ຮັດແຄບຄວາມແຕກໂຕນລະຫວ່າງເຂດພາກ- ບາດກ້າວເດີນກ່ຽວກັບຄວາມຍຸຕິທຳສັງຄົມຂອງຫວຽດນາມ.

(VOVWORLD) -ໃນເຄິ່ງອາຍຸການຊຸດທີ XIII (2020-2025)ຂອງພັກກອມມູນິດ ຫວຽດນາມ,  ຫວຽດນາມ ໄດ້ມີຫລາຍບາດກ້າວເດີນກ່ຽວກັບການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນຫນ້ອຍ. ສິ່ງນີ້ໄດ້ຊ່ວຍ ຮັດແຄບຄວາມແຕກໂຕນການພັດທະນາ ລະຫວ່າງເຂດທົ່ງພຽງ ແລະ ເຂດພູດອຍ, ປະກອບສ່ວນຢັ້ງຢືນໝາກຜົນກ່ຽວກັບຄວາມຍຸຕິທຳສັງຄົມຂອງຫວຽດນາມ.

ຮັດແຄບຄວາມແຕກໂຕນລະຫວ່າງເຂດພາກ- ບາດກ້າວເດີນກ່ຽວກັບຄວາມຍຸຕິທຳສັງຄົມຂອງຫວຽດນາມ. - ảnh 1ຮັດແຄບຄວາມແຕກໂຕນລະຫວ່າງເຂດພາກ- ບາດກ້າວເດີນກ່ຽວກັບຄວາມຍຸຕິທຳສັງຄົມຂອງຫວຽດນາມ. ພາບປະກອບ:Tạp chí Xây Dựng Đảng

ຫວຽດນາມ ມີ 54 ຊົນເຜົ່າ. ຄຽງຂ້າງເຜົ່າກິງ ທີ່ກວມເອົາອັດຕາສ່ວນເປັນສວນໃຫຍ່ ນັ້ນແມ່ນ 53 ຊົນເຜົ່າອ້າຍນ້ອງ ດ້ວຍປະຊາຊົນປະມານກວ່າ 14,2 ລ້ານຄົນ (ເກືອບ 15% ຍອດຈຳນວນປະຊາກອນ). ບັນດາຊົນເຜົ່າສ່ວນຫນ້ອຍສ່ວນຫລາຍແມ່ນດຳລົງຊີວິດຢູ່ເຂດພູດອຍ, ເຂດຊາຍແດນ, ເຂດຫ່າງໄກສອກຫລີກຢູ່ ທາງທິດຕາເວັນອອກ ແລະ ທາງທິດຕາເວັນຕົກພາກເຫນືອ, ທາງທິດເຫນືອພາກກາງ, ແຄມທະເລພາກກາງ, ເຂດໄຕງວຽນ, ທາງທິດຕາເວັນຕົກພາກໃຕ້. ທົ່ວປະເທດມີ 3.434 ຕາແສງ, ເທດສະບານ ນອນໃນເຂດຊົນເຜົ່າສ່ວນຫນ້ອຍ ແລະເຂດພູດອຍ. ພັກ, ລັດ ຫວຽດນາມ ຍາມໃດກໍ່ມີແຜນນະໂຍບາຍພັດທະນາເຂດຊົນເຜົ່າສ່ວນຫນ້ອຍ, ຮັດແຄບຄວາມແຕກໂຕນການພັດທະນາລະຫວ່າງເຂດທົ່ງພຽງ ແລະ ເຂດພູດອຍ ຢ່າງສະເຫມີຕົ້ນສະເໝີປາຍ.

ຫລຸດຜ່ອນຄວາມທຸກຍາກຫລາຍຂົ້ວ, ກ້າວໄປເຖິງຫລຸດຜ່ອນຄວາມທຸກຍາກແບບຍືນຍົງ

ຈາກກອງປະຊຸມໃຫຍ່ ຄັ້ງທີ XIII, ພັກກອມມູນິດ ຫວຽດນາມໄດ້ມີແຜນນະໂຍບາຍປະຕິບັດບັນດາມາດຕະການຫລຸດຜ່ອນຄວາມທຸກຍາກຫລາຍຂົ້ວ, ຍືນຍົງ, ກວມລວມຢ່າງຄົບຊຸດ ເປັນຕົ້ນແມ່ນຢູ່ເຂດຊົນເຜົ່າສ່ວນຫນ້ອຍ ແລະ ກອ່ນອື່ນໝົດແມ່ນປະຕິບັດໂຄງການເປົ້າໝາຍແຫ່ງຊາດການພັດທະນາເສດຖະກິດ ສັງຄົມຢູ່ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍໄລຍະ 2021- 2030ໃຫ້ມີປະສິດທິຜົນ.

