ອາແທນປະເຊີນໜ້າກັບຄວາມທົດສອບນາໆປະການ

ວັນ​ທີ 25/2, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ​ພາກ​ພື້ນ ເອີ​ໂຣ​ຊົນ ໄດ້​ສະ​ໜັບ​ສະ​ໜູນ​ການ​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 4 ເດືອນ​ສຳ​ລັບ​ບ້ວງ​ເງິນ​ຊ່ວຍ​ກູ້​ຂອງ​ເກຼັກ ພາຍຫຼັງ​ທີ່​ໄດ້​ຮັບ​ຮອງ​ເອົາ​ສາ​ລະ​ບານ​ປະ​ຕິ​ຮູບ​ຊ​ຶ່ງ​ອາ​ແທນ​ໄດ້​ຍື່ນ​ສະ​ເໜີ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ໄຊ​ຊະ​ນະ​ໃນ​ເບື້ອງ​ຕົ້ນ​ຂອງ ເກຼັກ, ອັນ​ໄດ້​ຊ່ວຍ​ປະ​ເທດນີ້ຫຼີກ​ເວັ້ນ​ໄພ​ອັນ​ຕະ​ລາຍ​ຖືກ​ລົ້ມ​ລະ​ລາຍ. ແຕ່​ວ່າ ນີ້​ພຽງ​ແຕ່​ແມ່ນ​ຈຸດ​ເວ​ລາ​ທີ່​ ອາ​ແທນ​ຕ້ອງປະ​ເຊີນ​ໜ້າ​ກັບ​ຄວາມ​ທົດ​ສອບ​ນາໆປະ​ການ. ໄດ້​ຮັບ​ການ​ຊ່ວຍ​ກູ້​ຕື່ມ​ອີກ 4 ເດືອນ, ແຕ່​ເລື່ອງນີ້​ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ພັກ Syriza ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງເກຼັກ ທ່ານ Alexis Tsipras ໄດ້​ໄປ​ຝືນກັບ​ຄຳ​ໝັ້ນ​ສັນ​ຍາ​ຊຶ່ງ​​ພັກ Syriza ໄດ້​ຍົກ​ອອກ​ໃນ​ວິ​ວັດ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ ກໍ​ຄື​ໃນ​ຊວງເວ​ລາ​ຫາ​ກໍຂຶ້ນ​ກຳ​ອຳ​ນາດ.

ອາແທນປະເຊີນໜ້າກັບຄວາມທົດສອບນາໆປະການ - ảnh 1
(ພາບ​ປະ​ກອບ : telegraph.co.uk)

    ​ສາ​ລະ​ບານ​ປະ​ຕິ​ຮູບຂອງເກຼັກ ຊຶ່ງ​ລວມ​ມີ ບັນ​ດາ​ມາດ​ຕະ​ການ​ຕ້ານ​ສະ​ພາບ​ໜີ​ພາ​ສີ​ອາ​ກອນ, ຄ້າ​ຂາຍ​ວັດ​ຖຸ​ດິບ ແລະ ຢາ​ສູບ​ເຖື່ອນ ແລະ ປະ​ຕິ​ຮູບ​ພາກ​ລັດ. ​ສາ​ລະ​ບານ​ປະ​ຕິ​ຮູບກໍ​ລວມ​ທັງ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂວິ​ກິດ​ການ​ມະ​ນຸດ​ສະ​ທຳ, ດັບ​ປັບ​ບ້ວງ​ໜີ້​ພາ​ສີ​ອາ​ກອນ ແລະ ໜີ້​ເສຍ, ຢຸດ​ຕິ​ການ​ຢຶດ​ເຮືອນ​ເພື່ອ​ຊວດ​ຈຳ​ສຳ​ລັບ​ໜີ້​ສິນ. ກຸ່ມ 18 ລັດ​ຖະ​ມົນ​ຕີ​ການ​ເງິນ ພາກ​ພື້ນ ເອີ​ໂຣ​ຊົນໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັບ ​ສາ​ລະ​ບານ​ປະ​ຕິ​ຮູບ​ຊຶ່ງ​ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງເກຼັກ ທ່ານ Alexis Tsipras ຍື່ນ​ສະ​ເໜີ້ ແລະ ຕາມ​ແຜນ​ການ​ແລ້ວ, ບ້ວງ​ເງິນ​ຊ່ວຍ​ກູ້​ຈະ​ຖືກ​ປ່ອຍ​ພາຍຫຼັງ​ທີ່​ແຜນ​ການ​ເສດ​ຖະ​ກິດ​ໃໝ່​ຂອງ​ລັດ​ຖະ​ບານ ເກຼັກ​ໄດ້​ຮັບ​ອະ​ນຸ​ມັດ​ຜ່ານ​ຈາກ​ບັນ​ດາ​ເຈົ້າ​ໜີ້. ປະ​ຈຸ​ບັນ, ທັງ EU  ແລະ ເກຼັກ ພວມ​ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ສຸດ​ທ້າຍ, ໃນ​ນັ້ນ ມີ​ການ​ປ່ອນ​ບັດ​ຢູ່​ບາງ​ສະ​ພາ​ແຫ່ງ​ຊາດ​ປະ​ເທດ​ສະ​ມາ​ຊິກ ພາກ​ພື້ນ ເອີ​ໂຣ​ຊົນ ໃນ 2-3 ມື້​ທີ່​ຈະ​ມາ​ເຖິງ.

    ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ອາ​ແທນ

  ເປັນ​ອັນວ່າ ເກຼັກຈະ​ຖືກ​ແກ່​ຍາວ​ສຳ​ລັບ​ບ້​ວງ​ເງິນ​ຊ່ວຍ​ກູ້ປະ​ຈຸ​ບັນຕື່ມ​ອີກ 4 ເດືອນຊຶ່ງ​ຄາດ​ວ່າ​ຈະ​ໝົດ​ກຳ​ນົດໃນ​ວັນ​ທີ 28/2 . ໃນ 4 ເດືອນນັ້ນ, ລັດ​ຖະ​ບານ ເກຼັກ​ຈະ​ຕ້ອງ​ຍົກ​ອອກວິ​ວັດ​ທະ​ນາ​ການ​ລະ​ອຽດ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ການ​ປະ​ຕິ​ຮູບ​ທີ່​ໄດ້​ໝັ້ນ​ໝາຍ ແລະ ຍັງ​ຄົງ​ຢູ່​ໃຕ້​ການ​ຕິດ​ຕາມກວດ​ກາ​ຂອງ​ບັນ​ດາ​ລະ​ບອບ​ກຳ​ນົດສາ​ກົນ. ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ​້ວ, ເຖິງວ່າ​ຂໍ້​ຕົກ​ລົງ​ນີ້ ບໍ່​ແມ່ນ​ສິ່ງ​ທີ່​ດີກ​ວ່າ​ໝູ່ ຊຶ່ງ​ທັງ 2 ຝ່າຍ​ລໍ​ຄອຍ​ກໍ​ຕາມ, ແຕ່​ໃນ​ສ່ວນ​ໃດ​ສ່ວນ​ໜຶ່ງ ມັນ​ກໍ​ສາ​ມາດ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງໃນ​ການ​ພົວ​ພັນ​ລະ​ຫວ່າງ ເກຼັກ ແລະ ເອີ​ລົບ. 2 ຝ່າຍ​ຕາ່ງ​ກໍ​ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດໆ​ອີກ. ເກຼັກ ກໍ​ຕ້ອງການ​ບັນ​ດາ​ບ້ວງ​ເງິນ​ຊ່ວຍ​ກູ້​ເພື່ອຫຼີກ​ເວັ້ນ​ການ​ລົ້ມ​ລະ​ລາຍ, ໃນ​ຂະ​ນະ​ທີ່​ເອີ​ລົບ​ກໍ​ບໍ່​ອາດ​ປະ​ປ່ອຍ​ໃຫ້​ ເກຼັກ ເພື່ອຫຼີກ​ເວັ້ນ​ການ​ຫັນ​ປ່ຽນ​ຂອງ ພາກ​ພື້ນ ເອີ​ໂຣ​ຊົນ.

    ແຕ່​ສຳ​ລັບ ເກຼັກ ແລ້ວ, ເປັ​ນ​ທີ່​​ຈະ​ແຈ້ງ​ແລ້​ວວ່າ ຂໍ້​ຕົກ​ລົງ​ນີ້ ກໍ​ບໍ່​ມີ​ຜົນ​ປະ​ໂຫຍດ​ປານ​ໃດ​ຕໍ່​ປະ​ເທດນີ້​ໃນ​ສະ​ພາ​ວະ​ທີ່​ພັກ​ກຳ​ອຳ​ນາດ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງເກຼັກ ທ່ານ Alexis Tsipras ມີ​ທັດ​ສະ​ນະ​ແຂງ​ກະ​ດ້າງ​ພໍ​ສົມ​ຄວນ​ສຳ​ລັບ​ບ​ັນ​ດາ​ໂຄງ​ການຮັດ​ເຂັມ​ຄັດ​ຂອງ​ເອີ​ລົບ. ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງເກຼັກ ທ່ານ Alexis Tsipras ໄດ້​ຍອມ​ຮັບ​ວ່າ ຂໍ້​ຕົກ​ລົງ​ນີ້​ໄດ້​ຊ່ວຍ​ຢຸດ​ຕິ​ບັນ​ດາ​ມາດ​ຕະ​ການ​ຮັດ​ເຂັມ​ຄັດ, ແຕ່ ເກຼັກ ຕ້ອງ​ທົດ​ແທນ​ດ້ວຍ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ.

