ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແມ່ນຈຸດສຸມໃນການບໍລິຫານພື້ນຖານເສດຖະກິດ

 (vovworld)- ບັນດາ​ບັນຫາ​ເສດຖະກິດ​ສືບ​ຕໍ່​ແມ່ນ​ເນື້ອ​ໃນຕົ້ນຕໍ​ໃນ​ວາລະ​ປະຊຸມ​ນັດ​ສາມັນ​ປະຈຳ​ເດືອນ 7/2013 ຂອງລັດຖະບານ​ ຊື່​ງ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 30/7 ຢູ່​ຮ່າ​ໂນ້ຍ. ​ໃນ​ວາລະ​ປະຊຸມ​ຄັ້ງນີ້, ອີກ​ເທື່ອ​ໜຶ່ງ ລັດຖະບານ​ຫວຽດນາມ​ໄດ້​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ເດັດດ່ຽວ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ.

ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແມ່ນຈຸດສຸມໃນການບໍລິຫານພື້ນຖານເສດຖະກິດ - ảnh 1

(ພາບ:baodientu.chinhphu.vn)

  ​ເບີ່​ງລວມ​ແລ້ວ, ສະພາບ​ເສດຖະກິດ-​ສັງຄົມ​ຫວຽດນາມ ​ແຕ່​ຕົ້ນປີ​ມາ​ຮອດ​ປະຈຸ​ບັນ​ໄດ້​ຮັບ​ການພັດທະນາ​ຕາມ​ທິດຕັ້ງໜ້າ. ດັດຊະນີ​ລາຄາ​ໃຊ້​ສອຍ (CPI) ​ໃນ​ເດືອນ 7/2013​ ​ໄດ້​ເພີ່ມ​ຂຶ້ນ 0,27% ​ເມື່ອ​ທຽບ​ກັບ​ເດືອນ 6/2013 ​ແລະ ​ເພີ່ມ​ຂື້ນ 2,68% ​ເມື່ອ​ທຽບ​ກັບ​ເດືອນ 12/2012. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ການ​​ສັງ​ເກດ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ລະດັບ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ຍັງ​ຕ່ຳ​ກ່ວາ​ຄວາມ​ສາມາດ​ບົ່ມ​ຊ້ອນ.

  ຕາມ​ທ່ານ​ຫວູດຶກດາມ, ລັດຖະມົນຕີ, ປະທານ​ຫ້ອງ​ວ່າການ​ລັດຖະບານ, ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນຂອງ​ພື້ນຖານ​ເສດຖະກິດ​ແມ່ນ​ກຳລັງ​ຊື້​ຍັງ​ຕ່ຳ. ​ໃນ​​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຕ້ອງ​ວາງ​ຈຸດໝາຍ​ບໍລິຫານ​ນະ​ໂຍບາຍ​ປີ​ງົບປະມານ, ​ເງິນຕາ​ຕິດ​ພັນ​ກັບ​ຈຸດໝາຍ​ໄລຍະ​ຍາວ​ນານ​ກ່ວາ, ພະຍາຍາມ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃນ​ລະດັບ 7%, ນຳ​ລະດັບ​ການ​ເຕີບ​ໂຕຄອ່ຍໆ​ເພີ່ມ​ຂຶ້ນ. ​ທ່ານ​ຫວູດຶກດາມ, ລັດຖະມົນຕີ, ປະທານ​ຫ້ອງ​ວ່າການ​ລັດຖະບານ ​ໃຫ້​ຮູ້​ວ່າ:

