ​​ແມ່ນ​ເປັນ​ໜ້າ​ປະ​ເອີ​ບ​ໃຈ​ເຊັ່ນ​ນັ້ນ, ​ແຕ່​ບໍ່​ມີ​ຄວາມ​ໝາຍວ່າ ອຳນາດ​ການ​ປົກຄອງຂອງປະທານາທິບໍດີ Barak Obama ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ທັງ 2 ສະພາ​ຕ່ຳ​ ​ແລະ ສະພາສູງອາ​ເມ​ລິ​ກາ​ໃນ​ການ​ປ່ອນ​ບັດ​​ໃນ​ວັນ​ທີ 9/9 ​ເພື່ອ​ຜັນ​ຂະຫຍາຍ​ ການ​ບຸກ​ໂຈມ​ຕີ​ຊີຣີ. ​ໃນ 2 ສະພາ​ຕ່ຳ​ ​ແລະ ສະພາສູງ​ອາ​ເມ​ລິ​ການັ້ນ, ສະພາ​ສູງອາ​ເມ​ລິ​ກາ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປະຕູ​ທີ່​ສາມາດ​ຜ່ານ​ໄດ້​ຢ່າງ​ງ່າຍ​ດາຍກ່ວາ ຍ້ອນ​ການ​ບໍລິຫານ​ແມ່ນ​ບັນດາ​ສະມາຊິກສະພາ​​ແຫ່ງ​ຊາດ​ສັງກັດ​ພັກ​ປະຊາທິປະ​ໄຕຂອງ ປະທານາທິບໍດີ Barak Obama. ​ໃນ​ຂະນະ​ນັ້ນ, ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໂດຍ​ພັກສາ​ທາ​ລະນະ​ລັດ​ຄວບ​ຄຸມ ຊຶ່ງ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ​ທີ່​ນິຍົມ​ຮັກສາ​ເດີ​ມ ​ເຄີຍ​ຄັດຄ້ານ​ບັນດາ​ລັດຖະນະ​ໂຍບາຍ​ຂອງ ປະທານາທິບໍດີ Barak Obama​ໃນ​ຫຼາຍ​ຂົງ​ເຂດ, ​ແມ່ນ​ອາດ​ຈະ​ສືບ​ຕໍ່​ຂັດຂວາງ​ແຜນການ​ແຊກ​ແຊງ​ທາງ​ທະຫານ​ຂອງ ປະທານາທິບໍດີ Barak Obama, ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ການ​ນຳ ສະພາ​ຕ່ຳ​ອາ​ເມ​ລິ​ກາສະໜັບສະໜູນ ປະທານາທິບໍດີ Barak Obama. ສະມາຊິກ ສະພາ​ສູງ​ອາ​ເມ​ລິ​ກາສັງກັດ​ພັກສາ​ທາ​ລະນະ​ລັດ  ທ່ານ Bob Corker ​ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້​ແມ່ນ​ຈຸດ​ເວລາ​ທີ່​ຫຍຸ້ງຍາກ​ສຳລັບ ປະທານາທິບໍດີ Barak Obama ​ເພື່ອ​ຮຽກຮ້ອງ​ການ​ສະໜັບສະໜູນ​ຢ່າງ​ເຕັມ​ສ່ວນ​ຈາກ​ສະພາ​ແຫ່ງ​ຊາດ.

