ຮັກສາສາຍພົວພັນມິດຕະພາບຢ່າງສະໜິດແໜ້ນລະຫວ່າງຫວຽດນາມ-ລາວ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດແຫ່ງສປປ.ລາວ ສະເຫຼີມໄຊ ກົມມະສິດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດແຫ່ງສສ.ຫວຽດນາມ ຟ້າມບິ່ງມິງ ໄດ້ໄປຢ້ຽມຢາມລາວ ຢ່າງເປັນທາງການ ແລະ ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ - ລາວ ຄັ້ງທີ 5 ເຊິ່ງດຳເນີນໃນລະຫວ່າງວັນທີ 18 – 19 ທັນວາ.

ຮັກສາສາຍພົວພັນມິດຕະພາບຢ່າງສະໜິດແໜ້ນລະຫວ່າງຫວຽດນາມ-ລາວ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດແຫ່ງສປປ.ລາວ ສະເຫຼີມໄຊ ກົມມະສິດ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດແຫ່ງສສ.ຫວຽດນາມ ຟ້າມບິ່ງມິງ

(ພາບປະກອບ: BNG)

ການຢ້ຽມຢາມແມ່ນສືບຕໍ່ຜົນສຳເລັດຂອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2017, ເຊິ່ງບັນລຸຜົນງານພົ້ນເດັ່ນຫຼາຍຢ່າງໃນປີ 2018, ແມ່ນໂອກາດເພື່ອໃຫ້ 2 ປະເທດນຳສະເໜີທິດທາງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

        ຍາກທີ່ຈະຫາໄດ້ຄູ່ປະເທດໃດໃນໂລກເຊິ່ງມີການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງ 2 ພັກ, 2 ລັດ ພັດໄດ້ຮັບການດຳເນີນເປັນປະຈຳຄືລະຫວ່າງຫວຽດນາມ ກັບລາວ. ຜ່ານບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ນອກຈາກການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສະໜິດແໜ້ນເຊິ່ງກັນແລະກັນແລ້ວ, ການນຳ 2 ພັກ, 2 ລັດຍັງບັນລຸໄດ້ຂ້ໍຕົກລົງສຳຄັນຫຼາຍສະບັບທີ່ມີລັກສະນະຍຸດທະສາດ, ທັງກຳນົດທິດທາງໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃນໄລຍະຍາວ, ທັງແກ້ໄຂບັນດາຄວາມຫຍຸ້ງຍາກຢ່າງທັນການ, ເຮັດໃຫ້ການພົວພັນ 2 ຝ່າຍນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ຢືນຢັນຂອບຂະໜາດຂອງສາຍພົວພັນຫວຽດນາມ-ລາວ

        ອາດເວົ້າໄດ້ວ່າ, ໃນໄລຍະຜ່ານມາ, ວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບມູນເຊື້ອ, ຄວາມໝາຍຍຸດທະສາດ ແລະ ຄວາມສຳຄັນພິເສດຂອງສາຍພົວພັນຫວຽດນາມ - ລາວ ແມ່ນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. 2 ຝ່າຍໄດ້ສົມທົບກັນຈັດຕັ້ງບັນດາເຫດການໃຫຍ່ລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ພິເສດແມ່ນໃນປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2017. ທ່ານດົນຕ໋ວນຟອງ, ຮອງປະທານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃຫ້ຮູ້ວ່າ.

        “ປີ 2017 ແມ່ນປີຟົດຟື້ນສຳລັບປະເທດລາວ. ພວກເຮົາໄດ້ຈັດການເຄື່ອນໄຫວຫຼາຍຢ່າງນເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ຮ່ວມມືລະຫວ່າງ 2 ປະເທດ. ບັນດາການເຄື່ອນໄຫວທີ່ໄດ້ຮັບການຈັດຕັ້ງແມ່ນມີຫຼາຍຮູບຫຼາຍແບບ, ລວມມີການແລກປ່ຽນຄະນະຜູ້ແທນ, ຈັດຕັ້ງໃຫ້ບັນດາອະດີດທະຫານອາສາສະໝັກ, ອະດີດນັກຊ່ຽວຊານໄປຢ້ຽມຢາມສະໜາມຮົບເກົ່າ. 2 ຝ່າຍກໍໄດ້ພິມຈຳໜ່າຍວາລະສານສະບັບພິເສດເປັນພາສາລາວ ແລະ ຫວຽດນາມ ດ້ວຍຫົວຂໍ້ວ່າ "ຮ່ວມສາຍພູຫຼວງ". ມີບັນດາການເຄື່ອນໄຫວໂຄສະນາ, ຍົກສູງສະຕິຄວາມຮັບຮູ້, ການເຄື່ອນໄຫວຕອບບຸນແທນຄຸນ, ການເຄື່ອນໄຫວລະຫວ່າງຊາວໜຸ່ມ ແລະ ນັກສຶກສາ 2 ປະເທດກໍ່ໄດ້ຮັບການຈັດຕັ້ງ. ຜ່ານບັນດາການເຄື່ອນໄຫວນັ້ນ, ໄດ້ປະກອບສ່ວນເຂົ້າໃນການສຶກສາອົບຮົມ, ໂຄສະນາເຜີຍແຜ່ສາຍພົວພັນແບບພິເສດ, ສັດຊື່ບໍລິສຸດ, ໂປ່ງໃສລະຫວ່າງຫວຽດນາມ - ລາວ”.