   “​​​ມີ​ຄຳ​ເຫັນ​ຖື​ວ່າ: ເມື່ອ​ດັດຊະນີ​ລາຄາ​ໃຊ້​ສອຍ​ບໍ່​ເພີ່ມ​ຂຶ້ນ ຕ້ອງ​ກະຕຸກ​ຊຸກຍູ້​ຄວາມ​ຕ້ອງການ, ຖ້າ​ບໍ່​ເປັນ​ແນວ​ນັ້ນ​ ເສດຖະກິດ​ຈະ​ມີ​ລະ​ດັບການ​ເຕີບ​ໂຕ​​ຢ່າງຊັກ​ຊ້າ ​ແລະ ຈຸດໝາຍ​ຄວບ​ຄຸມ​ໄຟເງິນ​ເຟີ້​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອີງ​ຕາມ​ຄຳ​ເຫັນ​ຂອງ​ບັນດາ​ຜູ້​ຊ່ຽວຊານ ​ແລະ ການໄຈ້​ແຍກຂອງ​ບັນດາ​ສະມາຊິກ​ລັດຖະບານ, ການ​ຮັກສາ​ເສດຖະກິດມະຫາ​ພາກ​ເປັນ​ປົກກະຕິ​ຍັງ​ແມ່ນ​ຈຸດ​ສຸມ​ທີ່​ພວກ​ເຮົາ​ບໍ່​ອາດ​ເມີນ​ເສີຍ​ໄດ້”

ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແມ່ນຈຸດສຸມໃນການບໍລິຫານພື້ນຖານເສດຖະກິດ - ảnh 2

(ພາບປະກອບ:baomoi.com)

  ຕໍ່ໜ້າ​ຂໍ້​ໃຫ້​ສັງ​ເກດ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃນ​ປີ​ນີ້​ ແມ່ນ​ສາມາດ​​ເປັນ​ໄປ​ໄດ້ ​ແຕ່​ຄາດໝາຍ​ລະ​ດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແມ່ນ 5,5% ​ແມ່ນ​ຍາກ​ທີ່​ຈະ​ບັນ​ລຸ​ໄດ້ນັ້ນ. ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​ລັດຖະບານ​ກໍ່​ສະ​ເໜີ​ຫຼາຍ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕະຫຼາດ, ​ໂດຍ​ສະ​ເພາະ​ແມ່ນ​ຕະຫຼາດ​ຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ. ທ່ານ​ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ສະ​ເໜີ​ໃຫ້​ກະຊວງ​ອຸດສາຫະກຳ-​ການ​ຄ້າ, ກະຊວງ​ການ​ຕ່າງປະ​ເທດ ຈົ່ງ​ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ສົມທົບ​ກັບກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ຕະຫຼາດ, ​ເປີດ​ກ້ວາງ​ຕະຫຼ​າດສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ. ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູ້ຮູຍ​ຮ່ວາງ ຢືນຢັນ​ວ່າ: ກະຊວງ​ອຸດສາຫະກຳ​ການ​ຄ້າ ຈະ​ສືບ​ຕໍ່​ສົມ​ກັບ​ກັບ​ບັນດາ​ກະຊວງ ຂະ​ແໜງ​ການ, ທ້ອງຖິ່ນ​ຕ່າງໆ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ຍຸ້​ແຮງ​ການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ; ປັບປຸງ ​ແລະ ​ເປີດ​ກ້ວາງ​ຕະຫຼາດ​ສົ່ງ​ອອກ, ພິ​ເສດ​ແມ່ນ​ສຳລັບ​ບັນດາ​ປະ​ເພດ​ສິນຄ້າ​ຖືກ​ຖື​ວ່າ​ແມ່ນ​ທ່າ​ແຮງ​ຂອງ​ຫວຽດນາມ​ຄື: ​ເຂົ້າສານ, ສິນ​ໃນ​ນ້ຳ, ກາ​​ເຟ….

  ການ​ເຕີບ​ໂຕດ້ານ​ສິນ​ເຊື່ອ ​ແລະ ການປ່ອຍ​​ແຫຼ່ງເງິນລົງທຶນ​ຢ່າງ​ແຮງ​ກໍ່​ຖືກ​ຖື​ວ່າ​ແມ່ນ​ບັນດາ​ມາດ​ຕະການທີ່​ແທດ​ຈິງ​ເພື່ອ​ເພີ່ມ​ຄວາມ​ຕ້ອງການ​ຂອງ​ພື້ນຖານ​ເ​ສດຖະກິດ. ​ເມື່ອ​ເຕື້ອງ​ເຖິງ​ຂົງ​ເຂດ​ນີ້, ທ່ານ​ນາຍົກລັດຖະ ມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ວ່າ:

