ຮັກສາຊັບສົມບັດອັນລ້ຳຄ່າລວມ ຫວຽດນາມ - ລາວ

(VOVWORLD) -ສາຍພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າເຊິ່ງ 2 ປະເທດຄວນປົກປັກຮັກສາ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນສະພາບການໃໝ່.
ຮັກສາຊັບສົມບັດອັນລ້ຳຄ່າລວມ ຫວຽດນາມ - ລາວ - ảnh 1(ການຮ່ວມມືລະຫວ່າງ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ປະເທດ)

ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີແຫ່ງສປປ.ລາວ ພັນຄຳ ວິພາວັນ ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມ ຫວຽດນາມ ໃນເວລາ 3 ວັນນັ້ນ ໄດ້ນຳມາເຊິ່ງໝາກຜົນອັນດີງາມ, ແທດຈິງຫຼາຍຢ່າງ. ພິເສດ, ການຢ້ຽມຢາມໄດ້ສົ່ງສານອີກເທື່ອໜຶ່ງກ່ຽວກັບຄວາມສຳຄັນຂອງການພົວພັນລະຫວ່າງ 2 ພັກ, 2 ລັດ. ສາຍພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າເຊິ່ງ 2 ປະເທດຄວນປົກປັກຮັກສາ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນສະພາບການໃໝ່.

        ການເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແມ່ນການນຳຄົນທຳອິດຂອງຕ່າງປະເທດປະເທດມາຢ້ຽມຢາມ ຫວຽດນາມ ໃນປີໃໝ່ສາກົນ 2022, ພ້ອມທັງເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງນາຍົກລັດຖະມົນຕີ ລາວ ໃນຖານະຕຳແໜ່ງໃໝ່.

        ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເຫັນດີສືບຕໍ່ຜັນຂະຫຍາຍຖະແຫຼງການຮ່ວມຢ່າງມີປະສິດທິຜົນ ເນື່ອງໃນໂອການການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃນເດືອນ ມິຖຸນາ 2021 ແລະ ໝາກຜົນການຢ້ຽມຢາມສັນຖະວະໄມຕີປະເທດ ສປປ.ລາວ ຢ່າງເປັນທາງການ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນເດືອນ ສິງຫາ 2021. ນາຍົກລັດຖະມົນຕີທັງ 2 ທ່ານໄດ້ຢືນຢັນສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງແຕ່ລະຝ່າຍ ຈົ່ງຮີບເຮັ່ງກວດກາ, ແກ້ໄຂຄວາມຫຍຸ້ງຍາກ, ວາງອອກບັນດາກົນໄກ, ນະໂຍບາຍໃຫ້ບຸລິມະສິດເຊິ່ງກັນແລະກັນ, ສ້າງເງື່ອນໄຂເພື່ອຍູ້ແຮງການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງບັນດາໂຄງການຮ່ວມມືຈຸດສຸມລະຫວ່າງ 2 ປະເທດ.

ຮັກສາຊັບສົມບັດອັນລ້ຳຄ່າລວມ ຫວຽດນາມ - ລາວ - ảnh 2(ພິທີປຸກລະດົມປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022)

ຈຸດເດັ່ນຂອງການຢ້ຽມຢາມແມ່ນ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ປຸກລະດົມປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ຕາມນັ້ນແລ້ວ, 2 ປະເທດຈະຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ. ນີ້ແມ່ນບັນດາເຫດການທ່ີມີຄວາມໝາຍປະຫວັດສາດ, ເປັນຂີດໝາຍແຈ້ງສະຫວ່າງ, ເຕັມໄປດ້ວຍນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຢືນຢັນວ່າ:

        “ຫວນຄືນໄລຍະປະຫວັດສາດ 60 ປີທີ່ຜ່ານມາ, ພວກເຮົາມີຄວາມເອກອ້າງທະນົງໃຈເມື່ອເຫັນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາຢ່າງກວ້າງຂວາງເລິກເຊິ່ງໃນທຸກຂົງເຂດຫຼາຍກວ່າອີກ, ກາຍເປັນແບບຢ່າງໜຶ່ງດຽວໃນໂລກ. 2 ປະເທດໄດ້ຮຽງບ່າຮຽງໄຫຼ່, ເສຍສະຫຼະເລືອດເນື້ອໃຫ້ກັນແລະກັນໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືສືບຕໍ່ສະໜິດຕິດພັນ, ໜູນຊ່ວຍກັນຢ່າງໜັກແໜ້ນໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຄືໃນປະຈຸບັນ. ບັນດາໝານຜົນການຮ່ວມມືອັນໃຫຍ່ຫຼວງທີ່ບັນລຸໃນມື້ນີ້ ແມ່ນຊັບສົມບັດອັນລ້ຳຄ່າຂອງທັງ 2 ຊາດ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຮັກສາ, ເພີ່ມພູມຄູນສ້າງ, ປັບປຸງ ແລະ ພັດທະນາຈາກການນຳລຸ້ນຕ່າງໆ, ປະຊາຊົນ 2 ປະເທດ ແລະ ຂອງ 2 ພັກ.”