    ຄວາມ​ທົດ​ສອບ​ຕໍ່​ອຳ​ນາດ​ການ​ປົກ​ຄອງ ເກຼັກ

    ໂດຍ​ໄດ້​ຖື​ວ່າ ຂໍ້​ຕົກ​ລົງ​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 4 ເດືອນ​ສຳ​ລັບ​ບ້ວງ​ເງິນ​ຊ່ວຍ​ກູ້​ຂອງ​ເກຼັກ​ເພື່ອ​ຊ່ວຍ​ປະ​ເທດນີ້​ຢຸດ​ຕິ​ບັນ​ດາ​ມາດ​ຕະ​ການ​ຮັດ​ເຂັມ​ຄັດ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງເກຼັກ ທ່ານ Alexis Tsipras ຢືນ​ຢັນ​ວ່າ ລັດ​ຖະ​ບານ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສາ​ມາດ​ເຮັດ​ໄດ້​ເພື່ອ​ບັນ​ລຸ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທັງ 2 ຝ່າຍ ໂດຍ​ອີງ​ບົນຫຼັກ​ການ​ເຄົາ​ລົບ​ຊຶ່ງ​ກັນ ແລະ ກັນ, ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ EU ກໍ​ຄື​ພິ​ຈາ​ລະ​ນາ​ຄວາມ​ມຸ່ງຫວັງ​ຂອງ​ຜູ້​ປ່ອນ​ບັດ. ແຕ່​ວົງການ​ນັກ​ໄຈ້​ແຍກ​ຖື​ວ່າ ນີ້​ເບິ່ງ​ຄື​ວ່າ ແມ່ນ​ໜ້າ​ທີ່ບໍ່​ອາດ​ເປັນ​ໄປ​ໄດ້. ກ່ອນ​ອື່ນ​ໝົດ ບັນ​ດາ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງເກຼັກ ທ່ານ Alexis Tsipras ຍັກ​ອອກ​ມາ​ເມື່ອ​ດຳ​ເນີນ​ການ​ຫາ​ສຽງ​ເລືອກ​ຕັ້ງ ລ້ວນ​ແຕ່ບໍ່​ໄດ້​ຮັບ​ການ​ປະ​ຕິ​ບັດ ຢ່າງ​ໜ້ອຍ​ແມ່ນ​ໃນ​ຊວງ​ເວ​ລາ 4 ເດືອນ​ທີ່​ຈະ​ມາເຖິງ. ປະ​ຈຸ​ບັນ, ລັດ​ຖະ​ບານເກຼັກ​ຕ້ອງ​ຜ່ອນ​ສັ້ນ​ຜ່ອນ​ຍາວ, ແຕ່ການ​ຜ່ອນ​ສັ້ນ​ຜ່ອນ​ຍາວນີ້​ຍັງ​ປະ​ສົບ​ກັບການ​ຕຳ​ໜິ​ຕິ​ຕຽນ​ຢ່າງ​ແຂງ​ແຮງ​ຈາກ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງເກຼັກ ທ່ານ Alexis Tsipras ກໍ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານ​ລັດ​ຖະ​ບານ​ຄັ້ງ​ທຳ​ອິດ ຂະ​ນະ​ທີ່​ບາງ​ພັກ​ຝ່າຍ​ພວມ​ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານແຜນ​ການ​ປະ​ຕິ​ຮູບ​ຊຶ່ງອາ​ແທນ​ໄດ້​ຍື່ນ​ສະ​ເໜີ.

     ບ້​ວງ​ເງິນ​ຊ່ວຍ​ກູ້ຈະ​ຖືກ​ແກ່​ຍາວ​ຕື່ມ​ອີກ 4 ເດືອນ. ຊວງ​ເວ​ລານີ້ ກໍ​ຈະ​ຊ່ວຍ​ໃຫ້​ລັດ​ຖະ​ບານເກຼັກ ກໍ​ຄື​ບັນ​ດາ​ເຈົ້າ​ໜີ້​ວາງ​ອອກວິ​ວັດ​ທະ​ນາ​ການ​ທີ່​ເໝາະ​ສົມ​ແກ່​ການ​ປະ​ຕິ​ຮູບ​ທີ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທຸກໆ​ຝ່າຍ. ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງ​ໃນ​ປະ​ຈຸ​ບັນ, ແມ່ນນອນ​ຢູ່​ຝ່າຍ​ລັດ​ຖະ​ບານເກຼັກ. ເຮັດ​ແນວໃດ​ທັງ​ສືບ​ຕໍ່​ຮັບ​ບັນ​ດາບ້​ວງ​ເງິນ​ຊ່ວຍ​ກູ້ ແລະ ປະ​ຕິ​ບັດ​ບັນ​ດາ​ການ​ປະ​ຕິ​ຮູບ, ທັງ​ຮ​ັກ​ສາ​ຄວາມ​ເຊື່ອ​ໝັ້ນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ທີ່​ໃຫຍ່ຫຼວງ​ສຳ​ລັບ​ລັດ​ຖະ​ບານ​ໃໝ່ເກຼັກ.

ຕອບກັບ

ຂ່າວ/ບົດ​ອື່ນ