ຕາມນັ້ນແລ້ວ, ປີກາຍນີ້ ງົບປະມານແຫ່ງລັດບຸລິມະສິດຈັດແບ່ງຈຳນວນກວ່າ 23.000 ຕື້ດົ່ງ(ເກືອບ 1ຕື້ USD) ເພື່ອປະຕິບັດບັນດານະໂຍບາຍຫນູນຊ່ວຍການຫລຸດຜ່ອນຄວາມທຸກຍາກຢ່າງມີປະສິດທິຜົນ. ໝາກຜົນໄດ້ຮັບນັ້ນແມ່ນ ຊີວິດການເປັນຢູ່ຂອງຜູ້ທຸກຍາກໄດ້ຮັບການປັບປຸງເທື່ອລະກ້າວ, ສະຫວັດດີການສັງຄົມ ຍາມໃດກໍ່ໄດ້ຮັບປະກັນ, ພື້ນຖານໂຄງລ່າງເສດຖະກິດ -ສັງຄົມ ຢູ່ເຂດຊົນນະບົດ, ເຂດພູດອຍ, ເຂດຊົນເຜົ່າສ່ວນຫນ້ອຍ ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ຄວາມແຕກໂຕນລະຫວ່າງເຂດກໍ່ໄດ້ຮັດແຄບ.

ຕາມກະຊວງແຮງງານ - ທະຫານເສຍອົງຄະ ແລະສັງຄົມ ຫວຽດນາມແລ້ວ, ໃນປີກາຍ ຈຳນວນຄອບຄົວທຸກຍາກຫລາຍຂົ້ວໃນທົ່ວປະເທດໄດ້ຫລຸດລົງປະມານ 1,5%,ຈຳນວນຄອບຄົວທຸກຍາກທີ່ເປັນຊາວຊົນເຜົ່າສ່ວນຫນ້ອຍຫລຸດລົງກວ່າ 3%, ຈຳນວນຄອບຄົວທຸກຍາກຢູ່ບັນດາເມືອງທຸກຍາກຫລຸດລົງປະມານ 5% ເມື່ອທຽບໃສ່ປີ 2021. ທ່ານ ດາວວັນແຄງ, ປະທານ ຄະນະກຳມະການປະຊາຊົນເມືອງ ເມື່ອງແຕ່ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:

 “ໂດຍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ ແລະບັນດາກະຊວງ, ຂະແຫນງການ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊາວຊົນເຜົ່າໄດ້ຮັບການລົງທຶນຫນູນຊ່ວຍ. ເມື່ອທຽບໃສ່ຊຸມປີກ່ອນນີ້ ຊີວິດດ້ານເສດຖະກິດ ສັງຄົມຂອງພໍ່ແມ່ປະຊາຊົນມີການຫັນປ່ຽນຢ່າງຈະແຈ້ງ. ປະຈຸບັນ ພື້ນຖານໂຄງລ່າງໄດ້ຮັບການລົງທຶນເຊື່ອມຈອດ, ສ້າງບັນດາເຂດພັດທະນາເສດຖະກິດສັງຄົມ, ບັນດາຮູບແບບຜະລິດໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນເຂົ້າເຖິງຄວາມກ້າວຫນ້າທາງດ້ານວິທະຍາສາດເຕັກນິກ ເພື່ອໝູນໃຊ້ເຂົ້າໃນການຜະລິດ, ການລ້ຽງສັດ”

 ມີຫລາຍນະໂຍບາຍພັດທະນາແບບຍືນຍົງຢູ່ເຂດ ໄຕງວຽນ

ເຂດໄຕງວຽນ ແມ່ນບໍລິເວນຍຸດທະສາດສຳຄັນກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງປະເທດຊາດ ກວມເອົາ 16,8% ຜືນແຜ່ນດິນ ແລະປະມານ 6% ປະຊາກອນຂອງທົ່ວປະເທດ, ອັດຕາຊາວຊົນເຜົ່າສ່ວນຫນ້ອຍກວມເອົາ 36,52%. ເຂດໄຕງວຽນ ໄດ້ຮັບການເອົາໃຈໃສ່ລົງທຶນພັດທະນາຈາກພັກ,ລັດຜ່ານຫລາຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກ, ນ້ຳສະອາດ,         ອະນາໄມສິ່ງແວດລ້ອມ, ການສຶກສາ.

