ຮັກສາຄວາມປອດໄພດ້ານນິວຄະເລຍ - ຄວາມວິຕົກກັງວົນລວມຂອງທົ່ວໂລກ

(vovworld) - ກອງ​ປະຊຸມ​ຂັ້ນ​ສູງ​ຮັກສາ​ຄວາມ​ປອດ​ໄພດ້ານ​ນິວຄະ​ເລ​ຍຄັ້ງ​ທີ 2 ​ເຊິ່ງຈັດ​ຂຶ້ນຢູ່ ສ​ເກົາຫຼີ​ ໄດ້​ກ້າວ​ເຂົ້າ​ສູ່​ມື້​ສຸດ​ທ້າຍ, ດ້ວຍ​ວາລະ​ປະຊຸ​ມຄົບ​ຄະນະ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຮັກສາ​ວັດຖຸອຸປະກອນ ​ແລະ​ຮາກ​ຖານ​ນິວຄະ​ເລ​ບ, ສະກັດ​ກັ້ນ​ໄພ​ເກີດ​ວິ​ກິດ​ການ​ນິວຄະ​ເລຍ. ​ເຖິງ​ວ່າ​ຈຸດປະສົງ​ຂອງບັນດາ​ການ​ນຳ​ໂລກ​​ແມ່ນ​ຈະ​ແຈ້ງ​ແລ້ວ​ກໍ່ຕາມ, ​ແຕ່​ເບິ່ງ​ຄື​ວ່າ, ນີ້​ແມ່ນໜ້າ​ບໍ່​ງ່າຍດາ​ຍປານ​ໃດ, ​ເພາະວ່າ​ການ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລ​ຍຂອງ​ໂລກ​ແມ່ນ​ບັນຫາ​ຍາກ​ທີ່​ຈະ​ຄວບ​ຄຸມ ​ແລະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້.

ຮັກສາຄວາມປອດໄພດ້ານນິວຄະເລຍ -  ຄວາມວິຕົກກັງວົນລວມຂອງທົ່ວໂລກ - ảnh 1

ທ່ານ Obama ສັງເກດສະພາບການເກົາຫຼີຈາກເຂດປອດການທະຫານ (ພາບ: AP)

