ຮັດແຫນ້ນການພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມກັບສະຫະພັນລັດເຊຍ ແລະ ເບລາຣຸດ

(vovworld)-ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພວມ​​ຢ້ຽມຢາມ ​ເບ​ລາຣຸດ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ​ແລະ ສ.​ເບ​ລາຣຸດ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12 -17/5. ການ​ຢ້ຽມຢາມ​ເປັນ​ຂີດ​ໝາຍ​ຫນ້າ​ປະຫວັດສາດ​ໃຫມ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ສອງ​ປະ​ເທດ​ເພ​ື່ອນມິດ​ທີ່​ເປັນ​ມູນ​ເຊື້ອ, ອີກ​ຄັ້ງ​ຫນື່ງ​ໄດ້​ຢືນຢັນວ່າ:​ ຫວຽດນາມ​ຖື​ການ​ຮ່ວມ​ມື​ຮອບດ້ານ​ກັບ​ສະຫະພັນ​ລັດ​ເຊຍ  ​ແລະ ​ສ.ເບ​ລາຣຸດ​ເປັນ​ສຳຄັນ, ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ, ສ້າງ​ພື້ນ​ຖານ​ເພື່ອເປີດ​ກວ້າງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ​ບຳລຸງ​ສ້າງ​​ເລິກ​ເຊິ່ງກວ່າອີກ. ​

        ການ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ພວມ​ແມ່ນ​ຫົວ​ເລື່ອງ​ທີ່ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ບໍ່​ພຽງ​ແຕ່​ສື່ມວນ​ຊົນ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ​ເທົ່າ​ນັ້ນ ຫາກ​ແມ່ນຫົ​ວ​ເລື່ອງ​ທີ່​ ພາຫະນະ​ສື່​ມວນ​ຊົນ​ໂລກເນັ້ນ​ຫນັກ​ເຖິງ​​ອີກ​ດ້ວຍ. ບັນດາ​ສຳນັກ​ສື່ມວນ​ຊົນ​ໃຫຍ່ກໍ່​ໄດ້ສ່ອງ​ແສງໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ສອງ​ປະ​ເທດ​ດັ່ງກ່າວ​ຂອງ​ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີນ​ຢູງ ​. ສິ່ງ​ດັ່ງກ່າ​ວ​​ໄດ້​ຮັບ​ການ​ຢັ້ງຢືນ​ໃນ​ບົດ​ປາ​ໄສ​ທີ່​ການ​ພົບ​ປະ​ກັບ​ນັກ​ຂ່າວ ພາຍຫລັງ​ການ​ເຈລະຈາ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dimitry Medvedev. ທ່ານ​ນາຍົກລັດຖ​ະມົນຕີ Medvedev ​ໄດ້​ເນັ້ນ​ຫນັກ​ວ່າ ການ​ພົວພັນ​ລະຫວ່າງ ລັດ​ເຊຍ ​ແລະ ຫວຽດນາມ ບັນລຸ​​ໄດ້ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈສູງ, ​ເພາະວ່າ ສອງ​ປະ​ເທດ​ມີ​ອາລົມ​ຈິດ​ພິ​ເສດ, ນັບ​ທັງ​ໃນ​ອະດີດ​ຕະການ​ກໍ​ຄື​​ໃນ​ປະຈຸ​ບັນ. ສາຍ​ພົວພັນ​ນັ້ນ ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ອັນ​ຈົບງາມ​ ​ແລະ ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ​ພິສູດ​ໃຫ້​ເຫັນ​ສິ່ງ​ດັ່ງກ່າວ.

ຮັດແຫນ້ນການພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມກັບສະຫະພັນລັດເຊຍ ແລະ ເບລາຣຸດ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ
ແລະ ທ່ານນາຍົກລດຖະມົນຕີ Dimitry Medvedev
ພາບ:internet

        ​ເພາະສະ​ນັ້ນ ​ໃນ​ການ​ຢ້ຽມຢາມ, ກໍ່​ຄື​ໃນການ​ພົບ​ປະ, ​ເຈລະຈາ​ຄັ້ງ​ຕ່າງໆ​ກັບ​ບັນດາ​ການ​ນຳ​ສະຫະພັນ​ລັດ​ເຊຍ, ສອງ​ຝ່າຍ​ລ້ວນ​ແຕ່​ເຫັນ​ດີ​​ໂດຍຢືນຢັນວ່າ ​ເລື່ອງ ສອງ​ປະ​ເທດ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​​ເປັນ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ໄດ້​ສ້າງ​ກຳລັງ​ຫນູນ​ຢ່າງ​ແຂງ​ແຮງ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​​ໃຫ້​ພັດທະນາ​ໃນ​ໄລຍະ​ປະຫວັດສາດ​ໃຫມ່. ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​​ໄດ້​ເປັນ​ເອກະ​ພາບຕໍ່​ບັນຊີ​ລາຍ​ຊື່​ບັນດາ​ໂຄງການ​ບຸລິມະສິດ, ລວມມີ​ຫລາຍ​ໂຄງການ​ສຳຄັນ​ຢູ່​ເຂດ​ດິນ​ແດນ​ຂອງແຕ່ລະ​ປະ​ເທດ. ​ເອກະສານ​ຂໍ້​ຕົກລົງ​ຮ່ວມ​ມື​ສອງ​ຝ່າຍ 7 ສະບັບ​ໄດ້​ຮັບ​ການ​ລົງ​ນາມ​​ໃນ​ການ​ຢ້ຽມຢາມ ລວມມີ​ຫລາຍ​ຂົງ​ເຂດ​ຄື: ວັດທະນະທຳ, ກິລາ, ທ່ອງ​ທ່ຽວ, ຕຸລາການ, ສິນ​ເຊື່ອ, ​ທາງ​ລົດ​​ໄຟ ​ໄດ້​ຫັນ​ຄວາມ​ຕັດສິນ​ໃຈ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​ເປັນ​ລະອຽດ, ​ເຫັນ​ດີ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເຖິງ 7 ຕື້ USD ​ໃນ​ປີ 2015 ​ແລະ 10 ຕື້ USD ​ໃນ​ປີ 2020. ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ ​ແລະ ບຳລຸງ​ສ້າງ​ພົນທະຫານ​ລະຫວ່າງສອງ​ປະ​ເທດ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ສກໍ​ແມ່ນ​ຂົງ​ເຂດ​ຊື່​ງນາຍົກລັດຖະມົນຕີທັງສອງ​ທ່ານ​ຢືນຢັນ​ຈະ​ສືບ​ຕໍ່​ເພ​ີ່ມທະວີ​ການ​ພົວພັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແລະ ຖື​ວ່າ ​ແມ່ນ​ເສົາ​ຄ້ຳ​ໃນ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສະຫະພັນ​ລັດ​ເຊຍ ​ແລະ ຫວຽດນາມ.

        ອາດ​ຈະ​ຢືນຢັນ​ໄດ້​ວ່າ, ຜົນສຳ​ເລັດ​ໃນ​ການ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ, ຊື່​ງ​ແມ່ນປະ​ເທດ​ຢືນອັນ​ດັບ​ທີ 18 ​ໃນ​ຈຳນວນ​ກວ່າ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ເຂົ້າ​ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ​ໄດ້​ປະກອບສ່ວນ​ຮັ​ດ​ແຫນ້ນ​ການ​ພົວພັນ​ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ກັບ​ບັນດາ​ການ​ນຳ​ສະຫະພັນ​ລັດ​ເຊຍ ​ແມ່ນ​ກຳລັງ​ຫນູນ​ເພື່ອ​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ມານະ​ພະຍາຍາມ, ຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​ໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