ຍ້ອນມີການປະຕິບັດຢ່າງຂ້ຽວຂາດຈາກສູນກາງລົງຮອດທ້ອງຖິ່ນ, ລະດັບການເຕີບໂຕດ້ານເສດຖະກິດຂອງບັນດາແຂວງຢູ່ເຂດໄຕງວຽນ ໃນໄລຍະຍາວ ຍາມໃດກໍ່ໄດ້ຮັກສາຢູ່ໃນລະດັບສູງພໍສົມຄວນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ. ໝາກຜົນການສຳຫລວດໃນປີກາຍນີ້ໂດຍກະຊວງແຮງງານທະຫາຍເສຍອົງຄະ ແລະສັງຄົມ ປະຕິບັດໄດ້ຊີ້ໃຫ້ເຫັນວ່າ: ຈຳນວນຄອບຄົວທຸກຍາກຫລາຍຂົ້ວ (ລວມຄອບຄົວທຸກຍາກ ແລະ ໃກ້ຂັ້ນທຸກຍາກ) ຢູ່ ໄຕງວຽນ ແມ່ນ 15,39% ດ້ວຍ 236.766 ຄອບຄົວ.

ເພື່ອຮັດແຄບຄວາມແຕກໂຕນລະຫວ່າງເຂດທົ່ງພຽງ ແລະ ເຂດພູດອຍຢ່າງວ່ອງໄວ, ຫວຽດນາມໄດ້ຊອກຫາວິທີເຂົ້າເຖິງໃຫມ່ ກ່ຽບກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ຢູ່ເຂດຊົນເຜົ່າສ່ວນຫນ້ອຍ. ທ່ານ ເຮົ່າອາເລັ່ງ, ຫົວຫນ້າຄະນະກຳມະການຊົນເຜົ່າ ຊີ້ແຈ້ງວ່າ:

 “ເມື່ອເວົ້າເຖິງການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ພວກເຮົາ ຕ້ອງປະຕິບັດຕາມບັນດາແຜນນະໂຍບາຍຂອງພັກ, ລັດ ແລະ ພິເສດ ແມ່ນບັນດາໂຄງການເປົ້າໝາຍ. ປະຈຸບັນ ຄະນະກຳມະການຊົນເຜົ່າ ພວມເປັນອົງການຮັບຜິດຊອບຜັນຂະຫຍາຍໂຄງການພັດທະນາເສດຖະກິດ ສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ. ແລະໄດ້ມີບັນດາມາດຕະການລະອຽດ ກ່ຽວກັບແຫລ່ງກຳລັງ, ການຄຸ້ມຄອງບໍລິຫານ, ວຽກງານຕິດຕາມກວດກາ, ການຫນູນຊ່ວຍຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ແລະບົດບາດຂອງປະຊາຊົນໃນແຕ່ລະໂຄງການ”

ໃນຈຳນວນບັນດາມາດຕະການຫລຸດຜ່ອນຄວາມທຸກຍາກແບບຍືນຍົງຢູ່ເຂດຊົນເຜົ່າສ່ວນຫນ້ອຍ, ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025 ໄດ້ກຳນົດເລື່ອງເພີ່ມທະວີການເຂົ້າເຖິງຂໍ້ມູນທີ່ຈຳເປັນໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ ນັ້ນແມ່ນຫນ້າທີ່ສຳຄັນພິເສດ.

ໂຄງການຂະຫນາດຫນ້ອຍ “ຫລຸດຜ່ອນຄວາມຈຳກັດດ້ານຂໍ້ມູນຂ່າວສານ” ຂຶ້ນກັບ ໂຄງການເລກ 6  ຊື່ງໄດ້ວາງຄາດໝາຍຮັບປະກັນ 100% ຈຳນວນຕາແສງ ທີ່ມີເງື່ອນໄຂເສດຖະກິດ ສັງຄົມປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຈະມີສູນສະຫນອງຂໍ້ມູນຂ່າວສານຮັບໃຊ້ປະຊາຊົນ ໄດ້ນຳໃຊ້ບໍລິການຂໍ້ມູນຂ່າວສານທີ່ຈຳເປັນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມ ຢູ່ບັນດາເຂດນີ້. ຄຽງຄູ່ກັນນັ້ນ ການປ່ຽນແປງວິທີການຫນູນຊ່ວຍໃຫ້ຜູ້ທຸກຍາກ; ທະວີຄູນບັນດາຮູບແບບ,  ຂໍ້ລິເລີ່ມໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກທີ່ດີ; ໝູນໃຊ້ໝາກຜົນການຄົ້ນຄ້ວາຂອງບັນດາອົງການຈັດຕັ້ງສາກົນໃນການລົບລ້າງຄວາມທຸກຍາກໃຫ້ເໝາະສົມກັບແຕ່ລະທ້ອງຖິ່ນ ເຂດຊົນເຜົ່າສ່ວນຫນ້ອຍ ແມ່ນວິທີຊື່ງ ຫວຽດນາມສືບຕໍ່ປະຕິບັດເພື່ອແນໃສ່ພັດທະນາເຂດຊົນເຜົ່າສ່ວນຫນ້ອຍແບບຍືນຍົງ ແລະ ຢັ້ງຢືນບາດກ້າວເດີນກ່ຽວກັບຄວາມຍຸຕິທຳສັງຄົມຂອງຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