ກອງ​ປະຊຸມ​ຂັ້ນ​ສູງ​ຮັກສາ​ຄວາມ​ປອດ​ໄພດ້ານ​ນິວຄະ​ເລ​ຍຄັ້ງ​ນີ້​ມີ​ຂອບ​ຂະໜາດ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ ປະມຸກ​ລັດ 53 ທ່ານ, ຫຼາຍ​ກວ່າ 10 ທ່ານ ​ເມື່ອ​ທຽບ​ໃສ່​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ ​ເຊິ່ງຈັດ​ຂຶ້ນ​ຢູ່ ວໍ​ຊິງ​ຕັນ ​ແຫ່ງ​ອາ​ເມ​ລິ​ກາ ​ເມື່ອ​ປີ 2010. ຕາມ​ການ​ສັງ​ເກດ​ຂອງ​ຜູ້​ຊ່ຽວຊານ​ຈຳນວນ​ໜຶ່ງແລ້ວ, ກອງ​ປະຊຸມ​ອາດ​ຈະ​ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ​ຂອງ​ປະຊາ​ຄົມ​ໂລກ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ດ້ານ​ນິວຄະ​ເລຍ, ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຄື: ສະຫະ​ປະຊາ​ຊາດ, ອົງການ​ພະລັງງານ​ປາລະ​ມະນູ​ສາກົນ (IAEA) ​ໃນ​ຄວາມ​ມານະ​ພະຍາຍາມ​ສະກັດ​ກັ້ນ​ການ​ຜະລິດ​ບັນດາ​ວັດຖຸ, ອຸປະກອນ​ນິວຄະ​ເລຍ ທີ່​ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ອາວຸດ​ນິວຄະ​ເລຍ. ຫຼື​ສາມາດ​ຖອດ​ຖອນ​ບົດຮຽນ​ຈາກ​​ເຫດການທີ່​ເກີດ​ຂຶ້ນ​ຢູ່​ໂຮງງານ​ນິວຄະ​ເລຍ Fukushima (​ແຫ່ງ​ປະ​ເທດ​ຍີ່ປຸ່ນ) ​ເພື່ອ​ແນ​ໃສ່​ວາງ​ມາດ​ຕະການ​ຕ່າງໆ​ໃນ​ການ​ປົກ​ປັກ​ຮັກສາ​ບັນດາ​ຮາກ​ຖານ​ນິວຄະ​ເລຍ​ພົນລະ​ເຮືອນ ​ແລະ ສະກັດ​ກັ້ນບັນດາ​ເຫດການ​ກໍ່​ການ​ຮ້າຍ​ທີ່​ມີ​ລັກສະນະກຳ​ມັນ​ຕະພາບ​ລັງສີ. ນອກ​ນັ້ນ​ແມ່ນ​ແຈ້ງ​ຜົນງານ​ໃໝ່​ສຸດ​ໃນ​ການ​ຫຼຸດຜ່ອນ​ວັດຖຸ​ດິບ​ນິວຄະ​ເລຍ ​ແລະ ​​ຄຳ​ໝັ້ນ​ສັນຍາ​ໃໝ່​ຂອງບັນດາ​ປະ​ເທດ​ເຂົ້າ​ຮ່ວມ. ທີ່​ວາລະ​ອັດ​ກອງ​ປະຊຸມ, ວົງ​ການ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ເຈົ້າພາບ​ກໍ່​ໃຫ້​ຮູ້​ວ່າ​, ກອງ​ປະຊຸມ​ຈະ​ອອກ​ແຈ້ງ​ການ ​ເຊີ​ອູ​ນ ​ໂດຍ​ຢັ້ງຢືນ​ຄືນ​ໃໝ່​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​​ເລື່ອງ​ຫຼຸດຜ່ອນ ການ​ເສີມທາດ Uranium​ໃນ​ລະດັບ​ສູງ​ກວ່າ, ພ້ອມ​ທັງ​ຈັດ​ຕັ້ງ​ກອງ​ປະຊຸມ ປຶກສາ​ຫາລື ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລຍຄັ້ງ​ຕ່າງໆ. ​ເຖິງ​ວ່າກອງ​ປະຊຸມ​ຂັ້ນ​ສູງ​ຮັກສາ​ຄວາມ​ປອດ​ໄພດ້ານ​ນິວຄະ​ເລ​ຍຄັ້ງ​ນີ້​ບໍ່​ວາງ​ອອກ​ບັນດາ​ຄາດໝາຍກະ​ໂດດ​ຂັ້ນ​ກໍ່ຕາມ, ​ແຕ່​ເບິ່ງ​ຄື​ວ່າການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ສະຫຼຸບ​ທີ່​ກອງ​ປະຊຸມ​ນີ້​ຈະ​ບໍ່ແມ່ນ​​ເລື່ອງ​ງ່າຍດາຍ

ຫາງ​ສຽງຍັງ​ຄົງ​ຈື່​ຈຳ​ວ່າ, ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຮັກສາ​ຄວາມ​ປອດ​ໄພດ້ານ​ນິວຄະ​ເລ​ຍຄັ້ງ​ທຳ​ອິດ​ເມື່ອ​ປີ 2010, ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ໄດ້​ກຳນົດ​ຈຸດໝາຍ​ຮັບປະກັນ​ຄວບ​ຄຸມ​ບັນດາ​ວັດຖຸ​ອຸປະກອນ​ນິວຄະ​ເລຍ​​ໃນ​ປີ 2014 ​ແລ້ວ​ກໍ່ຕາມ. ​ແຕ່​ຫຼັງ​ຈາ​ກນັ້ນ 2 ປີ, ມາ​ຮອດ​ປະຈຸ​ບັນ, ​ໂລກ​ຍັງ​ຄົງ​ສືບ​ຕໍ່ຊອກ​ຫາ​ວິທີ​ການ​ແກ້​ໄຂ​ບັນຫາ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລຍ​ຢູ່. ປະຈຸ​ບັນ, ຈຳນວນ​ປະ​ເທດ​ນຳ​ໃຊ້​ພະລັງງານ​ນິວຄະ​ເລຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ນອກ​ນັ້ນ​ແມ່ນ​ການ​ເຕີບ​​ໃຫຍ່​ເຂັ້ມ​ແຂງ​ຂອງ​ບັນດາ​ອົງການ​ກໍ່​ກາຍ​ຮ້າຍ, ​ເຊິ່ງ​ແມ່ນ​ກຳລັງ​ທີ່​ຍາມ​ໃດ​ກໍ່​ຊອກ​ຫາ​ກາລະ​ໂອກາດ​ຍາດ​ເອົາ​ວັດຖຸ​ອຸປະກອນ​ນີ້ ​ເພື່ອ​ຂົ່ມຂູ່​ເຖິງ​ສັນຕິພາບ​ໂລກ. ສິ່ງ​ທີ່​ກໍ່​ຄວາມວິຕົກ​ກັງວົນ​ກວ່າ​ນັ້ນ​ແມ່ນ​, ປະຈຸ​ບັນ, ວັດຖຸ​ອຸປະກອນ​ນິວຄະ​ເລຍ​ຂອງ​ໂລກ​  ​ແລະ ​ເຕັກນິກ​ຜະລິດ​ອາວຸດລ້າງຜານ ຈາກ​ວັດຖຸ​ອຸປະກອນ​ນີ້ພວມ​ແຜ່ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ. ຕາມ​ບົດ​ລາຍ​ງານ​ຫວ່າງ​ແລ້ວ​ນີ້​ຂອງ​ອົງການ​ (IAEA) ​ແລ້ວ, ​ໄລ່​ມາ​ຮອດ​ປີ 2011, ທົ່ວ​ໂລກ​ມີ​ທາດ Uranium ທີ່​ໄດ້​ຮັບ​ການ​ເສີມ​​ດ້ວຍ​ລະດັບ​ສູງ​ແມ່ນ 1.600 ​ໂຕນ ​ແລະ​ມີ​ທາດ Plutonium ເພື່ອ​ຜະລິດ​ຫົວ​ນິວຄະ​ເລຍ 500 ​ໂຕນ ​. ພິ​ເສດ Uranium ທີ່​ນຳ​ໃຊ້​ໃຫ້​ພົນລະ​ເຮືອນ​ແມ່ນ​ບໍ່​ໄດ້ຮັບ​ການ​ຄຸ້ມ​ຄອງ​ຢ່າງ​ແໜ້ນ​ແຟ້ນ.

ກອງ​ປະຊຸມ​ຂັ້ນ​ສູງ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລ​ຍຄັ້ງທີ 2 ​ເຊິ່ງຈັດ​ຂຶ້ນ​ຢູ່ ສ​ເກົາຫຼີ, ຖືກ​ຖື​ວ່າ​ແມ່ນ​ການ​ສືບ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ຫຼຸດຜ່ອນ​ອາວຸດ​ນິວຄະ​ເລ​ຍ ​ແລະ​ ບໍ່​ເຜີຍ​ແຜ່​ອາວຸດ​ນິວຄະ​ເລຍ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ປີ 2009 ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລ​ຍຄັ້ງທຳ​ອິດ​ເຊິ່ງຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ເມື່ອ​ປີ 2010. ​ເລື່ອງ​ບັນດາ​ການ​ນຳ​ໂລກ​ໂຮມ​ປະຊຸມ​ນຳ​ກັນ​ເຖິງ 3 ​ເທື່ອ​ໃນ 2, 3 ປີ ມາ​ນີ້ ​ເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ບັນຫາ​ນິວຄະ​ເລຍ​ນີ້ ​​ໄດ້​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັກສາ​ຄວາມ​ປອດ​​ໄພ ດ້ານ​ນິວຄະ​ເລຍ​ເພື່ອ​ສັນຕິພາບ​ຂອງ​ມວນ​ມະນຸດ. ດ້ວຍ​ບັນດາ​ຖະ​ແຫຼ​ງການ​ເຊິ່ງຄາດ​ວ່າ​ຈະ​ຍົກ​ອອກ​ທີ່​ວາລະ​ອັດ​ກອງ​ປະຊຸມ​ຄັ້ງ​ນີ້, ຫາງ​ສຽງ​ຫວັງ​ວ່າ ປະ​ເທດ​ຕ່າງໆ​ຈະ​ປະຕິບັດ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລຍຢ່າງ​ຕັ້ງໜ້າ, ​​ແລະ​ມີ​ເຈດ​ຕະນາ​ດີກ​ວ່າ, ​ເຖິງ​ວ່າ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ນີ້​ຈະບໍ່​ແມ່ນ​ເລື່ອງທີ່​ງ່າຍດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