        ພ້ອມກັບການຮ່ວມມືໃນຂອບເຂດ 2 ຝ່າຍ, ນ້ຳໃຈສາມັກຄີຖານສະຫາຍອ້າຍນ້ອງລະຫວ່າງຫວຽດນາມ ແລະ ລາວ ຍັງສະແດງອອກຢ່າງເຫັນໄດ້ຊັດຢູ່ທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນຄື: ສະຫະປະຊາຊາດ, ອາຊຽນ, ການຮ່ວມມືເຂດອະນຸພາກພື້ນ… ໄດ້ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງຂອງແຕ່ລະປະເທດຢູ່ພາກພື້ນ ແລະ ໃນໂລກ.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ແມ່ນບຸລິມະສິດສູງສຸດໃນປະຈຸບັນ

        ໃນໂລກພັດທະນາທີ່ເຕັມໄປການຜັນແປ ແລະ ສັບສົນຄືໃນປະຈຸບັນ, ຄຽງຂ້າງກັບບັນດາກາລະໂອກາດໃນການພັດທະນາແລ້ວ, ການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ ກໍ່ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຈາກບັນດາການພັດທະນາຂອງແຕ່ລະປະເທດເອງ ແລະ ຈາກສະພາບຂອງສາກົນ, ພາກພື້ນ. ເຖິງຢ່າງນັ້ນກໍ່ຕາມ, ແຕ່ປະຊາຊົນ 2 ປະເທດກໍ່ມີຄວາມປິຕິຊົມຊື່ນທີ່ສຸດເມື່ອເຫັນວ່າ, ໃນບັນດາການພົບປະ, ບັນດາການນຳຂັ້ນສູງຂອງ 2 ພັກ, 2 ລັດ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງສະເໝີຕົ້ນສະເໝີປາຍວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສ້າງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ. ທ່ານອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຕະມິງເຈົາ, ຖືວ່າ.

        “ໃນໄລຍະຜ່ານມາ, ສະພາບການໂລກມີການຜັນແປສັບສົນຫຼາຍຢ່າງ, ມີບັນດາປັດໄຈຍາກທີ່ຈະຄາດຄະເນໄດ້. ສ່ວນໃນພາກພື້ນຂອງພວກເຮົາ, ອາຊຽນ ໄດ້ກາຍເປັນປະຊາຄົມລວມ, ຊາຍຄາລວມ. ຍ້ອນໃນສະພາບຄືແນວນັ້ນ, ຂ້າພະເຈົ້າຖືວ່າ ຫວຽດນາມ ແລະ ລາວ ແມ່ນ 2 ປະເທດສະມາຊິກຂອງອາຊຽນ ທີ່ມີສາຍພົວພັນແບບພິເສດ, ສາມັກຄີຮ່ວມມືມາແຕ່ດົນນານ ທີ່ຄວນເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້. ສາຍພົວພັນລະຫວ່າງຫວຽດນາມ - ລາວ ນັບມື້ນັບໄດ້ຮັບການຮັດແໜ້ນ, ພັດທະນານັ້ນ ຈະນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງທີ່ສຸດໃຫ້ແກ່ປະຊາຊົນ 2 ປະເທດ, ນັບທັງຫວຽດນາມ ແລະ ລາວ ໃຫ້ພັດທະນາຢ່າງໝັ້ນຄົງ, ເຂັ້ມແຂງ. 2 ປະເທດສະມາຊິກໃນປະຊາຄົມມີຄວາມເຂັ້ນແຂງ, ມີສະຖຽນລະພາບກໍ່ຈະປະກອບສ່ວນເຮັດໃຫ້ອາຊຽນ ເຂັ້ມແຂງ, ເພີ່ມມີສະຖຽນລະພາບໃນພາກພື້ນ”.

        ປະຈຸບັນ, ຫວຽດນາມ ແລະ ລາວ ໄດ້ວາງບຸລິມະສິດສູງສຸດນັ້ນແມ່ນ ພ້ອມກັນສຸມຄວາມມານະພະຍາຍາມເພື່ອແນໃສ່ນຳສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ດ້ວຍທິດນຳທີ່ວ່າ ແທດຈິງ ແລະ ມີປະສິດທິຜົນ. ການນຳ 2 ປະເທດໄດ້ຢືນຢັນເປັນຫຼາຍຄັ້ງວ່າ ຈະສືບຕໍ່ຖືເປັນສຳຄັນການພົວພັນລະຫວ່າງ 2 ພັກເປັນຫຼັກແຫຼ່ງ, ຮັດແໜ້ນການພົວພັນດ້ານການເມືອງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜິດແໜ້ນເຊິ່ງກັນແລະກັນ, ເພີ່ມທະວີການສຶກສາອົບຮົບໃຫ້ແກ່ປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບມູນເຊື້ອ ແລະ ຄຸນຄ່າຂອງສາຍພົວພັນຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