     “ທີ່​ໜຶ່ງ​ແມ່ນ​ເພີ່ມ​ລະ​ດັບສິນ​ເຊື່ອ, ​ໃນ​ເດືອນ 7/2013, ​ລະ​ດັບສິນ​ເຊື່ອ​​ເພີ່ມ​ຂຶ້ນພຽງ 4,9% ​ໃນ​ຂະນະ​​ທີ່ຄວາມຕ້ອງ​​ການ​ຕ້ອງເພີ່ມ​ຂຶ້ນ 12%. ປະຈຸ​ບັນ​ນີ້ ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ເພິ່ມຄວາມ​ຕ້ອງການ​ທັງ​ໝົດ ​ແຕ່​ຕ້ອງ​ໃສ່​ໃຈ​ວ່າ​ບໍ່​ໃຫ້​ເພີ່ມ​ໜີ້​ເສຍ. ​ເພີ່ມ​​ລະ​ດັບສິນ​ເຊື່ອ​ເພື່ອ​ເພີ່ມ​ຄວາມ​ຕ້ອງການ​ທັງ​ໝົດ. ສິ່ງ​ດັ່ງກ່າວ​ແມ່ນ​ສຳຄັນ​ທີ່​ສຸດ ​ແຕ່​​ໄປ​ພ້ອມ​ນັ້ນ​ແມ່ນ​ຄຸນ​ນະພາ​ບສິນ​ເຊື່ອ. ທີ​ສອງ​ແມ່ນ​ການ​ລົງທຶນ​ຂອງ​ລັດ. ປະຈຸ​ບັນ, ຕ້ອງ​ສຸມ​ໃສ່​ນຳ​ໃຊ້ງົບປະມານ​ຂອງລັດ​ໃນ​ປີ 2013 ​ໃຫ້​ໝົດ ​ແລະ ຕ້ອງ​ມີ​ການ​ຄຸມ​ຄອງ​ຢ່າງ​ແໜ້ນ​ແຟ້ນ.“.

 ​ທ່ານ​ນາຍົກລັດຖະມົນຕີຍັງສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ຈົ່ງ​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ດຶງ​ດູດບັນດາ​ແຫຼ່ງ​ເງິນ​ລົງ​ທຶນດ້ວຍ​ຫຼາຍ​ຮູບ​ແບບ​ທີ່ແຕກ​ຕ່າງ​ກັນ, ຕ້ອງ​ຄິດ​ໄລ່​ການຮັບປະກັນ​ທຶນ​ສົ​ມ​ທົບເພື່ອ​ປ່ອຍ​ທຶນ ODA ຕິດ​ພັນ​ກັບ​ການ​ຊີ້​ນຳ​ຢ່າງ​ເດັດດ່ຽວ ​ເພື່ອ​ປະຕິບັດ​ແຜນການ​ບຸກ​ເບີກ​ໜ້າ​ພຽງ​ໃຫ້​ສຳ​ເລັດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຄງ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່ຈຳ​ເປັນ.

  ​ເປັນ​ອັນວ່າ, ດ້ວຍ​ບັນດາ​ມາດ​ຕະການ​ລະອຽດ​ໃນ​ຄວາມ​ຕັດສິນ​ໃຈ​ບໍລິຫານ​ຂອງ​ລັດຖະບານ, ຫວັງ​ວ່າ​ເສດຖະກິດ​ຫວຽ​ດນາມ ​ໃນຊຸມ​ເດືອນ​ຈະ​ມາ​ເຖິງ​ຈະຮັກສາ​ຄວາມ​ເປັນ​ປົກກະຕິ​ໄດ້ ​ແລະ ມີ​ການ​ເຕີບ​ໂຕ​ສົມກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ./.

ຕອບກັບ

ຂ່າວ/ບົດ​ອື່ນ