     ​ໃນ​ຂະນະ​ນັ້ນ, ບັນດາ​ການ​ຢັ່ງ​ຫາງ​ສຽງ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ອາ​ເມ​ລິ​ກາ​ສ່ວນ​ຫຼາຍ​ບໍ່​ສະໜັບສະໜູນ​ ການ​ບຸກ​ໂຈມ​ຕີ​ຊີຣີ ​ແລະ ບໍ່​ເຊື່ອ​ໝັ້ນ​ຕໍ່​ໝາກຜົນ​ຂອງ​ການ​ສູ້​ຮົບ. ໝາກຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຫຼ້າ​ສຸດ​ທີ່​ປະກາດ​ເມື່ອ​ວັນ​ທີ 3/9 ຂອງ Reuters/ Ipsos ​ໃຫ້​ຮູ້​ວ່າ ມີ 56% ຈຳນວນ​ຜູ້​ຖືກ​ຖາມໄດ້  ​ເວ​ົ້າວ່າວໍ​ຊິງ​ຕັນ​ບໍ່​ຄວນ​ແຊກ​ແຊງ​ເຂົ້າ​ວິ​ກິດ​ການ​ຊີຣີ ​ແລະ ມີ​ພຽ​ງ 19% ​ແມ່ນ​ສະໜັບສະໜູນ​ເທົ່າ​ນັ້ນ. ພ້ອມ​ກັນ​ນັ້ນ, ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ສົງຄາມ​ໄດ້​ດຳ​ເນີນ​ໃນ​ທົ່ວ​ປະ​ເທດອາ​ເມ​ລິ​ກາ.

    ທາງ​ດ້ານ​ສາກົນ, ອຳນາດ​ການ​ປົກຄອງຂອງປະທານາທິບໍດີ Barak Obamaກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃດ​ໜຶ່ງ​. ທ່ານ​ເລຂາ​ທິການ​ໃຫຍ່ ສ.ປ.ຊ ຢືນຢັນ​ວ່າ ກົດ​ບັດ​ສ.ປ.ຊ ​ໄດ້​ອະນຸຍາດ​ມີ​ການ​ກະທຳ​ທາງ​ທະຫານ​ແມ່ນ​ພຽງ​ແຕ່​ແນ​ໃສ່​ຈຸດປະສົງ​ປ້ອງ​ກັນ​ຕົວ​ຫຼື​ໄດ້​ຮັບ​ຄວາມ​ເຫ​ັນດີ​ຈາກ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ເທົ່າ​ນັ້ນ. ​ເລື່ອງ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ​ຊີຣີ ​ແມ່ນ​ອາດ​ຈະ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​. ​ໃນ​ຂະນະ​ນັ້ນ, ປະທານາທິບໍດີລັດ​ເຊຍ Putin ​ເນັ້ນ​ໜັກ​ວ່າ ຖ​ະຫາກ ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ ມີ​ພະຍານ​ຫຼັກ​ຖານ​ຜູກ​ໂທດ​ລັດຖະບານຊີຣີນັ້ນ ​ແມ່ນ​ຕ້ອງ​ນຳ​ສະ​ເໜີ​ຕໍ່ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ. ​ເລື່ອງ​ອາ​ເມ​ລິ​ກາບຸກ​ໂຈມ​ຕີ​ຊີຣີ​ໂດຍ​ບໍ່​ມີ​ການ​ເຫັນ​ດີ​ຈາກ ສ.ປ.ຊ ກໍ​ແມ່ນ​ການ​ຮຸກ​ຮານ.

   ​ເບິ່ງ​ຄື​ວ່າ ຈຸດ​ເວລາ​ເປີດ​ການ​ບຸກ​ໂຈມ​ຕີ​ຊີຣີ ພວມ​ຫຍັບ​ເຂົ້າ​ໃກ້. ຖາກ​ຫາກ​ວ່າ​ສິ່ງ​ນີ້​ເກີດ​ຂຶ້ນ ຈະ​ເຮັດ​ໃຫ້​ສາມັນ​ຊົນ​ຫຼາຍ​ຄົນ​ຕ້ອງ​ເສຍ​ຊີວິດ, ສິ່ງ​ນີ້​ບໍ່​ສາມາດ​ແກ້ຄວາມ​ຢ່າງ​ເຕັມ​ສ່ວນ​ໃຫ້​ຂໍ້​ອ້າງ​ອີງ​ຊຶ່ງ​ອຳ​ນາ​ດການ​ປົກຄອງຂອງ ປະທານາ ທິບໍດີ Barak Obama ນຳ​ໃຊ້​ເພື່ອ​ບຸກ​ໂຈມ​ຕີ​ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