        2 ຝ່າຍໄດ້ເປັນເອກະພາບພ້ອມກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດຂອງ 2 ປະເທດໃນປີ 2022 ຢ່າງແໜ້ນແຟ້ນ, ແທດຈິງ, ມີຄວາມໝາຍ, ມີເນື້ອໃນເນັ້ນໜັກເຖິງສາຍພົວພັນມິດຕະພາບແບບພິເສດອັນຍິ່ງໃຫຍ່ຂອງ 2 ປະເທດ ເພື່ອໃຫ້ປະຊາຄົມສາກົນ ເຫັນໄດ້ມູນເຊື້ອທີ່ມີມາແຕ່ດົນນານຂອງ 2 ຊາດ ລາວ - ຫວຽດນາມ; ເພື່ອສຶກສາອົບຮົມພະນັກງານ, ພາລະກອນ, ກອງທັບ ແລະ ທົ່ວປວງຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງ 2 ປະເທດສາມາດເຂົ້າໃຈໄດ້ມູນເຊື້ອສາຍພົວພັນແບບພິເສດອັນຍິ່ງໃຫຍ່ຂອງ 2 ຊາດ ລາວ - ຫວຽດນາມ. ເນື່ອງໃນໂອກາດນີ້, ຫວຽດນາມ ໄດ້ມອບວັກຊິນຈຳນວນ 1 ລ້ານໂດສ ເພື່ອໜູນຊ່ວຍ ລາວ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19

        ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ລ້ວນແຕ່ມີການພົບປະທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ. ທີ່ບັນດາການພົບປະດັ່ງກ່າວ, 2 ຝ່າຍສະແດງໃຫ້ເຫັນຄວາມພູມໃຈກ່ຽວກັບສາຍພົວພັນ ລາວ - ຫວຽດນາມ ທີ່ໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ; ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນລະຫວ່າງ 2 ພັກ, 2 ລັດ. ທ່ານນາຍົກລັດຖະມົນຕີ ລາວ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງກ່ຽວກັບການສະໜັບສະໜູນ, ຊ່ວຍເຫຼືອທີ່ໃຫຍ່ຫຼວງ, ທັນການ ແລະ ມີປະສິດທິຜົນ ເຊິ່ງ ຫວຽດນາມ ໄດ້ສະຫງວນໃຫ້ແກ່ ລາວ ນັບແຕ່ກ່ອນມາຮອດປະຈຸບັນ, ໃນນັ້ນມີເລື່ອງໜູນຊ່ວຍລາວ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທ່ານຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ, ເສີມສ້າງໃຫ້ແກ່ສາຍພົວພັນແບບພິເສດ ລາວ - ຫວຽດນາມ.

ຮັກສາຊັບສົມບັດອັນລ້ຳຄ່າລວມ ຫວຽດນາມ - ລາວ - ảnh 3(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ)

ບັນດາໝາກຜົນຂອງການເຮັດວຽກລະຫວ່າງລັດຖະບານຂອງ 2 ປະເທດໃນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຈະເປັນພື້ນຖານສຳຄັນເພື່ອໃຫ້ 2 ປະເທດປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກໃນປີ 2022 ນີ້. ການຢ້ຽມຢາມໄດ້ສ້າງກຳລັງໜູນສືບຕໍ່ນຳການພົວພັນລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນຫຼາຍກວ່າ. ການຢ້ຽມຢາມກໍ່ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ - ລາວ, ເປັນການສືບທອດໃຫ້ຄົນລຸ້ນຕໍ່ໆໄປວ່າ ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງ 2 ພັກ, 2 ຊາດ, ແມ່ນກົດເກນຄົງຕົວ ແລະ ພັດທະນາ, ແມ່ນການພົວພັນເປັນຕາຍ ແລະ ແມ່ນແຫຼ່ງກຳລັງສຳຄັນທີ່ມີຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາຢູ່ແຕ່ລະປະເທດ, ຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